new-year-2010

ໃນທີ່ສຸດ ປີ 2009 ກໍຈະໂບກມືອຳລາຈາກພວກເຮົາໄປໂດຍບໍ່ຫວນກັບຄືນມາອີກ
ປີໃໝ່ ປີ 2010 ກໍຈະໂປໂລໜ້າອັນຍິ້ມແຍ້ມເຂົ້າມາແທນທີ່ຢ່າງສະຫງ່າງາມ
ໂອ້! ເວລາຊ່າງໝູນວຽນປ່ຽນໄປໄວປານກັບມີປີກບິນເອົາແທ້ໜໍ!!!

ປີໃໝ່ 2010 ນີ້ ຂໍອວຍພອນໃຫ້ທີມງານລາວບລັອກເກີ ຕະຫລອດຮອດສະມາຊິກ ແລະ ທ່ານຜູ້ອ່ານທຸກຄົນ ຈົ່ງມີແຕ່ຄວາມສຸກ ສົມຫວັງ ໂຊກດີ ຕະຫລອດປີໃໝ່ນີ້ດ້ວຍເຖີດ ແລະ ຂໍຝາກກອນປີໃໝ່ກ້ອມໆແດ່ບັນດາທ່ານຜູ້ອ່ານຈາກໃຈຈິງ:

ປີໃໝ່ມາຮອດແລ້ວ………………..ຮຽມຂໍສົ່ງພອນໄຊ
ແດ່ຜູ້ອ່ານທັງຫລາຍ……………….ຈົ່ງເຂັ້ມແຂງແຮງກ້າ
ມີອາຍຸຍືນໝັ້ນ………………………ວັນນະສີໃສສ່ອງ
ຄວາມສຸກນອງເລີດລົ້ນ…………….ຕາບເທົ້າຊົ່ວນິລັນ ພຸ້ນທ້ອນ…

ດ້ວຍຄວາມນັບຖື ແລະ ຮັກແພງ

ວິສະນຸ

November 6th, 2009ລະບາຍຮັກ

ຄ່າແຕ່ສ້າງຄອບຄົວກັບສຸພາພອນມາກໍເຂົ້າເກືອບສອງປີແລ້ວ. ຕອນທີ່ເອົາກັນໃໝ່ໆກໍຮູ້ສຶກວ່າມີຄວາມສຸກດີເພາະທຸກສິ່ງທຸກຢ່າງຍັງຫວານຊື່ນ ເຖິງອ່ອມຂີ້ເຫຼັກຈະຂົມ ສົ້ມຜັກສ້ຽນຈະຮຶນ ກໍກືນລົງຄໍໄດ້ຢ່າງສະບາຍ ເພາະຢູ່ໃນໄລຍະເຂົ້າໃໝ່ປາມັນ… ແຕ່ມາຮອດທ້າຍຂອງປີທີສອງແຫ່ງຊີວິດຄອບຄົວ ຮູ້ສຶກວ່າຊີວິດສີຈືດໆຈາງໆໄປວາດໃດວາດໜຶ່ງ. ສຸພາພອນມັກຈະໝົກໝົ້ນນຳກອງປຶ້ມ ເພາະພວມຮຽນເອົາປະລິນຍາໂທສາຍພິເສດຂອງຄະນະ… ຄວາມເອົາໃຈໃສ່ໃນການຮັກສາຄວາມງາມໃນຕົນໂຕຂອງນາງກໍຮູ້ສຶກວ່າຫຼຸດຢ່ອນຜ່ອນລົງ ຈົນເຮັດໃຫ້ແສງແກ້ວຜູ້ເປັນຜົວທີ່ເຄີຍເຝົ້າເບິ່ງເຝົ້າແຍງພາຍຫຼັງທີ່ເລີກຈາກວຽກງານມາ ກໍປັບປ່ຽນໄປ ບໍ່ສູ້ໄດ້ຫຼົງສະເໜ່ຫາຂອງຜູ້ເປັນເມຍຄືດັ່ງເກົ່າ… ສິ່ງທີ່ປ່ຽນໄປນີ້ ໄດ້ເຮັດໃຫ້ຫົວໃຈຂອງແສງແກ້ວທີ່ເຄີຍມີແຕ່ສຸພາພອນທີ່ນັ່ງຄອງ ແປສະພາບໄປຫຼົງສະເໜ່ສຸພິນທອງ ນ້ອງເມຍຜູ້ພວມແຕກເນື້ອສາວ… ຮູບຮ່າງໜ້າຕາຂອງສຸພິນທອງບໍ່ຜິດຜ້ຽນຈາກຜູ້ເປັນເອື້ອຍໃນສະໄໝທີ່ພົບກັນຄັ້ງທຳອິດຈັກໜ້ອຍເລີຍ… “ອ້າຍຊິໄປໃສຕໍ່ຫັ້ນ?” ຜູ້ເປັນເມຍກ່າວຂຶ້ນ ຫຼັງຈາກລົງຈາກລົດເກ໋ງຄັນງາມ. “ຊິໄປຮັບນາງທອງ.” “ກະດຽວວ່າລາວຊິເມືອກັບໝູ່. ບໍ່ໄປຮັບກໍໄດ້ແລ້ວແຫຼະ!” “ບໍ່ໄປຮັບໄດ້ແນວໃດ ຂອງແນວວ່ານັດກັບນ້ອງແລ້ວເດ!” “ຂ້ຽວໄປຂ້ຽວມາເດີ! ແລະຢ່າລືມແວ່ຊື້ນໍ້າເຕົ້າຮູ້ມາໃຫ້ແດ່!” ເວົ້າສຸດ ສຸພາພອນກໍຫອບເອົາເອກະສານຫອບບັກໃຫຍ່ເຂົ້າໄປໃນເຮືອນດ້ວຍອາການອິດອ່ອນ… ຫຼາຍມື້ມາແລ້ວ ທີ່ແສງແກ້ວຫັນມາເອົາອົກເອົາໃຈນ້ອງເມຍແບບບໍ່ເຄີຍເປັນມາກ່ອນ, ນັບແຕ່ທີ່ສຸພາພອນຄຸມທັງວຽກງານທັງວຽກຮຽນ ຈົນບໍ່ມີເວລາທີ່ຈະມາເອາະເຊາະເງາະງອນນຳຜູ້ເປັນຜົວ… ແມ່ນກະທັ່ງເວລານອນ ພໍແຕ່ຫົວຕິດໝອນ ສຽງຫັນໃຈເຂົ້າອອກແບບສະໝໍ່າສະເໝີຂອງເມຍ ກໍເຮັດໃຫ້ແສງແກ້ວໝົດອາລົມ… ດັ່ງນັ້ນ ດວງໜ້າຂອງສຸພິນທອງກໍຈຶ່ງເຂົ້າມາແທນທີ່ໃນຫ້ວງຄວາມຄິດຂອງເຂົາ… ມື້ນີ້ ກໍແມ່ນອີກມື້ໜຶ່ງ ຫຼັງຈາກຮັບເອົາເມຍມາສົ່ງເຮືອນແລ້ວ, ເຂົາກໍລິວໄປສະຖາບັນບ່ອນທີ່ນ້ອງເມຍຮຽນພາກພິເສດ… ຄອງຖ້າໃຫ້ໂຮງຮຽນເລີກດ້ວຍຈິດໃຈກະວົນກະວາຍ ແສງຕາແນມຈຶ້ງໄປທີ່ປະຕູໂຂງຂອງໂຮງຮຽນຢ່າງບໍ່ລະວາງ… ແລະໃນທີ່ສຸດ ພາບຂອງນັກສຶກສາໄຫຼອອກເປັນແພຈາກປະຕູໂຂງ ກໍໄດ້ເຮັດໃຫ້ເຂົາສວ່າງໃຈ ມືຟ້າວບິດກະແຈເພື່ອກຽມສະຕາດຈັກລົດ… ບໍ່ພໍຫ້ານາທີ ຮ່າງອໍລະຊອນອ້ອນແອນຂອງສຸພິນທອງໃນຊຸດນັກສຶກສາກໍມານັ່ງຄຽງຄູ່ກັບເຂົາ… “ເປັນແນວໃດ, ຮຽນມື້ນີ້ມ່ວນຢູ່ບໍ?” ເຂົາເປີດສາກທຳລາຍສຽງສັ່ນສະເທືອນຂອງຈັກລົດ ພ້ອມທັງເລັ່ງໄປທາງໜ້າຢ່າງຊ້າໆ… “ມ່ວນດີຢູ່, ເພາະອາຈານເພິ່ນມັກເວົ້າຕະຫຼົກ ເຮັດໃຫ້ເກີດສຽງຫົວຢູ່ຕະຫຼອດ.” ສຸພິນທອງທັງເວົ້າທັງຫົວໄປນຳ. “ມື້ນີ້ໄປກິນຊີ້ນດາດກັບອ້າຍບໍ່?” ເຂົາກັ້ນໃຈຖາມອອກໄປ. “ເອື້ອຍພອນກະໄປນຳຫວາ?” ນ້ອງເມຍງວາກໜ້າມາຖາມ. “ລາວບອກວ່າບໍ່ໄປ ໃຫ້ອ້າຍຊວນນ້ອງໄປນຳວ່າຊັ້ນ!” “ຄັນຊັ້ນ ນ້ອງໄປຖ່າຍເຄື່ອງຈຶ່ງໄປນໍ!” ພໍໄດ້ຍິນຄຳຕອບ ເຂົາກໍຍິ້ມນ້ອຍໆແບບມີເລດໄນ ພ້ອມກັບກືນນໍ້າລົງຄໍເອືອກບາດໜຶ່ງ… ເມື່ອລົດມາຈອດຢູ່ໜ້າເຮືອນ ສຸພິນທອງກໍຫອບເອົາກະເປົ໋າປຶ້ມລົງຈາກລົດ ແລະກໍຖາມຜູ້ເປັນອ້າຍເຂີຍແບບຊື່ໆວ່າ: “ອ້າຍບໍ່ລົງມາປ່ຽນເຄື່ອງຫວາ?” “ອ້າຍຊິຖ້າຢູ່ນີ້ດອກ, ຮີບລະໄປຖ່າຍເຄື່ອງສາ ແລ້ວຂ້ຽວມາ.” ບໍ່ພໍສິບນາທີຂອງການລໍຖ້າ, ເຂົາກໍແນມເຫັນຮ່າງອັນອໍລະຊອນຂອງນ້ອງເມຍກ້າວຂາຍ່າງອອກມາຈາກເຮືອນມຸ່ງໜ້າມາທີ່ລົດ. ເຂົາຟ້າວສະຕາດຈັກລົດ ແລະເອນກາຍໄປໄຂປະຕູລົດຖ້າຍິງສາວທີ່ຈະໄປກິນຊີ້ນດາດນຳ. ກິ່ນຫອມອ່ອນໆຈາກຮ່າງຄີງຂອງຍິງສາວທີ່ນັ່ງຂ້າງຄຽງໂຊຍເຂົ້າດັງ ເຮັດໃຫ້ຮູ້ສຶກຊື່ນອົກຊື່ນໃຈຈົນບອກບໍ່ຖືກ… ອົດໃຈບໍ່ໄຫວ ອຳນາດມືດຂອງຄວາມຄິດໄດ້ບັງຄັບໃຫ້ເຂົາໃຊ້ມືຂວາລະຈາກພວງມາໄລລົດ ແລ້ວເລື່ອນໄປຍັງຮ່າງຄີງຂອງຍິງສາວ ແຕ່ກໍຖືກປັດປ່າຍອອກແບບບໍ່ພໍໃຈ… “ອ້າຍຂໍໂທດເດີ, ວ່າຊິເອົາເຈ້ຍອະນາໄມມາເຊັດປາກຊັ້ນດອກ!” ເຂົາແກ້ໂຕແບບຂ້າງໆຄູໆ ພ້ອມທັງຫົວຮິໆ ແຕ່ກໍບໍ່ສາມາດເຮັດໃຫ້ຕົນເອງຫຼຸດພົ້ນຈາກອາການໜ້າຊາໄດ້. ຍ້ອນອາການໜ້າມືດປານກັບຊ້າງປ່າຕົກມັນ ເຂົາຮີບຟ້າວຫັກພວງມາໄລເຂົ້າແຄມທາງບ່ອນທີ່ແສງສະຫວ່າງບໍ່ມາຮອດ ແລະ ກໍປອດຜູ້ຄົນກາຍຜ່ານ… ຈັ່ງໃດ ກໍຕ້ອງຈັດການໃຫ້ຮຽບຮ້ອຍກ່ອນທີ່ເຫຍື່ອອັນແຊບຊ້ອຍຈະຫຼຸດລອຍໄປ… “ອ້າຍມາຈອດລົດຢູ່ນີ້ເຮັດຫຍັງ?” ສຽງຂອງຍິງສາວຖາມແບບສີຟ່າວໆ. “ບໍ່ມີຫຍັງດອກ! ພຽງແຕ່ພານ້ອງມາເບີຍອາລົມຢູ່ບ່ອນມືດໆນີ້ກ່ອນຊິໄປກິນຊີ້ນດາດ!” ບໍ່ເວົ້າລ້າ ເຂົາໃຊ້ມືຂວາໂອບໂຕຂອງຍິງສາວເຂົ້າມາສູ່ອ້ອມເອິກ ພ້ອມທັງລະດົມຈູບຢ່າງເມົາມັນ ຈົນຍິງສາວບໍ່ສາມາດປົກປ້ອງຕົນເອງໄດ້ ຈຶ່ງປ່ອຍເລີຍຕາມເລີຍ. ເຫັນແນວນັ້ນຝ່າຍຊາຍຍິ່ງໄດ້ໃຈ ຍິ່ງຕະລຸມບອນພິດສະຫວາດນາງຢ່າງເອົາເປັນເອົາຕາຍ… “ໂອ້ຍ! ຫັນໃຈບໍ່ອອກ.” ສຽງສີແຫບໆດັງຈາກປາກຝ່າຍຍິງ ພ້ອມທັງຍູ້ຝ່າຍຊາຍໃຫ້ອອກຈາກຕົນ. “ພານ້ອງໄປກິນຊີ້ນດາດກ່ອນສາ ແລ້ວຈຶ່ງຄ່ອຍວ່າກັນຕໍ່!” ຄວາມເມົາມັນຄ່ອຍໆຈາງຫາຍ ສະຕິສຳປະຊັນຍະກັບຄືນສູ່ຄວາມເປັນຄົນ ເຂົາຮູ້ສຶກວ່າລົດສະຫວາດແບບນີ້ ເຂົາເຄີຍພໍ້ມາແລ້ວເມື່ອສອງປີກ່ອນ ຕອນທີ່ເຂົ້າພວມໃໝ່ປາພວມມັນ… “ອ້າຍຂໍໂທດ! ອ້າຍຜິດໄປແລ້ວ! ຍົກໂທດໃຫ້ອ້າຍແດ່!” ທັງເວົ້າທັງຍໍມືນົບແບບຄົນຮັບຜິດ ແລະກ່າວຕື່ມອີກວ່າ: “ຫາກນ້ອງບໍ່ມາ, ອ້າຍກໍຄົງເປັນຈອມໂຈນປຸ້ນສະຫວາດໄປແລ້ວ! ຂອບໃຈທີ່ນ້ອງຮູ້ເທົ່າທັນຄວາມຄິດຊົ່ວຂອງອ້າຍ! ” “ນ້ອງກໍຕ້ອງຂໍໂທດທີ່ບໍ່ໄດ້ເບິ່ງແຍງອ້າຍໃຫ້ສົມເປັນເມຍທີ່ດີ!” ໃນຄືນນັ້ນ, ຄວາມມືດມິດຂອງລາຕີການກໍໄດ້ເປັນສັກຂີພະຍານໃຫ້ແກ່ເຂົາທັງສອງໃນການສ້າງຄວາມເຂົ້າໃຈຊຶ່ງກັນແລະກັນ ພ້ອມທັງແຜ່ກະຈາຍຄວາມໜາວເຢັນໃຫ້ຜົວເມຍຄູ່ນີ້ໄດ້ເປັນກ້ອນຊີ້ນອັນດຽວກັນຕາບຈົນສິ້ນລາຕີການ…

