ບັນທຶກຊີວິດ
	<language>en</language>
ຄວາມຮັກ ແລະ ຄວັນຢາ
ພາຍຫຼັງນັ່ງຢູ່ໜ້າຄອມເປັນເວລາເກືອບຊົ່ວໂມງ, ຂ້ອຍກໍຢືດແຄ່ງຢຽດຂາລຸກຂຶ້ນ ບິດແອວໄປມາສອງສາມເທື່ອ ແລ້ວຍ່າງອອກໄປກິນລົມຢູ່ນອກຫ້ອງການ. ເຫັນໝູ່ຮ່ວມງານສາມຄົນນັ່ງເບີຍອາລົມຢູ່ນອກລະບຽງ, ໜຶ່ງໃນສາມພວມຮີດຢາຢ່າງສຸຂາລົມ ເຮັດໃຫ້ຂ້ອຍຜູ້ຍ່າງເຂົ້າໄປໃກ້ຕ້ອງໄດ້ປັດຄວັນຢາໃຫ້ຜີກອອກໄປໄກ ແຕ່ກິ່ນຂີວຂອງມັນຍັງໝົ້ນເຂົ້າດັງຂອງຂ້ອຍຈົນໄດ້.
“ຈັ່ງແມ່ນເຮັດຄືແທ້ເນາະ!” ເພື່ອນຜູ້ມີສາຍາວ່າສິງອົມຄວັນທັງເວົ້າທັງປ່ອຍຄວັນຢາປຸ້ມອອກມາ ພ້ອມທັງເຄາະຂີ້ກອກຢາໃສ່ກະປ໋ອງນ້ອຍຢູ່ເທິງໂຕະ.
“ຮູ້ວ່າຢູ່ບ່ອນນີ້ແມ່ນບ່ອນສຳລັບສູບຢາ ໂຕຜັດເສືອກມາຮ່ວມກຸ່ມ, ກໍຊ່ອຍບໍ່ໄດ້ດອກເວີຍ! ຫຼືວ່າຄິດຢາກຫວນກັບມາສູບຄືນອີກໃໝ່!” ໝູ່ທີ່ນັ່ງຢູ່ຂ້າງສິງອົມຄວັນກ່າວຂຶ້ນພ້ອມທັງດຶງເອົາກອກຢາຢູ່ຊອງເທິງໂຕະເດ່ໃຫ້ເພື່ອນຢູ່ຂ້າງ ແລະໃຫ້ຕົນເອງ ແລ້ວກໍຈົກເອົາໄຟແຊັກຢູ່ຖົງເສື້ອມາໄຕ້... ຄວັນຢາທີ່ປຸ້ມຢູ່ບ່ອນນັ້ນຫຼາຍຢູ່ແລ້ວ ແຮ່ງເພີ່ມປະລິມານຫຼາຍຂຶ້ນອີກ ຈົນເຮັດໃຫ້ຂ້ອຍຕ້ອງຟ້າວປົບອອກຈາກທີ່ນັ້ນຢ່າງໄວພະລັນ ກ່ອນທີ່ຄວັນຢາມະຫາໄພຈະເຂົ້າໄປທຳລາຍປອດທີ່ເຄີຍຖືກຄວັນຢາບຸກໂຈມຕີຈົນໄດ້ລົ້ມໝອນນອນເສື່ອມາແລ້ວເມື່ອສີ່ປີກ່ອນ...
ຄາວນັ້ນຂ້ອຍກັບກອກຢາເປັນຂອງຄູ່ກັນ ມີກອກຢາຢູ່ໃສ ແມ່ນມີຂ້ອຍຢູ່ບ່ອນຫັ້ນ. ຂ້ອຍເຜົາຜານເງິນເດືອນຈຳນວນໜຶ່ງສ່ວນສີ່ດ້ວຍການຊື້ຢາມາສູບ. ເວລານັ້ນ ຂ້ອຍຄິດວ່າການສູບຢາເປັນສິ່ງທີ່ຂາດບໍ່ໄດ້ສຳລັບລູກຜູ້ຊາຍໂຕຈິງຢ່າງຂ້ອຍ. ທຳອິດກໍສູບພຽງສອງສາມກອກຕໍ່ມື້ ໂດຍແມ່ນໝູ່ຫຼາຍຄົນທີ່ຕິດຢາສູບ ຈະເປັນຜູ້ຢິບຍື່ນກອກຢາໃຫ້ເວລາທີ່ພົບໜ້າຄາຕາກັນ. ບາງເທື່ອຢາສູບຂອງໝູ່ໝົດຊອງແລ້ວ ຂ້ອຍກໍເຮັດໃຈໃຫຍ່ຊື້ມາສູບເອງ ແລະກໍຍື່ນໃຫ້ໝູ່ເປັນການຕອບແທນທີ່ໝູ່ເຄີຍໃຫ້ຕົນເອງ. ດົນຕາມດົນ ຈາກສູບພຽງສາມສີ່ກອກຕໍ່ມື້ ກໍເລີຍກາຍເປັນຊອງຕໍ່ມື້... ຈາກການໜັກໄປໜ້າຂອງການສູບຢາ ເຮັດໃຫ້ມາໄລຄົນຮັກຂອງຂ້ອຍຊຶ່ງເປັນແພດປະຈຳໂຮງໝໍເມືອງຕ້ອງໄດ້ອອກມາຕັກເຕືອນຢ່າງອອກໜ້າອອກຕາ ຫຼັງຈາກທີ່ໄດ້ກ່າວແບບອ້ອມຄ້ອມມາແລ້ວຫຼາຍກວ່າສອງປີ ໂດຍສະເພາະແມ່ນຕອນທີ່ຂ້ອຍຕ້ອງເຂົ້ານອນໂຮງໝໍຍ້ອນບັນຫາປອດອັກເສບ...
“ອ້າຍຄຳ, ຄັນອ້າຍຫວັງຈະຈົມຫົວລົ້ມທ້າຍກັບນ້ອງແລ້ວ. ຂໍໃຫ້ອ້າຍຫຼຸດຜ່ອນການສູບຢາລົງໄດ້ບໍ່?” ນາງທັງເວົ້າທັງແນມເບິ່ງໜ້າຂ້ອຍແບບບໍ່ພັບຕາ.
“ນ້ອງກະດາຍ, ຄັນໃຫ້ອ້າຍເຊົາສູບຢາ...ເອີ...ກໍປານກັບເອົາພ້າມາຟັນຄໍອ້າຍພຸ້ນລະ!” ທຳອິດວ່າຊິເວົ້າ “...ໃຫ້ອ້າຍປະນ້ອງດີກວ່າ” ແຕ່ຟະແລັ້ງປາກຍັງໃຊ້ການດີຢູ່ ຈຶ່ງປ່ຽນຄຳເວົ້າໄດ້ທັນ ຄັນບໍ່ຊັ້ນຄົງມີຫວັງເຫັນດຳເຫັນແດງກັນຄັກໆໂລດແຫຼວ!
“ອ້າຍກະຊ່າງວ່າ. ຄືຊິແມ່ນຮັກກອກຢາ ຫຼາຍກວ່ານ້ອງແລະສຸຂະພາບຂອງຕົນເອງຕິເບາະ, ຈຶ່ງວ່າຈັ່ງຊັ້ນ.” ນາງຕໍ່ວ່າພ້ອມກັບຫຼັບຕາຊັງ.
