ສາຍ ລົມ​ພັດ​ມາ​ຄ່ອຍໆ… ​ເຖິງ​ຄື້ນລົມ​ຈະ​ນ້ອຍ ​ແຕ່​ກໍ​ເຮັດ​ໃຫ້​ຄວາມ​ຮ້ອນ​ທີ່​ເຜົາ​ຜານ​ຮ່າງຄີງ​ກໍ​ຄ່ອຍ​ຫຼຸດລົງ​ໄປ​ຫຼາຍ​ ເຕີບ… ສາຍຕາ​ອັນ​ຝ່າ​ມົວ​ທອດ​ໄປ​ຍັງ​ສາຍ​ນ້ຳຫ້ວຍ​ທີ່​ໄຫຼ​ເລື່ອຍ​ລົງ​ສູ່​ຄ້ອຍ​ຊັນ ​ຂອງ​ໜ້າດິນ​ທ່າມກາງ​​ແສງ​ແດດ​ອັນ​ຮ້ອນ​ກ້າ​ທີ່​ແຜ່​ຄຸມ​ລົງ​ໃສ່​ຈົນ​ເກີດ​ ເປັນ​ປະກາຍ​ແວວ​ວັບ​ເຫຼື້ອມລະ​ຍິບລະ​ຍັບ​ດຸດ​ດັ່ງ​ມະນີ​ໂຊ​ແກ້ວ​ປະ​ເສີດ​ທີ່ ​ວາງ​ຂາຍ​ຢູ່​ຕາມ​ຫ້າງ​ຮ້ານ​ອັນຍະ​ມະນີ…

ຫຼາຍປີ​​ແລ້ວທີ່​ບໍ່​ໄດ້ ​ມາ​ນັ່ງ​ເບິ່ງ​ສາຍ​ນ້ຳ​ໄຫຼຢູ່​ນະ​ສາຍ​ຫ້ວຍ​ແຫ່ງ​ນີ້ ຍ້ອນ​ພາລະ​ໜ້າ​ທີ່​ທີ່​ຕ້ອງ​ຈຳ​ຈາກ​ຈອນ​ແດນ​ບ້ານ​ເກີດ​ໄປ​ສູ່​ປະ​ເທດ​ອື່ນ​ ເພື່ອ​ການ​ສຶກສາ… ​ແຕ່​ມາ​ບັດ​ນີ້ ທັງໆ​ທີ່​ສຽງ​ນ້ຳ​ໄຫຼດັງ​ຊວດ​ຊາດ ​ແຕ່​ຄວາມ​ງຽບເຫງົາ​ຊ້ຳພັດ​ເຂົ້າມາ​ຢ້ຽມຢາມຫົວ​ໃຈ​ແບບ​ບໍ່​ໄດ້​ນັດ​ໝາຍ ​ເມື່ອ​ຫວນ​ຄືນ​ອະດີດ​ຄັ້ງທີ່​​ເຄີຍມີນາ​ງ​ມາ​ນັ່ງ​ຄຽງ​ໃກ້… ພຽງ​ແຕ່ 4 ປີ​ທີ່​ຫ່າງ​ຈາກ​ກັນ ສາຍສຳພັນ​ທີ່​ເຄີຍ​ແໜ້ນ​ແຟ້ນ ຖືກ​ມາຍ​ອອກ​ດ້ວຍ​ນ້ຳມື​ຂອງ​ນາງ… ​ບັດ​ເຊີນ​ເຂົ້າຮ່ວມ​ງານ​ດອງ​ທີ່​ຈະ​ຈັດ​ຂຶ້ນຢູ່​ພັດ​ຕາ​ຄານ​ຊ້າງ​ເຜືອກ​ໃນ​ ຕອນ​ແລງ​ມື້​ນີ້​ຍັງ​ນອນ​ແຜ່​ຄວາມ​ຮ້ອນຮົນຢູ່​ໃນອຸ້ງມື… ຄວາມ​ເຈັບ​ຊ້ຳລະກຳ​ໃຈ​ແຕກ​ກະຈາຍ​ໄປ​ທົ່ວ​ຮ່າງຄີງ​ ປານ​ປະ​ໜຶ່ງ​ເກີດ​ແຜ່ນດິນ​ຢູ່​ເຮ​ອິຕິ! ​ໂອ້! ນີ້​ຫວະ​…ຄວາມ​ຮັກ! ຄວາມ​ຮັກ​ທີ່​ປະສົບ​ກັບ​ຄວາມ​ຜິດ​ຫວັງ! ນີ້ລະ​ນໍ ອາການ​ຂອງ​ຄົນ​ອົກ​ຫັກ ຄົນ​ທີ່​ຖືກ​ເຂົາ​ທຳລາຍ​ໝາກ​ຫົວ​ໃຈ… ​ເຖິງ​ຈະ​ເຈັບ​ຈະ​ປວດ​ກໍ​ຈະ​ທົນ… ສູ້​ທົນ​ເພື່ອ​ອະນາຄົດ​ ບໍ່​ຍອມ​ພ່າຍ​ແພ້​ຕໍ່​ອາການ​ທີ່​ແສນ​ເຈັບ​ປວດ​ນີ້… ລາ​ກ່ອນ​ຄວາມ​ງຽບ​ເຫງົາ​ເສົ້າຊວງ…