52205(ຈົບ)

ສຽງລົດບັນທຸກຂະໜາດກາງຍີ່ຫໍ້ຮຸນໄດດັງຄະເລີກຄະລາກຄືກັບບໍ່ໄດ້ເຂົ້າອູ່ເຊັກເປັນເວລາຫຼາຍເດືອນ… ຕາເວັນຄ້ອຍອ່ອນແສງລົງເກືອບລັບປາຍໄມ້ທີ່​ຢືນ​ເດັ່ນຢູ່ຕາມແຄມທາງ… ຄວາມຮ້ອນເອົ້າໄດ້ບັນເທົາລົງ ລົມເຢັນໆຈາກພາຍນອກພັດເຂົ້າມາໃສ່ປ່ອງຢ້ຽມລົດ ຈົນເຫື່ອທີ່ໄຫຼອອກຈາກຂຸມຂົນຕ້ອງມຸດມ້ວຍແຫ້ງເຫືອດກາຍເປັນເກັດຂາວໆນ້ອຍໆຕາມແຂນ ທີ່ດ່າງດຳໄປດ້ວຍຝຸ່ນຖ່ານ. ຂ້ອຍໃຊ້ມືຖູແຂນໄປມາຢ່າງເມື່ອຍອ່ອນ ຄິດວ່າອີກພຽງຊົ່ວໂມງກວ່າໆ ກໍຈະໄດ້ພັກຜ່ອນຢ່ອນອາລົມແລ້ວ…

“ກ່າຮ້ອງຂາຍແດ່ດຸ!” ໂຊເຟີໃບໜ້າໝອງຮ້ອງບອກຂ້ອຍ. ເພື່ອບໍ່ໃຫ້ເປັນທີ່ຜິດໃຈຂອງລາວ ຂ້ອຍກໍເລີຍແຫກປາກຮ້ອງດ້ວຍສຽງອັນດັງ…

“ຖ່ານເດີ! ຖ່ານເດີ!”

ໄດ້ຜົນ ມີສາວນ້ອຍນາງໜຶ່ງຢືນກວັກມືຢູ່ທາງປາກຮ່ອມ… ໂຊເຟີຍິ້ມດີໃຈຈົນແກ້ມສີດຳໆເກືອບຈີກອອກເປັນຕ່ອນ. “ຈັ່ງຊີ້ກະໄຄແດ່!” ກ່າວສຸດກໍລ້ຽວລົດເຂົ້າໄປໃນຮ່ອມຕາມຫຼັງສາວນ້ອຍນັ້ນເຂົ້າໄປ. ບໍ່ຮອດສອງຮ້ອຍແມັດກໍເຫັນສາວນ້ອຍເປີດປະຕູເຫຼັກໃຫ້…

“ຖ່ານດີຢູ່ບໍ?” ຍິງໄວກາງຄົນໜ້າຕາແບບແມ່ຢ້າວແມ່ເຮືອນທົ່ວໄປກ່າວຖາມ ພ້ອມທັງໃຊ້ມືໄປຈັບເອົາກ້ອນຖ່ານຂຶ້ນມາພິນິດ…

“ດີລະບໍ, ປ້າ. ຖ່ານໄມ້ບົກພຸ້ນໄດ໋!” ຂ້ອຍອ້າງຄຸນະພາບຂອງຖ່ານ.

“ດັງແລ້ວ ບໍ່ແຕກຕິເບ໊າະ!”

“ບໍ່ແຕກ ຮັບປະກັນໄດ້!” ທັງເວົ້າທັງຈັບເອົາກ້ອນຖ່ານກົມທີ່ດຳເຫຼື້ອມຈາກເປົ໋າຂຶ້ນໃຫ້ລູກຄ້າເບິ່ງ.

“ຄັນຊັ້ນ, ເອົາຈັກສອງເປົ໋າເບິ່ງກ່ອນ. ຫາກດັງດີ ເທື່ອໜ້າຈຶ່ງຈະຊື້ນຳຕື່ມອີກ. ມີເບີມືຖືບໍ່?”