“ບໍ່ແມ່ນໄດ໋! ...</description>
ຈາກກັນໄປສຸດຂອບຟ້າ
ສຽງເພງປະສານກັບຂອດກິຕ້າດັງກັງວານກ້ອງມາຕາມສາຍລົມ ເຮັດໃຫ້ຍິງສາວທີ່ຢືນຢູ່ລະບຽງຊັ້ນສອງຂອງຫໍພັກຍິງຫຼັງທີໜຶ່ງທີ່ໃກ້ຮົ້ວມະຫາວິທະຍາໄລເບື້ອງທິດເໜືອ ຕ້ອງຢືນຊຶງກຶ້ງຕາໄປສູ່ທີ່ມາຂອງສຽງດັ່ງກ່າວດ້ວຍຫົວໃຈລັນຈວນຊວນໃຫ້ເສົ້າ...
* ເຖິງຈາກກັນໄປ ຈົນສຸດຂອບຟ້າ
ແຕ່ອຸລາສອງເຮົາ ຍັງຢູ່ຄຽງກັນ
ຈາກໄປຄາວນີ້ ໄປຕາມໜ້າທີ່ວຽກງານ
ບໍ່ລືມຄຳໝັ້ນ ສັນຍາແຂ່ງຂັນກັນໄວ້
* ອາໄລອາວອນ ຫວນຄືນພາບແຫ່ງຄວາມຫຼັງ
ຄັ້ງເຮົາຍັງ ພ້ອມກັນຮໍ່າຮຽນສຶກສາ
ວຽກງານຫຍຸ້ງຍາກ ພວກເຮົາພ້ອມກັນຜ່ານຜ່າ
ຄ້ອຍໃຈໜັກໜ້າ ສັ່ງລານໍ້າຕາຫລັ່ງນອງ
* ບໍ່ຢາກຈາກໄກ ຈຳໃຈຕ້ອງຂໍລາຈາກ
ບໍ່ຢາກຈະພາກ ຈຳຈາກໄປກ່ອນຂວັນໃຈ
ຂໍຝາກສຽງເພງ ບັນເລງອອກຈາກດວງລືໄທ
ມອບແດ່ຊາມໄວ ຂວັນໃຈໃນວັນຈາກລາ...
ແມ່ນແລ້ວ ເຊົ້າມື້ອື່ນນີ້ ຊາຍໃນດວງໃຈຂອງນາງຈະໄດ້ອອກເດີນທາງໄປສຶກສາຕໍ່ຢູ່ຕ່າງປະເທດເປັນເວລາ 5 ປີ. ກ່ອນທີ່ຈະສັ່ງລາເປັນເທື່ອສຸດທ້າຍ ເຂົາໄດ້ໃຫ້ຄຳໝັ້ນສັນຍາກັບນາງວ່າ ຈະຍຶດໝັ້ນສາຍສຳພັນທີ່ມີມາກັບນາງຕະຫຼອດປີກວ່າໆມານີ້ ແລະຈະບໍ່ລືມສົ່ງຂ່າວຄາວຫານາງໃຫ້ໄດ້ອາທິດລະເທື່ອ. ກ່ອນຍ່າງລົງຈາກຫໍພັກຍິງໄປ ເຂົາໄດ້ຍື່ນຫໍ່ຂອງຂວັນໃຫ້ແກ່ນາງ ແລະໄດ້ສັ່ງຄວາມໃຫ້ນາງຮັກສາຂອງຂວັນນີ້ໄວ້ດີໆ ແລະນຳໃຊ້ໃຫ້ເປັນປະໂຫຍດ... ແຕ່ຍ້ອນຄວາມອາໄລຕໍ່ຊາຍໜຸ່ມທີ່ຮູ້ໃຈ ຈຶ່ງໃຫ້ນາງຮູ້ສຶກສະທ້ານໃຈ ໂດຍບໍ່ໄດ້ສົນໃຈນຳຫໍ່ຂອງຂວັນນັ້ນ ໄດ້ແຕ່ຕຄິດຄຳນຶງກັນຕົນເອງວ່າ ອີກດົນປານໃດນໍຈຶ່ງຈະໄດ້ພົບກັນອີກ... </description>
ສອບເສັງເຂົ້າ ມຊ
ອາທິດແລ້ວນີ້ ບັນດານັກຮຽນ ມ.6 ພາກັນເຂົ້າຮ່ວມສອບເສັງເຂົ້າ ມຊ ຢ່າງເປັນຂະບວນຟົດຟື້ນ. ຜູ້ທີ່ຮຽນເກັ່ງຮຽນດີ ກໍພາກັນຍິ້ມນ້ອຍຍິ້ມໃຫຍ່ ເພາະເຊື່ອໝັ້ນໃນຄວາມສາມາດຂອງຕົນເອງວ່າຕ້ອງເສັງຜ່ານແນ່ນອນ. ຜູ້ຮຽນພໍປານກາງກໍຖ້າລຸ້ນຢູ່ໃນໃຈວ່າຕົນຊິມີຊື່ຢູ່ໃນບັນຊີນັກຮຽນເສັງໄດ້ຫຼືບໍ? ສ່ວນພວກຮຽນອ່ອນກໍຄິດວ່າແລ້ວແຕ່ດວງ ຄັນເສັງໄດ້ກໍປານຂີ້ແມ່ນປ່ອງ ຄັນບໍ່ໄດ້ກໍແລ້ວໄປ. ແຕ່ມີນັກຮຽນບາງຄົນບໍ່ມີຄວາມເຊື່ອໝັ້ນຄວາມສາມາດຂອງຕົນເອງ ກໍພະຍາຍາມໃຊ້ກົນລະວິທີທຸກແບບຢ່າງ ບໍ່ວ່າຈະໃຊ້ດ້ວຍເລ່ ຫຼືດ້ວຍກົນ ເຮັດໝົດທຸກຢ່າງ ນັບຕັ້ງແຕ່ໄປບະເຈົ້າແມ່ສີເມືອງ ຫຼືເຈົ້າແມ່ເຈົ້າພໍ່ຕ່າງໆທີ່ມີຄວາມສັກສິດໃນທ້ອງຖິ່ນຂອງຕົນກ່ອນຈະເຂົ້າເສັງ. ບາງລາຍກໍໄປເລາະຊອກຊື້ຫົວບົດເສັງກັບບຸກຄົນທີ່ຕົນເຊື່ອວ່າມີສ່ວນກ່ຽວຂ້ອງກັບການອອກຫົວບົດ. ບາງຄົນກໍເຂົ້າຫາຄູອາຈານທີ່ເຮັດວຽກຢູ່ ມຊ ພ້ອມທັງບອກໃຫ້ຊ່ອຍເພື່ອເຮັດແນວໃດໃຫ້ໄດ້ເຂົ້າຮຽນ... ບາງລາຍຕົກຖືກເລ່ກົນພວກສິບແປດມຸງກຸດທີ່ອ້າງໂຕວ່າເປັນຜູ້ໃກ້ຊິດກັບຜູ້ສາມາດຊີ້ເປັນຊີ້ຕາຍຂອງ ມຊ ຫາກເອົາເງິນມາໃຫ້ສີ່ຫ້າໝື່ນບາດ ກໍຈະມີລາຍຊື່ຢູ່ບັນຊີຜູ້ເສັງໄດ້ຢ່າງແນ່ນອນ... ສຳມະປິທີ່ຈະຊອກຫາວິທີແບບບໍ່ສຸຈະລິດ ເພື່ອໃຫ້ຕົນມີສິດເຂົ້າຮຽນ ມຊ. ຈາກສະພາບຫຍໍ້ທໍ້ດັ່ງກ່າວ ໃນປີທີ່ຜ່ານມາ ຫາງສຽງຂອງມະຫາຊົນໄດ້ກ່າວໂຈມຕີຄວາມບໍ່ຍຸຕິທຳໃນການຄັດເລືອກນັກຮຽນເຂົ້າ ມຊ.