ຈື່ໄດ້ວ່າ ເມື່ອຕອນອາຍຸສີ່ປີປາຍຍ່າງເຂົ້າຫ້າປີນັ້ນ ເວລາແມ່ໄປຕະຫຼາດ ເພິ່ນມັກຈະພາຂ້ອຍໄປນຳ. ຂ້ອຍຈະຊ່ອຍເພິ່ນຫິ້ວກະຕ່າຕອນຂາໄປ ແຕ່ຕອນຂາກັບແມ່ນແມ່ເປັນຜູ້ຫິ້ວ ເພາະມີຜັກນາງອາງຫຍ້າພ້ອມດ້ວຍຊີ້ນປາອາຫານຊະນິດອື່ນໆເຕັມຍັດ. ຂ້ອຍເຄີຍລອງຫິ້ວເບິ່ງ ປາດຕິໂທ້! ໜັກເອົາແທ້ເອົາວ່າ. ແມ່ບອກວ່າໃຫ້ໃຫຍ່ສູງສໍ່າແມ່ກ່ອນຈຶ່ງຄ່ອຍຫິ້ວ. ຂ້ອຍໄດ້ແຕ່ເອົາມືລູບຫົວທີ່ມີຜົມພໍເປັນຕໍຊຶ່ງຫາກໍຕັດຊົງເປີດໃໝ່ໆ… ຕອນທີ່ເລາະຕະຫຼາດກັບແມ່ໃນບາງຄັ້ງ ກໍຈະເຫັນແມ່ຄ້າຊາວຂາຍຈາກຊົນນະບົດເອົາອາຫານແປກໆມາວາງຂາຍ ໃນນັ້ນກໍມີທັງອີ່ຮວກທີ່ລອຍດິ້ນແດ່ວໆແຫຍ້ກັນໃນນໍ້າໜ້ອຍໆຂອງຊາມນ້ອຍອະລຸມີນຽມ. ຂ້ອຍເຄີຍແອ່ວໃຫ້ແມ່ຊື້ ເພາະຂ້ອຍຢາກເອົາໄປລ້ຽງ. ແຕ່ແມ່ບອກວ່າຮວກເອົາໄປລ້ຽງບໍ່ໄດ້ ມີແຕ່ເອົາໄປເຮັດໝົກ ຫຼືບໍ່ກໍເຮັດເອາະ. ໄດ້ຍິນແນວນັ້ນ ຂ້ອຍຮູ້ສຶກອິຕົນພວກຮວກນ້ອຍເຫຼົ່ານັ້ນເປັນຢ່າງຍິ່ງ ຈຶ່ງປ່ຽນໃຈ. ໃກ້ໆກັບຊາມຮວກ ກໍມີກອງເມັດສີຂາວນ້ອຍໆປະປົນໄປກັບມົດແດງໂຕໃຫຍ່ໆທີ່ນອນຫງາຍທ້ອງຫຼາຍໂຕ. ຂ້ອຍສໍ້ແມ່ວ່າອັນນີ້ແມ່ນຫຍັງ. ແມ່ຍິ້ມພ້ອມທັງບອກວ່າແມ່ນໄຂ່ມົດສົ້ມ. ຂ້ອຍປະຫຼາດໃຈວ່າໄຂ່ມົດກໍກິນໄດ້ຫວາ. ແມ່ວ່າແຊບດີ ຖ້າເອົາໃສ່ແກງສົ້ມປາຄໍ່. ແມ່ອະທິບາຍຈົບ ເພິ່ນກໍບອກໃຫ້ແມ່ຕູ້ຜູ້ຂາຍຫໍ່ໃສ່ຕອງ ພ້ອມທັງຍື່ນເງິນໃບຫ້າກີບໃຫ້. ແມ່ຕູ້ຍື່ນໃບ 1ກີບ 3ໃບໃຫ້ແມ່ຄືນ. ຄາບເຂົ້າແລງມື້ນັ້ນ ແມ່ໄດ້ເຮັດແກງປາຄໍ່ໃສ່ໄຂ່ມົດສົ້ມ. ຂ້ອຍກິນຫຼາຍເອົາແທ້ເອົາວ່າ ໂດຍສະເພາະແມ່ນໄຂ່ມົດ ຮູ້ສຶກວ່າມັນຕິດລິ້ນມັນປາກອີ່ຫຼີ. ຈົນພໍ່ເວົ້າຢອກວ່າ ກິນໄຂ່ມົດຫຼາຍລະວັງຊິເປັນອ້າຍມົດແດງເດີ!

