October 21st, 2009ດຶງໜວດແມ່ເສືອ
ສຽງລົດບັນທຸກຂະໜາດກາງຍີ່ຫໍ້ຮຸນໄດດັງຄະເລີກຄະລາກຄືກັບບໍ່ໄດ້ເຂົ້າອູ່ເຊັກເປັນເວລາຫຼາຍເດືອນ… ຕາເວັນຄ້ອຍອ່ອນແສງລົງເກືອບລັບປາຍໄມ້ທີ່ຢືນເດັ່ນຢູ່ຕາມແຄມທາງ… ຄວາມຮ້ອນເອົ້າໄດ້ບັນເທົາລົງ ລົມເຢັນໆຈາກພາຍນອກພັດເຂົ້າມາໃສ່ປ່ອງຢ້ຽມລົດ ຈົນເຫື່ອທີ່ໄຫຼອອກຈາກຂຸມຂົນຕ້ອງມຸດມ້ວຍແຫ້ງເຫືອດກາຍເປັນເກັດຂາວໆນ້ອຍໆຕາມແຂນ ທີ່ດ່າງດຳໄປດ້ວຍຝຸ່ນຖ່ານ. ຂ້ອຍໃຊ້ມືຖູແຂນໄປມາຢ່າງເມື່ອຍອ່ອນ ຄິດວ່າອີກພຽງຊົ່ວໂມງກວ່າໆ ກໍຈະໄດ້ພັກຜ່ອນຢ່ອນອາລົມແລ້ວ…
“ກ່າຮ້ອງຂາຍແດ່ດຸ!” ໂຊເຟີໃບໜ້າໝອງຮ້ອງບອກຂ້ອຍ. ເພື່ອບໍ່ໃຫ້ເປັນທີ່ຜິດໃຈຂອງລາວ ຂ້ອຍກໍເລີຍແຫກປາກຮ້ອງດ້ວຍສຽງອັນດັງ…
“ຖ່ານເດີ! ຖ່ານເດີ!”
ໄດ້ຜົນ ມີສາວນ້ອຍນາງໜຶ່ງຢືນກວັກມືຢູ່ທາງປາກຮ່ອມ… ໂຊເຟີຍິ້ມດີໃຈຈົນແກ້ມສີດຳໆເກືອບຈີກອອກເປັນຕ່ອນ. “ຈັ່ງຊີ້ກະໄຄແດ່!” ກ່າວສຸດກໍລ້ຽວລົດເຂົ້າໄປໃນຮ່ອມຕາມຫຼັງສາວນ້ອຍນັ້ນເຂົ້າໄປ. ບໍ່ຮອດສອງຮ້ອຍແມັດກໍເຫັນສາວນ້ອຍເປີດປະຕູເຫຼັກໃຫ້…
“ຖ່ານດີຢູ່ບໍ?” ຍິງໄວກາງຄົນໜ້າຕາແບບແມ່ຢ້າວແມ່ເຮືອນທົ່ວໄປກ່າວຖາມ ພ້ອມທັງໃຊ້ມືໄປຈັບເອົາກ້ອນຖ່ານຂຶ້ນມາພິນິດ…
“ດີລະບໍ, ປ້າ. ຖ່ານໄມ້ບົກພຸ້ນໄດ໋!” ຂ້ອຍອ້າງຄຸນະພາບຂອງຖ່ານ.
“ດັງແລ້ວ ບໍ່ແຕກຕິເບ໊າະ!”
“ບໍ່ແຕກ ຮັບປະກັນໄດ້!” ທັງເວົ້າທັງຈັບເອົາກ້ອນຖ່ານກົມທີ່ດຳເຫຼື້ອມຈາກເປົ໋າຂຶ້ນໃຫ້ລູກຄ້າເບິ່ງ.
“ຄັນຊັ້ນ, ເອົາຈັກສອງເປົ໋າເບິ່ງກ່ອນ. ຫາກດັງດີ ເທື່ອໜ້າຈຶ່ງຈະຊື້ນຳຕື່ມອີກ. ມີເບີມືຖືບໍ່?”