ມາເຖິງປີນີ້ ຄ້ອມພໍດີກັບກອງປະຊຸມຂອງສະພາແຫ່ງຊາດຄັ້ງທີ 5 ທາງກະຊວງສຶກສາກໍໄດ້ເປີດກອງປະຊຸມແຈ້ງຂ່າວຕ້ານປະກົດການຫຍໍ້ທໍ້ໃນວົງການສຶກສາໂດຍສະເພາະແມ່ນການເສັງເຂົ້າ ມຊ ຊຶ່ງທາງ ມຊ ກໍໄດ້ຊີ້ໃຫ້ເຫັນສາເຫດທີ່ພາໃຫ້ເກີດມີຫາງສຽງອັນບໍ່ດີຕໍ່ການຈັດຕັ້ງ ມຊ ດັ່ງນີ້:
1. ຜູ້ປົກຄອງໄດ້ເລີ່ມວິ້ງເຕັ້ນຫາຜູ້ທີ່ອ້າງຕົນວ່າ ສາມາດຊ່ວຍໄດ້ໃນເວລາຄະນະກຳມະການ
ກວດຂໍ້ສອບ ເພາະຄິດວ່າຄະນະກຳມະການສາມາດຕື່ມຄະແນນໃຫ້ໄດ້ ເຊິ່ງສ່ວນຫຼາຍມັກຄົ້ນຫາສາຍພີ່ສາຍນ້ອງທີ່ຢູ່ໃນ
ການຈັດຕັ້ງກ່ຽວຂ້ອງ.
2. ມີບຸກຄົນແອບອ້າງ ແລະ ຮຽກຄ່າຈ້າງ ເພື່ອຈະຊ່ວຍໃຫ້ຄະນະກຳມະການເພີ່ມຄະແນນໄດ້.
3. ມີການປ່ອຍຂ່າວໃນໝູ່ນັກຮຽນວ່າ ຕ້ອງມີຄ່າຈ້າງ ຫລື ມີພີ່ນ້ອງເສັ້ນສາຍ ຈຶ່ງຈະສາມາດເສັງເຂົ້າ ມ.ຊ ໄດ້
4. ການສອບເສັງປີນີ້ ມີການອ້າງອີງວ່າຊ່ວຍໄດ້ ມີແຕ່ຢູ່ຂອດຕື່ມຄະແນນ ຈາກຄະນະກຳມະການກວດສອບທໍ່ນັ້ນ ແນວອື່ນຫຍຸ້ງຍາກ.
ຈາກຫາງສຽງ ຫຼືຄຳຊ່າລືດັ່ງກ່າວ ...</description>
ບົດວັນນະຄະດີໃນໜັງສືພິມແລະວາລະສານລາວ
ເມື່ອຕົ້ນອາທິດນີ້ ທາງສະພາແຫ່ງຊາດໄດ້ພິຈາລະນາກົດໝາຍວ່າດ້ວຍສື່ມວນຊົນ ທີ່ທາງຄະນະກຳມາທິການວັດທະນະທຳຂອງສະພາແຫ່ງຊາດເປັນຜູ້ຮ່າງຂຶ້ນ. ຕາມທີ່ຕິດຕາມກອງປະຊຸມເຫັນວ່າມີສະມາຊິກສະພາຫຼາຍຄົນໄດ້ປະກອບຄຳເຫັນໃສ່ຢ່າງຟົດຟື້ນພໍສົມຄວນ. ຫາກວ່າກົດໝາຍດັ່ງກ່າວຜ່ານແລ້ວ ແລະຖືກນຳໃຊ້ໃນສັງຄົມ ຄິດວ່າວົງການສື່ມວນຊົນລາວເຮົາຄົງກ້າວໜ້າໄປອີກກ້າວໜຶ່ງ ບັນດານັກຄິດນັກຂຽນກໍຄົງມີບ່ອນອີງ ແລະກໍຈະສາມາດສະເໜີຂໍ້ຄິດເຫັນແບບສ້າງສັນຂອງຕົນສູ່ສັງຄົມໄດ້ຢ່າງມີຊີ້ນມີໜັງກວ່າເກົ່າ. ຜູ້ມັກອ່ານມັກບໍລິໂພກໜັງສືພິມ-ວາລະສານ-ປຶ້ມເລື່ອງຕ່າງໆ ກໍຄົງຍຸທ່າງຊອກຮູ້ຊອກອ່ານຢ່າງສະບາຍອາລົມ... ແຕ່ບັນຫາມີຢູ່ວ່າ ເມື່ອມີຜູ້ຂຽນອອກ ແຕ່ຜູ້ອ່ານຜັດໜ້ອຍ ອັນນີ້ກໍຈະສົ່ງຜົນກະທົບໃຫ້ແກ່ຜູ້ຂຽນແລະບັນດາສຳນັກພິມຜູ້ອອກທຶນເຮັດເປັນເຫຼັ້ມເປັນຫົວໃຫ້ມະຫາຊົນອ່ານ... ຕາມທີ່ສັງເກດຜ່ານມາ ເຫັນວ່າໜັງສືພິມ-ວາລະສານຢູ່ບ້ານເຮົາຜຸດຂຶ້ນປານດອກເຫັດ ທີ່ເດັ່ນໆກໍໄດ້ແກ່ ໜັງສືພິມປະຊາຊົນ, ວຽງຈັນໃໝ່, ປະເທດລາວ, ລາວພັດທະນາ, ກອງທັບປະຊາຊົນ,ເສດຖະກິດສັງຄົມ, Vientiane Times... ສ່ວນວາລະສານກໍໄດ້ແກ່ ວັນນະສິນ, ລານຄຳ, ອັບເດດ, ໂຊກດີ, ໄຊໂຢ, ທາກເກັດ, ສາວລາວ, ຂວັນໃຈ, ມະຫາຊົນ, ໄວໜຸ່ມ, ປ້ອງກັນຄວາມສະຫງົບ, ເມືອງລາວ, ວັດທະນະທຳ, ຜູ້ແທນປະຊາຊົນ, ມະຫາວິທະຍາໄລແຫ່ງຊາດ, ຈຳປາ ແລະອື່ນໆ. ໜັງສືພິມແລະວາລະສານເຫຼົ່ານີ້ ກໍມີອັນດີອັນເດັ່ນແຕກຕ່າງກັນ. ສ່ວນຫຼາຍຈະສາມາດໃຫ້ຂໍ້ມູນທາງດ້ານການເມືອງ, ການເຄື່ອນໄຫວຂອງພັກ-ລັດຕະຫຼອດຮອດປະຊາຊົນໃນບ້ານຕ່າງໆໃນຂອບເຂດທົ່ວປະເທດໃນແຕ່ລະໄລຍະໄດ້ເປັນຢ່າງດີ ພ້ອມກັນນັ້ນກໍຍັງມີຂໍ້ມູນອື່ນໆທີ່ມີປະໂຫຍດແກ່ຜູ້ອ່ານທຸກລະດັບຊັ້ນ. ແຕ່ມາເບິ່ງດ້ານວັນນະຄະດີແລ້ວ ເຫັນວ່າຍັງມີໜ້ອຍ ...</description>
ເວົ້າຢອກຊື່ໆດອກເດີ!