ມີມື້ໜຶ່ງຫ່າງຈາກມື້ທີ່ກິນແກງສົ້ມປາຄໍ່ໄປຫຼາຍອາທິດເຕີບ, ຂ້ອຍກັບມາແຕ່ໂຮງຮຽນອານຸບານແລ້ວ ກໍແລ່ນໄປຫຼິ້ນຂີ້ດິນຢູ່ໜ້າເຮືອນ. ເອົາໄມ້ຄວັດເຂ່ຍດິນຫຼິ້ນໄປມາ ບັງເອີນສາຍຕາໄປຈວບເອົາຂວຍມົດແດງຊາຍ ທີ່ເຕັມໄປດ້ວຍໄຂ່ມົດສີຂາວໆນ້ອຍໆໃກ້ໆກັບຝາກຳແພງເຮືອນ. ຄວາມມັນຂອງໄຂ່ມົດສົ້ມຍັງຕິດລິ້ນຢູ່, ເມື່ອເຫັນໄຂ່ມົດແດງຊາຍເຕັມຢູ່ພື້ນດິນແນວນັ້ນ ຂ້ອຍກໍບໍ່ລໍຊ້າ ຢິບຂຶ້ນມາປ່ອນໃສ່ປາກຫຍໍ້າ… ລົດຊາດບໍ່ຄືກັບໄຂ່ມົດທີ່ແມ່ເອົາໃສ່ໃນແກງສົ້ມປາຄໍ່ຊໍ້າ ແຕ່ປານນັ້ນ ຂ້ອຍຍັງສືບຕໍ່ຢິບປ່ອນໃສ່ປາກ… ແຕ່ຂ້ອຍຕ້ອງຢຸດຊະງັກ ເມື່ອມີສຽງດັງຈາກໜ້າກໍາແພງເຮືອນ:

“ແມ່ນ້ອຍເອີຍ! ບັກນ້ອຍມັນກິນມົດແດງຊາຍເດີ!”

