dsc02387

ເກືອບເຂົ້າສາມເດືອນແລ້ວ ນັບແຕ່ປີ 2009 ໄດ້ກ້າວຂາມາແທນທີ່ປີ 2008, ຂໍ້ຄິດຂໍ້ຂຽນໃໝ່ໆບໍ່ທັນໄດ້ໂຜ່ພົ້ນອອກສູ່ໜ້າບລັອກນີ້ເລີຍ… ສະແດງວ່າຕົນເອງໄດ້ປ່ອຍປະລະເລີຍເວລາໃຫ້ຜ່ານໄປໂດຍບໍ່ມີຜົນງານດ້ານຂີດຂຽນແມ່ນແຕ່ບົດດຽວ! ຄິດມາກໍຮູ້ສຶກເສຍດາຍເວລາທີ່ຜ່ານໄປ… ສາເຫດທີ່ພາໃຫ້ບໍ່ມີບົດຂຽນອອກສູ່ສາຍຫູສາຍຕາຜູ້ອ່ານ ອັນສຳຄັນກໍແມ່ນຍ້ອນບັນຫາຄອມພິວເຕີ ຮອງລົງມາກໍແມ່ນອິນເຕີເນັດທີ່ເຮົາບໍ່ສູ້ມີເວລາໄປຮ້ານ… ນອກຈາກນັ້ນກໍແມ່ນວຽກງານທີ່ທັບຖົມໃສ່ຈົນບໍ່ມີເວລາແມ່ນແຕ່ຊິປ່ອນມືລົງໃສ່ຄີບອດ… ແຕ່ມາຮອດເວລານີ້ ຄວາມໃກ້ຊິດຂອງນິ້ວມືທັງສິບກັບຄີບອດແລະອິນເຕີເນັດຖືກປະສານເຂົ້າກັນຢ່າງກົມກຽວ ຈຶ່ງເປັນເງື່ອນໄຂສະດວກໃນການລະບາຍຄວາມໃນໃຈ ພ້ອມທັງບັນຫາເລື່ອງຕ່າງໆທີ່ຄ້າງຄາໃນຫົວທີ່ເຕັມໄປດ້ວຍເຫດການຕ່າງໆທີ່ໄດ້ປະສົບພົບພໍ້ທັງທາງດ້ານປະສາດຫູ ກໍຄືປະສາດຕາ… ແຕ່ບໍ່ຮູ້ວ່າຈະນໍາເອົາເຫດການຕ່າງໆນັ້ນອອກມາໄດ້ສໍ່າໃດ… ເຖິງຢ່າງໃດກໍຕາມ ຕົນເອງກໍຈະພະຍາຍາມກັ່ນຕອງເຫດການທີ່ເຫັນວ່າມີປະໂຫຍດແກ່ສັງຄົມອອກຈາກປາຍນິ້ວລົງສູ່ປຸ່ມຕົວອັກສອນ ໃຫ້ກາຍເປັນທັງປະໂຫຍກທັງສັ້ນແລະຍາວຕາມແຕ່ສະໝອງຈະສັ່ງການ…

ຂໍກ່າວທັກທາຍກັບບັນດານັກທ່ອງເວັບນັກອ່ານທັງຫຼາຍ ທັງຜູ້ທີ່ຕັ້ງໃຈເຂົ້າມາ ແລະຜູ້ທີ່ບັງເອີນເຂົ້າມາດ້ວຍປະການສະນີ້… ແລະຂໍຈົບດ້ວຍຄຳສຸພາສິດທີ່ວ່າ:

“ແກ້ວບໍ່ຜັດສາມປີເປັນແຮ່ ພີ່ນ້ອງບໍ່ແວ່ສາມປີເປັນຜູ້ອື່ນ ອະດີດບໍ່ຄິດຄືນກໍຖືກລືມໄປຕາມການເວລາ.”

ສາຍລົມຍາມເດືອນສິບສອງພັດຜ່ານປ່ອງຢ້ຽມວູບເຂົ້າມາໃສ່ສອງພໍ່ລູກທີ່ພວມນັ່ງກິນເຂົ້າແລງຢູ່ພາທີ່ມີອາຫານພຽງແຕ່ສອງເຍື່ອງ… ຄວາມໜາວເຢັນຂອງສາຍລົມ ເຮັດໃຫ້ຜູ້ເປັນພໍ່ຕ້ອງລຸກຈາກພາເຂົ້າໄປອັດປ່ອງຢ້ຽມໄວ້…
“ປານໃດແມ່ຊິມາ?” ສຽງຂອງລູກສາວໄວແປດປີດັງຂຶ້ນ ເຮັດໃຫ້ມືທີ່ດຶງຢ່ວງບານປ່ອງຢ້ຽມເຖິງກັບຢຸດຊະງັກ ຫົວໃຈໄຫວແບບຜິດປົກກະຕິ… ສາຍຕາເຫືຼອດເບິ່ງໂມງຢູ່ຄໍ່ແຂນ ໂອ້! ເກືອບແປດໂມງແລ້ວ ແຕ່ສຸດາຈັນຍັງບໍ່ກັບມາ…
“ແມ່ຄືຊິຄາວຽກຢູ່ຫ້ອງການ.” ເຂົາຕອບລູກສາວແບບຄາດເດົາໄປໃນແງ່ດີ.
“ແມ່ຄືບໍ່ໂທມາຄອບລະ?” ນາງນ້ອຍສວນຄຳ ໃນມືຍັງກຳປັ້ນເຂົ້າຄຳນ້ອຍໄວ້ຢ່າງໜຽວແໜ້ນໂດຍບໍ່ຍອມເອົາລົງຈໍ້າໃສ່ແຈ່ວທີ່ວາງຕໍ່ໜ້າ…
“ມືຖືແມ່ຄືຊິໝົດແບ້ດ! ພໍ່ໂທຫາກໍບໍ່ໄດ້.” ເຂົາທັງເວົ້າທັງຍ່າງມານັ່ງລົງຕໍ່ໜ້າພາເຂົ້າຄືເກົ່າ ແນມເບິ່ງລູກສາວດຽວດ້ວຍຄວາມຮັກ ພ້ອມທັງລະດົມລູກ: “ກິນເຂົ້າໃຫ້ອີ່ມສາ, ລູກ. ຈັກໜ້ອຍແມ່ກໍມາດອກ.”
ນາງນ້ອຍໄດ້ຍິນພໍ່ເວົ້າແນວນັ້ນກໍຫວາງໃຈ ຈຶ່ງສືບຕໍ່ເອົາປັ້ນເຂົ້າຈໍ້າແຈ່ວແລ້ວປ່ອນໃສ່ປາກຫຍໍ້າຢ່າງແຊບນົວ.
“ກິນຜັກກັບຊີ້ນໃສ່ຫຼາຍໆເດີລູກເດີ ຈຶ່ງຊິໃຫຍ່ຊິສູງໄວ!” ບໍ່ເວົ້າລ້າ ຍັງຕັກເອົາຜັກປົນຊີ້ນໝູຊຶ່ງຂົ້ວຈາກສີມືຂອງເຂົາເອງ ໄປໃສ່ໃນຈານຂອງລູກສາວ.
“ບອກແຕ່ໃຫ້ລູກກິນ. ບາດພໍ່ ຄືວ່ານັ່ງເສີຍຢູ່ ບໍ່ເຫັນກິນນຳລູກຈັກຄຳ.”
ແມ່ນຄວາມຂອງລູກເວົ້າ ນັບແຕ່ເອົາພາເຂົ້າມາຕັ້ງໄວ້ຕໍ່ໜ້າ ເຂົາຍັງບໍ່ທັນໄດ້ເອົາເຂົ້າປ່ອນເຂົ້າປາກຈັກຄຳເລີຍ ອາດແມ່ນຍ້ອນຫຼົງແຕ່ເປັນຫ່ວງແມ່ຂອງລູກທີ່ບໍ່ທັນມາແຕ່ການ… ເທື່ອນີ້ເປັນເທື່ອທີສອງແລ້ວໃນຮອບແປດປີ ທີ່ນາງມາເຮືອນຊ້າຜິດປົກກະຕິ… ເທື່ອນັ້ນນາງມາເຮືອນຊ້າຍ້ອນໄປແວ່ເຮືອນແມ່ເຖົ້າພາຍຫຼັງທີ່ຮັບລູກຈາກໂຮງຮຽນອະນຸບານ… ແມ່ເຖົ້າໄດ້ດຶງເວລາສອງແມ່ລູກໄວ້ ຈົນກິນເຂົ້າແລງແລ້ວຈຶ່ງປ່ອຍໃຫ້ມາ… ແຕ່ເທື່ອນີ້ມີແຕ່ນາງຜູ້ດຽວ ສ່ວນລູກສາວແມ່ນເຂົາແວ່ໄປຮັບຢູ່ໂຮງຮຽນປະຖົມ ແລ້ວກັບມາເຮືອນ… ຫຼືວ່າຊິເປັນຄືແບບເມຍຂອງຫົວໜ້າ?!? ຂໍຢ່າເປັນແນວນັ້ນທ້ອນ ທັງຄິດທັງຮູ້ສຶກວູບວາບໄປທົ່ວສັນພາງກາຍ ໂດຍສະເພາະແມ່ນຢູ່ຫວ່າງໝາກຫົວໃຈ… ບໍ່ຢາກຄິດຫາ ແຕ່ສະພາບບີບບັງຄັບໃຫ້ສະໝອງຕ້ອງໄດ້ຄິດຫວນຄືນເມື່ອຕອນບ່າຍຂອງມື້ນີ້…
ຫຼັງຈາກເຂົ້າໄປນັ່ງເຮັດວຽກຢູ່ຫ້ອງການໄດ້ບໍ່ຮອດເຄິ່ງຊົ່ວໂມງ ສຽງລົມກັນຂອງນາງເລຂາປະຈຳຫ້ອງການກັບຜູ້ຊາຍຄົນໜຶ່ງດັງແວ່ວເຂົ້າຫູ ທຳອິດບໍ່ຄ່ອຍສົນໃຈ ເພາະກຳລັງແກ້ວຽກຢ່າງເຂົ້າດ້າຍເຂົ້າເຂັມຢູ່ ແຕ່ສະມາທິກັບຢ່ອນຍານລົງເມື່ອສຽງການລົມກັນນັ້ນດັງຄ່ອຍລົງກວ່າເກົ່າ ເຮັດໃຫ້ຄວາມຢາກຮູ້ຢາກຟັງມີອິດທິພົນເໜືອກວ່າຄວາມໃສ່ໃຈໃນການເຮັດວຽກ…
“ອ້າຍໂລດອີ່ຕົນຫົວໜ້າຂອງນ້ອງແທ້ໆ!”
“ອ້າວ! ມີເລື່ອງຫຍັງຈຶ່ງຕ້ອງໄປອີ່ຕົນເພິ່ນ?” ສຽງນາງເລຂາດັງຂຶ້ນກວ່າເກົ່າໜ້ອຍໜຶ່ງ.
“ນ້ອງບໍ່ຮູ້ຫວາ? ເມຍສາວຄົນງາມຂອງເພິ່ນຫຼິ້ນບ່າວ!”
ໄດ້ຍິນແນວນັ້ນ ຫົວໃຈຂອງເຂົາຕົກຫວາມບາດໜຶ່ງ ບໍ່ຄຶດບໍ່ຫງຳວ່າເມຍຂອງຫົວໜ້າຜູ້ມີມາລະຍາດອັນດີ ແລະເວົ້າຈາປາໄສເປັນຕາຟັງ ຈະມາຫັກຫານຫົວໃຈຂອງເພິ່ນໄດ້ເຖິງປານນັ້ນ! ຫາກເພິ່ນຮູ້ຈັກຄວາມຈິງ ບໍ່ຮູ້ວ່າເພິ່ນຊິເປັນແນວໃດ. ຂະໜາດວ່າເຂົາຜູ້ເປັນລູກນ້ອງຂອງຫົວໜ້າໄດ້ຍິນຍັງມີຄວາມຮູ້ສຶກເຈັບແທນເຖິງພຽງນີ້ ແລ້ວເພິ່ນເດ ຈະບໍ່ເຈັບໜັກກວ່ານີ້ບໍ?
ເຮັດບົດລາຍງານຕາມທີ່ຫົວໜ້າສັ່ງແລ້ວ ເຂົາກໍເອົາໄປຫ້ອງຫົວໜ້າໂດຍບໍ່ຜ່ານເລຂາ… ຕອນຍ່າງຜ່ານໂຕະຂອງນາງເລຂາ ເຂົາກໍບໍ່ລືມຖາມເຖິງຊາຍທີ່ມາລົມກັບນາງຫວ່າງກີ້ນັ້ນ. ນາງບອກວ່າແມ່ນເພື່ອນຊາຍຂອງນາງທີ່ເຮັດວຽກຢູ່ບ່ອນດຽວກັບເມຍຂອງຫົວໜ້າ!
ເຂົາເຄາະປະຕູຫ້ອງຫົວໜ້າສອງສາມບາດ ໄດ້ຍິນສຽງອະນຸຍາດ ເຂົາກໍກ້າວຂາເຂົ້າໄປ ພ້ອມທັງຍື່ນບົດລາຍງານນັ້ນໃຫ້… ເພິ່ນຈັບເອົາບົດລາຍງານຂຶ້ນມາເບິ່ງແບບຄົນໃຈລອຍ ດວງໜ້າເສົ້າໝອງ…
“ແລ້ວອ້າຍຊິກວດເບິ່ງ… ໃຫ້ນ້ອງອອກໄປໄດ້ແລ້ວ.”
ໄດ້ຍິນຄຳເວົ້າຈາກຫົວໜ້າແນວນັ້ນ ເຂົາກໍຟ້າວກ້າວຂາອອກຈາກຫ້ອງທັນທີ… ຫຼືວ່າຄຳເວົ້າຂອງຊາຍຜູ້ນັ້ນ ຫົວໜ້າເພິ່ນໄດ້ຍິນໝົດແລ້ວ?!?
ສາວເລຂາງ່ຽງຄໍມາໃສ່ ຕອນທີ່ເຂົາຍ່າງຜ່ານໂຕະຂອງນາງ ພ້ອມທັງປ່ອຍສຽງຊືມມາໃສ່ວ່າ “ເພິ່ນເມົາແຕ່ວຽກ ຈົນວ່າລືມເມຍຜູ້ຢູ່ທາງບ້ານ!”
ເຂົາກຶ້ງຕາໃສ່ນາງແບບຢາກຮ້າຍ ພ້ອມທັງຍ່າງໄປທີ່ໂຕະຊຶ່ງຢູ່ທາງຫຼັງຂອງຕູ້ໂຊຂະໜາດໃຫຍ່ກັ້ນກາງລະຫວ່າງໂຕະເຮັດວຽກຂອງເຂົາກັບຂອງນາງເລຂາ…
ສະພາວະແຫ່ງການລ່ອງລອຍຂອງແນວຄິດໄດ້ຫວນກັບຄືນມາສູ່ປັດຈຸບັນ ເຂົາຫັນໃຈໃຫຍ່ບາດໜຶ່ງ ແນມເບິ່ງລູກສາວທີ່ພວມເດ່ມືເອົາໝາກກ້ວຍນໍ້າຂຶ້ນມາປອກກິນ…
“ລູກອີ່ມເຂົ້າແລ້ວຫວາ?”
“ອີ່ມແລ້ວ. ພໍ່ເດລະ?”
“ພໍ່ຊິຖ້າກິນນຳແມ່ຂອງລູກ.” ເຂົາເວົ້າຢ່າງມີຄວາມຫວັງ…
“ຄັນຊັ້ນ ລູກຊິມ້ຽນພາເຂົ້າກ່ອນເດີ!” ເວົ້າສຸດ ນາງນ້ອຍກໍຍໍພາເຂົ້າໄປໃນເຮືອນຄົວ…
ເວລາຜ່ານໄປດັ່ງເຕົ່າຄານ, ເຂົາແນມເບິ່ງໂມງຢູ່ເລື້ອຍໆ… ຈົນລູກສາວອາບນໍ້າແລ້ວ ແມ່ເຈົ້າເຮືອນກໍຍັງບໍ່ທັນມາ… ຫົວໃຈເຂົາຮູ້ສຶກຮ້ອນຮົນ ພະຍາຍາມຄິດແຕ່ໄປໃນທາງທີ່ດີ… ແນະນຳລູກແກ້ວຽກບ້ານຈົນວ່າແລ້ວ ກໍຍັງບໍ່ເຫັນວີ່ແວວຂອງຜູ້ເປັນເມຍ… ເຫັນລູກຫາວນອນວາບໆ ຈຶ່ງບອກໃຫ້ລູກເຂົ້າໄປນອນກ່ອນ… ຍັງແຕ່ເຂົາຜູ້ດຽວທີ່ນັ່ງລໍຄອຍການມາຂອງແມ່ເດັກນ້ອຍຢູ່ຕັ່ງໂຊຟາ… ຍິ່ງເດິກ ຍິ່ງໜາວເຂົ້າຊັກໄຊ້… ແລະແລ້ວ ສຽງລົດເກັງກໍດັງຂຶ້ນຕໍ່ໜ້າເຮືອນ. ເຂົາຟ້າວເປີດປະຕູອອກໄປເບິ່ງ ແສງໄຟຈາກຕາລົດທັ່ງໃສ່ຕາຂອງເຂົາ ເຮັດໃຫ້ຕ້ອງໄດ້ຫຼີ່ຕາລົງເບິ່ງ… ເຫັນເງົາຂອງສຸດາຈັນກ້າວຂາລົງຈາກລົດດ້ວຍອາການອ່ອນເພຍວາດໃດວາດໜຶ່ງ ແລ້ວລົດຄັນນັ້ນກໍລ້ຽວກັບຢ່າງໄວ ແຕ່ໝາຍເລກຢູ່ປ້າຍທ້າຍລົດບໍ່ສາມາດຫຼຸດລອດຈາກສາຍຕາເຂົາໄປໄດ້… ເກືອບລົ້ມທາງຢືນ ເພາະຕົວເລກທີ່ເຂົາເຫັນນັ້ນ ແມ່ນເລກດຽວກັນກັບລົດຫົວໜ້າຂອງເຂົາເອງ!!!