ຕອນຄ້າຍແລງແສງແດດອ່ອນຂອງມື້ໜຶ່ງໃນຍາມກ່ຽວເຂົ້ານາປີ. ອາກາດຊ່າງເຢັນສົດຊື່ນ ເໝາະກັບການມາອອກກຳລັງກາຍຢູ່ເດີ່ນພະທາດຫຼວງ. ຂ້ອຍນຳເອົາລົດຖີບຄັນເກົ່າຄູ່ຊີບມາຂີ່ເລາະອ້ອມເດີ່ນເພື່ອເປັນການອອກກຳລັງກາຍ. ມື້ນີ້ຂ້ອຍບໍ່ໄດ້ມາຜູ້ດຽວ ຍັງມີສາວນ້ອຍວິລາເພື່ອນບ້ານໃກ້ຄຽງມາຮ່ວມອອກກຳລັງກາຍນຳ.
"ເຈົ້າແລ່ນດົນແລ້ວ ມາຂີ່ລົດຖີບແທນຂ້ອຍສາ!" ຂ້ອຍທັງເວົ້າທັງຈັບເຂົາລົດງ່ຽງໄປຫານາງ ຊຶ່ງພວມເອົາຫຼັງມືເຊັດເຫື່ອທີ່ໄຫຼອອກຈາກຂະໝັບຫຼັ່ງລົງສູ່ແກ້ມອັນເບັ່ງບານແລະແດງເຮື່ອ.
"ເຈົ້າກໍຮູ້ແລ້ວຕົ່ວວ່າຂ້ອຍຖີບລົດບໍ່ເປັນ. ສອນໃຫ້ຂ້ອຍແດ່ດຸ໊!" ນາງບໍ່ເວົ້າລ້າ ຈັບເອົາເຂົາລົດ ແລ້ວປ້າຍຂາທີ່ຫຸ້ມດ້ວຍໂສ້ງວອມສີຟ້າເຂັ້ມຂາຍາວຂຶ້ນຂີ່ອານລົດທີ່ອ່າວສູງຈົນນາງຕ້ອງໄດ້ຢຽດຂາຈົນສຸດເພື່ອໃຫ້ປາຍຕີນຕິດດິນ. ເຫັນລົດແລະຄົນເປັນສີງ່ຽງໆ ຂ້ອຍກໍເລີຍຮີບຟ້າວຈັບອານເຫຼັກຊ້ອນທ້າຍເພື່ອກັນບໍ່ໃຫ້ນາງລົ້ມ.
ເມື່ອຊົງໂຕໄດ້ແລ້ວ ນາງກໍເຮັດໜ້າສີຫຼ່າໆແບບບໍ່ເຊື່ອໝັ້ນຕົນເອງ ພ້ອມກັບງວາກໜ້າເຫຼືອດແສງຕາມາຫາຂ້ອຍເປັນເຊີງວິງວອນຂໍຮ້ອງໃຫ້ຊ່ວຍ. ຂ້ອຍເຂົ້າໃຈດີສຳລັບຄົນທີ່ຮຽນຂີ່ລົດຖີບໃໝ່ໆ ຕ້ອງການໃຫ້ມີຄົນຊ່ວຍ ຄັນບໍ່ຊັ້ນກໍເປັນໄດ້ຍາກ.
"ບໍ່ຕ້ອງຢ້ານເດີ! ຄ່ອຍໆຖີບໄປໂລດ. ຂ້ອຍຊິຈັບທ້າຍໃຫ້!" ຂ້ອຍບອກສຽງດັງໆ ນາງໄດ້ແຕ່ງຶກຫົວແລະກໍຈັບເຂົາລົດສັ່ນໄປສັ່ນມາ ທາງຕີນກໍຢັນຜາງຕີນລົດທັງສອງເບື້ອງແບບບໍ່ລຶ້ງເຄີຍ ເຮັດໃຫ້ລົດຖີບໄປທາງໜ້າປານງູລອຍນໍ້າເອົາໂລດ.
"ຫັກເຂົາໜ້ອຍໜຶ່ງໄວໆ!" ຂ້ອຍບອກນາງທັນທີທີ່ເຫັນລົດຖີບຈະໄປຕຳເອົາກຳແພງວັດ ແຕ່ບໍ່ທັນເສຍແລ້ວ. ຕີນລົດໜ້າໄປປະທະກັບຕີນກຳແພງ ໄຄແຕ່ຂ້ອຍດຶງທ້າຍລົດໄວ້ທັນ ຄັນບໍ່ຊັ້ນ ນາງຄົງລົ້ມເປັນແນ່ແທ້.
"ໂອ້ຍ! ເກືອບໄດ້ແທກດິນນໍ້!" ສຽງເວົ້າປົນຫົວແບບໜ້າຫຼ່າໆຂອງນາງດັງກັງວານເຂົ້າຫູ.
"ເອົ໊າ! ພະຍາຍາມໃໝ່." ຂ້ອຍໃຫ້ກຳລັງໃຈນາງ ພ້ອມຍ່າງໄປຈັບເຂົາລົດອ້ຽວອອກຈາກກຳແພງ ແລ້ວໃຫ້ນາງເລີ່ມຖີບຕໍ່.
ບໍ່ພໍຊົ່ວໂມງ ນາງກໍສາມາດບັງຄັບເຂົາລົດພ້ອມທັງຖີບໄປທາງໜ້າໂດຍທີ່ຂ້ອຍບໍ່ຕ້ອງຈັບເຫຼັກຊ້ອນທ້າຍອີກ. ສຽງຫົວຮ່າໆແບບຄົນດີໃຈທີ່ປະສົບຜົນສຳເລັດໃນການເຮັດສິ່ງໃດສິ່ງໜຶ່ງດັງປະສານໄປກັບສາຍລົມຍາມແລງ ເຮັດໃຫ້ຂ້ອຍຕ້ອງຈີກປາກຍິ້ມແລະຫົວຮຶໆໄປນຳ.
"ເມືອກັນເທາະ ຫົກໂມງຍັງແລ້ວ!" ນາງທັງເວົ້າທັງຫຼຽວເບິ່ງໂມງຢູ່ຄໍ່ແຂນ.
ດວງຕາເວັນສີແດງໆອ່ອນແສງລົງແລະໃກ້ຈະລັບຫຼ່ຽມໂລກໄປແລ້ວ... ຂ້ອຍງຶກຫົວເຫັນດີນຳ ພ້ອມທັງສະເໜີໃຫ້ນາງເປັນຜູ້ຖີບ ແລະຂ້ອຍຈະເປັນຜູ້ຊ້ອນທ້າຍ. ນາງແກວ່ງຫົວດ້ວຍໃບໜ້າສີຢ້ານໆ ແຕ່ຂ້ອຍກໍຮັບຮອງກັບນາງວ່າຈະເປັນຜູ້ຄໍ້າທາງຫຼັງໃຫ້ ເຊື່ອວ່າຄົງບໍ່ເປັນຫຍັງຢ່າງແນ່ນອນ. ໃນທີ່ສຸດນາງກໍຕົກລົງຕາມຄຳສະເໜີຂອງຂ້ອຍ, ...</description>
ຂອງຂວັນວັນເກີດ
“ວິຊຸນໆ ຜູ້ສາວເອົາຂອງຂວັນມາໃຫ້” ສຽງຂອງໃຜຜູ້ໜຶ່ງດັງຂຶ້ນຢູ່ຂ້າງໆ. ຂ້ອຍຟ້າວງວາກໜ້າອອກຈາກປຶ້ມທີ່ກຳລັງອ່ານ, ແນມເບິ່ງບ່ອນມາຂອງສຽງ ເຫັນສີຄູນພວມຍື່ນຫໍ່ສີບົວມາໃຫ້ ພ້ອມກັບຍິ້ມເປິຍິ້ມເປີ້ຍມາໃສ່.