ລຸງຈານພີນັ້ນເອງທີ່ຍ່າງເຂົ້າມາພໍ້ ແລະຮ້ອງບອກແມ່ຂ້ອຍ. ແມ່ຟ້າວແລ່ນອອກມາແຕ່ເຮືອນຄົວ ດຶງແຂນຂ້ອຍໃຫ້ລຸກຂຶ້ນ ພ້ອມທັງໃຊ້ມືຂອງເພິ່ນປັດໄຂ່ມົດແດງຊາຍອອກຈາກມືຂ້ອຍ. ຍັງບໍ່ພໍແມ່ເອົາມືມາປັດປ່າຍປາກຂ້ອຍນຳ. ເຮັດໃຫ້ຄວາມສຸກນ້ອຍໆໃນການຫຍໍ້າໄຂ່ມົດມະຫັບມະຫາຍໄປຢ່າງບໍ່ເຫຼືອຫຼໍ…

“ໄຂ່ມົດແດງຊາຍບໍ່ຄືກັບໄຂ່ມົດສົ້ມໄດ໋, ລູກເອີຍ! ເພິ່ນບໍ່ພາກັນກິນໄດ໋! ”

“ລູກກະດຽວວ່າກິນໄດ້ຊັ້ນດອກ!”

ທຸກຄັ້ງທີ່ໄດ້ກິນແກງປາຄໍ່ໃສ່ໄຂ່ມົດສົ້ມ ຂ້ອຍອົດທີ່ຈະຄິດເຖິງພາບແຫ່ງຄວາມຫຼັງຄັ້ງທີ່ຍັງໄຮ້ດຽງສາບໍ່ໄດ້ ເຖິງວ່າເຫດການດັ່ງກ່າວຈະຜ່ານພົ້ນໄປຫຼາຍສິບປີມາແລ້ວກໍຕາມ…

ທຸກຄັ້ງທີ່ລູກສາວຫຼ້າເຂົ້າອາບນໍ້າ ສຽງຮ້ອງເພງອັນແຈດແຫຼມປະສານກັບສຽງຖອກນໍ້າດັງໂຈ້ກໆກໍຈະດັງລອດອອກມາຈາກຫ້ອງນໍ້າຊອດເຖິງຫ້ອງໂຖງບ່ອນທີ່ຂ້ອຍນັ່ງອ່ານປຶ້ມ… ສຽງຮ້ອງຂອງລູກສາວ ເຮັດໃຫ້ຂ້ອຍອົດບໍ່ໄດ້ທີ່ຈະຫວນຄືນຫຼັງຄາວທີ່ຍັງສອນບ່າວ… ຕອນນັ້ນຂ້ອຍຫາກໍຮຽນຢູ່ ມ.4 ຄຽງຄູ່ກັບການຮຽນແລ້ວ ຂ້ອຍຍັງເຄື່ອນໄຫວນອກຫຼັກສູດ ຄືເຂົ້າຮ່ວມໃນໜ່ວຍສິລະປະຂອງໂຮງຮຽນ ໂດຍເປັນສະມາຊິກຂອງໜ່ວຍຟ້ອນແລະໜ່ວຍຮ້ອງ… ເມື່ອຮອດໂມງເລີກຮຽນແລ້ວ ບັນດານັກຮຽນທັງຫຼາຍກໍຈະໄປເຄື່ອນໄຫວກິດຈະກຳຕາມຄວາມຖະໜັດຂອງຕົນ, ບາງພ່ອງກໍລົງສວນຖືບົວຫົດຜັກ, ບາງພ່ອງກໍຖືບານລົງເດີ່ນ ມີທັງບານສົ່ງ-ບານເຕະ-ກະຕໍ້ຫວາຍ… ສ່ວນຂ້ອຍກໍພາຍຖົງປຶ້ມ-ຈັບກິຕ້າຍ່າງໄປຍັງຫ້ອງທີ່ນັດໝາຍກັນຊ້ອມຟ້ອນແລະຮ້ອງເພງ. ເມື່ອຍ່າງໄປຮອດ ກໍເຫັນໝູ່ຫຼາຍຄົນທັງຍິງແລະຊາຍທີ່ເປັນສະມາຊິກສິລະປະມານັ່ງລໍຖ້າຢູ່ກ່ອນແລ້ວ…