ຫຼາຍປີແລ້ວທີ່ບໍ່ໄດ້ໄປບຸນທາດຫຼວງ ແຕ່ປີນີ້ຍ້ອນຂັດໃຈແມ່ເຈົ້າເຮືອນບໍ່ໄດ້ ຈຶ່ງຕ້ອງໄປເປັນໂຊເຟີໃຫ້ເພິ່ນແລະລູກໆອີກນຳ… ຍ້ອນໄປແຕ່ຫົວແລງ ລົດຈຶ່ງບໍ່ຕິດ ແລະຫາບ່ອນຈອດລົດກໍສະບາຍ ແຕ່ຄ່າຝາກຫັ້ນຕີ້ ຂຶ້ນທົບເທົ່າ ຕາມທີ່ທາງກຳມະການບຸນປະກາດໃຫ້ເກັບ ມີແຕ່ 15.000 ກີບ ແຕ່ເພິ່ນຜູ້ມາເກັບເງິນຄ່າຝາກຜັດເວົ້າວ່າ 30.000 ກີບ ເຮົາກໍຖຽງຈົນເອັນຄໍຜຶ່ງ ແຕ່ຜູ້ກ່ຽວກໍວ່າຄ່າສຳປະທານບ່ອນຈອດລົດແມ່ນສູງຮອດ 50 ລ້ານພຸ້ນ! ວ່າຊິຖຽງໃຫ້ມັນສຸດ ແຕ່ກໍຖືກແມ່ເຈົ້າເຮືອນຢິກແອວ ພ້ອມທັງຈັບເອົາເງິນໃບຊາວພັນແລະສິບພັນຍື່ນໃຫ້ ເພື່ອເປັນການລະງັບອາລົມຂຸ່ນມົວຂອງຜູ້ເປັນຜົວ.