“ຂອງຜູ້ໃດ?” ຂ້ອຍຖາມດ້ວຍຫົວໃຈສີສັ່ນໆ.
“ຂອງໂຕຫັ້ນລະ!”
“ບໍ່ນ່າ! ເຮົາຢາກຮູ້ວ່າແມ່ນຜູ້ໃດສົ່ງມາ?”
“ຢາກຮູ້ກະເປີດເບິ່ງເອງຊັ້ນລະບໍ!”
“ເອີ! ແມ່ນຄວາມໂຕໄດ໋. ຂອບໃຈຫຼາຍໆເດີ!” ຂ້ອຍກ່າວພ້ອມກັບຈັບຫໍ່ຂອງຂວັນຢັດໃສ່ຖົງພາຍຄ້າຍຄືກັບບໍ່ສົນໃຈມັນພໍປານໃດ. ແຕ່ໝາກຫົວໃຈຂອງຂ້ອຍຫັ້ນຕີ້ ມັນສົນເອົາແທ້ເອົາວ່າ ຈົນວ່າຢາກຈີກຫໍ່ຂອງຂວັນຂຶ້ນມາເບິ່ງພ້ອມບາດ ແຕ່ຈຳຕ້ອງອົດໃຈໄວ້ ເພາະຢ້ານໝູ່ຊິເຫັນນຳ.
ພໍມາຮອດຫໍພັກ, ຂ້ອຍຟ້າວກາງມຸ້ງ ຈົກເອົາຫໍ່ຂອງຂວັນອອກຈາກຖົງ ລູບໆຄຳໆເບິ່ງ ຮູ້ສຶກວ່າສີແຂງໆວາດໃດວາດໜຶ່ງ ຄືຊິແມ່ນປຶ້ມ... “ປຶ້ມຫຍັງນໍ?” ຂ້ອຍຖາມຕົນເອງແລ້ວຄ່ອຍໆຈີກຫໍ່ອອກ... ຫົວໃຈເຕັ້ນຕຶກໆຢ່າງບໍ່ເປັນຈັງຫວະ!
ຈາກແສງໄຟນິອອນອັນຂາວນອນເທິງຫົວນອນ, ມັນໄດ້ສ່ອງແສງໃຫ້ຂ້ອຍເຫັນປຶ້ມເລື່ອງເສັ້ນທາງແຫ່ງຊີວິດ ພ້ອມດ້ວຍຮູບພາບດອກຈຳປາທີ່ພວມແຍ້ມບານ. ຂ້ອຍຟ້າວປິ່ນຫຼັງພາບມາເບິ່ງ ເຫັນລາຍມືອັນວິຈິດບັນຈົງຂຽນສະຫຼັກໃສ່ວ່າ:
“ ມອບແດ່... ອ້າຍວິຊຸນ
ເນື່ອງໃນໂອກາດຄົບຮອບວັນເກີດຂອງອ້າຍປີນີ້ ນ້ອງບໍ່ມີຫຍັງ ນອກຈາກປຶ້ມແລະຮູບພາບມອບແດ່ອ້າຍ ພ້ອມທັງຂໍສົ່ງພອນໄຊອັນປະເສີດມາຍັງອ້າຍຈົ່ງມີສຸຂະພາບພະລານາໄມເຂັ້ມແຂງ ເພື່ອສ້າງຕົນເອງໃຫ້ກາຍເປັນຊາວໜຸ່ມຜູ້ກ້າວໜ້າ ແລະປະສົບຜົນສຳເລັດໃນການສຶກສາຮໍ່າຮຽນ.
ຄວາມສຸກຄວາມຈະເລີນຈົ່ງເກີດມີແກ່ອ້າຍ
ຈາກ: ມາລີ
ເມື່ອອ່ານສຸດ ຮູ້ສຶກເຢັນສັນຫຼັງວາບບາດໜຶ່ງ, ບໍ່ຄິດເລີຍວ່າຈະໄດ້ຮັບຂອງຂວັນຈາກມາລີ... ຂ້ອຍບໍ່ເຊື່ອສາຍຕາຂ້ອຍເລີຍ. ແຕ່ຂ້ອຍຈຳຕ້ອງເຊື່ອ ເພາະຂ້ອຍບໍ່ໄດ້ຝັນ ແລະລາຍມືແບບນີ້ ກໍຕັ້ງແມ່ນຂອງມາລີເອງ! ລາຍມືຂອງນາງຂ້ອຍຈື່ໄດ້ດີ.
ຫົວໃຈທີ່ເຕັ້ນແຮງຢູ່ແລ້ວ, ຍິ່ງເຕັ້ນແຮງຂຶ້ນຊັກໄຊ້ ເມື່ອດວງໜ້າອັນຫວານຊຶ້ງຂອງມາລີໄດ້ຜຸດພົ້ນໃນດວງຄວາມຄິດ. ຖ້ອຍວາຈາທີ່ເຕັມໄດ້ດ້ວຍຄວາມໝາຍອັນເລິກເຊິ່ງຂອງນາງຄັ້ງເມື່ອຂ້ອຍຖືກສຳຫຼວດກວດກາຍັງຝັງໃນມັນສະໝອງຂອງຂ້ອຍ:
“ຢາກເປັນຊາວໜຸ່ມທີ່ກ້າວໜ້າ, ເຮົາຕ້ອງລຶບລ້າງແນວຄິດອັນບໍ່ດີຖິ້ມນັບຕັ້ງແຕ່ດຽວນີ້ ຖ້າບໍ່ດັ່ງນັ້ນ ...</description>
ຄຸນຄ່າຂອງເວລາ
ດວງຕາເວັນສູງຂຶ້ນທຽມຍອດກົກຈຳປາແລ້ວ, ຄວາມຮ້ອນເອົ້າຂອງຍາມເດືອນຫ້າໄດ້ແຜ່ກະຈາຍໄປທົ່ວ. ຂ້ອຍຢືນເອົາມືກັ້ງໂກບແນມໄປທີ່ເດີ່ນຫຍ້າກ້ອງກົກບົກດ້ວຍຫົວໃຈອັນຮ້ອນຮົນ. ພາບທີ່ສະທ້ອນເຂົ້າສູ່ດວງຕາແມ່ນຮ່າງຂອງຍິງສາວນາງໜຶ່ງຊຶ່ງຢູ່ໃນຊຸດນັກສຶກສາ ພວມນັ່ງພັບແພບອ່ານປຶ້ມດ້ວຍຄວາມຕັ້ງໃຈ. ຂ້ອຍຕັດສິນໃຈຢ່ວງບາດຕີນໄປເບື້ອງໜ້າຢ່າງວ່ອງໄວຄ້າຍຄືວ່າມີແມ່ເຫຼັກດຶງດູດເອົາ.
“ຈັ່ງແມ່ນດຸໝັ່ນເອົາແທ້ເອົາວ່າແທ້ໆນໍ, ຫົວໜ້າ” ຂ້ອຍເອີ່ຍຂຶ້ນດ້ວຍສຽງເຍີ້ຍສຽດສີ.
ຜູ້ຖືກເຍີ້ຍຖອນສາຍຕາອອກຈາກປຶ້ມທີ່ແຜ່ແບຢູ່ພື້ນຫຍ້າ ແລ້ວອວ່າຍໜ້າມາຫາຂ້ອຍດ້ວຍສີໜ້າຢາກຮ້າຍ ແຕ່ຄວາມບູດທີ່ປາກົດເທິງໃບໜ້າບໍ່ພໍນາທີນັ້ນໄດ້ຖືກຮອຍຍິ້ມທີ່ມຸມສົບລຶບເລືອນອອກໄປ.