“ມື້ນີ້ ພວກເຮົາຈະຊ້ອມຮ້ອງເພງກ່ອນ ຫຼັງຈາກນັ້ນຈຶ່ງຈະຊ້ອມຟ້ອນ.” ຫົວໜ້າສິລະປະປະຈຳຊັ້ນກ່າວຂຶ້ນດ້ວຍສຽງຫວານໃສ ຊຶ່ງຊ່າງເຂົ້າກັບໃບໜ້າອັນຂາວນວນໃສງາມນັ້ນແທ້ໆ.

ຂ້ອຍເອົາກິຕ້າຍື່ນໃຫ້ວິມານຊຶ່ງລາວລືມເອົາຂອງລາວມາ… ເມື່ອທຽບກັນແລ້ວ ກິຕ້າຂອງລາວໃໝ່ແລະດີກວ່າຂອງຂ້ອຍຫຼາຍ ເພາະຂອງລາວຍີ່ຫໍ້ຢາມາຮາຄັກແນ່ ສ່ວນຂອງຂ້ອຍເມດອິນຫວຽດນາມ. ແຕ່ກໍໄຄກວ່າບໍ່ມີ. ເມື່ອວິມານເຄັ່ງສາຍກິຕ້າເປັນທີ່ຮຽບຮ້ອຍແລ້ວ ລາວກໍສັ່ງໃຫ້ຂ້ອຍຮ້ອງເພງທີ່ລາວແຕ່ງ ຊຶ່ງຂ້ອຍຍັງຈື່ບໍ່ໄດ້ຄັກ ຈຳຕ້ອງເອົາເນື້ອມາເບິ່ງນຳ. ພໍແຕ່ຂ້ອຍອ້າປາກຮ້ອງຂຶ້ນ ເພື່ອນທຸກຄົນຕ່າງກໍແນມມາເບິ່ງຂ້ອຍເປັນຈຸດດຽວ ເຮັດໃຫ້ໜ້າຂອງຂ້ອຍຮ້ອນວູບເປັນບາດໆ… ກວ່າຈະຮ້ອງຈົບ ເຫື່ອກໍຈົນວ່າຊັດອອກ. ວິມານທັງດີດກິຕ້າທັງແນມເບິ່ງຂ້ອຍຢ່າງບໍ່ສົບອາລົມປານໃດ…