ຂະໜາດວ່າໄປຕອນຫົວຄໍ່າ ຄົນມາບຸນຈາກທົ່ວທຸກສາລະທິດຕ່າງທະຍອຍແຫຍ້ກັນຈົນຕ້ອງໄດ້ຄ່ອຍກ້າວຂາຍ່າງໄປເບື້ອງໜ້າຊ້າໆ… ຫຼາຍເທື່ອທີ່ຕ້ອງໄດ້ຢືດຄໍຫຼຽວຫາແມ່ເຈົ້າເຮືອນ ແລະລູກໆ ເພາະຢ້ານພັດຫຼົງກັນ. ເດ່ມືຂວາໄປໂອບບ່າຂອງແມ່ເຈົ້າເຮືອນ ມືຊ້າຍຄວ້າເອົາມືຂອງລູກສາວຫຼ້າ ສ່ວນລູກອີກສອງຄົນນັ້ນໃຫ້ຍ່າງນໍາໜ້າ… ຊວ່າວ່າຈະໄປຮອດອະນຸສາວະລີພະເຈົ້າໄຊຍະເຊດຖາທິລາດ ກໍພາກັນຫັນໃຈຫອບໄປຫຼາຍເຕີບ. ກ່ອນຈະເຂົ້າໄປໃນກົມມະລຽນພະທາດຫຼວງ ແມ່ເຈົ້າເຮືອນກໍຈົກເງິນໃນກະເປົາພາຍອອກມາບູຊາເອົາທູບທຽນດອກໄມ້ ເພື່ອເຂົ້າໄຫວ້ພະທາດຫຼວງ. ຢູ່ປາກປະຕູເຂົ້າໄປໃນກົມມະລຽນເຕັມໄປດ້ວຍພຸດທະສາກະນິກະຊົນທັງລາວແລະຕ່າງປະເທດທີ່ຄ່ອຍຕູດໄປຕາມແຮງແຫຍ້ຂອງຝູງຊົນ ລູກສາວຫຼ້າແຫງນໜ້າຫຼຽວເບິ່ງພໍ່ພ້ອມທັງເວົ້າແກມຫົວວ່າ “ເຮົາບໍ່ໄດ້ຍ່າງ ແຕ່ກໍສາມາດພາໂຕເອງເລື່ອນໄປທາງໜ້າໄດ້ນໍ!” ແມ່ນແລ້ວ! ບໍ່ຖ້າຍ່າງ ເພາະແຮງແຫຍ້ຂອງຝູງຊົນພາເອົາຮ່າງຄີງຂອງແຕ່ລະຄົນຜ່ານພົ້ນປະຕູກົມມະລຽນເຂົ້າໄປເບື້ອງໃນຢ່າງອັດຕະໂນມັດ… ກຳມະການບຸນທ່ານໜຶ່ງຢືນເທິງຕັ່ງຈັບໂທລະໂຄ່ງມືຖືປະກາດໃຫ້ຝູງຊົນເຄື່ອນໂຕໄປຊ້າໆ ເພາະຢ້ານຈະເກີດອຸບັດເຫດຢຽບແຄ່ງຢຽບຂາກັນ… ເມື່ອເຂົ້າໄປໃນແລ້ວ ສະພາບການແຫຍ້ກໍປ່ຽນມາເປັນການຍ່າງໄປແບບສະບາຍ… 5 ພໍ່ແມ່ລູກພາກັນໄຕ້ທຽນແລະທູບ ຍ່າງອ້ອມອົງພະທາດຫຼວງຕາມຫຼັງຄົນອື່ນໆທີ່ຍ່າງອອກໄປໜ້າກ່ອນແລ້ວ… ສຽງຄູບາໃຫ້ພອນແກ່ຜູ້ທີ່ບໍລິຈາກເງິນໃຫ້ວັດດັງກ້ອງໄປທົ່ວ. ແສງທຽນມັບມຽງ ຄຽງຄູ່ກັບຄວັນທູບຈາກມືຂອງແຕ່ລະຄົນ ເບິ່ງແລ້ວເຮັດໃຫ້ຈິດໃຈສົດຊື່ນແບບໃດກໍບໍ່ຮູ້. ເຫັນຊາວຕ່າງປະເທດຈຳນວນໜຶ່ງພາກັນຢືນເກັບພາບການເຄື່ອນໄຫວໃນການວຽນທຽນດ້ວຍຄວາມຈົດຈໍ່… ເມື່ອຍ່າງອ້ອມຄົບ 3 ຮອບແລ້ວ ກໍພາກັນໄປຄູ້ເຂົ່າລົງໄຫວ້ອົງພະທາດ. ແຕ່ລະຄົນເອົາກົ້ນທຽນລົ່ນໄຟແລ້ວລົງຕັ້ງຢູ່ຖານທາດ ດອກບົວຈູມວາງລົງຂ້າງທຽນ ຕິດຕາມດ້ວຍທູບລົງປັກໃສ່ດິນ ແລ້ວພະນົມມື ເຮັດປາກມຸບມິບອະທິຖານຕາມຄວາມມຸ່ງຫວັງ… ແຕ່ສຽງອະທິຖານຂອງລູກສາວຫຼ້າ ດັງລອດເຂົ້າຫູວ່າ:

“ສາທຸ! ສາທຸ! ຂໍໃຫ້ຂະນ້ອຍຈົ່ງມີສຸຂະພາບແຂງແຮງ, ຮຽນໜັງສືໃຫ້ເກັ່ງ, ເສັງໃຫ້ໄດ້ທີໜຶ່ງທຸກໆປີດ້ວຍເຖີດ!”

ເມື່ອທຸກຄົນລຸກຂຶ້ນຢືນແລ້ວ ລູກສາວຫຼ້າກໍຍ່າງມາກອດແອວ ກໍເລີຍຖືໂອກາດບອກລູກວ່າ: “ຄັນຢາກໄດ້ທີໜຶ່ງທຸກໆປີ ລູກຕ້ອງຕັ້ງໃຈໃຫ້ເດີ!”

ໄຫວ້ພະທາດແລ້ວ ກໍພາກັນກັບເມືອດ້ວຍຄວາມສຸກໃຈ. ຊວ່າຈະອອກຈາກງານບຸນໄປຫາບ່ອນຈອດລົດໄດ້ ກໍຈົນຮູ້ສຶກປວດຂາໄປຫຼາຍເຕີບ ຍ້ອນຄົນຫຼາຍເອົາແທ້ເອົາວ່າ. ບ່ອນໃດເຫັນຄູບາຍ່າງມາ ກໍພະຍາຍາມເອົາມືປ້ອງບໍ່ໃຫ້ແມ່ເຈົ້າເຮືອນ ແລະລູກໆໄປຊູນເອົາເພິ່ນ ເພາະຢ້ານຊິພາກັນບາບ… ຈະບອກໃຫ້ພາກັນນັ່ງລົງກໍບໍ່ເປັນ ຍ້ອນຄົນແຫຍ້ມາບໍ່ຈັກທາງໜ້າທາງຫຼັງແລະກໍທາງຂ້າງນຳອີກ… ກ່ອນຂຶ້ນລົດ ບໍ່ລືມທີ່ຈະຊື້ເຂົ້າຫຼາມປິ້ງໄກ່ເພື່ອເປັນອາຫານຄາບແລງ…

ຈື່ໄດ້ວ່າ ເມື່ອຕອນອາຍຸສີ່ປີປາຍຍ່າງເຂົ້າຫ້າປີນັ້ນ ເວລາແມ່ໄປຕະຫຼາດ ເພິ່ນມັກຈະພາຂ້ອຍໄປນຳ. ຂ້ອຍຈະຊ່ອຍເພິ່ນຫິ້ວກະຕ່າຕອນຂາໄປ ແຕ່ຕອນຂາກັບແມ່ນແມ່ເປັນຜູ້ຫິ້ວ ເພາະມີຜັກນາງອາງຫຍ້າພ້ອມດ້ວຍຊີ້ນປາອາຫານຊະນິດອື່ນໆເຕັມຍັດ. ຂ້ອຍເຄີຍລອງຫິ້ວເບິ່ງ ປາດຕິໂທ້! ໜັກເອົາແທ້ເອົາວ່າ. ແມ່ບອກວ່າໃຫ້ໃຫຍ່ສູງສໍ່າແມ່ກ່ອນຈຶ່ງຄ່ອຍຫິ້ວ. ຂ້ອຍໄດ້ແຕ່ເອົາມືລູບຫົວທີ່ມີຜົມພໍເປັນຕໍຊຶ່ງຫາກໍຕັດຊົງເປີດໃໝ່ໆ… ຕອນທີ່ເລາະຕະຫຼາດກັບແມ່ໃນບາງຄັ້ງ ກໍຈະເຫັນແມ່ຄ້າຊາວຂາຍຈາກຊົນນະບົດເອົາອາຫານແປກໆມາວາງຂາຍ ໃນນັ້ນກໍມີທັງອີ່ຮວກທີ່ລອຍດິ້ນແດ່ວໆແຫຍ້ກັນໃນນໍ້າໜ້ອຍໆຂອງຊາມນ້ອຍອະລຸມີນຽມ. ຂ້ອຍເຄີຍແອ່ວໃຫ້ແມ່ຊື້ ເພາະຂ້ອຍຢາກເອົາໄປລ້ຽງ. ແຕ່ແມ່ບອກວ່າຮວກເອົາໄປລ້ຽງບໍ່ໄດ້ ມີແຕ່ເອົາໄປເຮັດໝົກ ຫຼືບໍ່ກໍເຮັດເອາະ. ໄດ້ຍິນແນວນັ້ນ ຂ້ອຍຮູ້ສຶກອິຕົນພວກຮວກນ້ອຍເຫຼົ່ານັ້ນເປັນຢ່າງຍິ່ງ ຈຶ່ງປ່ຽນໃຈ. ໃກ້ໆກັບຊາມຮວກ ກໍມີກອງເມັດສີຂາວນ້ອຍໆປະປົນໄປກັບມົດແດງໂຕໃຫຍ່ໆທີ່ນອນຫງາຍທ້ອງຫຼາຍໂຕ. ຂ້ອຍສໍ້ແມ່ວ່າອັນນີ້ແມ່ນຫຍັງ. ແມ່ຍິ້ມພ້ອມທັງບອກວ່າແມ່ນໄຂ່ມົດສົ້ມ. ຂ້ອຍປະຫຼາດໃຈວ່າໄຂ່ມົດກໍກິນໄດ້ຫວາ. ແມ່ວ່າແຊບດີ ຖ້າເອົາໃສ່ແກງສົ້ມປາຄໍ່. ແມ່ອະທິບາຍຈົບ ເພິ່ນກໍບອກໃຫ້ແມ່ຕູ້ຜູ້ຂາຍຫໍ່ໃສ່ຕອງ ພ້ອມທັງຍື່ນເງິນໃບຫ້າກີບໃຫ້. ແມ່ຕູ້ຍື່ນໃບ 1ກີບ 3ໃບໃຫ້ແມ່ຄືນ. ຄາບເຂົ້າແລງມື້ນັ້ນ ແມ່ໄດ້ເຮັດແກງປາຄໍ່ໃສ່ໄຂ່ມົດສົ້ມ. ຂ້ອຍກິນຫຼາຍເອົາແທ້ເອົາວ່າ ໂດຍສະເພາະແມ່ນໄຂ່ມົດ ຮູ້ສຶກວ່າມັນຕິດລິ້ນມັນປາກອີ່ຫຼີ. ຈົນພໍ່ເວົ້າຢອກວ່າ ກິນໄຂ່ມົດຫຼາຍລະວັງຊິເປັນອ້າຍມົດແດງເດີ!

ມີມື້ໜຶ່ງຫ່າງຈາກມື້ທີ່ກິນແກງສົ້ມປາຄໍ່ໄປຫຼາຍອາທິດເຕີບ, ຂ້ອຍກັບມາແຕ່ໂຮງຮຽນອານຸບານແລ້ວ ກໍແລ່ນໄປຫຼິ້ນຂີ້ດິນຢູ່ໜ້າເຮືອນ. ເອົາໄມ້ຄວັດເຂ່ຍດິນຫຼິ້ນໄປມາ ບັງເອີນສາຍຕາໄປຈວບເອົາຂວຍມົດແດງຊາຍ ທີ່ເຕັມໄປດ້ວຍໄຂ່ມົດສີຂາວໆນ້ອຍໆໃກ້ໆກັບຝາກຳແພງເຮືອນ. ຄວາມມັນຂອງໄຂ່ມົດສົ້ມຍັງຕິດລິ້ນຢູ່, ເມື່ອເຫັນໄຂ່ມົດແດງຊາຍເຕັມຢູ່ພື້ນດິນແນວນັ້ນ ຂ້ອຍກໍບໍ່ລໍຊ້າ ຢິບຂຶ້ນມາປ່ອນໃສ່ປາກຫຍໍ້າ… ລົດຊາດບໍ່ຄືກັບໄຂ່ມົດທີ່ແມ່ເອົາໃສ່ໃນແກງສົ້ມປາຄໍ່ຊໍ້າ ແຕ່ປານນັ້ນ ຂ້ອຍຍັງສືບຕໍ່ຢິບປ່ອນໃສ່ປາກ… ແຕ່ຂ້ອຍຕ້ອງຢຸດຊະງັກ ເມື່ອມີສຽງດັງຈາກໜ້າກໍາແພງເຮືອນ:

“ແມ່ນ້ອຍເອີຍ! ບັກນ້ອຍມັນກິນມົດແດງຊາຍເດີ!”