ຂ້ອຍຈົດເບີມືຖືໃຫ້ເພິ່ນຢ່າງໄວວາ ເພື່ອວ່າໃນໂອກາດໜ້າເພິ່ນຈະອຸດໜຸນຖ່ານຂອງພວກຂ້ອຍຕື່ມ…

ແລ້ວຂ້ອຍກໍແບກເປົ໋າຖ່ານຂະໜາດຊາວໂລໄປເຮືອນຄົວສອງຖ້ຽວ, ສ່ວນໂຊເຟີນັ້ນ ນັ່ງຢ່ອງຢໍ້ສູບຢາກຸ່ນໆຢູ່ກ້ອງຮົ່ມຕາກົບຢ່າງສະເບີຍອາລົມ…

ສຽງເພງຍາມແລງດັງເບົາໆຈາກວິທະຍຸທີ່ຕັ້ງຢູ່ໂຕະຫີນຄຽງຂ້າງບ່ອນທີ່ໂຊເຟີນັ່ງ, ຂ້າງໆວິທະຍຸມີໂທລະສັບມືຖືລຸ້ນແບບທີ່ຂ້ອຍຢາກໄດ້ຢອງຢູ່…

ໄວປານຈະຫຼວດ, ໂຊເຟີພາຂ້ອຍອອກຈາກເຮືອນຫຼັງນັ້ນ ພາຍຫຼັງທີ່ການຊຳລະຄ່າຖ່ານເປັນທີ່ຮຽບຮ້ອຍແລ້ວ…

ໂຊເຟີ ຜິວຫວອດໆຢ່າງອາລົມດີ, ຍິກຄິ້ວລິ້ວຕາໃສ່ຂ້ອຍຢ່າງມີຄວາມໝາຍ. ໃຈຂ້ອຍສັ່ນວັກໆແບບບໍ່ເຄີຍເປັນມາກ່ອນ… ສຽງມືຖືຢູ່ໃນຖົງດັງຂຶ້ນ ຂ້ອຍຟ້າວບີບປຸ່ມປິດເຄື່ອງ ໃຈແຮ່ງເຕັ້ນແຮງຂຶ້ນກວ່າເກົ່າ…

ສຽງລົດຈັກແຂ່ງກັບສຽງຂອງແມ່ຍິງທີ່ຮ້ອງສຽງດັງ “ຈອດກ່ອນໆ” ເຮັດໃຫ້ໂຊເຟີໜ້າຮາດໄປກັບບາດ ພ້ອມກັບສຽງຫ້າມລໍ້ລົດດັງສະໜັ່ນ…

“ມີຫຍັງບໍ່? ປ້າ” ໂຊເຟີຖາມສຽງອ່ອຍ.

“ລົງລົດມາລົມກັນກ່ອນ!” ປ້າຜູ້ນັ້ນທັງເວົ້າທັງເອົາລົດໄປຈອດໄວ້ແຄມທາງໜ້າລົດຂາຍຖ່ານ.

ເມື່ອທັງໂຊເຟີແລະຂ້ອຍລົງຈາກລົດໄປປະເຊີນໜ້າກັບລາວແລ້ວ, ຄຳຖາມທຳອິດທີ່ພວກຂ້ອຍໄດ້ຍິນກໍແມ່ນ:

“ພວກເຈົ້າໄດ້ເອົາມືຖືຂອງລູກສາວຂ້ອຍໄປບໍ່?”

“ບໍ່​ໄດ໋! ປ້າ.” ຂ້ອຍ​ກັບ​ໂຊ​ເຟີ​ເວົ້າ​ເກືອບ​ເປັນ​ສຽງ​ດຽວ​ກັນ.

“ຖ້າ​ແມ່ນ​ເອົາ. ກໍ​ຮີບ​ໃຫ້​ສົ່ງ​ປ້າ​ສາ! ​ແລ້ວ​ປ້າ​ຊິ​ບໍ່​ເອົາ​ເລື່ອງ​ນໍາ.” ສຽງ​ຂອງ​ປ້າຊົງ​ອຳນາດ​ແທ້ໆ ​ຈົນ​ເຮັດ​ໃຫ້​ຂ້ອຍ​ຕັດສິນ​ໃຈ​ຍາກ.

“ບໍ່​ໄດ້​ເອົາ​ແທ້ໆ​ນ່າ, ປ້າ!” ຂ້ອຍ​ຢໍ້າຂໍ້ຄວາມ​ເດີມ. ສ່ວນ​ໂຊ​ເຟີ​ກໍ​ເຊັ່ນ​ກັນ ສັ່ນ​ຫົວ​ດິກ​ແບບ​ບໍ່​ຮູ້​ບໍ່​ເຫັນ​ຫຍັງ​ນຳ.

“ຄັນ​ຊັ້ນ…” ​ທັງເວົ້າ ທັງບີ​ບປຸ່ມ​ມື​ຖື​​ໃນ​ມື​ຢ່າງ​ວ່ອງ​ໄວ… ບໍ່ພໍ​ຄາວ​ລົດ​ເກ໋ງປ້າຍ​ແດງ​ກໍ​ມາ​ຈອດ ​ຕຳຫຼວດສອງ​ນາຍກ້າວ​ຂາ​ອອກ​ມາ ພ້ອມ​ທັງ​ຄຳນັບປ້າດ້ວຍ​ທ່າ​ທາງ​ເຄັ່ງຂຶມ ​ແລະ​ປ້າ​ກໍຍົກ​ມື​ຂຶ້ນ​ປາຍ​ນິ້ວ​ແຕະ​ຂະໝັບ… ​ເຫັນ​ແນວ​ນັ້ນ ​ໂຊ​ເຟີ​ຟ້າວ​ຈົກ​ເອົາ​ມື​ຖື​ຈາກ​ຫົວ​ໂສ້ງ​ສົ່ງ​ໃຫ້​ປ້າ​ດ້ວຍ​ມື​ອັນ​ສັ່ນ​ເຊັນ…

“​ເອົາ, ປ້າ! ຂ້ອຍ​ສົ່ງ​ໃຫ້​ແລ້ວ. ປ້າ​ຄື​ຊິ​ບໍ່​ເອົາ​ເລື່ອງ​ກັບ​ຂ້ອຍ​ນໍ!” ​ໂຊ​ເຟີ​ທັງ​ເວົ້າ​ທັງ​ຍົກ​ມື​ນົບ​ແບບ​ສັ່ນ​ສະ​ທ້ານ​ໄປ​ທົ່ວ​ກາຍ…

“ບໍ່​ເອົາ​ບໍ່​ໄດ້ ​ເພາະ​ມັນ​ກາຍ​ຍາມ​ແລ້ວ. ຕອນ​ຂ້ອຍ​ບອກ​ໃຫ້​ສົ່ງ​ດີໆ​ບໍ່​ມັກ, ມັກ​ສົ່ງ​ຕອນ​ທີ່​ມີ​ຕຳຫຼວດມາ​ເປັນ​ພະຍານ ກໍ​ຕ້ອງ​ເປັນ​ແນວ​ນີ້​ແຫຼະ!” ປ້າ​ກ່າວ​ສຸດ, ຕຳຫຼວດທັງ​ສອງ​ນາຍ​ກໍ​ເຂົ້າ​ປະ​ກົບ​ໂຕ​ໂຊ​ເຟີ ​ແລະ​ຂ້ອຍ​ທັນທີ ພ້ອມ​ດ້ວຍ​ສວມ​ປະຫຼັກ​ແຂນ​ໃຫ້​ຄົນ​ລະ​ຄູ່.

“ຂ້ອຍບໍ່​ໄດ້​ລັກ ​ເປັນ​ຫຍັງ​ຈຶ່ງ​ຈັບ​ຂ້ອຍ!” ຂ້ອຍ​ຮ້ອງ​ອອກ​ມາ​ຢ່າງ​ແຮງ ​ເພື່ອ​ສະ​ແດງ​ຄວາມ​ບໍລິສຸດ​ຂອງ​ຕົນ.

“ບໍ່​ໄດ້​ລັກ ​ແຕ່​ເປັນ​ຜູ້​ຮ່ວມ​ຫົວ​ນໍາ​ຄົນ​ຂີ້ລັກ ກໍ​ຕ້ອງ​ຖືກ​ລົງ​ໂທດ​ເຊັ່ນ​ກັນ!” ປ້າຄົນ​ນັ້ນກ່າວ​ສຽງ​ສຽບ​ຂາດ ຈົນ​ເຮັດ​ໃຫ້​ຂ້ອຍ​ຊາ​ໄປ​ທົ່ວ​ໃບ​ໜ້າ… ຮູ້​ນຳ​ຫຼັງ ຕອນ​ທີ່​ໄປ​ຂຶ້ນ​ສານ​ເມືອງ​ວ່າ ປ້າ​ຄົນ​ນັັ້ນ ​ເປັນ​ຕຳຫຼວດຍົດ​ຊັ້ນ​ພັນ​ເອກ!!!