“ບໍ່ດຸບໍ່ໝັ່ນ ເຮັດໃດຊິເສັງໄດ້!” ນາງປ່ອຍປະໂຫຍກລູກສອນໄຟໃສ່ເກືອບຂ້ອຍຫງາຍເງີບ.
“ເປັນແນວໃດ ເສັງພາກຮຽນທີໜຶ່ງໄດ້ດີຢູ່ບໍ?” ນາງຖາມຂ້ອຍທັງໆທີ່ນາງຮູ້ຄະແນນຂອງຂ້ອຍສ່ວນໃດສ່ວນໜຶ່ງແລ້ວ.
“ຊິໄດ້ຫຍັງເດ... ຕົກຕັ້ງ 2-3 ວິຊາພຸ້ນນະ!” ຂ້ອຍຕອບດ້ວຍສຽງອັນໄຮ້ພະລັງ, ທອດສາຍຕາອອກໄປຍັງຫົນທາງເບື້ອງໃຕ້ຢ່າງໝົດອາໄລຕາຍຢາກ.
“ຊິບໍ່ໃຫ້ຕົກໄດ້ແນວໃດ!?! ແນວວ່າເຈົ້າບໍ່ເບິ່ງບົດຮຽນພໍໜ້ອຍ. ແຕ່ລະມື້ແຕ່ລະວັນເຫັນແຕ່ເຈົ້າປ່ອຍປະລະເລີຍເວລາໃຫ້ສູນເສຍໄປນຳການຫິ້ຼນການຫົວທີ່ໄຮ້ສາລະ.” ສຽງຂອງນາງໄດ້ກາຍເປັນມີດແຖອັນແຫຼມຄົມເສືອດເສືອນໝາກກະດອງໃຈຂອງຂ້ອຍຢ່າງຮຸນແຮງ ຈົນເຮັດໃຫ້ຂ້ອຍປາກບໍ່ອອກພໍຄວາມ ໄດ້ແຕ່ນັ່ງເຮັດໜ້າແຫ່ວຄືຜູ້ເຖົ້າເມົາຢານີ້ລະ!
ນາງເຫັນຂ້ອຍນັ່ງຊຶງລຶງຄືແນວນັ້ນ, ຈຶ່ງເທດສະໜາຕໍ່: “ເຈົ້າຄົງຮູ້ດີແລ້ວຕິວ່າ ເວລາເປັນສິ່ງທີ່ມີຄຸນຄ່າທີ່ສຸດ ຖ້າເຮົາຮູ້ຈັກໝູນໃຊ້ ມັນກໍກາຍເປັນກ້ອນຄຳຂະໜາດມະຫຶມາທີ່ມີຄຸນຄ່າແກ່ຊີວິດເຮົາ. ກົງກັນຂ້າມ, ຖ້າເຮົາປ່ອຍປະມັນຖິ້ມໄປລ້າໆ ມັນກໍປຽບເໝືອນເສດເຫຼັກຂີ້ໝ້ຽງທີ່ຖິ້ມຢູ່ກອງຂີ້ເຫຍື້ອເທົ່ານັ້ນ. ດັ່ງນັ້ນແຫຼະ ເວລາຈຶ່ງຖືວ່າມີຄວາມສຳຄັນທີ່ສຸດຕໍ່ຊີວິດໄວໜຸ່ມຄືພວກເຮົາ. ສຳລັບຂ້ອຍຜູ້ເວົ້ານີ້ ກໍບໍ່ໄດ້ໝາຍຄວາມວ່າຂ້ອຍໝູນໃຊ້ເວລາໃຫ້ເປັນປະໂຫຍດໄດ້ທຸກຊ່ວງວິນາທີ ແຕ່ຂ້ອຍກໍໄດ້ພະຍາຍາມຝຶກຝົນຕົນໃຫ້ຮູ້ຈັກໝູນໃຊ້ເວລາ. ສ່ວນເຈົ້າເດ ເຫັນເປັນແນວໃດ?”
ຂ້ອຍມືນຕາຫຼົກໂລ້ແນມເບິ່ງໜ້າອັນຜ່ອງໃສຂອງນາງດ້ວຍຫົວໃຈທີ່ຖືກກະຕຸກຈາກເຂັມຮ້ອຍໆດວງ... ຄວາມຢາກຮ້າຍພຸ່ງພົ້ນຂຶ້ນສູ່ແນວຄິດ, ເລືອດໃນກາຍພ້ອມພາກັນແລ່ນປຸ້ມຂຶ້ນສູ່ຫົວ, ຮູ້ສຶກອອກຮ້ອນຫູວາບໆ...
“ຂ້ອຍບໍ່ຈັກແນວຊິເວົ້າດອກ!” ຂ້ອຍປ່ອຍປະໂຫຍກນີ້ອອກມາຢ່າງຍາກເຂັນ.
“ຈັ່ງຊັ້ນ ຂ້ອຍຂໍຕຳໜິເປັນທາງສ່ວນຕົວຕໍ່ເຈົ້າເລີຍວ່າໃນໄລຍະຜ່ານມາ ເຈົ້າຍັງບໍ່ທັນຍົກສູງຄຸນຄ່າຂອງເວລາ, ຍັງປ່ອຍມັນຖິ້ມໄປແບບເປົ່າປະໂຫຍດ, ຍັງມີແນວຄິດທີ່ວ່າ ເວລາໃນການຝຶກຝົນຕົນຍັງມີຫຼາຍໃນອະນາຄົດ, ສຳລັບດຽວນີ້ ຫິ້ຼນໃຫ້ມັນສົມໃຈສາກ່ອນ. ...</description>
ຫົວໃຈສີເຫືຼອງ
 ຄໍ່າຄືນນີ້ ຈິດໃຈຂອງຂ້ອຍສຸດທີ່ວ້າເຫວ່ ກະສັບກະສ່າຍ ບໍ່ເປັນປົກກະຕິ. ຄວາມຕ້ອງການຢາກພົບກ້າວຂຶ້ນສູ່ລະດັບສູງຈົນອົດກັ້ນໄວ້ບໍ່ຢູ່!!! ປຶ້ມວິຊາເສດຖະສາດທີ່ແຜ່ແບໄວ້ຕໍ່ໜ້າບໍ່ອາດສາມາດຢັບຢັ້ງໃຈໄວ້ໄດ້ອີກແລ້ວ... ຂ້ອຍລຸກອອກຈາກຕັ່ງດ້ວຍຫົວໃຈເລືອນລອຍ... ດວງໜ້າຫວານທີ່ຢາກພົບລອຍເດັ່ນຢູ່ໃນລະບົບແນວຄິດ.