ລຸງຈານພີນັ້ນເອງທີ່ຍ່າງເຂົ້າມາພໍ້ ແລະຮ້ອງບອກແມ່ຂ້ອຍ. ແມ່ຟ້າວແລ່ນອອກມາແຕ່ເຮືອນຄົວ ດຶງແຂນຂ້ອຍໃຫ້ລຸກຂຶ້ນ ພ້ອມທັງໃຊ້ມືຂອງເພິ່ນປັດໄຂ່ມົດແດງຊາຍອອກຈາກມືຂ້ອຍ. ຍັງບໍ່ພໍແມ່ເອົາມືມາປັດປ່າຍປາກຂ້ອຍນຳ. ເຮັດໃຫ້ຄວາມສຸກນ້ອຍໆໃນການຫຍໍ້າໄຂ່ມົດມະຫັບມະຫາຍໄປຢ່າງບໍ່ເຫຼືອຫຼໍ…

“ໄຂ່ມົດແດງຊາຍບໍ່ຄືກັບໄຂ່ມົດສົ້ມໄດ໋, ລູກເອີຍ! ເພິ່ນບໍ່ພາກັນກິນໄດ໋! ”

“ລູກກະດຽວວ່າກິນໄດ້ຊັ້ນດອກ!”

ທຸກຄັ້ງທີ່ໄດ້ກິນແກງປາຄໍ່ໃສ່ໄຂ່ມົດສົ້ມ ຂ້ອຍອົດທີ່ຈະຄິດເຖິງພາບແຫ່ງຄວາມຫຼັງຄັ້ງທີ່ຍັງໄຮ້ດຽງສາບໍ່ໄດ້ ເຖິງວ່າເຫດການດັ່ງກ່າວຈະຜ່ານພົ້ນໄປຫຼາຍສິບປີມາແລ້ວກໍຕາມ…

ເປັນອີກມື້ໜຶ່ງ ທີ່ຕ້ອງໄດ້ຂັບລົດໄປສົ່ງຫົວໜ້າໄປປະຊຸມຢູ່ກະຊວງ ເພື່ອຂ້າເວລາໃນການລໍຖ້າເພິ່ນ ກໍເລີຍຖືໂອກາດເອົາໃບແຈ້ງການຂອງໂຮງການໄປສະນີກາງທີ່ໄດ້ຮັບມື້ເຊົ້ານີ້ ໄປຍື່ນຢູ່ປ່ອງທີ 19. ພໍແຕ່ໃບແຈ້ງການ ແລະບັດປະຈຳຕົວເຮັດໃນສະໄໝທີ່ກະຊວງປ້ອງກັນຄວາມສະຫງົບຍັງມີຊື່ວ່າ “ກະຊວງພາຍໃນ” ວາງໄວ້ເທິງໂຕະ ຫຼືບາງຄົນມັກເອີ້ນຕາມພາສາອັງກິດວ່າເຄົາເຕີ ໃບໜ້າເມ້ເຍ້ຂອງພະນັກງານສາວ(ອາດຈະລູກສອງແລ້ວ)ກໍສະແດງຄວາມບໍ່ຄ່ອຍສົບອາລົມໃສ່ລູກຄ້າ ພ້ອມທັງເວົ້າສຽງບໍ່ສູ້ເຂົ້າຫູປານໃດວ່າ:

“ຄືບໍ່ໄປປ່ຽນບັດປະຈຳຕົວແດ່!”

“ເພິ່ນຍັງໃຫ້ໃຊ້ຢູ່ເດ! ອີກຢ່າງໜຶ່ງໃນບັດນີ້ກໍບໍ່ໄດ້ບອກມື້ໝົດອາຍຸອີກດ້ວຍ ດັ່ງນັ້ນຈຶ່ງໃຊ້ໄດ້ຕະຫຼອດ.” ປະໂຫຍກຫຼັງເວົ້າໃຫ້ຕົນເອງໄດ້ຍິນຜູ້ດຽວ.

ແລ້ວພະນັກງານສາວຜູ້ນັ້ນກໍຍ່າງເຂົ້າໄປໃນຫ້ອງເກັບມ້ຽນຫໍ່ເຄື່ອງ, ບໍ່ພໍຄາວນາງກໍຍ່າງອອກມາພ້ອມດ້ວຍແກັດເຈ້ຍຂະໜາດນ້ອຍໃນມື.

“ຄືນານມາເອົາແທ້!” ນາງບອກດ້ວຍສຽງກະດ້າງ

“ຫາກໍໄດ້ແຈ້ງການມື້ເຊົ້ານີ້ນ່າ” ຮູ້ສຶກອາລົມທີ່ເຄີຍໃສເລີ່ມຂຸ່ນ.

“ຫໍ່ເຄື່ອງມາຮອດຕັ້ງແຕ່ວັນທີ 13 ພຸ້ນ! ດັ່ງນັ້ນ ຕ້ອງໄດ້ເສຍທຳນຽມຄ່າຄ້າງສາງ.”

“ຕ້ອງໄດ້ເສຍຄ່າຄ້າງສາງຫວາ?”

“ແມ່ນແລ້ວ” ທັງເວົ້າທັງຂຽນຕົວເລກເງິນໃສ່ໃນໃບເຈ້ຍ ແລ້ວຈີກເປັນແຜ່ນນ້ອຍໃຫ້.

“ຊາວເຈັດພັນ. ຄືມາແພງແທ້!”

“ແພງລະບໍ!” ນາງວ່າ

ແນມເບິ່ງຫໍ່ເຄື່ອງແລ້ວ ກໍໃຈຊື່ນຂຶ້ນ ເພາະໃນນັ້ນແມ່ນສິ່ງທີ່ໄດ້ລໍຄອຍມາຫຼາຍອາທິດແລ້ວ. ຈົກເງິນໃບລະສິບພັນສາມໃບຍື່ນໃຫ້ພະນັກງານສາວຜູ້ໄຮ້ຮອຍຍິ້ມ. ເມື່ອໄດ້ເງິນທອນແລ້ວ ກໍຟ້າວຈັບເອົາຫໍ່ເຄື່ອງນັ້ນກ້າວຂາຍ່າງອອກໄປ ແຕ່ກໍບໍ່ລືມກ່າວຄຳວ່າ “ຂອບໃຈ” ອອກໄປແບບບໍ່ຄ່ອຍເຕັມຄຳປານໃດ…

ກັບມາຮອດລົດ ກໍເປີດປະຕູເຂົ້າໄປນັ່ງລໍຖ້າຫົວໜ້າ… ເພື່ອຂ້າເວລາອີກຊົ່ວໂມງໜຶ່ງ ຈຶ່ງແກ້ເຊືອກເສັ້ນນ້ອຍຂອງຫໍ່ເຄື່ອງແລະເປີດເບິ່ງເຄື່ອງຢູ່ທາງໃນ… ຫົວໃຈເຕັ້ນດ້ວຍຄວາມດີໃຈ ເມື່ອສາຍຕາປະສົບກັບປຶ້ມອ່ານຫ້າຫົວ. ຟ້າວເປີດເບິ່ງແຕ່ລະຫົວ ຢູ່ຫົວທີ 3 ເຫັນໄປສະນີບັດໃບໜຶ່ງຕົກລົງຈາກໜ້າທຳອິດ… ຈຶ່ງຈັບຂຶ້ນມາເບິ່ງ ເຫັນສະຫຼັກຫຼັງວ່າ:

“ ຕຸລາ 2008

ຮຽນອ້າຍວິຊຸນທີ່ເຄົາລົບ

ນ້ອງສົ່ງປຶ້ມສ່ວນໜຶ່ງຂອງນ້ອງມາມອບໃຫ້ອ້າຍດ້ວຍຄວາມຂອບໃຈສຳລັບຄວາມຊ່ວຍເຫຼືອທັງໝົດ ແລະມິດຕະພາບທີ່ອ້າຍມອບໃຫ້ນ້ອງ ລະຫວ່າງທີ່ນ້ອງໄປເຮັດວຽກຢູ່ວຽງຈັນ. ຫາກບໍ່ໄດ້ຄວາມຊ່ວຍເຫຼືອຢ່າງເຕັມທີ່ ແລະການເສຍສະຫຼະເວລາມາເບິ່ງແຍງນ້ອງຂອງອ້າຍ, ວຽກຂອງນ້ອງກໍຄົງບໍ່ສາມາດລຸລ່ວງມາໄດ້ໂດຍດີ. ນ້ອງປະທັບໃຈກັບການໄດ້ພົບກັບອ້າຍເປັນຢ່າງຍິ່ງ ແລະຫວັງວ່າພວກເຮົາຈະໄດ້ພົບກັນອີກໃນໄວໆນີ້. ຫາກມີສິ່ງໃດທີ່ນ້ອງສາມາດຊ່ວຍເຫຼືອອ້າຍໄດ້ ຂໍໃຫ້ອ້າຍຢ່າໄດ້ເກງໃຈເດີ!

ດ້ວຍຄວາມເຄົາລົບແລະນັບຖືຢ່າງສູງ

ປຸ່ນ ພາບດາ

ເມື່ອອ່ານຈົບອາລົມຂຸ່ນມົວມາແຕ່ໂຮງການໄປສະນີກໍເພີກຫາຍໄປ ຍັງເຫຼືອແຕ່ພາບປະທັບໃຈຕອນທີ່ໄດ້ພານ້ອງປຸ່ນນັກຂຽນຊື່ດັງລະດັບພາກພື້ນໄປລົງເຮັດວຽກເພື່ອເກັບກຳຂໍ້ມູນທົ່ວນະຄອນຫຼວງວຽງຈັນ.

ຄືນມື້ນີ້ກໍເປັນອີກຄືນໜຶ່ງທີ່ເມົາມັນນຳປຶ້ມທີ່ໄດ້ຮັບຈາກນ້ອງປຸ່ນ ແລະຂຽນໂດຍນ້ອງປຸ່ນເອງ…

 

 

ຂ່າວໃນວົງການນັກປະພັນໃນໄລຍະນີ້ ຄົງບໍ່ມີຂ່າວໃດຊິລື່ນຂ່າວການໄປຮັບລາງວັນເລື່ອງສັ້ນຊີໄຣຂອງນັກຂຽນ “ຮຸ່ງອະລຸນ ແດນວິໄລ” ຊື່ຈິງວ່າ “ໂອທອງ ຄຳອິນຊູ” ຊຶ່ງປັດຈຸບັນເປັນຫົວໜ້າອຳນວຍການ ແລະບັນນາທິການວາລະສານວັນນະສິນ. ບົດເລື່ອງສັ້ນທີ່ນັກຂຽນຮຸ່ງອະລຸນໄດ້ຮັບລາງວັນແມ່ນເລື່ອງ “ສິ້ນໄໝຜືນເກົ່າໆ” ຊຶ່ງເວົ້າເຖິງການອະນຸລັກຮັກສາມໍລະດົກທາງດ້ານວັດທະນະທຳການນຸ່ງສິ້ນໄໝຂອງແມ່ຍິງລາວທີ່ມີຄວາມເອກອ້າງທະນົງໃຈໃນສີໄມ້ລາຍມືອັນໂດດເດັ່ນ ແລະເປັນເອກະລັກຂອງຕົນມາແຕ່ບູຮານນະການ. ບົດເລື່ອງນີ້ ບໍ່ຍາວ ຖ້າພິມໃສ່ເຈ້ຍ A4 ກໍຄົງມີພຽງໜ້າປາຍ ແຕ່ເນື້ອໃນພ້ອມທັງສິລະປະການຂຽນນັ້ນ ຊ່າງຫຼວງຫຼາຍແລະຍິ່ງໃຫຍ່ສົມກັບການຕັດສິນຂອງຄະນະກຳມະການໃຫ້ເປັນທີ 1ໃນຈຳນວນຫຼາຍໆບົດທີ່ສົ່ງເຂົ້າຮ່ວມຄັດເລືອກ.