September 28th, 2009ພາສີ ກັບ ແພດ

“ຈັ່ງແມ່ນເຈົ້າເຫງີກຫງາກເອົາແທ້ເອົາວ່າ, ເປັນຫົວໜ້າໝູ່ແທ້ໆ ຍັງເອົາລົດຄັນເກົ່າໆມາຂີ່!” ສຽງແຈດໆຂອງບົວສີສອດເຂົ້າຫູທ້າວຄຳຕາຜູ້ນັ່ງເຮັດແສງຕາຕົກຕໍ່າປາກເມັ້ມແໜ້ນຢູ່ທາງຂ້າງ.
“ທ້າວສີກາ ລູກຕາໝັ້ນຫັ້ນນ່າ ຫາກໍເຂົ້າເຮັດການຢູ່ດ່ານຊາຍແດນບໍ່ພໍປີ ມັນກໍຍັງມີລົດວີໂກ້ຂີ່ອວດໄທບ້ານໄທເມືອງ. ເຈົ້າເຮັດວຽກພາສີເປັນຕັ້ງຫຼາຍປີ ກໍຍັງເອົາລົດເກົ່າໆໂຊມໆຂອງຫ້ອງການມາຂີ່.”
ເທື່ອນີ້ກໍເປັນອີກເທື່ອໜຶ່ງທີ່ຄໍາຕາຖືກເມຍເວົ້າໃສ່ຈົນອອກຮ້ອນຫູ ພາຍຫຼັງທີ່ນໍາເອົາລົດກະບະລຸ້ນຊຸມປີ 90 ມາເຮືອນ. ເທື່ອກ່ອນນັ້ນແຮ່ງກະເຕັກກວ່ານີ້ ຍ້ອນຂີ່ແຕ່ລົດຈັກປະຈຳຕຳແໜ່ງຄັນເກົ່າໝາງມາເຮືອນ. ເຂົາໄດ້ແຕ່ອົດກັ້ນ ເພື່ອບໍ່ໃຫ້ອຸດົມການທີ່ເຂົາໄດ້ປະຕິຍານຕໍ່ໜ້າການຈັດຕັ້ງຕ້ອງມາພັງທະລາຍ ຍ້ອນຄວາມຂີ້ຕັກມັກໄດ້ຂອງຜູ້ເປັນເມຍ…
“ເຈົ້າກະຢ່າສູ່ໂພດຫຼາຍ! ເຮົາໄດ້ຂີ່ລົດຈັກທີ່ທາງການຈັດຕັ້ງມອບໝາຍໃຫ້ ພ້ອມດ້ວຍນໍ້າມັນແຕ່ລະເດືອນ ມັນກໍເຮັດໃຫ້ການໄປລ້າມາການຂອງຂ້ອຍສະດວກກວ່າຊິຂີ່ລົດຖີບອີ່ຮ້າງໄປການຕວ່າ.”
“ເຈົ້າບໍ່ອາຍໄທບ້ານໄທເມືອງເຂົາຫວາ! ເບິ່ງຜູ້ໃດກໍຂີ່ລົດໃຫຍ່ລົດເກັງ. ມີແຕ່ເຈົ້ານີ້ແຫຼ້ວ ພະນັກງານພາສີຂີ່ລົດຈັກອີ່ຮ້າງ ຈົນຂ້ອຍບໍ່ກ້າຊິຊ້ອນໄປນໍາ” ສຽງນາງເມຍດັງສອດເຂົ້າເຖິງຫົວໃຈ ຈົນເຂົາຮູ້ສຶກວ່າຕົນມີປົມດ້ອຍ ແຕ່ສຽງປະຕິຍານທີ່ເຂົາເຄີຍວ່າໄວ້ກໍດັງເຂົ້າມາແຊກ ກ່ອນທີ່ຈະເຂົ້າຮັບໜ້າທີ່ເປັນພະນັກງານພາສີ ກໍສາມາດເຮັດໃຫ້ເຂົາຍືດເອິກຂຶ້ນສູ້ໜ້າເມຍໄດ້…
“ຂ້ອຍບໍ່ເຄີຍຊິອາຍໃຜ, ຂ້ອຍເຮັດວຽກຕາມໜ້າທີ່ ແລະກໍປະຕິບັດຕາມລະບຽບການທຸກຢ່າງ. ຂ້ອຍຮູ້ສຶກພູມໃຈຊໍ້າທີ່ຂ້ອຍສາມາດຢືນຢູ່ໃນຈຸດນີ້ໄດ້.”
“ເອີ! ກະລອງເບິ່ງ!” ຜູ້ເປັນເມຍທັງເວົ້າທັງເບະສົບໃສ່ ແລະຮື້ເສື້ອເອົານົມໃຫ້ລູກນ້ອຍກິນ…
ຄວາມຄິດທີ່ລ່ອງລອຍຖອຍຄືນສູ່ອະດີດສອງປີກ່ອນໄດ້ກັບຢ້ອນມາສູ່ປັດຈຸບັນ, ເຂົາບໍ່ຊາຄວາມເມຍ ນຳເອົາລົດກະບະຄັນເກົ່າທີ່ການຈັດຕັ້ງມອບໝາຍໃຫ້ໄປມ້ຽນໄວ້ຢູ່ກ້ອງຮົ່ມໝາກລຳໄຍຂ້າງເຮືອນ ພ້ອມກັບເອົາແພເກົ່າໆຈຸບນໍ້າມາເຊັດຂີ້ຝຸ່ນທີ່ຕິດຢູ່ຕາມຕົວລົດອອກ… ເຖິງຮ່າງນອກມັນຈະບໍ່ໃໝ່ຄືກັບລົດຂອງທ້າວສີກາ ແຕ່ຈັກຂອງມັນຍັງດີຢູ່ ຫາກຄ່ອຍຂັບຄ່ອຍພຽນເອົາມັນກໍດີກວ່າຂັບລົດຈັກຄັນເກົ່າທີ່ເຂົາສົ່ງຄືນໃຫ້ຫ້ອງການ. ໄດ້ຍິນວ່າເພິ່ນມອບໃຫ້ທ້າວຄຳພະນັກງານຜູ້ມາໃໝ່ໄປໃຊ້ວ່າຊັ້ນ…
ຄາບເຂົ້າແລງມື້ນີ້ ດໍາເນີນໄປດ້ວຍບັນຍາກາດບໍ່ເບີກບານປານໃດ, ບົວສີເຮັດໜ້າບູດຈູ່ລູ່ ປ້ອນເຂົ້າລູກດ້ວຍທ່າທີ່ກະຮຶດກະຮັດ… ແຕ່ເຂົາກໍພະຍາຍາມຊອກຫາແນວເຮັດໃຫ້ໃບໜ້າອັນເຄັ່ງຕຶງນັ້ນຜ່ອນຄາຍ ໂດຍຕັກແນວກິນໃສ່ຈານນ້ອຍຍື່ນໃຫ້ເມຍ, ບໍ່ໄດ້ຜົນຕາມທີ່ເຂົາຄິດ… ຈຶ່ງປ່ອຍໃຫ້ເວລາເປັນຜູ້ຕັດສິນ…
ອາບນໍ້າແລ້ວ ກໍເອົາເອກະສານທີ່ຍັງຄ້າງມາກວດ, ພາຍຫຼັງແກ້ເສັດແລ້ວ ກໍກຽມຕົວເຂົ້ານອນ. ໄຟໃນຫ້ອງຍັງແຈ້ງຢູ່, ບົວສີ ແລະລູກນ້ອຍນອນຫຼັບຢູ່ໃນມຸ້ງໄປດົນແລ້ວ… ກ່ອນຈະປິດສະວິກໄຟ ເຂົາແນມເບິ່ງເມຍດ້ວຍຄວາມສົງສານ…
“ຫາກເຮົາເຮັດຄືບັກສີກາປານນີ້…” ເຂົາຄິດພຽງແຕ່ເທົ່ານັ້ນ ບໍ່ຢາກຄິດຕື່ມອີກ ຢ້ານວ່າສິ່ງທີ່ຕົນເຄີຍລັ່ນວາຈາໄວ້ຈະເປັນພຽງລົມປາກຂອງນັກສວຍໂອກາດ…
ພໍແຕ່ຫົວແຕະໝອນ ສຽງກົນສອດໆກໍດັງປະສານກັບຄວາມງຽບ… ແຕ່ເຂົາກໍຕ້ອງຕື່ນສະເດີດໃນກາງເດິກ ເພາະສຽງບົວສີດັງກະທົບປະສາດຫູຢ່າງແຮງ ພ້ອມທັງແຮງສັ່ນແຂນຈາກມືຂອງນາງ…
“ອ້າຍຕາ, ລຸກໆ ລູກເປັນຊັກ…” ສຽງຂອງນາງທັງສັ່ນທັງເຊັນ ເຮັດໃຫ້ຂ້ອຍລຸກພະວື້ພະວ້າຂຶ້ນ ມຸດອອກຈາກມຸ້ງໄປເປີດສະວິກໄຟ… ຟ້າວເອົານໍ້າຢູ່ກະຕຸກເຫຍັ້ນໃສ່ແພເຊັດໜ້າ ໄປໂປະໃສ່ຮ່າງຂອງລູກນ້ອຍ, ອາການຊັກຄ່ອຍທຸເລົາ…
“ບໍ່ໄດ້ດອກ, ຟ້າວເອົາລູກໄປໂຮງໝໍໄວໆ.” ບົວສີທັງເວົ້າທັງອຸ້ມເອົາລູກທີ່ຍັງກະຕຸກເປັນບາງຄັ້ງ…
ຄໍາຕາບໍ່ລໍຊ້າ ຕັດສິນໃຈຢ່າງໄວພະລັນ ຈັບເອົາກະແຈລົດ ແລ່ນໄປທີ່ກ້ອງກົກລໍາໄຍບ່ອນລົດຈອດຢູ່… ແລ້ວທັງສາມຊີວິດກໍມຸ່ງສູ່ໂຮງໝໍທີ່ໃກ້ທີ່ສຸດ…
ການຕ້ອນຮັບຄົນເຈັບຢູ່ຫ້ອງສຸກເສີນດໍາເນີນໄປຢ່າງສາລະວົນ ເຂົາຈົກເອົາບັດປະກັນສຸຂະພາບອອກໃຫ້ແພດເບິ່ງ… ເມື່ອເຫັນດັ່ງນັ້ນ ແພດສອງຄົນທີ່ປະຈຳຢູ່ຫ້ອງກໍແບ່ງປັນໜ້າທີ່ ຜູ້ໜຶ່ງທັງກວດທັງຖາມອາການຂອງຄົນເຈັບຈາກຜູ້ເປັນພໍ່ແມ່… ມີແຕ່ບົວສີເປັນຜູ້ເລົ່າອາການເຈັບຂອງລູກ ສ່ວນຄຳຕາໄດ້ແຕ່ແນມເບິ່ງລູກທີ່ນອນຫຼັບຕາດ້ວຍຄວາມເປັນຫ່ວງ…
ເມື່ອກວດອາການຮຽບຮ້ອຍແລ້ວ ຄົນເຈັບໄວເຍົາກໍຖືກນໍາເຂົ້າຫ້ອງໄອຊີຢູຢ່າງປັດຈຸບັນທັນດ່ວນ… ນໍ້າຕາຂອງຜູ້ເປັນແມ່ຈັກວ່າມາແຕ່ທາງໃດ ໄຫຼອອກພ້ອມກັບສຽງສະອື້ນ… ຄຳຕາກຸມມືຜູ້ເປັນເມຍ ພ້ອມທັງປອບປະໂລມດ້ວຍຄວາມທຸ່ນທ່ຽງ…
“ບໍ່ຕ້ອງຕົກໃຈດອກ, ບົວ! ຈັກໜ້ອຍລູກເຮົາຫາກຊິເຊົາ ເພາະມີທ່ານໝໍເກັ່ງໆຢູ່ນີ້ແລ້ວ!”
ບໍ່ພໍຄາວ, ທ່ານໝໍປົວເດັກປະຈຳໂຮງໝໍແຫ່ງນີ້ ກໍມາເຖິງ ແລະກໍເຂົ້າໄປໃນຫ້ອງໄອຊີຢູ… ຫ້ານາທີຕໍ່ມາ ທ່ານໝໍກໍຍ່າງອອກມາ ພ້ອມທັງເວົ້າກັບສອງຜົວເມຍທີ່ນັ່ງຄອງຖ້າຢູ່ນອກດ້ວຍສຽງທີ່ອົບອຸ່ນໃຈ:
“ເດັກປອດໄພແລ້ວ, ຄັນມາຊ້າພຽງຫ້ານາທີ ອາດຈະລຳບາກ…”
ຄໍາຕາຈົນນໍ້າຕາຊຶມ ເຂົາໂອບກອດເມຍດ້ວຍຄວາມດີໃຈ… ບົວສີຮູ້ສຶກຊື່ນໃຈຢ່າງບໍ່ເຄີຍເປັນມາກ່ອນ ຄວາມອົບອຸ່ນຈາກວົງແຂນຂອງຜົວ ເຮັດໃຫ້ນາງຮູ້ສຶກຄືມີຫຍັງມາຄ້າງຢູ່ຮູຄໍ…
“ຕ້ອງໄດ້ປິ່ນປົວຢູ່ໂຮງໝໍຕື່ມອີກຈັກສອງສາມມື້ຈຶ່ງກັບເມືອໄດ້.” ທ່ານໝໍບອກດ້ວຍອາລົມດີ.
“ຂອບໃຈທ່ານໝໍຫຼາຍໆ!” ທັງສອງຜົວເມຍ ຍໍມືພະນົມສະແດງຄວາມຮູ້ບຸນຄຸນ. ບົວສີກົ້ມຈົກເອົາຊອງຂາວໆອອກຈາກກະເປົາພາຍຍື່ນໃຫ້ທ່ານໝໍ.
“ໝໍຜູ້ມີຈັນຍາບັນຈະບໍ່ຮັບເອົາຊອງຂາວຈາກຄົນເຈັບ!” ທ່ານໝໍທັງເວົ້າທັງຊີ້ໃສ່ແຜ່ນເຈ້ຍທີ່ມີປະໂຫຍກດັ່ງກ່າວຕິດຢູ່ຂ້າງຝາ…
“ເປັນສິນນໍ້າໃຈຈາກຄອບຄົວນ້ອງ! ຂໍໃຫ້ທ່ານໝໍຮັບເອົາສາ!” ບົວສີທັງເວົ້າທັງຊູຊີຈະໃຫ້ທ່ານໝໍຮັບເອົາ. ສ່ວນຄຳຕາເຫຼືອດຕາລົງພື້ນ ອອກຮ້ອນໜ້າສຸດຈະພັນລະນາ…
“ຢ່າວ່າທ່ານໝໍຫຼິ້ນໂຕເດີ! ຂະໜາດເມຍຂອງໝໍເອງເອົາສິນນໍ້າໃຈໃຫ້ພະນັກງານພາສີຢູ່ດ່ານຫວ່າງປີກາຍຕັ້ງເປັນລ້ານ ເພື່ອຈະເອົາຢາທີ່ສັ່ງເຂົ້າມາຈາກຕ່າງປະເທດເຂົ້າຮ້ານ, ພະນັກງານຜູ້ນັ້ນຍັງບໍ່ເອົາ. ລາວເຮັດຕາມກົດລະບຽບທຸກຢ່າງ. ຫາກມີພະນັກງານພາສີແບບນັ້ນຫຼາຍໆຄົນ ບ້ານເມືອງເຮົາກໍຄົງຈະຫຼຸດພົ້ນຈາກປະເທດທີ່ທຸກຍາກໄດ້ໄວທີ່ສຸດ… ນັບແຕ່ເມຍຂອງໝໍມາເລົ່າເຫດການນັ້ນສູ່ຟັງ ໝໍກໍຮູ້ສຶກລະອາຍໃຈທີ່ຈະຮັບເອົາຊອງຂາວຈາກຄົນເຈັບ. ຈົ່ງເກັບໄວ້ຊື້ຢຸກຢາໃຫ້ລູກຂອງພວກເຈົ້າສາ!”
ບົວສີຮູ້ຕື້ນຕັນຈົນປາກບໍ່ອອກ ເກັບຊອງຂາວລົງໃສ່ກະເປົາພາຍດັ່ງເດີມ ພ້ອມທັງຍົກມືໄຫວ້ທ່ານໝໍຢ່າງຮູ້ບຸນຄຸນ ເຊັ່ນດຽວກັບຄໍາຕາທີ່ພະນົມໄຫວ້ຢ່າງນອບນ້ອມ ແຕ່ໃນຫົວຂອງເຂົາຍັງປາກົດເຫັນພາບຕອນທີ່ເຂົາປະຕິເສດການຮັບເອົາສິນບົນຈາກແມ່ຄ້າຂາຍຢາຜູ້ໜຶ່ງເມື່ອປີກາຍນີ້!!!