ເຖິງດວງຕາຈະຝ່າມົວ ມັນກໍບໍ່ສາມາດຖ່ວງດຶງຂ້ອຍໄວ້ໄດ້. ຂ້ອຍກ້າວຂາຍ່າງລົງຄັນໄດຫ້ອງດ້ວຍຈິດໃຈອັນຮ້ອນຮົນດຸດດັ່ງໄຟສຸມຂອນ. ແສງຕາທີ່ຂ້ອນຂ້າງແຈ່ມໃສສາດໄປເບື້ອງໜ້າຢ່າງມີຄວາມຫວັງ... ຄວາມຫວັງທີ່ເລື່ອນລາງຢູ່ໃນເງົາມືດ ຊຶ່ງປາກົດຕົວຢູ່ຕໍ່ໜ້າ... ສຽງພື້ນເກີບປາອີ່ຮືກາກະປອມຄາບໜ່ວຍໂລກດີດຂີ້ຕົມທີ່ເກີດມາຈາກການຕັກນໍ້າຫົດຜັກຂອງເຫຼົ່ານັກສຶກສາດັງຕັອບແຕັບໆ. ທັນໃດ, ຂ້ອຍຕົກໃຈວາບບາດໜຶ່ງ, ເມື່ອເກີບມືນເອົາຂີ້ຕົມທີ່ລວດລາດຢູ່ຕາມທາງຍ່າງ... ຮອຍຍິ້ມທີ່ຝັງເລິກຢູ່ມຸມສົບ ຈັກວ່າມະຫັບມະຫາຍໄປທາງໃດກໍບໍ່ຮູ້? ມັນເປັນເໝືອນລາງບອກໃຫ້ຮູ້ວ່າ ຄວາມຕ້ອງການຢາກພົບດວງໜ້າຫວານຕ້ອງປະສົບກັບຄວາມຜິດຫວັງ!!ແຕ່ຂ້ອຍກໍພະຍາຍາມຄວບຄຸມຈິດໃຈບໍ່ໃຫ້ສັ່ນເຊັນ. ເມື່ອຈັ້ງທ່າໄດ້, ຂ້ອຍກໍສືບຕໍ່ຍ່າງໂດຍບໍ່ຍອມຫຼຽວຫຼັງ...
ດອກໄຟສີເຫຼືອງແກ່ສາດແສງໃສ່ໜ້າ ເຮັດໃຫ້ຂ້ອຍຈຳຕ້ອງຂະຫຍິບຕາລົງເພື່ອປ້ອງກັນຄວາມເຈັບແສບຂອງດວງຕາທີ່ອັກເສບ. ດວງໜ້າຫວານທີ່ຂ້ອຍຕ້ອງການພານພົບກຳລັງຫຍັບໃກ້ເຂົ້າມາທຸກຂະນະຈິດ, ຂ້ອຍພະຍາຍາມລະງັບຄວາມຕື່ນເຕັ້ນໄວ້...
ເປັນເວລາດົນສົມຄວນທີ່ຂ້ອຍບໍ່ໄດ້ພົບນາງ... ຄືນນີ້ແນວໃດຂ້ອຍກໍຕ້ອງໄດ້ພົບນາງແນ່ນອນ. ກ່ອນອື່ນໝົດ, ຂ້ອຍຈະສະແດງຄວາມຂອບໃຈຕໍ່ນາງທີ່ໄດ້ຊ່ວຍເຫຼືອແລະເປັນຫ່ວງຂ້ອຍ. ຈາກນັ້ນ ຂ້ອຍຈະລະບາຍຄຳເວົ້າທີ່ສຳຄັນສູ່ນາງຟັງ... ແຕ່ເມື່ອມາຮອດໜ້າປະຕູຫໍພັກຍິງ, ຫົວໃຈຂອງຂ້ອຍເກືອບຢຸດເຕັ້ນ... ແສງຕາທີ່ຟ່າຟາວຢູ່ແລ້ວ ຍິ່ງມືດມົວລົງຕື່ມອີກ! ແນມເຫັນສີແດງກາຍເປັນສີເຫຼືອງ... ຮອຍຍິ້ມທີ່ກຽມມາແຕ່ຫໍພັກຖືກມັດມ້ຽນແຈບຈົມຢູ່ໃນຫຼືບຫົວໃຈ... ດວງໜ້າທີ່ແດງເຮື່ອໄປດ້ວຍເລືອດຝາດກັບເຫຼືອງຫຼ່າລົງຢ່າງໜ້າສົມເພດ... ເຫື່ອແຮງຈັກວ່າໜີໄປທາງໃດໝົດບຸ໊! ຂ້ອຍໄດ້ແຕ່ຍ່າງກົ້ມໜ້າຫຼຽວເບິ່ງພື້ນລະບຽງຫໍພັກຍິງດ້ວຍຈິດໃຈອັນຫົດຫູ່ເປົ່າປ່ຽວອ້າງວ້າງ...
“ນາງຍັງບໍ່ທັນມາແຕ່ລວມ!” ຂ້ອຍລຶ້ມຄຳເວົ້າຂອງເພື່ອນຮ່ວມຫ້ອງນອນຂອງນາງດ້ວຍສຽງແຜ່ວເບົາ ແລ້ວພາຮ່າງອັນເບົາຫວິວກັບຄືນສູ່ຫ້ອງຮຽນ. ຍ່າງຄາວດຽວ, ກໍມາຮອດໜ້າຫ້ອງ, ຈັກວ່າມາຮອດຍາມໃດກໍບໍ່ຮູ້! ສຽງໂອ້ລົມສົນທະນາວິຊາເສດຖະສາດຂອງບັນດາໝູ່ຮ່ວມຫ້ອງດັງແວ້ວເຂົ້າຫູ.
“ອາທິດໜ້າກໍຈະເສັງຈົບວິຊານີ້ແລ້ວ!” ຂ້ອຍຕັດສິນໃຈຢ່າງແຂງຂັນ ຍ່າງເຂົ້າມານັ່ງຄົ້ນຄວ້າບົດຮຽນຕໍ່... ສະມາທິທີ່ແຕກຊ່ານ, ຄວາມຄິດທີ່ກະຈາຍໄປທົ່ວທີບຖືກຂ້ອຍຕ້ອມເຂົ້າມາໃນຫົວ... ...</description>
ເຄັດລັບສູ່ຄວາມສຳເລັດ
ບາງຄັ້ງຢາກຂຽນເລື່ອງໃດເລື່ອງໜຶ່ງລົງໃນບລັອກ ແຕ່ກໍໄດ້ແຕ່ນັ່ງຈຶ້ງເບິ່ງໜ້າຈໍຄອມເປັນຕັ້ງຫຼາຍສິບນາທີ ໂດຍທີ່ປາຍນິ້ວທັງສິບບໍ່ຍອມເຄື່ອນໄຫວຫຍັງເລີຍ... ຊຶ່ງກໍໄດ້ເຮັດໃຫ້ຈິດໃຈມີຄວາມຫົດຫູ່ ຄິດຄຽດໃຫ້ຕົນເອງທີ່ສະໝອງບໍ່ຍອມເຮັດວຽກ... ອາການແບບນີ້ຄົງເປັນຍ້ອນບໍ່ມີເລື່ອງໃດມາກະຕຸກຊຸກຍູ້ໃຫ້ຄວາມຢາກນັ້ນລະລາຍເປັນຕົວອັກສອນ...
ມື້ກ່ອນໄດ້ໄປຮ້ານຂາຍປຶ້ມແຫ່ງໜຶ່ງແຖວດົງໂດກ ໄດ້ຊື້ປຶ້ມ “ເຄັດລັບສູ່ຄວາມສຳເລັດ” ຊຶ່ງເປັນປຶ້ມຮິບໂຮມຄຳຄົມ ຄຳສຸພາສິດ ທີ່ສອນໃຫ້ຄົນມີແລວທາງກ້າວໄປສູ່ຜົນສຳເລັດໃນຊີວິດ... ເງິນຈຳນວນຊາວຫ້າພັນ ສາມາດຊື້ເຂົ້າປຽກກິນໄດ້ຕັ້ງສີ່ຖ້ວຍ, ແຕ່ກໍບໍ່ຮູ້ສຶກເສຍດາຍ ເພາະກຸ່ມຕົວອັກສອນທີ່ລຽງລາຍໃນແຕ່ລະໜ້າຂອງປຶ້ມນັ້ນ ມັນມີຄຸນຄ່າສູງກວ່າເງິນທີ່ຈ່າຍໄປຫຼາຍເທົ່າໂຕ. ນຳກັບມາຮອດເຮືອນແລ້ວ ສະມາຊິກພາຍໃນຄອບຄົວກໍຜັດປ່ຽນກັນອ່ານແລະກໍມີການວິຈານຖົກຖຽງແຕ່ລະຄຳຄົມ ແຕ່ລະຄຳສຸພາສິດ ເຮັດໃຫ້ບັນຍາກາດພາຍຫຼັງກິນເຂົ້າແລງຊ່າງຟົດຟຶ້ນນຳຄຳຄົມເຫຼົ່ານັ້ນ...