“ສິ້ນໄໝຜືນເກົ່າໆ” ແມ່ນເປັນເລື່ອງສັ້ນທີ່ໄດ້ສະທ້ອນໃຫ້ເຫັນຄວາມເປັນຈິງໃນຕົ້ນຊຸມປີ 90 ຂອງສະຕະວັດທີແລ້ວ, ຊຶ່ງເປັນໄລຍະທີ່ເສດຖະກິດຕະຫຼາດໃນປະເທດເຮົາພວມເບັ່ງບານ. ດັ່ງນັ້ນ ຈຶ່ງມີແມ່ຄ້າຫົວໃສລົງຊອກຫາເອົາສິ້ນໃໝ່ໄປປ່ຽນກັບສິ້ນເກົ່ານຳປະຊາຊົນຕາມເຂດຊົນນະບົດ. ຕົວລະຄອນເອກ “ແມ່” ຊຶ່ງມີລູກສາວຮຽນຢູ່ໂຮງຮຽນວິຈິດສິນປີສຸດທ້າຍ ໄດ້ຍິນລູກຊາຍຫຼ້າແລ່ນມາບອກໃຫ້ຮູ້ວ່າມີແມ່ຄ້າມາຊອກຊື້ສິ້ນເກົ່າ ຖ້າບໍ່ຢາກຂາຍ ກໍປ່ຽນເອົາສິ້ນໃໝ່ກໍໄດ້. ແມ່ຈຶ່ງໄປຄົ້ນເອົາສິ້ນໄໝເກົ່າຢູ່ໃນຫີບອອກໄປປ່ຽນເອົາສິ້ນໃໝ່ກັບແມ່ຄ້າຂາຍສິ້ນ. ແມ່ດີໃຈຈົນນອນບໍ່ຫຼັບທີ່ໄດ້ສິ້ນໃໝ່ມານຸ່ງ ຫາກລູກສາວທີ່ໄປຮຽນຢູ່ວຽງກັບມາຢາມ ນາງຄົງດີໃຈບໍ່ຍິ່ງຢ່ອນໄປກວ່າແມ່ ເພາະນາງເຄີຍເວົ້າກັບແມ່ເລື້ອຍໆວ່າ ຢາກໃຫ້ແມ່ໄດ້ໃສ່ສິ້ນໃໝ່. ແລງມື້ຕໍ່ມາ ລູກສາວແມ່ໄດ້ກັບມາບ້ານ ພ້ອມທັງໄດ້ຊື້ຂອງຕ້ອນມາໃຫ້ແມ່. ເມື່ອແມ່ເຫັນຂອງຕ້ອນນັ້ນແລ້ວ ກໍຈົນຕົກສະເງີ້ ເພາະແມ່ນສິ້ນໄໝຜືນເກົ່າໆທີ່ແມ່ໄປແລກກັບສິ້ນໃໝ່ນັ້ນເອງ. ລູກສາວບອກໃຫ້ແມ່ຮູ້ວ່ານາງໄດ້ຊື້ສິ້ນຜືນນີ້ເປັນລາຄາ 300 ບາດ ແລະກໍໄດ້ມີຄົນໄທມາຂໍຊື້ໃນລາຄາ 500 ບາດ ແຕ່ນາງບໍ່ຂາຍ ເພາະຢາກໃຫ້ສິ່ງດີໆມີຄຸນຄ່າສູງທາງດ້ານສິລະປະວັດທະນະທຳຕົກເຮ່ຍໄປຈາກດິນລາວ. ຍິນສຽງເວົ້າຂອງລູກສາວວ່າຈັ່ງຊັ້ນ ແມ່ຈົນປາກບໍ່ອອກ ໄດ້ແຕ່ປ່ອຍໃຫ້ຢາດນໍ້າຕາໄຫຼລົງສູ່ພວງແກ້ມຍ້ອນຄວາມເຄືອງແຄ້ນໃຈຕໍ່ການກະທຳຂອງຕົນເອງ.

ຖ້າຢາກອ່ານເນື້ອໃນເຕັມໆ ກໍຕ້ອງໄປຊອກຊື້ ປຶ້ມ “ໂຮມເລື່ອງສັ້ນ ຮ້ອຍຍິ້ມທີ່ບໍ່ມີກິ່ນເຫຼົ້າ” ໂດຍ ຮຸ່ງອະລຸນ ແດນວິໄລ ທີ່ວາງຂາຍຕາມຮ້ານຂາຍປຶ້ມທົ່ວໄປ ໃນລາຄາ 20.000 ກີບ. ເຊື່ອວ່າເມື່ອອ່ານແລ້ວ ທ່ານກໍຄົງມີກ້ອນແຂງໆມາຕັນຮູຄໍຄືດຽວກັບຂ້າພະເຈົ້າພາຍຫຼັງທີ່ອ່ານເລື່ອງນີ້ສຸດ…

ທຸກຄັ້ງທີ່ລູກສາວຫຼ້າເຂົ້າອາບນໍ້າ ສຽງຮ້ອງເພງອັນແຈດແຫຼມປະສານກັບສຽງຖອກນໍ້າດັງໂຈ້ກໆກໍຈະດັງລອດອອກມາຈາກຫ້ອງນໍ້າຊອດເຖິງຫ້ອງໂຖງບ່ອນທີ່ຂ້ອຍນັ່ງອ່ານປຶ້ມ… ສຽງຮ້ອງຂອງລູກສາວ ເຮັດໃຫ້ຂ້ອຍອົດບໍ່ໄດ້ທີ່ຈະຫວນຄືນຫຼັງຄາວທີ່ຍັງສອນບ່າວ… ຕອນນັ້ນຂ້ອຍຫາກໍຮຽນຢູ່ ມ.4 ຄຽງຄູ່ກັບການຮຽນແລ້ວ ຂ້ອຍຍັງເຄື່ອນໄຫວນອກຫຼັກສູດ ຄືເຂົ້າຮ່ວມໃນໜ່ວຍສິລະປະຂອງໂຮງຮຽນ ໂດຍເປັນສະມາຊິກຂອງໜ່ວຍຟ້ອນແລະໜ່ວຍຮ້ອງ… ເມື່ອຮອດໂມງເລີກຮຽນແລ້ວ ບັນດານັກຮຽນທັງຫຼາຍກໍຈະໄປເຄື່ອນໄຫວກິດຈະກຳຕາມຄວາມຖະໜັດຂອງຕົນ, ບາງພ່ອງກໍລົງສວນຖືບົວຫົດຜັກ, ບາງພ່ອງກໍຖືບານລົງເດີ່ນ ມີທັງບານສົ່ງ-ບານເຕະ-ກະຕໍ້ຫວາຍ… ສ່ວນຂ້ອຍກໍພາຍຖົງປຶ້ມ-ຈັບກິຕ້າຍ່າງໄປຍັງຫ້ອງທີ່ນັດໝາຍກັນຊ້ອມຟ້ອນແລະຮ້ອງເພງ. ເມື່ອຍ່າງໄປຮອດ ກໍເຫັນໝູ່ຫຼາຍຄົນທັງຍິງແລະຊາຍທີ່ເປັນສະມາຊິກສິລະປະມານັ່ງລໍຖ້າຢູ່ກ່ອນແລ້ວ…

“ມື້ນີ້ ພວກເຮົາຈະຊ້ອມຮ້ອງເພງກ່ອນ ຫຼັງຈາກນັ້ນຈຶ່ງຈະຊ້ອມຟ້ອນ.” ຫົວໜ້າສິລະປະປະຈຳຊັ້ນກ່າວຂຶ້ນດ້ວຍສຽງຫວານໃສ ຊຶ່ງຊ່າງເຂົ້າກັບໃບໜ້າອັນຂາວນວນໃສງາມນັ້ນແທ້ໆ.

ຂ້ອຍເອົາກິຕ້າຍື່ນໃຫ້ວິມານຊຶ່ງລາວລືມເອົາຂອງລາວມາ… ເມື່ອທຽບກັນແລ້ວ ກິຕ້າຂອງລາວໃໝ່ແລະດີກວ່າຂອງຂ້ອຍຫຼາຍ ເພາະຂອງລາວຍີ່ຫໍ້ຢາມາຮາຄັກແນ່ ສ່ວນຂອງຂ້ອຍເມດອິນຫວຽດນາມ. ແຕ່ກໍໄຄກວ່າບໍ່ມີ. ເມື່ອວິມານເຄັ່ງສາຍກິຕ້າເປັນທີ່ຮຽບຮ້ອຍແລ້ວ ລາວກໍສັ່ງໃຫ້ຂ້ອຍຮ້ອງເພງທີ່ລາວແຕ່ງ ຊຶ່ງຂ້ອຍຍັງຈື່ບໍ່ໄດ້ຄັກ ຈຳຕ້ອງເອົາເນື້ອມາເບິ່ງນຳ. ພໍແຕ່ຂ້ອຍອ້າປາກຮ້ອງຂຶ້ນ ເພື່ອນທຸກຄົນຕ່າງກໍແນມມາເບິ່ງຂ້ອຍເປັນຈຸດດຽວ ເຮັດໃຫ້ໜ້າຂອງຂ້ອຍຮ້ອນວູບເປັນບາດໆ… ກວ່າຈະຮ້ອງຈົບ ເຫື່ອກໍຈົນວ່າຊັດອອກ. ວິມານທັງດີດກິຕ້າທັງແນມເບິ່ງຂ້ອຍຢ່າງບໍ່ສົບອາລົມປານໃດ…

“ສຽງຮ້ອງຂອງໂຕຢາກແຫບໄປໜ້ອຍໜຶ່ງ. ເວລາແກ່ສຽງກໍຍັງເຮັດບໍ່ໄດ້ດີ ຍ້ອນແຮງປອດຍັງອ່ອນນ້ອຍເກີນໄປ. ໂຕຕ້ອງໄດ້ຝຶກຝົນຕື່ມ!” ວິມານໃຫ້ຄຳເຫັນ ເຮັດໃຫ້ຂ້ອຍຮູ້ສຶກສີອາຍໆເພື່ອນສະມາຊິກນຳກັນວາດໃດວາດໜຶ່ງ. ເພື່ອເປັນການແກ້ໜ້າ ຂ້ອຍກໍເລີຍຖືໂອກາດຂໍຄຳແນະນຳຈາກວິມານຜູ້ມີຄວາມຊ່ຽວຊານທາງດ້ານດົນຕີແລະການຮ້ອງ. ລາວແນະນຳໃຫ້ຂ້ອຍລົງມຸດນໍ້າແຕ່ເຊົ້າ ແລະໃຫ້ແຂກສຽງໃນນໍ້ານັ້ນຈົນສຸດລຳຄໍ. ແລະອີກອັນໜຶ່ງຖ້າເຮັດໄດ້ແມ່ນດີ ຄືເອົາຕ່ອນນໍ້າມັນໝູສໍ່ານິ້ວມືຮ້ອຍໃສ່ເສັ້ນດ້າຍ ແລ້ວໃຫ້ກືນລົງຄໍ. ເມື່ອຕ່ອນມັນໝູລົງຮູຄໍເລິກເຕີບແລ້ວ ໃຫ້ດຶງຂຶ້ນ ແລ້ວກືນລົງໃໝ່ ດຶງຂຶ້ນ ເຮັດຈັ່ງຊີ້ຈັກສິບເທື່ອ. ພ້ອມກັນນັ້ນ ກໍໃຫ້ຄະລຳຂອງກິນ ຄືບໍ່ໃຫ້ກິນເຜັດຫຼາຍ ເຄັມຫຼາຍ ແລະຫ້າມດື່ມນໍ້າເຢັນ ແລະປະເພດທີ່ມີທາດເຫຼົ້າ…