ຂັບລົດອອກຈາກເຮືອນກໍພໍດີ 7 ໂມງ! ກອງປະຊຸມຢູ່ທ່າລາດຈະເປີດຕອນ 8 ໂມງເຄິ່ງ, ຂ້ອຍຕ້ອງຢຽບຄັນເລັ່ງມຸ່ງໜ້າໄປທາງໜອງບຶກດ້ວຍໃຈອັນຮ້ອນຮົນ. ຮູບໃບໜ້າອັນເຄັ່ງຂຶມຂອງຫົວໜ້າປາກົດຢູ່ໃນດວງຄວາມຄຶດ ຫາກຊັກຊ້າບໍ່ທັນເວລາ ມີຫວັງຖືກເພິ່ນຮ້າຍຢ່າງໃຫຍ່ຄືຕອນໄປປະຊຸມຢູ່ວັງວຽງຫວ່າງເດືອນແລ້ວນີ້ຄັກໆ!

“ຈັ່ງແມ່ນຊ້າຄືກັບເຕົ່າແທ້ນໍ! ຝຶກໃຫ້ເປັນຄົນວ່ອງຄົນໄວຄືກັບກະຕ່າຍບໍ່ໄດ້ຫວາ? ຫາກເທື່ອໜ້າຍັງມີປາກົດການແບບນີ້ ຂ້ອຍຄືຊິອົດບໍ່ໄດ້ດອກ…” ເພິ່ນທັງເວົ້າແບບກັດແຂ້ວທັງກຶ້ງຕາເບິ່ງໜ້າຂ້ອຍປານຊິກິນ… ຂ້ອຍກໍຈົນວ່າຕັບລີບໝົດ ຟ້າວກົ້ມໜ້າເອົາ USB ຍັດເຂົ້າໃສ່ຮູທາງຂ້າງຂອງແລັບທັອບທີ່ຕໍ່ໃສ່ LCD ທີ່ພວມສາຍແສງໄປໃສ່ຈໍຂາວໜ້າຝາຜະໜັງຫ້ອງປະຊຸມ. ໄຄແຕ່ຜູ້ເຂົ້າຮ່ວມປະຊຸມຫາກໍມີບໍ່ທໍ່ໃດຄົນ ຄັນບໍ່ຊັ້ນຂ້ອຍມີຫວັງມຸດເຂົ້າກ້ອງໂຕະເພື່ອດັບຄວາມອາຍ… ຄຶດມາຮອດນີ້ ຂ້ອຍຟ້າວຢຽບຄັນເລັ່ງເຂົ້າຈຳໆຕື່ມອີກ, ບໍ່ພໍເທົ່າໃດນາທີ ລົດກະບະໂຕໂຢຕາລຸ້ນປີ 1997 ກໍທະຍານໂດ່ງໄປຮອດເຂດອິໄລນາຂ່າ… ສຽງພາກຂ່າວຍາມເຊົ້າຈາກວິທະຍຸຄື້ນ FM ດັງເຂົ້າຫູໂດຍທີ່ຈັບໃຈຄວາມຫຍັງບໍ່ໄດ້ ຍ້ອນຈິດໃຈແມ່ນຢູ່ຫ້ອງປະຊຸມຫຼາຍກວ່າ…

ມາຮອດເຂດຕະຫຼາດຫຼັກ 52 ຂ້ອຍຕ້ອງປົດເກຍຜ່ອນຄວາມໄວ ເພາະລົດແຖວນັ້ນອັ່ງກັນອີ່ຫຼີ, ຫວິດຈາກຫັ້ນ ຂ້ອຍຟ້າວປ່ຽນເກຍ ແລະຢຽບຄັນເລັ່ງຕໍ່ຈົນປາຍເຂັມວັດຄວາມໄວໄປແຕະເລກ 100.

“ຈັ່ງໃດມື້ນີ້ເຮົາຕ້ອງໄປຮອດຫ້ອງປະຊຸມກ່ອນເວລາເປີດ 15 ນາທີ!” ຂ້ອຍຄິດໄລ່ຄວາມໄວໃສ່ເວລາໃນສະໝອງດ້ວຍບັ້ງເລກສະໄໝທີ່ເຄີຍຮຽນຢູ່ໂຮງຮຽນປະຖົມ. ເທື່ອນີ້ເຮົາຕ້ອງເຮັດໃຫ້ຫົວໜ້າຍ້ອງເຮົາໃຫ້ໄດ້… ພວມຄຶດເພີນຢູ່ ຂ້ອຍຕ້ອງຟ້າວຜ່ອນຄວາມໄວລົງຢ່າງກະທັນຫັນ ເພາະຢູ່ເບື້ອງໜ້ານັ້ນມີລົດອັ່ງກັນເປັນແຖວຍາວສົມຄວນ. ຂ້ອຍຄ່ອຍໆເລື່ອນລົດໄປເບື້ອງໜ້າຕາມຂະບວນ… ຂ້ອຍຫັນກະຈົກປ່ອງຢ້ຽມລົດລົງ ຍື່ນປາກຖາມພໍ່ຕູ້ທີ່ຢືນຢູ່ແຄມທາງເບື້ອງນັ້ນ…ເພິ່ນຕອບຂ້ອຍວ່າ:

“ລົດຕຳກັນ!”