“ສຽງຮ້ອງຂອງໂຕຢາກແຫບໄປໜ້ອຍໜຶ່ງ. ເວລາແກ່ສຽງກໍຍັງເຮັດບໍ່ໄດ້ດີ ຍ້ອນແຮງປອດຍັງອ່ອນນ້ອຍເກີນໄປ. ໂຕຕ້ອງໄດ້ຝຶກຝົນຕື່ມ!” ວິມານໃຫ້ຄຳເຫັນ ເຮັດໃຫ້ຂ້ອຍຮູ້ສຶກສີອາຍໆເພື່ອນສະມາຊິກນຳກັນວາດໃດວາດໜຶ່ງ. ເພື່ອເປັນການແກ້ໜ້າ ຂ້ອຍກໍເລີຍຖືໂອກາດຂໍຄຳແນະນຳຈາກວິມານຜູ້ມີຄວາມຊ່ຽວຊານທາງດ້ານດົນຕີແລະການຮ້ອງ. ລາວແນະນຳໃຫ້ຂ້ອຍລົງມຸດນໍ້າແຕ່ເຊົ້າ ແລະໃຫ້ແຂກສຽງໃນນໍ້ານັ້ນຈົນສຸດລຳຄໍ. ແລະອີກອັນໜຶ່ງຖ້າເຮັດໄດ້ແມ່ນດີ ຄືເອົາຕ່ອນນໍ້າມັນໝູສໍ່ານິ້ວມືຮ້ອຍໃສ່ເສັ້ນດ້າຍ ແລ້ວໃຫ້ກືນລົງຄໍ. ເມື່ອຕ່ອນມັນໝູລົງຮູຄໍເລິກເຕີບແລ້ວ ໃຫ້ດຶງຂຶ້ນ ແລ້ວກືນລົງໃໝ່ ດຶງຂຶ້ນ ເຮັດຈັ່ງຊີ້ຈັກສິບເທື່ອ. ພ້ອມກັນນັ້ນ ກໍໃຫ້ຄະລຳຂອງກິນ ຄືບໍ່ໃຫ້ກິນເຜັດຫຼາຍ ເຄັມຫຼາຍ ແລະຫ້າມດື່ມນໍ້າເຢັນ ແລະປະເພດທີ່ມີທາດເຫຼົ້າ…