ຍ້ອນຢາກເປັນນັກຮ້ອງສຽງດີມີຊື່ສຽງໃນໂຮງຮຽນ ຂ້ອຍຈຶ່ງປະຕິບັດຕາມຄຳແນະນຳຂອງວິມານ: ທຸກໆເຊົ້າຕື່ນຂຶ້ນມາ ຂ້ອຍຟ້າວແລ່ນໄປຫາຟຸ້ຍນໍ້າ ກົ້ມໜ້າລົງໃສ່ນໍ້າທີ່ເຕັມຟຸ້ຍນັ້ນ ແລ້ວແຫກປາກຮ້ອງຈົນສຸດສຽງ. ຍ້ອນຮ້ອງທັ່ງໃສ່ນໍ້າ ສຽງແຂກຂອງຂ້ອຍຈຶ່ງບໍ່ໄດ້ໄປລົບກວນຄົນໃນເຮືອນ ແລະເພື່ອນບ້ານໃກ້ຄຽງ… ຂ້ອຍເຮັດແນວນັ້ນເປັນເດືອນ ຮູ້ສຶກວ່າໄດ້ຜົນດີສົມຄວນ… ທຸກເທື່ອທີ່ໄປຊ້ອມຮ້ອງເພງ ຫົວໜ້າສິລະປະປະຈຳຊັ້ນມັກຈະຍ້ອງຂ້ອຍວ່າສຽງໃສຂຶ້ນກວ່າເກົ່າ… ແຕ່ກໍຍັງບໍ່ເປັນທີ່ພໍໃຈຂອງວິມານ ລາວໄດ້ຖາມຂ້ອຍວ່າໄດ້ເອົານໍ້າມັນໝູລ່ອງຄໍແລ້ວຫວາ? ຂ້ອຍບອກລາວວ່າ ຍັງບໍ່ທັນໄດ້ເຮັດເທື່ອ ກຳລັງຊອກຫາຕ່ອນນໍ້າມັນໝູຢູ່… ລາວເວົ້າເນັ້ນຕື່ມອີກວ່າ ຖ້າຢາກເປັນນັກຮ້ອງສຽງໃສແທ້ໆ ຕ້ອງເຮັດໃຫ້ໄດ້ ຄັນບໍ່ຊັ້ນກໍຢ່າຫວັງຊິໄດ້ເປັນນັກຮ້ອງນໍາເຂົາ… ໃນທີ່ສຸດ ຂ້ອຍກໍຊອກນໍ້າມັນໝູຕ່ອນຄານິ້ວມືໄດ້ ຈຶ່ງລອງປະຕິບັດການຕາມຄຳແນະນຳຂອງວິມານ… ເມື່ອຮ້ອຍໃສ່ສາຍນິລົງເປັນທີ່ຮຽບຮ້ອຍແລ້ວ ຂ້ອຍກໍລອງປ່ອນເຂົ້າປາກ ໂດຍແຫງນໜ້າຂຶ້ນຈົນລຳຄໍຕັ້ງສາກ… ຂ້ອຍຄ່ອຍໆຢ່ອນຕ່ອນນໍ້າມັນເຂົ້າປາກ ພະຍາຍາມບັງຄັບຮູຄໍໃຫ້ກວ້າງອອກ ພໍແຕ່ຕ່ອນນໍ້າມັນແຕະເຖິງລິ້ນໄກ່ ຂ້ອຍກໍຮູ້ສຶກປຸ້ນທ້ອງ ຈັກວ່າຫຼົງຮາກອອກແຕ່ຍາມໃດກໍບໍ່ຮູ້, ຕ່ອນນໍ້າມັນຕົກລົງດິນຈົນວ່າເປື້ອນໝົດ… ຂ້ອຍກັດແຂ້ວ ອົດທົນຕໍ່ສິ່ງດັ່ງກ່າວ ດ້ວຍການນຳເອົາຕ່ອນນໍ້າມັນໄປລ້າງ ແລະທົດລອງອີກໃໝ່ ເພື່ອຈະໄດ້ເປັນນັກຮ້ອງຕົວຈິງສຽງຈິງນຳເຂົາ… ປ່ອນລົງເທື່ອສອງສຳເລັດຜົນ ຕ່ອນນໍ້າມັນຖືກກືນລົງຄໍຢ່າງງ່າຍດາຍ… ແຕ່ຫົວໃຈຂອງຂ້ອຍເກືອບຢຸດເຕັ້ນ ເພາະສາຍນິລົງທີ່ຮ້ອຍຕ່ອນນໍ້າມັນນັ້ນຫຼຸດອອກຈາກຕ່ອນນໍ້າມັນເສຍແລ້ວ ເຮັດໃຫ້ມັນຄາຢູ່ຄໍ ກືນລົງກໍບໍ່ໄດ້ ຈະຄາກອອກມາກໍບໍ່ອອກ ເຮັດໃຫ້ຂ້ອຍຂາດລົມຫາຍໃຈໄປຊົ່ວຂະນະ ຊຶ່ງເປັນຜົນໃຫ້ຮູ້ສຶກວິນຫົວເຂົ້າກັບບາດປານໃຈຊິຂາດ… ໄຄແຕ່ແມ່ມາເຫັນທັນ ເພິ່ນໄດ້ໃຊ້ມືຕົບຫຼັງຂ້ອຍບັກແຮງໆ ຕ່ອນນໍ້າມັນໝູຫຼຸດອອກຈາກຄໍແລະຕົກລົງພື້ນ…

“ຈັ່ງແມ່ນຊາດນໍ ຊອກຫາເຮັດແຕ່ແນວຊິຕາຍຍ້ອນ!” ແມ່ທັງເວົ້າທັງຈັບເອົາຕ່ອນນໍ້າມັນໂຍນໄປໃຫ້ໝາບັກດ່າງທີ່ຢືນລິ້ນຫ້ອຍນໍ້າລາຍເຫີຍໃກ້ໆຫັ້ນ.

ຄາແຕ່ນັ້ນມາ ຄຳວ່າ “ຢາກເປັນນັກຮ້ອງ” ຈັກວ່າເປີດໜີຈາກຂ້ອຍແຕ່ຍາມໃດ ແລະຂ້ອຍກໍບໍ່ຍອມຫຼຽວເບິ່ງໜ້າໝໍວິມານນັ້ນອີກ…

ມີແມງວັນໂຕໜຶ່ງຖືກໄທບ້ານໄທເມືອງໄລ່ຈົນທົນບໍ່ໄຫວ ມັນຈຶ່ງຕັດສິນໃຈຄິດຈະໜີຈາກບ່ອນນີ້ໄປຢູ່ບ່ອນອື່ນ ເພື່ອປ່ຽນບັນຍາກາດໃຫ້ກັບຕົນເອງ. ມັນຈຶ່ງຄິດຂຶ້ນໄດ້ວ່າທ້າວນົກແກ້ວເຄີຍເລົ່າໃຫ້ມັນຟັງວ່າ ຢູ່ບ່ອນໄກໆຈາກນີ້ ມີທິວທັດອັນສວຍສົດງົດງາມ, ທາງດ້ານອາຫານການກິນກໍອຸດົມສົມບູນ ຈຶ່ງຕັດສິນໃຈຈະເດີນທາງໄປສະແຫວງຫາໂຊກຢູ່ບ່ອນຫັ້ນທັນທີ.
ກ່ອນຈະໄປ ທ້າວແມງວັນໄດ້ບິນໄປຫາເຜິ້ງຊຶ່ງເປັນສ່ຽວຮັກສ່ຽວແພງ ເພື່ອຈະຊວນໃຫ້ຮ່ວມເດີນທາງໄປນຳກັນ. ເມື່ອເຜິ້ງໄດ້ຟັງແຜນການຂອງແມງວັນທີ່ເລົ່າໃຫ້ຟັງສຸດແລ້ວ ຈຶ່ງຖາມຂຶ້ນວ່າ:
“ເຮົາຈັ່ງແມ່ນບໍ່ເຂົ້າໃຈນຳໂຕວ່າ ເປັນຫຍັງຈຶ່ງຕ້ອງເດີນທາງໄປຢູ່ບ່ອນຫັ້ນ?”
“ເຮົາໂລດເບື່ອບ່ອນນີ້ເອົາແທ້ເອົາວ່າ. ໂຕຮູ້ບໍ ໄທບ້ານຕ່າງພາກັນຄຽດຊັງໜັງໜ້າເຮົາເອົາແທ້ເອົາວ່າ! ເຫັນເຮົາຍາມໃດ ແມ່ນເງື້ອໄມ້ເງື້ອມືໃສ່ເຮົາທັນທີ, ແບບນີ້ມັນທຳລາຍກຽດສັກສີກັນແທ້ໆ! ແລະມີອີກສິ່ງໜຶ່ງທີ່ເຮົາທົນບໍ່ໄດ້ກໍຄື ດຽວນີ້ໄທບ້ານຕ່າງພາກັນຊອກຫາພາຊະນະມາປົກປິດອາຫານທີ່ແສນຫອມຫວານແລະແຊບຊ້ອຍຈົນເຮົາແຍ່ຕີນເຂົ້າຫາກໍບໍ່ໄດ້ ແມ່ນກະທັ່ງກິ່ນອາຫານກໍບໍ່ຍອມໃຫ້ເຮົາໄດ້ດົມດອມນຳອີກ!”
“ຍ້ອນເຫດຜົນສໍ່ານີ້ເອງແມ່ນບໍລະ ທີ່ເຮັດໃຫ້ໂຕຄິດຢາກຈະໜີຈາກບ່ອນນີ້ໄປຢູ່ບ່ອນໃໝ່” ເຜິ້ງຖາມ, ທ້າວແມງວັນງຶກຫົວງັອກໆຍອມຮັບແລ້ວເວົ້າຂຶ້ນອີກວ່າ:
“ສ່ຽວເຂົ້າໃຈຖືກຕ້ອງ. ເຮົາບໍ່ຕ້ອງການເສຍເວລາຢູ່ບ່ອນນີ້ອີກເລີຍແມ່ນແຕ່ວິນາທີດຽວ. ສ່ຽວຄິດເບິ່ງຕີ້ ຢູ່ບ່ອນນີ້ຄັນຫາກເຮົາຄິດຢາກຈະນອນພັກຜ່ອນຈັກງີບໜຶ່ງ ກໍຕ້ອງຖືກບັກແມງມຸມມັນມາກຸກກວນອີກ, ເຮົາຕັດສິນໃຈຄັກແນ່ແລ້ວ ຕ້ອງໄປຫາບ່ອນຢູ່ໃໝ່ມື້ນີ້ເລີຍ”
“ຄັນຊັ້ນຂໍອວຍພອນໃຫ້ສ່ຽວເດີນທາງດ້ວຍຄວາມຕະຫຼອດປອດໄພ ແລະໂຊກດີນຳເດີ” ທ້າວເຜິ້ງອວຍພອນໃຫ້ສ່ຽວ.
“ໂຕບໍ່ຍອມໄປກັບເຮົາແທ້ໆຫວາ?” ແມງວັນຖາມສ່ຽວຢ່າງສົງໄສ.
“ເຮົາບໍ່ໄປກັບໝູ່ດອກ!” ເຜິ້ງສັ່ນຫົວຕອບ.
“ຍ້ອນຫຍັງລະ?” ແມງວັນຖາມສ່ຽວອີກຢ່າງບໍ່ເຂົ້າໃຈ.
“ເຮົາມີຄວາມຮູ້ສຶກວ່າຢູ່ບ່ອນນີ້ກໍມີຄວາມສຸກດີຫລາຍແລ້ວຫັ້ນຕິ, ພ້ອມກັນນັ້ນກໍຍັງມີອິດສະຫລະນຳອີກ. ເຮົາຄິດຢາກຈະບິນໄປບ່ອນໃດກໍໄດ້ຕາມໃຈມັກ ແລະໄທບ້ານບ່ອນນີ້ຕ່າງກໍພາກັນຕ້ອນຮັບເຮົາທັງນັ້ນ. ສຳລັບໂຕຄົງມີສິ່ງທີ່ແຕກຕ່າງຈາກເຮົາ” ທ້າວເຜິ້ງອະທິບາຍໃຫ້ສ່ຽວຟັງຢ່າງຍືດຍາວ.
“ເຮົາມີຄວາມແຕກຕ່າງຈາກໂຕຢູ່ໝ້ອງໃດ?” ທ້າວແມງວັນກຶ້ງຕາຖາມສ່ຽວແບບຊິເອົາເລື່ອງ.
“ຍ້ອນວ່າເຮົາໄດ້ເຮັດວຽກທີ່ມີປະໂຫຍດຕໍ່ສັງຄົມມະນຸດຕິເບ໊າະ! ເຮົາໃຫ້ນ້ຳເຜິ້ງກັບພວກມະນຸດ ສຳລັບໂຕນັ້ນບໍ່ພຽງແຕ່ມັກລັກອາຫານຂອງໄທບ້ານໄທເມືອງ ຊ້ຳຍັງນຳເອົາເຊື້ອພະຍາດໄປແພ່ໃຫ້ພວກເຂົານຳອີກ. ເຮົາຂໍບອກກັບສ່ຽວຢ່າງຈິງໃຈວ່າ ບໍ່ວ່າສ່ຽວຈະບິນໄປອາໄສຢູ່ບ່ອນໃດໆກໍຕາມ ຈະບໍ່ໄດ້ຮັບການປົກປ້ອງຫລືເຄົາລົບຈາກຜູ້ອື່ນດອກ! ຈະມີກໍຄົງມີແຕ່ທ້າວແມງມຸມເທົ່ານັ້ນລະ ທີ່ຍິນດີຕ້ອນຮັບໂຕແບບພິດສະດານ!” ເຜິ້ງເວົ້າສຸດແລ້ວ ກໍຟ້າວບິນໜີຈາກແມງວັນທັນທີ.