ຂ້ອຍຟ້າວຫັນກະຈົກຂຶ້ນຄືນ ເພາະຢ້ານຄວາມເຢັນໃນລົດຈະກະຈາຍອອກໄປຂ້າງນອກ ພ້ອມທັງແນມເບິ່ງຂ້າງໜ້າ ເຫຼືອພຽງລົດອີກ 2 ຄັນ ຂ້ອຍກໍຈະໄປເຖິງຈຸດເກີດອຸບັດເຫດ… ຮູ້ສຶກຢາກຮ້າຍຈົນສົບຂະເໝັ່ນຍຶກໆ… ບໍ່ພໍອຶດໃຈລົດຂ້ອຍກໍຮອດຈຸດເກີດເຫດ… ຄວາມຢາກຮ້າຍບໍ່ຮູ້ວ່າຫຼຸດລອຍອອກຈາກຈິດໃຈຍາມໃດກໍບໍ່ຮູ້… ພາບຂອງເດັກຍິງຊຸດນັກຮຽນມັດທະຍົມນອນຫງາຍຮາບຢູ່ຂ້າງທາງ ເຫັນວົງເລືອດກະຈາຍອ້ອມແຂ່ງກັບສີແດງຂອງແພມັດຄໍເຍົາວະຊົນ ໂດຍມີຊາຍໄວກາງຄົນຢືນສັ່ນເຊັນແບບບໍ່ຮູ້ຈັກແນວຊິເຮັດ ໄດ້ແຕ່ກວັກມືຂໍຄວາມຊ່ວຍເຫຼືອຈາກເຈົ້າຂອງລົດໃຫຍ່ທີ່ແລ່ນຜ່ານໄປມາ… ຫຼຽວເບິ່ງໂມງ ຍັງເຫຼືອພຽງຊາວນາທີກອງປະຊຸມກໍຈະເປີດແລ້ວ ປາຍຕີນວ່າຈະຢຽບຄັນເລັ່ງໃຫ້ລົດແລ່ນຕໍ່ໄປ… ແຕ່ສຽງເອີ້ນຂໍຄວາມຊ່ອຍເຫຼືອຈາກຊາຍຜູ້ນັ້ນຊຶ່ງດັງເລັດລອດເຂົ້າກະຈົກປ່ອງຢ້ຽມທີ່ອັດບໍ່ແຈບ ໄດ້ເຮັດໃຫ້ຕີນເບື້ອງຂວາຢຽບເບກຢ່າງອັດຕະໂນມັດ… ບໍ່ຮູ້ວ່າຕົນເອງອອກຈາກລົດຍາມໃດ… ຮ່າງຄີງທີ່ຈົ່ມກອງເລືອດ ເຮັດໃຫ້ຂ້ອຍຕ້ອງກັດແຂ້ວອົດກັ້ນຄວາມສະເທືອນໃຈ…

“ຊ່ອຍເອົາລູກອ້າຍໄປໂຮງໝໍໃຫ້ແດ່!” ສຽງຟ່າຟາວຂອງຊາຍຜູ້ໂຊກຮ້າຍກະທົບເຂົ້າໂສຕະປະສາດຂ້ອຍອີກເທື່ອໜຶ່ງ.

ວິຊາປະຖົມພະຍາບານທີ່ຂ້ອຍເຄີຍຮຽນຕອນໄປຝຶກອົບຮົມກັບສະພາກາແດງລາວຫວ່າງສອງປີກ່ອນຖືກຂ້ອຍນໍາໃຊ້ເປັນເທື່ອທຳອິດ… ຮ່າງອັນອ່ອນປວກປຽກຖືກນຳເຂົ້າສູ່ໂຮງໝໍເມືອງແບບໄວພະລັນ ຈົນຜູ້ເປັນພໍ່ຂອງນາງນ້ອຍຜູ້ໜ້າສົງສານບໍ່ທັນຈະກ່າວຫຍັງກັບຂ້ອຍເລີຍ. ຫຼຽວເບິ່ງໂມງ ຍັງແຕ່ 5 ນາທີ… ຂ້ອຍຟ້າວຂຶ້ນລົດ ຢຽບຄັນເລັ່ງຈົນຈຳ ເພື່ອໃຫ້ທັນກັບກອງປະຊຸມ… ສົງໄສຂ້ອຍຄົງຈະຖືກຫົວໜ້າຮ້າຍອີກແລ້ວ!

ແມ່ນແທ້ໆ ຊ້າເກືອບສິບຫ້ານາທີ ຂະໜາດວ່າບໍ່ທັນໄດ້ເຂົ້າຫ້ອງພັກໄປຖ່າຍເຄື່ອງ ມີແຕ່ແກ້ເສື້ອກັນລົມທີ່ເປື້ອນເລືອດອອກ… ຂ້ອຍຍ່າງເຂົ້າໄປໃນຫ້ອງປະຊຸມດ້ວຍຫົວໃຈນ້ອຍລີບ ພະຍາຍາມຫົດໂຕໃຫ້ນ້ອຍເທົ່າທີ່ຈະນ້ອຍໄດ້ ພໍແຕ່ນັ່ງລົງຂ້າງຫົວໜ້າ ຂ້ອຍກໍກັ້ນໃຈເພື່ອກຽມເອົາຫູໂຕ່ງຄຳຮ້າຍຈາກເພິ່ນ… ແຕ່ຂ້ອຍຕ້ອງແປກໃຈ ເມື່ອສຽງທີ່ດັງອອກຈາກປາກເພິ່ນເຂົ້າສູ່ຮູຫູເປັນສຳນວນອ່ອນໂຍນແບບທີ່ຂ້ອຍບໍ່ເຄີຍໄດ້ຍິນມາກ່ອນຈັກເທື່ອ:

“ຊ້າແບບນີ້ ພວກເຮົາທຸກຄົນໃນທີ່ກອງປະຊຸມຄວນເອົາເປັນແບບຢ່າງ ແລະກໍຂໍສະແດງຄວາມຊົມເຊີຍຕໍ່ນໍ້າໃຈທີ່ເສຍສະລະຊ່ອຍເຫຼືອຜູ້ອື່ນໃນຍາມປະສົບໄພ. ຂໍຊົມເຊີຍສະຫາຍຄຳດີດ້ວຍຄວາມຈິງໃຈ.” ຕິດຕາມດ້ວຍສຽງຕົບມືຂອງຜູ້ທີ່ເຂົ້າຮ່ວມກອງປະຊຸມ… ຂ້ອຍງຶດງໍ້ອັດສະຈັນນຳຄຳຊົມເຊີຍຂອງຫົວໜ້າ ເຮັດແນວໃດເພິ່ນຈຶ່ງຮູ້ວ່າຂ້ອຍຊ້າຍ້ອນຄາຊ່ອຍຜູ້ປະສົບໄພ… ແຕ່ຄວາມງຶດງໍ້ຂອງຂ້ອຍຕ້ອງມະລາຍຫາຍໄປ ເມື່ອນາງແສງຈັນ ເພື່ອນຮ່ວມງານຂອງຂ້ອຍຍິກຄິ້ວລິວຕາໃສ່ຂ້ອຍພ້ອມທັງເອົານິ້ວຊີ້ໃສ່ຕົນເອງ…

ກອງປະຊຸມ 5 ວັນ ຕັ້ງແຕ່ວັນຈັນເຖິງວັນສຸກດຳເນີນໄປຢ່າງປະສົບຜົນສຳເລັດ ຂ້ອຍກໍປະຕິບັດໜ້າທີ່ທີ່ທາງຂັ້ນເທິງມອບໝາຍໃຫ້ດ້ວຍຄວາມເບີກບານໃຈ ແລະເປັນທີ່ຖືກໃຈຫົວໜ້າເປັນຢ່າງດີ.

ຂາກັບຂ້ອຍບໍ່ລືມຂັບລົດໄປແວ່ໂຮງໝໍເມືອງໂພນໂຮງ… ຕະຫຼອດຫ້າມື້ທີ່ຜ່ານມາ ຂ້ອຍພາວະນາໃຫ້ນາງນ້ອຍຜູ້ໂຊກຮ້າຍຈົ່ງປອດໄພ ຢ່າໄດ້ມີອັນເປັນໄປໃນທາງບໍ່ດີເລີຍ. ພໍແຕ່ກ້າວຂາມາເຖິງໜ້າໂຮງໝໍ ຂ້ອຍກໍໄດ້ຍິນສຽງລົມກັນຂອງນາງພະຍາບານສອງຄົນຢູ່ໜ້າບ່ອນຮັບຄົນເຈັບ.

“ຖ້ານາງນ້ອຍຜູ້ນັ້ນມາຊ້າອີກ 5 ນາທີ ລາວຄືຊິບໍ່ໄດ້ກັບເມືອເຮືອນຄືສະພາບແບບນີ້ດອກ! ຫຼາຍຄົນເວົ້າວ່າຄົນລາວສະໄໝນີ້ແລ້ງນໍ້າໃຈ ແຕ່ໃນຕົວຈິງຄົນທີ່ມີນໍ້າໃຈຍັງມີຢູ່… ຖ້າຂ້ອຍໄດ້ເຫັນອ້າຍທີ່ຊ່ອຍເອົານາງນ້ອຍມາມື້ນັ້ນອີກ ຂ້ອຍຈະກ່າວຄຳຂອບໃຈແທນພໍ່ແມ່ແລະນາງນ້ອຍນັ້ນໃຫ້ໄດ້…” ນາງພະຍາບານໜ້າໃສເວົ້າດ້ວຍສຽງດັງພໍປະມານ ເຮັດໃຫ້ຂ້ອຍຈົນຢາກສະເໜີໜ້າເຂົ້າໄປຫານາງ ແຕ່ດ້ວຍຫຍັງກໍບໍ່ຮູ້ ເຮັດໃຫ້ຂ້ອຍຕ້ອງຊະງັກຂາ ປິ່ນໂຕອອກຈາກໂຮງໝໍກັບມາຍັງລົດ… ແຕ່ສຽງຂອງນາງພະຍາບານອີກນາງໜຶ່ງກໍຍັງນໍາຕິດຕາມ…

“ຖ້າໄດ້ຊາຍແບບນີ້ເປັນແຟນ ກໍຄົງເປັນບຸນແທ້ໆນໍ!”