ຍ້ອນຢາກເປັນນັກຮ້ອງສຽງດີມີຊື່ສຽງໃນໂຮງຮຽນ ຂ້ອຍຈຶ່ງປະຕິບັດຕາມຄຳແນະນຳຂອງວິມານ: ທຸກໆເຊົ້າຕື່ນຂຶ້ນມາ ຂ້ອຍຟ້າວແລ່ນໄປຫາຟຸ້ຍນໍ້າ ກົ້ມໜ້າລົງໃສ່ນໍ້າທີ່ເຕັມຟຸ້ຍນັ້ນ ແລ້ວແຫກປາກຮ້ອງຈົນສຸດສຽງ. ຍ້ອນຮ້ອງທັ່ງໃສ່ນໍ້າ ສຽງແຂກຂອງຂ້ອຍຈຶ່ງບໍ່ໄດ້ໄປລົບກວນຄົນໃນເຮືອນ ແລະເພື່ອນບ້ານໃກ້ຄຽງ… ຂ້ອຍເຮັດແນວນັ້ນເປັນເດືອນ ຮູ້ສຶກວ່າໄດ້ຜົນດີສົມຄວນ… ທຸກເທື່ອທີ່ໄປຊ້ອມຮ້ອງເພງ ຫົວໜ້າສິລະປະປະຈຳຊັ້ນມັກຈະຍ້ອງຂ້ອຍວ່າສຽງໃສຂຶ້ນກວ່າເກົ່າ… ແຕ່ກໍຍັງບໍ່ເປັນທີ່ພໍໃຈຂອງວິມານ ລາວໄດ້ຖາມຂ້ອຍວ່າໄດ້ເອົານໍ້າມັນໝູລ່ອງຄໍແລ້ວຫວາ? ຂ້ອຍບອກລາວວ່າ ຍັງບໍ່ທັນໄດ້ເຮັດເທື່ອ ກຳລັງຊອກຫາຕ່ອນນໍ້າມັນໝູຢູ່… ລາວເວົ້າເນັ້ນຕື່ມອີກວ່າ ຖ້າຢາກເປັນນັກຮ້ອງສຽງໃສແທ້ໆ ຕ້ອງເຮັດໃຫ້ໄດ້ ຄັນບໍ່ຊັ້ນກໍຢ່າຫວັງຊິໄດ້ເປັນນັກຮ້ອງນໍາເຂົາ… ໃນທີ່ສຸດ ຂ້ອຍກໍຊອກນໍ້າມັນໝູຕ່ອນຄານິ້ວມືໄດ້ ຈຶ່ງລອງປະຕິບັດການຕາມຄຳແນະນຳຂອງວິມານ… ເມື່ອຮ້ອຍໃສ່ສາຍນິລົງເປັນທີ່ຮຽບຮ້ອຍແລ້ວ ຂ້ອຍກໍລອງປ່ອນເຂົ້າປາກ ໂດຍແຫງນໜ້າຂຶ້ນຈົນລຳຄໍຕັ້ງສາກ… ຂ້ອຍຄ່ອຍໆຢ່ອນຕ່ອນນໍ້າມັນເຂົ້າປາກ ພະຍາຍາມບັງຄັບຮູຄໍໃຫ້ກວ້າງອອກ ພໍແຕ່ຕ່ອນນໍ້າມັນແຕະເຖິງລິ້ນໄກ່ ຂ້ອຍກໍຮູ້ສຶກປຸ້ນທ້ອງ ຈັກວ່າຫຼົງຮາກອອກແຕ່ຍາມໃດກໍບໍ່ຮູ້, ຕ່ອນນໍ້າມັນຕົກລົງດິນຈົນວ່າເປື້ອນໝົດ… ຂ້ອຍກັດແຂ້ວ ອົດທົນຕໍ່ສິ່ງດັ່ງກ່າວ ດ້ວຍການນຳເອົາຕ່ອນນໍ້າມັນໄປລ້າງ ແລະທົດລອງອີກໃໝ່ ເພື່ອຈະໄດ້ເປັນນັກຮ້ອງຕົວຈິງສຽງຈິງນຳເຂົາ… ປ່ອນລົງເທື່ອສອງສຳເລັດຜົນ ຕ່ອນນໍ້າມັນຖືກກືນລົງຄໍຢ່າງງ່າຍດາຍ… ແຕ່ຫົວໃຈຂອງຂ້ອຍເກືອບຢຸດເຕັ້ນ ເພາະສາຍນິລົງທີ່ຮ້ອຍຕ່ອນນໍ້າມັນນັ້ນຫຼຸດອອກຈາກຕ່ອນນໍ້າມັນເສຍແລ້ວ ເຮັດໃຫ້ມັນຄາຢູ່ຄໍ ກືນລົງກໍບໍ່ໄດ້ ຈະຄາກອອກມາກໍບໍ່ອອກ ເຮັດໃຫ້ຂ້ອຍຂາດລົມຫາຍໃຈໄປຊົ່ວຂະນະ ຊຶ່ງເປັນຜົນໃຫ້ຮູ້ສຶກວິນຫົວເຂົ້າກັບບາດປານໃຈຊິຂາດ… ໄຄແຕ່ແມ່ມາເຫັນທັນ ເພິ່ນໄດ້ໃຊ້ມືຕົບຫຼັງຂ້ອຍບັກແຮງໆ ຕ່ອນນໍ້າມັນໝູຫຼຸດອອກຈາກຄໍແລະຕົກລົງພື້ນ…

“ຈັ່ງແມ່ນຊາດນໍ ຊອກຫາເຮັດແຕ່ແນວຊິຕາຍຍ້ອນ!” ແມ່ທັງເວົ້າທັງຈັບເອົາຕ່ອນນໍ້າມັນໂຍນໄປໃຫ້ໝາບັກດ່າງທີ່ຢືນລິ້ນຫ້ອຍນໍ້າລາຍເຫີຍໃກ້ໆຫັ້ນ.

ຄາແຕ່ນັ້ນມາ ຄຳວ່າ “ຢາກເປັນນັກຮ້ອງ” ຈັກວ່າເປີດໜີຈາກຂ້ອຍແຕ່ຍາມໃດ ແລະຂ້ອຍກໍບໍ່ຍອມຫຼຽວເບິ່ງໜ້າໝໍວິມານນັ້ນອີກ…


© 2007 ບັນທຶກຊີວິດ | iKon Wordpress Theme by TextNData | Powered by Wordpress | ບໍລິການຟຣີບລັອກຈາກ LaoBlogger.com