 

ຫລັງຈາກພິມບົດລາຍງານປະຈຳອາທິດສົ່ງໃຫ້ຫົວໜ້າແລ້ວໆ ກໍຍົກໂມງຢູ່ຄໍ່ແຂນຂຶ້ນເບິ່ງ ໂອ້! ຄືມາຮອດສີ່ໂມງເຄິ່ງໄວແທ້! ຟ້າວມ້ຽນເອກະສານຕ່າງໆທີ່ຊະຢູ່ໜ້າໂຕະເຂົ້າໃນແຟ້ມ ແລ້ວຍັດເຂົ້າຕູ້ຂ້າງຝາຢ່າງເປັນລະບຽບດັ່ງເກົ່າ. ຈັບເອົາປຶ້ມສອງຫົວ ແລະຮ່າງບົດປາໄສຂອງຫົວໜ້າທີ່ຍັງເຮັດບໍ່ແລ້ວຍັດໃສ່ກະເປົາພາຍພ້ອມດ້ວຍຄອມພິວເຕີມືຖື ຫິ້ວຍ່າງອອກຈາກຫ້ອງເຮັດວຽກ. ບໍ່ລືມທີ່ຈະສົ່ງກະແຈໃຫ້ນາງເລຂາທີ່ຢູ່ຫ້ອງຖັດໄປ. ພໍແຕ່ຍື່ນກະແຈໃຫ້ ສາວເລຂາຕາຄົມຂຳກໍຈັບເອົາປຶ້ມຫົວໃຫຍ່ທັງໜານຳອີກມາໃຫ້ເບິ່ງ ພ້ອມທັງເອື້ອນເອີ່ຍສຽງໃສໆອອກມາວ່າ:

“ບໍ່ຢາກເປັນເຈົ້າຂອງວັດຈະນານຸກົມຫົວໃໝ່ແດ່ຫວາ, ອ້າຍສີ?”

ພຽງແຕ່ເຫັນຮູບຮ່າງໜ້າປົກປຶ້ມແລ້ວ ຫົວໃຈກໍຮູ້ສຶກເຕັ້ນຕຶກໆ ຟ້າວເອື້ອມມືໄປຈັບຂຶ້ນມາເຍີງເບິ່ງ. ໂອ້! ວັດຈະນານຸກົມພາສາລາວ (ສະບັບປັບປຸງໃໝ່) ຄົ້ນຄວ້າແລະຮຽບຮຽງໂດຍ  ດຣ. ທອງຄຳ ອ່ອນມະນີສອນ ຈັດພິມໂດຍ ຫໍສະໝຸດແຫ່ງຊາດ ປີ 2008.

ເປີດໄປອ່ານຄຳນຳພິມຄັ້ງທີສອງ (ສະບັບປັບປຸງໃໝ່) ແບບໄວວາ ຈຶ່ງຮູ້ວ່າຜູ້ຮຽບຮຽງໄດ້ເຮັດ 4 ໜ້າວຽກໃຫຍ່ໃນການປັບປຸງວັດຈະນານຸກົມເຫຼັ້ມນີ້:

1) ອ່ານທົບທວນ ກວດກາພິຈາລະນາຄືນທຸກຄຳສັບ ເພື່ອໃຫ້ຮູ້ແຈ້ງເຫັນຄັກ ຄຳຜິດຄຳຖືກຢ່າງຊັດເຈນ.

2) ຈັດສັນຮຽງລຳດັບສັບຄືນໃໝ່ໃນບາງບ່ອນ ບາງຕອນ ທີ່ເຫັນວ່າບໍ່ຖືກຕ້ອງຕາມຫຼັກການຮຽງຄຳທີ່ໄດ້ວາງໄວ້.

3) ໃຊ້ຕົວ ຂຽນຄຳສັບທີ່ຢືມມາຈາກພາສາຕ່າງປະເທດ ໂດຍສະເພາະຄຳທີ່ອອກສຽງ ” (ຫັນລິ້ນ) ຕົວຢ່າງ: ປາຣີ, ຮົງກາຣີ, ມະກະໂຣນີ, ເອັກຊະເຣ, ເຢຊູຄຣິດ ເປັນຕົ້ນ; ໂດຍອີງໃສ່ຫຼັກການໃຊ້ຕົວ ຂອງກະຊວງສຶກສາທິການໃນປັດຈຸບັນ.

4) ເພີ່ມຕື່ມຄຳສັບໃໝ່ເຂົ້າໃສ່ຈຳນວນ 500 ຄຳ ເຊິ່ງຈະສ້າງໃຫ້ວັດຈະນານຸກົມນີ້ບັນຈຸຄຳສັບໄດ້ປະມານ 22.000 ຄຳ.

ພໍອ່ານສຸດຮອດນີ້ ຮິມສົບກໍເໜັງຕີງ ລິ້ນກໍສັ່ນ ລົມປາກກໍພຸ່ງອອກມາຕາມຄຳສັ່ງຂອງຈິດໃຈທີ່ຢາກໄດ້ເປັນເຈົ້າຂອງ:

“ລາຄາເທົ່າໃດ?”

“ສອງແສນຫ້າສິບພັນ” ສາວເລຂາຕອບ

ຂົນໝາກໜາວແຕກ ແຕ່ຍ້ອນຄວາມຢາກໄດ້ຫຼາຍກວ່າ ຈຶ່ງກ່າວອອກໄປຢ່າງບໍ່ກະດຽມປາກວ່າ:

“ຂໍຕິດກ່ອນໄດ້ບໍ? ບາດເງິນເດືອນອອກຈຶ່ງຊິຈ່າຍ.”

“ໄດ້ຢູ່ແລ້ວ ສຳລັບອ້າຍສີ.” ທັງເວົ້າທັງຍິ້ມແບບກັນເອງ.

ຄືນມື້ນັ້ນ ຫຼັງຈາກກິນເຂົ້າແລງແລ້ວ ວ່າຊິເຮັດຮ່າງບົດປາໄສໃຫ້ສຳເລັດ ແຕ່ຕ້ອງມານັ່ງເປີດປຶ້ມວັດຈະນານຸກົມຫົວໃໝ່ຊອກຫາຄຳສັບໃໝ່ທີ່ຜູ້ຮຽບຮຽງເວົ້າວ່າໄດ້ຕື່ມໃສ່ໃໝ່ຕັ້ງ 500 ຄຳ… ກວ່າຈະຊອກເຫັນໝົດກໍຈົນວ່າເດິກຍ້ອນ ຈຶ່ງອັດປຶ້ມມ້ຽນ ໂດຍທີ່ສາຍຕາທີ່ອິດເມື່ອຍນຳຄຳສັບຕ່າງໆໃນປຶ້ມມາແລ້ວນັ້ນ ແນມກວດໄປທົ່ວໜ້າປົກທີ່ອອກແບບໄດ້ຢ່າງຈົບງາມ. ແຕ່ກໍມີສິ່ງສະດຸດຕາຢູ່ບ່ອນຄຳວ່າ “ຄົ້ນຄວ້າ” ທີ່ພິມຢູ່ເທິງຊື່ຂອງຜູ້ຮຽບຮຽງນັ້ນ ວາງໄມ້ໂທຜິດບ່ອນເປັນ “ຄົ້ນຄ້ວາ” ຫາກພິມເປັນ ”ຄົ້ນຄວ້າ” ໂດຍທີ່ໄມ້ໂທຢູ່ເທິງໂຕຄວບ “ວ” ຄືນມື້ນັ້ນ ກໍຄົງນອນຫຼັບຝັນດີກວ່ານັ້ນອີກ…