ມີບາງຄຳຄົມ ເມື່ອອ່ານແລ້ວເຮັດໃຫ້ຕ້ອງໄດ້ຄຶດຫງຳ ແລະນຳໄປປະຕິບັດ ເຊັ່ນ “ສຸດຍອດສິລະປະການປາກເວົ້າສົນທະນາກໍຄື ຢ່າເວົ້າສິ່ງທີ່ເຮົາຢາກເວົ້າ, ຈົ່ງເວົ້າສິ່ງທີ່ຄົນອື່ນຢາກຟັງ”, “ການແລ່ນຈະມີປະໂຫຍດອັນໃດ ຖ້າຫາກແລ່ນຜິດທາງ”, “ຄົນອ່ານໜັງສືໄດ້ ແຕ່ບໍ່ອ່ານ ກໍສໍ່າດຽວກັນກັບຄົນກືກໜັງສື ເພາະທັງສອງຄົນຈະບໍ່ໄດ້ປະໂຫຍດຫຍັງຈາກໜັງສື” ແລະຄຳຄົມອື່ນໆອີກຕັ້ງຫຼາຍພັນບົດ... </description>
ຝັນແຕ່ເຊົ້າ
		<description>ຕື່ນແຕ່ເຊົ້າ ນຳເອົາລົດເກັງຄູ່ຊີບຄັນເກົ່າອອກລ້າງ ເພື່ອຊິໄດ້ໄປຮັບໃຊ້ຫົວໜ້າຕອນບ່າຍມື້ນີ້. ທັງລ້າງທັງຝັນຫວານຢາກໄດ້ລົດຄັນໃໝ່ມາປ່ຽນຄັນເກົ່າ... ໄດ້ແຕ່ຄິດ ເພາະບໍ່ຮູ້ຄືກັນວ່າຈະຫາເງິນດ້ວຍວິທີໃດມາຊື້ລົດອອກຈາກຫ້າງ ແຕ່ກໍຍັງມີຄວາມຫວັງຍ້ອນມີໃບຫວຍພັດທະນາຊຶ່ງລາງວັນທີ 1 ໄດ້ລົດແມັດເຊິເດັດຂອງເຢຍລະມັນ... ຫາກໂຊກຫຼົ່ນທັບກໍມີຫວັງໄດ້ຈັດງານລ້ຽງເຊີນໝູ່ຮັກເພື່ອນແພງທັງຫຼາຍມາຊຸມແຊວລ້າງລົດໃໝ່ໃຫ້ສົມໃຈໄປເລີຍ... ລົດເກົ່ານີ້ກໍຈະຂາຍອອກ ໄດ້ຈັກສີ່ຊ້າຫ້າພັນຫຼຽນມາໃຫ້ແມ່ອີ່ນ້ອຍອອກເງິນມື້ຢູ່ຕະຫຼາດນ້ອຍ ກໍຄົງເກີດດອກອອກຜົນບໍ່ແມ່ນໜ້ອຍ... ຮອດເວລານັ້ນມາ ພະນັກງານຂັບລົດເງິນເດືອນໜ້ອຍຢ່າງເຮົາກໍຄົງມີໜ້າມີຕາໃນສັງຄົມນຳເຂົາແດ່... ລູກສາວກັບລູກຊາຍ ກໍຈະສົ່ງໃຫ້ໄປຮຽນຢູ່ໂຮງຮຽນເອກະຊົນທີ່ມີສອນພາສາອັງກິດ-ຄອມພິວເຕີຕັ້ງແຕ່ຢູ່ປໍໜຶ່ງ... ບາດພວກເຂົາຮຽນຈົບມໍປາຍແລ້ວ ກໍຈະໃຫ້ເສັງເອົາທຶນໄປຮຽນຕໍ່ຢູ່ຕ່າງປະເທດ... ຕ້ອງໃຫ້ພວກເຂົາເລືອກຮຽນວິຊາທີ່ກ່ຽວຂ້ອງກັບເລື່ອງເງິນໆຄຳໆ ເປັນຕົ້ນ ການຄ້າຕ່າງປະເທດ ຫຼືບໍ່ກໍແມ່ນທາງດ້ານບໍລິຫານທຸລະກິດ... ຖ້າມີລູກເປັນນັກທຸລະກິດ ເວລາເຮົາກັບແມ່ອີ່ນ້ອຍອອກບຳນານແລ້ວ ກໍຄົງຍຸທ່າງນອນກິນນັ່ງກິນ ທັງລູກຊາຍແລະລູກສາວຄົງແບ່ງເງິນໃຫ້ມາໃຊ້... ຮອດຍາມນັ້ນມາ ແມ່ອີ່ນ້ອຍກໍຄົງແອ່ວໃຫ້ເຮົາພາໄປທ່ຽວຕ່າງປະເທດ ໄປຊອກກິນອາຫານແປກໆຕາມພັດຕາຄານຫຼູຫຼາລາຄາແພງໆ...
“ຂ້ຽວລ້າງໄວໆແດ່. ຊິຮອດເຈັດໂມງເຄິ່ງແລ້ວເດ! ຈັກໜ້ອຍໄປການບໍ່ທັນໄດ໋!” ສຽງແມ່ອີ່ນ້ອຍຮ້ອງໃສ່ມາແຕ່ເຮືອນຄົວທີ່ແອ້ມດ້ວຍສັງກະສີຂາດໆ...
“ເອີ! ໃກ້ຊິແລ້ວໆ. ເຈົ້າກຽມເຄື່ອງໃຫ້ລູກໄປໂຮງຮຽນແລ້ວລະຫວາ?”
“ບໍ່ມີບັນຫາດອກ! ບັກໃຫຍ່ຍ່າງໄປໂຮງຮຽນແລ້ວ. ສ່ວນອີ່ນ້ອຍ ບາດພວກເຮົາໄປການ ກໍແວ່ສົ່ງຢູ່ອະນຸບານເລີຍ!”
“ລູກປັ້ນເຂົ້າເຊົ້າລະຫວາ?”
“ປັ້ນແລ້ວ! ຍັງແຕ່ເຈົ້າຫັ້ນລະ! ໄວໆແດ່!”
ຝັນຫວານມະຫັບມະຫາຍໄປ ກາຍເປັນຄວາມຈິງທີ່ຕ້ອງຜະເຊີນໜ້າກັບມັນ... ຟ້າວລ້າງລົດໃຫ້ແລ້ວ ແຕ່ເຖິງຈະລ້າງແນວໃດກໍຕາມ ຄວາມເກົ່າໝາງຂອງມັນກໍຍັງສະແດງອອກແບບທີ່ເຮົາຕ້ອງຍອມຮັບ... ເອີ! ເຮົາຕ້ອງບໍ່ລືມວ່າ ຕອນບ່າຍຕ້ອງໄປສົ່ງຫົວໜ້າຢູ່ຄິວລົດເມສາຍເໜືອ ... ເມື່ອໃສ່ເຄື່ອງນຸ່ງພະນັກງານເປັນທີ່ຮຽບຮ້ອຍ ...</description>