ສຽງເວົ້າດັ່ງກ່າວກ້ອງໄປທົ່ວໂກນຫູ ເຮັດໃຫ້ຫົວໃຈໜຸ່ມໂສດຕ້ອງສັ່ນສະເທືອນແບບບໍ່ເຄີຍເປັນມາກ່ອນ…

ຮອດ​ຍາມ​ນີ້​ມາ ຂ້ອຍ​ໂລດ​ບໍ່​ໄດ້​ຢູ່​ໄດ້​ເຊົາ ຕ້ອງ​ໄດ້​ວິ່ງ​ເຕັ້ນ​ແລ່ນ​ເຂົ້າ​ໄປ​ຫາ​ຜູ້​ນັ້ນ​ຜູ້​ນີ້ ​ເພື່ອ​ຊອກ​ຊ່ອງ​ທາງ​ໃຫ້​ລູກ​ຊາຍ​ຂອງ​ຕົນ​ໄດ້​ເຂົ້າ​ຮຽນ​ຢູ່​ມະຫາວິທະຍາ​ໄລ. ຫລາຍ​ຄົນ​ແນະນຳ​ໃຫ້​ຂ້ອຍ​ໄປ​ຫາ​ອາຈານ​ທີ່​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ທີ່​ມີ​ຊື່​ສຽງ, ​ແຕ່​ຂ້ອຍ​ກໍ​ຕ້ອງ​ໜ້າ​ແຕກ​ເມືອ​ເຮືອນ ​ເພາະ​ອາຈານ​ຫລາຍ​ຄົນ​ທີ່​ຂ້ອຍ​ໄປ​ຫາ​ນັ້ນ ບອກ​ເປັນ​ສຽງ​ດຽວ​ກັນ​ວ່າ “ຄັນ​ລູກ​ຊາຍ​ຂອງ​ເອື້ອຍ​ເປັນ​ນັກຮຽນ​ດີ​ນັກຮຽນ​ເກັ່ງ​ແລ້ວ ບໍ່​ຕ້ອງ​ຊື້​ຕ້ອງ​ຈ້າງ​ຫຍັງ​ດອກ! ມັນ​ຫາກ​ຊິ​ມີ​ຊື່​ຕິດ​ຢູ່​ເຈ້ຍ​ຜົນ​ເສັງນຳ​ເຂົາ​ຢ່າງແນ່ນອນ.” ປານ​ນັ້ນ​ຂ້ອຍ​ຍັງ​ບໍ່​ຄັກ​ໃຈ, ​ໂທລະສັບ​ໄປ​ຫາ​ອີ່​ແຫວນ​ສ່ຽວ​ຮັກ ​ເພາະ​ລູກ​ສາວ​ຂອງ​ມັນ​ກໍ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ຄື​ກັນ. ມັນ​ບອກ​ວ່າ​ບໍ່​ຕ້ອງ​ຕື່ນ​ຕົກ​ໃຈ​ດອກ ຫາກ​ມີ​ເງິນ​ຈັກ​ສາມ​ໝື່ນ ຢາກ​ຮຽນ​ຄະນະ​ວິຊາ​ໃດ​ກໍ​ໄດ້​ໂລດ. ​ໄດ້​ຍິນ​ແນວ​ນັ້ນ​ຫູ​ຂ້ອຍຜຶ່ງ​ຂຶ້ນ​ທັນທີ.

“​ແມ່ນ​ແທ້​ຫວະ, ອີ່​ແຫ​ວນ?”

“ກູ​ຊິ​ຕົວະ​ມຶງ​ເຮັດ​ຫຍັງ? ລູກ​ກູ ອີ່​ສີ ກູ​ຈ່າຍ​ໃຫ້​ເຂົາ​ຮຽບຮ້ອຍແລ້ວ! ​ເຂົາ​ບອກ​ວ່າ​ຮອດ​ຍາມ​ເພິ່ນ​ປະກາດ​ລາຍ​ຊື່​ຜູ້​ເສັງ​ໄດ້ ​ໃຫ້​ໄປ​ເບິ່ງ​ໂລດ ມີ​ຊື່​ຢ່າງ​ແນ່ນອນ!” ສຽງ​ອີ່​ແຫວນ​ດັງ​ແຈ​ດໆ​ເຂົ້າ​ຫູ​ຮູ ​ເຮັດ​ໃຫ້​ຂ້ອຍ​ຕື່ນ​ເຕັ້ນ​ຈົນ​ມື​ສັ່ນ…

“ຄັນ​ຊັ້ນ ຕິດ​ຕໍ່​ໃຫ້​ກູ​ແດ່​ເດີ!”

“​ໂອ​ເຄ! ​ແຕ່​ຢ່າ​ລືມ​ລ້ຽງ​ເຝີ​ກູ​ໄດ໋!”

“​ເອີນ່າ! ທະ​ແນມ​ວ່າ​ຕິດ​ຕໍ່​ໃຫ້​ລູກ​ກູ​ໄດ້​​ເຂົ້າ​ຮຽນ​ມະຫາວິທະຍາ​ໄລ!”

ບ່າຍ​ມື້​ນັ້ນ ​ຂ້ອຍ​ເຂົ້າ​ໄປ​ທະນາຄານ​ຖອນ​ເອົາ​ເງິນ 3 ໝື່ນ ຍັດ​ໃສ່​ຊອງ​ຂາວ​ຕິດ​ຜະ​ນຶກ​ຢ່າງ​ດີ ​ແລ້ວຟ້າວ​ລິວ​ໄປ​ຫາ​ອີ່​ແຫວນ​ຊຶ່ງ​ນັ່ງ​ຂາຍ​ເຄື່ອງ​ຢູ່​ຕະຫລາດ​ຂົວ​ດິນ. ​ແຕ່​ລະຫວ່າງ​ທາງ​ເຂົ້າ​ໄປ​ນັ້ນ ​ໄດ້​ເຈິ​ກັບ​ທ້າວ​ຄຳ​ສີ​ລູກ​ຊາຍ​ຫົວ​ແກ້ວ​ຫົວ​ແຫວນ​ໂດຍ​ບັງ​ເອີນ.

“​ແມ່​ຊິ​ໄປ​ໃສ?”

“ວ່າ​ຊິ​ໄປ​ຫາ​ແມ່​ແຫວນ.”

“​ໄປ​ຫາລາວເຮັດ​ຫຍັງ?”

“ວ່າ​ຊິ​ໄປ​ລົມ​ວຽກ​ນໍາລາວ​ຈັກ​ໜ້ອຍ!”

“ລູກ​ເຫັນ​ຕຳຫລວດ​ຢູ່​ຮ້ານ​ລາວ​ເດ​ຫັ້ນ!”

ໄດ້​ຍິນ​ແນວ​ນັ້ນ ຂ້ອຍ​ຈຶ່ງ​ຊວນ​ລູກ​ຊາຍ​ເຂົ້າ​ໄປ​ຫາ​ອີ່​ແຫ​ວນນໍາ. ​ເມື່ອ​ໄປ​ຮອດ​ຮ້ານ ຫົວ​ໃຈ​ຂ້ອຍ​ຕົກ​ວາບ ຍ້ອນເຫັນ​ອີ່​ແຫວນ​ພວມ​ຂຶ້ນ​ລົດ​ໄປ​ນຳ​ຕຳຫລວດ…

ພໍດີ​ມັນ​ງວາກ​ໜ້າ​ມາ ຂ້ອຍ​ຈຶ່ງ​ຮ້ອງ​ຖາມ​ໄປ​ວ່າ “​ເກີດ​ເລື່ອງ​ຫຍັງ​ຂຶ້ນ?” ບໍ່​ມີ​ຄຳ​ຕອບ​ຈາກ​ມັນ ນອກຈາກ​ສີ​ໜ້າຫຼ່າໆ ​ແສງຕາ​ຕົກ​ຕໍ່າ…

ຂ້ອຍ​ຟ້າວ​ຖາມ​ຊາຍ​ໄວ​ກາງຄົນ​ທີ່​ຢືນ​ເບິ່ງ​ເຫດການ​ຂ້າງໆ​ຂ້ອຍ: ລາວ​ບອກ​ວ່າ ອີ່​ແຫວນ​ພົວພັນ​ກັບ​ແກ໋ງຕົວະ​ຕົ້ມ​ຄົນ​ເຂົ້າ​ຮຽນ​ຢູ່​ຕາມ​ສະ​ຖາ​ບັນ​ຕ່າງໆ.

ລູກ​ຊາຍ​ແນມ​ເບິ່ງ​ໜ້າ​ຂ້ອຍ ພ້ອມ​ທັງ​ຖາມ​ວ່າ:

“ອີ່​ແມ່, ມາ​ຫາ​ແມ່​ແຫວນ​ເລື່ອງ​ຂອງ​ລູກ​ແມ່ນ​ບໍ່?”

ຂ້ອຍ​ປາກ​ບໍ່​ອອກ ​ໄດ້​ແຕ່​ແນມ​ເບິ່ງ​ລູກ​ດ້ວຍ​ສາຍຕາ​ຜິດ​ຫວັງ. ​ແຕ່​ລູກ​ຊາຍ​ຊໍ້າ​ຜັດ​ຍິ້ມ​ຫົວ​ດ້ວຍ​ໃບ​ໜ້າ​ສົດ​ຊື່ນ ​ແລະ​ກ່າວ​ວ່າ:

“ດີ​ແລ້ວ! ທີ່​ແມ່ບໍ່​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ແມ່​ແຫວນ​ອີກ​ຄົນ.”

“​ແລ້ວ​ລູກ​ຊິ​ບໍ່​ຕິ​ແມ່​ບໍ່ ທີ່​ບໍ່​ໄດ້​ຊ່ອຍ​ລູກ​ຈົນ​ສຸດ​ຂີດ!”