ນ້ອງສາວຂອງຂ້າພະເຈົ້າໄດ້ຮັບທຶນຂອງແຂວງມາຮຽນຕໍ່ຢູ່ມະຫາວິທະຍາໄລແຫ່ງຊາດ ໄດ້ໂຄຕ້າຮຽນຢູ່ພາກວິຊາພາສາຝຣັ່ງ. ຂ້າພະເຈົ້າຮູ້ສຶກດີໃຈທີ່ນ້ອງສາວຜູ້ດຽວຈະໄດ້ຮຽນວິຊາພາສາຕ່າງປະເທດ ເມື່ອຮຽນຈົບແລ້ວກໍຄົງສາມາດສະໝັກໄປເຮັດວຽກກັບໂຄງການຂອງຝຣັ່ງ. ຕາມທີ່ໄດ້ຍິນມາ ຫຼາຍຄົນທີ່ຈົບຈາກພາກວິຊາພາສາຝຣັ່ງລ້ວນແຕ່ໄດ້ຮັບໜ້າທີ່ການງານດີໆ ມີເງິນເດືອນຫຼາຍລ້ານກີບ. ຫາກໂຊກດີໄດ້ຮັບການຄັດເລືອກໃຫ້ເປັນອາຈານສອນຢູ່ກັບພາກວິຊາເລີຍຍິ່ງເປັນການດີ ເພາະມີໂອກາດຍົກລະດັບຕົນເອງຂຶ້ນໄປເລື້ອຍໆ ຈາກປະລິນຍາຕີ ສາມາດຮຽນຕໍ່ຂັ້ນປະລິນຍາໂທປະລິນຍາເອກທາງໄກກັບມະຫາວິທະຍາໄລຊື່ດັງຂອງປະເທດຝຣັ່ງ… ແຕ່ນ້ອງສາວຂອງຂ້າພະເຈົ້າຜູ້ຈົບມັດທະຍົມປາຍຈາກແຂວງເໜືອສຸດຂອງປະເທດລາວ ເຄີຍສຳຜັດກັບພາສາຝຣັ່ງພຽງແຕ່ອາເບເຊເດ, ແມັກຊີໂບກູ, ໂອໂຣວົວ… ດັ່ງນັ້ນ ເມື່ອມາຮຽນຢູ່ຂັ້ນມະຫາ ມື້ທຳອິດຈົນຕ້ອງໄດ້ບອກເມຍໃຫ້ພານ້ອງສາວໄປຫາໝໍ ເພາະເກີດອາການເຈັບຫົວຢ່າງແຮງ… ຂ້າພະເຈົ້າພ້ອມດ້ວຍຄອບຄົວໄດ້ເອົາໃຈໃສ່ຊຸກຍູ້ນ້ອງສາວຢ່າງສຸດຂີດ ແຕ່ກໍບໍ່ເປັນຜົນ ຮອດທ້າຍພາກຮຽນທີ 1 ມາ ລາວໄດ້ F ເກືອບທຸກວິຊາ ຍົກເວັ້ນວິຊາທີ່ເປັນພາສາລາວ… ນ້ອງໄດ້ຈົ່ມທຸກຈົ່ມຍາກໃນການຮຽນສູ່ຟັງ ຈົນຂ້າພະເຈົ້າຮູ້ສຶກດູຕົນຊາດທີ່ລາວຕ້ອງມາປະສົບກັບຄວາມລຳບາກໃນການມາຮຽນພາສາຝຣັ່ງຄັ້ງນີ້… ແຕ່ຂ້າພະເຈົ້າກໍໃຫ້ກຳລັງໃຈ ແລະລະດົມໃຈລາວໃຫ້ບຸກບືນຕື່ມໃນພາກຮຽນທີ 2 ແຕ່ຜົນການຮຽນໃນພາກຮຽນນີ້ກໍເຊັ່ນດຽວກັບພາກຮຽນກ່ອນ… ຂ້າພະເຈົ້າຈຶ່ງຍອມຮັບວ່ານ້ອງສາວຄົນດຽວຂອງຂ້ອຍຄົງບໍ່ມີພອນສະຫວັນໃນການຮຽນພາສາຕ່າງປະເທດ ແໜງໃຫ້ລາວໄປຮຽນແນວອື່ນຄົງຈະດີກວ່າ… ເມື່ອຄິດໄດ້ແນວນັ້ນແລ້ວ ຈຶ່ງຕັດສິນໃຈໄປຫາອ້າຍຄຳລ້ວນ ຊຶ່ງເຄີຍເປັນອ້າຍຮັກອ້າຍແພງໃນສະໄໝຮຽນມັດທະຍົມ ຊຶ່ງດຽວນີ້ລາວໄດ້ເປັນຜູ້ມີຕຳແໜ່ງສູງໃນວົງການສຶກສາລະດັບໂຮງຮຽນອະຊີວະ. ຂ້າພະເຈົ້າຄິດວ່າລາວຄົງຊ່ອຍຫາທາງອອກໃຫ້ນ້ອງສາວຂ້າພະເຈົ້າໄດ້. ກວ່າຈະກ້າວຂາເຂົ້າໄປໃນເຮືອນວິນລ່າຫຼັງງາມທີ່ມີລົດວິໂກ້ຈອດຢູ່ລຽບຕາມກຳແພງເຮືອນໄດ້ ຂ້າພະເຈົ້າຕ້ອງໄດ້ກັ້ນລົມຫາຍໃຈຫຼາຍເທື່ອ. ພໍຍ່າງຫວິດປະຕູເຂົ້າເຮືອນ ກໍເຫັນຊາຍຍິງໄວພໍ່ແມ່ຄົນຍ່າງສວ່ານອອກມາດ້ວຍໃບໜ້າບໍ່ສູ້ແຈ່ມໃສປານໃດ. ຂ້າພະເຈົ້າຟ້າວຍໍມືຂຶ້ນນົບສະແດງຄວາມເຄົາລົບຕໍ່ຊາຍຮ່າງອ່າວຕຸ້ຍ ຊຶ່ງຫຼຽວມາເບິ່ງຂ້າພະເຈົ້າຢ່າງແປກໃຈ. ເມື່ອໄດ້ຍິນຄຳເວົ້າຄຳວ່າຂອງຂ້າພະເຈົ້າແລ້ວ ຄວາມແປກໃຈຂອງເພິ່ນກໍຫາຍໄປ ມີຮອຍຍິ້ມເຂົ້າມາແທນທີ່ ເຮັດໃຫ້ຄວາມຈົ່ງຈຽມຂ້າພະເຈົ້າມະລາຍຫາຍໄປ. ເພິ່ນຍັງຈື່ຂ້າພະເຈົ້າໄດ້ດີ ແຕ່ເມື່ອໄດ້ຍິນສະພາບແລະຕຳແໜ່ງວຽກງານທີ່ຂ້າພະເຈົ້າພວມເຮັດຢູ່ ສາຍຕາແຫ່ງຄວາມຮັກແພງກໍປ່ຽນແປງ ຍິ່ງຂ້າພະເຈົ້າໄດ້ຂໍຄວາມຊ່ວຍເຫຼືອໃຫ້ເພິ່ນຫາທາງຊ່ອຍເອົານ້ອງສາວເຂົ້າຮຽນໂຮງຮຽນວິຊາຊີບ ໃບໜ້າຂອງເພິ່ນຍິ່ງເຄັ່ງຂຶມ ຈົນຂ້າພະເຈົ້າຫາຍໃຈບໍ່ທົ່ວທ້ອງ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າພໍຢາກມຸດດິນຫາຍຈາກທີ່ນັ້ນໃຫ້ມັນແລ້ວ ກໍແມ່ນເພິ່ນໄດ້ເອີ່ຍປາກວ່າ:

“ຂະໜາດສອງຄົນອອກໄປຫວ່າງກີ້ນີ້ ເອົາໃຫ້ 5 ບາດ ກໍຍັງບໍ່ໄດ້.”

ຂ້າພະເຈົ້າເປັນພຽງພະນັກງານຊັ້ນຜູ້ນ້ອຍເຮັດແນວໃດຈັ່ງຊິຊອກຫາເງິນຫາຄຳໄດ້ຫຼາຍປານນັ້ນໄປຊື້ຈ້າງເຂົ້າຮຽນໃຫ້ນ້ອງໄດ້. ຂ້າພະເຈົ້າຈຳຕ້ອງຍ່າງຄໍຕົກອອກຈາກເຮືອນຂອງອະດີດອ້າຍຮັກດ້ວຍຫົວໃຈອັນເນົ່ານຸ່ມ.

ມື້ຕໍ່ມາ ຂ້າພະເຈົ້າມຸ່ງໜ້າໄປເຮືອນສ່ຽວຄຳແດງຜູ້ທີ່ເຄີຍກິນສຸກກິນດິບນຳກັນສະໄໝຮຽນມະຫາວິທະຍາໄລ. ປັດຈຸບັນລາວໄດ້ເປັນອາຈານສອນຢູ່ໂຮງຮຽນອະຊີວະແຫ່ງໜຶ່ງ. ເມື່ອໄປຮອດ ລາວກໍອອກມາຕ້ອນຮັບດ້ວຍຄວາມດີໃຈ. ຂ້າພະເຈົ້າໄດ້ເລົ່າສະພາບຂອງຕົນເອງແລະນ້ອງສາວສູ່ລາວຟັງ ລາວບອກວ່າບໍ່ຍາກດອກຄັນວ່າຢາກຮຽນວິຊາຊີບ ບໍ່ຈຳເປັນຕ້ອງຈ້າງເຂົ້າເປັນຫຼາຍບາດຄຳ. ມີແຕ່ໃຫ້ນ້ອງສາວຂອງຂ້າພະເຈົ້າສະໝັກເຂົ້າເສັງສາກ່ອນ. ຖ້າເສັງບໍ່ຕິດ ລາວຈຶ່ງຈະເຮັດຄຳຮ້ອງຂໍນະໂຍບາຍໃຫ້ໃນຖານນ້ອງນຸ່ງ. ໄດ້ຍິນແນວນັ້ນ ຂ້າພະເຈົ້າຮູ້ສຶກຊື່ນໃຈ ຈົນຫຼົງໂດດເຂົ້າຈັບມືສ່ຽວສັ່ນບັກແຮງໆ.

ແລ້ວໃນທີ່ສຸດ ນ້ອງສາວຂອງຂ້າພະເຈົ້າກໍສາມາດເຂົ້າຮຽນວິຊາຊີບໄດ້ຢ່າງສົມໃຈ. ຂ້າພະເຈົ້າບໍ່ລືມນຳເອົາຂອງເລັກໆນ້ອຍໆຍັດໃສ່ຊອງຂາວ ແລ້ວມື້ຕໍ່ມາກໍນຳເອົາໄປໃຫ້ສ່ຽວ ແຕ່ກໍຖືກປະຕິເສດສຽງແຂງຈາກລາວວ່າ:

“ຄັນໂຕເຮັດແນວນີ້ ຄວາມຮັກແພງລະຫວ່າງເຮົາກັບໂຕຄົງບໍ່ຍືນຍາວ. ຂໍໃຫ້ໂຕເອົາເງິນຈຳນວນນີ້ໄປຊື້ເຄື່ອງຮຽນໃຫ້ນ້ອງສາວໂຕຈະດີກວ່າ.”

ເວົ້າສຸດສ່ຽວກໍເອົາມືມາໂອບບ່າຂ້າພະເຈົ້າ ແລ້ວບີບຄ່ອຍໆ ເໝືອນຈະບອກຂ້າພະເຈົ້າວ່າ ເງິນມີຄ່າບໍ່ທໍ່ກັບຄວາມຮັກແພງລະຫວ່າງໝູ່ເພື່ອນນັ້ນດອກ!!!


© 2007 ບັນທຶກຊີວິດ | iKon Wordpress Theme by TextNData | Powered by Wordpress | ບໍລິການຟຣີບລັອກຈາກ LaoBlogger.com