“​ແມ່​ຕ້ອງ​​ເຊື່ອ​ໝັ້ນ​ລູກ​ຕີ້! ​ເຖິງ​ຈະ​ເສັງ​​ເຂົ້າ​ມະຫາ​ໄລ​ບໍ່​ໄດ້, ກໍ​ຍັງ​ມີ​ໂຮງຮຽນ​ວິຊາ​ຊີບ​ເດ! ສຳລັບ​ລູກ​ແລ້ວ ຮຽນ​ອັນ​ໃດ​ກໍ​ໄດ້ ​ແລ້ວ​ແຕ່​ຄວາມ​ສາມາດ! ​ແຕ່​ຄັນ​ເຂົ້າ​ຮຽນ​ໂດຍ​ການ​ຊື້​ຈ້າງ​ແລ້ວ, ລູກ​ຂໍ​ເປັນ​ກຳມະກອນ​ກໍ່ສ້າງ​ຈະ​ດີກ​ວ່າ!”

ໄດ້​ຍິນ​ລູກ​ເວົ້າ​ແນວ​ນັ້ນ ຂ້ອຍ​ຈົນ​ນໍ້າ​ຕາ​ຍຶ່ງປໍ້!

ເບິ່ງຂ່າວມື້ເຊົ້ານີ້ ໄຂ້ຫວັດໃຫຍ່ 2009 ຫລື ຫລາຍຄົນເອີ້ນວ່າ ໄຂ້ຫວັດໝູ ມາຮອດມື້ນີ້ ມີຜູ້ຕິດເຊື້ອທົ່ວໂລກເຖິງຊາວພັນກວ່າຄົນ ສະເພາະຢູ່ອາເມລິກາກໍມີຕົວເລກເຄິ່ງໜຶ່ງຂອງຄົນທີ່ເປັນ. ຢູ່ໃກ້ໆບ້ານເຮົາ, ປະເທດໄທມີຈຳນວນເຖິງ 80 ຄົນແລ້ວ! ຊຶ່ງເປັນໂຕເລກທີ່ໜ້າຢ້ານ. ສຳລັບບ້ານເຮົາ ຍັງບໍ່ທັນມີຂ່າວວ່າມີໃຜເປັນຫວັດຊະນິດນີ້ເທື່ອ, ແຕ່ທາງກະຊວງສາທາລະນະສຸກ ເພິ່ນກໍໄດ້ອອກແຈ້ງການໃຫ້ພາກັນລະມັດລະວັງ ຮັກສາສຸຂະພາບໃຫ້ດີ… ສ່ວນຫລາຍພວກທີ່ຕິດເຊື້ອຢູ່ປະເທດໄທ ລ້ວນແຕ່ແມ່ນຜູ້ທີ່ກັບມາຈາກອາເມລິກາ. ດັ່ງນັ້ນ ພວກເຮົາຫາກມີໂອກາດໄປຕ່າງປະເທດກໍຕ້ອງໄດ້ລະວັງໃຫ້ຈົ່ງໜັກ ໂດຍສະເພາະເວລາອອກໄປທາງນອກຕ້ອງໄດ້ເອົາຜ້າມາອັດດັງໄວ້ ເພື່ອບໍ່ໃຫ້ເຊື້ອໄວຣັດເຂົ້າສູ່ລະບົບຫາຍໃຈຂອງເຮົາ.

ຖ້າຮັກສາສຸຂະພາບດີ ກິນອາຫານຄົບຫ້າໝູ່ ອອກກຳລັງກາຍເປັນປົກກະຕິ ນອນພຽງພໍ ກິນນໍ້າສະອາດໃຫ້ຫລາຍ, ໄຂ້ຫວັດໝູກໍບໍ່ຫານກ້າເຂົ້າມາແຊກຊຶມໃນລະບົບຫາຍໃຈຂອງເຮົາໃດຢ່າງແນ່ນອນ…

sad_man

ສາຍຕາແນມເບິ່ງຟ້າ………ນະພາກາດສົດໃສ

ດວງລືໄທແສນສຸກ…………ອຸກອັ່ງບໍ່ມາໃກ້

ໃຈຖະຫວິນເຖິງຟ້າ…………ເມຄາລອຍລ່ອງ

ຄິດຮອດຖະໜາດນ້ອງ…….ໃຈອ້າຍຫ່ວງລະເມີ

 

ບາດຫລຽວມາເບິ່ງນີ້……….ລາວບລັອກສີໃສ

ຫົວໃຈແສນງຽບເຫງົາ………ປານຢູ່ໃນເຮືອນຮ້າງ

ສະມາຊິກໜີໜ້າ…………..ມີແຕ່ຕົນເນົາດ່ຽວ

ບໍ່ມີໃຜຂອດກ້ຽວ…………..ຈາຕ້ານນໍາພໍຄົນ ເສົ້າເດ!

 

ດັ່ງນັ້ນ ຈຶ່ງຈຳຕ້ອງກ່າວເອີ້ນ…ຈໍາຈາກໃຈຈອນ

ຂໍສົ່ງພອນຄວາມສຸກ………ແດ່ຜູ້ອ່ານທຸກທ້ານ

ຈົ່ງມີຄວາມຂະຫຍັນກ້າ……ຮໍ່າຮຽນຂຽນອ່ານ

ປະສົບຜະຫລາມາກລົ້ນ…..ຈົນເທົ້າຊົ່ວຊີວາ ພຸ້ນທ້ອນ!

(ຂຽນກອນອອກຈາກໃຈໃນຕອນທີ່ຄວາມເຫງົາມາຢາມ…)

ຂໍສົ່ງພອນປີໃໝ່ນີ້       ທຸກທ່ານມີໂຊກໄຊ

ປາຖະໜາສິ່ງໃດ          ໃຫ້ໄດ້ຕາມໝາຍມຸ້ງ

ມີອາຍຸຍືນຍາວໝັ້ນ    ພັນປີຢ່າເຫຼືອງຫຼ່າ

ວັນນະໃສສ່ອງແຈ້ງ      ສຸຂະພະລະນັ້ນໃຫ້ແຂງກ້າຊົ່ວນິລັນແດ່ທ້ອນ…            

ດ້ວຍຄວາມປາຖະໜາດີ

ຈາກ ວິສະນຸ

dsc02387

ເກືອບເຂົ້າສາມເດືອນແລ້ວ ນັບແຕ່ປີ 2009 ໄດ້ກ້າວຂາມາແທນທີ່ປີ 2008, ຂໍ້ຄິດຂໍ້ຂຽນໃໝ່ໆບໍ່ທັນໄດ້ໂຜ່ພົ້ນອອກສູ່ໜ້າບລັອກນີ້ເລີຍ… ສະແດງວ່າຕົນເອງໄດ້ປ່ອຍປະລະເລີຍເວລາໃຫ້ຜ່ານໄປໂດຍບໍ່ມີຜົນງານດ້ານຂີດຂຽນແມ່ນແຕ່ບົດດຽວ! ຄິດມາກໍຮູ້ສຶກເສຍດາຍເວລາທີ່ຜ່ານໄປ… ສາເຫດທີ່ພາໃຫ້ບໍ່ມີບົດຂຽນອອກສູ່ສາຍຫູສາຍຕາຜູ້ອ່ານ ອັນສຳຄັນກໍແມ່ນຍ້ອນບັນຫາຄອມພິວເຕີ ຮອງລົງມາກໍແມ່ນອິນເຕີເນັດທີ່ເຮົາບໍ່ສູ້ມີເວລາໄປຮ້ານ… ນອກຈາກນັ້ນກໍແມ່ນວຽກງານທີ່ທັບຖົມໃສ່ຈົນບໍ່ມີເວລາແມ່ນແຕ່ຊິປ່ອນມືລົງໃສ່ຄີບອດ… ແຕ່ມາຮອດເວລານີ້ ຄວາມໃກ້ຊິດຂອງນິ້ວມືທັງສິບກັບຄີບອດແລະອິນເຕີເນັດຖືກປະສານເຂົ້າກັນຢ່າງກົມກຽວ ຈຶ່ງເປັນເງື່ອນໄຂສະດວກໃນການລະບາຍຄວາມໃນໃຈ ພ້ອມທັງບັນຫາເລື່ອງຕ່າງໆທີ່ຄ້າງຄາໃນຫົວທີ່ເຕັມໄປດ້ວຍເຫດການຕ່າງໆທີ່ໄດ້ປະສົບພົບພໍ້ທັງທາງດ້ານປະສາດຫູ ກໍຄືປະສາດຕາ… ແຕ່ບໍ່ຮູ້ວ່າຈະນໍາເອົາເຫດການຕ່າງໆນັ້ນອອກມາໄດ້ສໍ່າໃດ… ເຖິງຢ່າງໃດກໍຕາມ ຕົນເອງກໍຈະພະຍາຍາມກັ່ນຕອງເຫດການທີ່ເຫັນວ່າມີປະໂຫຍດແກ່ສັງຄົມອອກຈາກປາຍນິ້ວລົງສູ່ປຸ່ມຕົວອັກສອນ ໃຫ້ກາຍເປັນທັງປະໂຫຍກທັງສັ້ນແລະຍາວຕາມແຕ່ສະໝອງຈະສັ່ງການ…

ຂໍກ່າວທັກທາຍກັບບັນດານັກທ່ອງເວັບນັກອ່ານທັງຫຼາຍ ທັງຜູ້ທີ່ຕັ້ງໃຈເຂົ້າມາ ແລະຜູ້ທີ່ບັງເອີນເຂົ້າມາດ້ວຍປະການສະນີ້… ແລະຂໍຈົບດ້ວຍຄຳສຸພາສິດທີ່ວ່າ:

“ແກ້ວບໍ່ຜັດສາມປີເປັນແຮ່ ພີ່ນ້ອງບໍ່ແວ່ສາມປີເປັນຜູ້ອື່ນ ອະດີດບໍ່ຄິດຄືນກໍຖືກລືມໄປຕາມການເວລາ.”


© 2007 ບັນທຶກຊີວິດ | iKon Wordpress Theme by TextNData | Powered by Wordpress | ບໍລິການຟຣີບລັອກຈາກ LaoBlogger.com