ຂ້ອຍຈົດເບີມືຖືໃຫ້ເພິ່ນຢ່າງໄວວາ ເພື່ອວ່າໃນໂອກາດໜ້າເພິ່ນຈະອຸດໜຸນຖ່ານຂອງພວກຂ້ອຍຕື່ມ…
ແລ້ວຂ້ອຍກໍແບກເປົ໋າຖ່ານຂະໜາດຊາວໂລໄປເຮືອນຄົວສອງຖ້ຽວ, ສ່ວນໂຊເຟີນັ້ນ ນັ່ງຢ່ອງຢໍ້ສູບຢາກຸ່ນໆຢູ່ກ້ອງຮົ່ມຕາກົບຢ່າງສະເບີຍອາລົມ…
ສຽງເພງຍາມແລງດັງເບົາໆຈາກວິທະຍຸທີ່ຕັ້ງຢູ່ໂຕະຫີນຄຽງຂ້າງບ່ອນທີ່ໂຊເຟີນັ່ງ, ຂ້າງໆວິທະຍຸມີໂທລະສັບມືຖືລຸ້ນແບບທີ່ຂ້ອຍຢາກໄດ້ຢອງຢູ່…
ໄວປານຈະຫຼວດ, ໂຊເຟີພາຂ້ອຍອອກຈາກເຮືອນຫຼັງນັ້ນ ພາຍຫຼັງທີ່ການຊຳລະຄ່າຖ່ານເປັນທີ່ຮຽບຮ້ອຍແລ້ວ…
ໂຊເຟີ ຜິວຫວອດໆຢ່າງອາລົມດີ, ຍິກຄິ້ວລິ້ວຕາໃສ່ຂ້ອຍຢ່າງມີຄວາມໝາຍ. ໃຈຂ້ອຍສັ່ນວັກໆແບບບໍ່ເຄີຍເປັນມາກ່ອນ… ສຽງມືຖືຢູ່ໃນຖົງດັງຂຶ້ນ ຂ້ອຍຟ້າວບີບປຸ່ມປິດເຄື່ອງ ໃຈແຮ່ງເຕັ້ນແຮງຂຶ້ນກວ່າເກົ່າ…
ສຽງລົດຈັກແຂ່ງກັບສຽງຂອງແມ່ຍິງທີ່ຮ້ອງສຽງດັງ “ຈອດກ່ອນໆ” ເຮັດໃຫ້ໂຊເຟີໜ້າຮາດໄປກັບບາດ ພ້ອມກັບສຽງຫ້າມລໍ້ລົດດັງສະໜັ່ນ…
“ມີຫຍັງບໍ່? ປ້າ” ໂຊເຟີຖາມສຽງອ່ອຍ.
“ລົງລົດມາລົມກັນກ່ອນ!” ປ້າຜູ້ນັ້ນທັງເວົ້າທັງເອົາລົດໄປຈອດໄວ້ແຄມທາງໜ້າລົດຂາຍຖ່ານ.
ເມື່ອທັງໂຊເຟີແລະຂ້ອຍລົງຈາກລົດໄປປະເຊີນໜ້າກັບລາວແລ້ວ, ຄຳຖາມທຳອິດທີ່ພວກຂ້ອຍໄດ້ຍິນກໍແມ່ນ:
“ພວກເຈົ້າໄດ້ເອົາມືຖືຂອງລູກສາວຂ້ອຍໄປບໍ່?”
“ບໍ່ໄດ໋! ປ້າ.” ຂ້ອຍກັບໂຊເຟີເວົ້າເກືອບເປັນສຽງດຽວກັນ.
“ຖ້າແມ່ນເອົາ. ກໍຮີບໃຫ້ສົ່ງປ້າສາ! ແລ້ວປ້າຊິບໍ່ເອົາເລື່ອງນໍາ.” ສຽງຂອງປ້າຊົງອຳນາດແທ້ໆ ຈົນເຮັດໃຫ້ຂ້ອຍຕັດສິນໃຈຍາກ.
“ບໍ່ໄດ້ເອົາແທ້ໆນ່າ, ປ້າ!” ຂ້ອຍຢໍ້າຂໍ້ຄວາມເດີມ. ສ່ວນໂຊເຟີກໍເຊັ່ນກັນ ສັ່ນຫົວດິກແບບບໍ່ຮູ້ບໍ່ເຫັນຫຍັງນຳ.
“ຄັນຊັ້ນ…” ທັງເວົ້າ ທັງບີບປຸ່ມມືຖືໃນມືຢ່າງວ່ອງໄວ… ບໍ່ພໍຄາວລົດເກ໋ງປ້າຍແດງກໍມາຈອດ ຕຳຫຼວດສອງນາຍກ້າວຂາອອກມາ ພ້ອມທັງຄຳນັບປ້າດ້ວຍທ່າທາງເຄັ່ງຂຶມ ແລະປ້າກໍຍົກມືຂຶ້ນປາຍນິ້ວແຕະຂະໝັບ… ເຫັນແນວນັ້ນ ໂຊເຟີຟ້າວຈົກເອົາມືຖືຈາກຫົວໂສ້ງສົ່ງໃຫ້ປ້າດ້ວຍມືອັນສັ່ນເຊັນ…
“ເອົາ, ປ້າ! ຂ້ອຍສົ່ງໃຫ້ແລ້ວ. ປ້າຄືຊິບໍ່ເອົາເລື່ອງກັບຂ້ອຍນໍ!” ໂຊເຟີທັງເວົ້າທັງຍົກມືນົບແບບສັ່ນສະທ້ານໄປທົ່ວກາຍ…
“ບໍ່ເອົາບໍ່ໄດ້ ເພາະມັນກາຍຍາມແລ້ວ. ຕອນຂ້ອຍບອກໃຫ້ສົ່ງດີໆບໍ່ມັກ, ມັກສົ່ງຕອນທີ່ມີຕຳຫຼວດມາເປັນພະຍານ ກໍຕ້ອງເປັນແນວນີ້ແຫຼະ!” ປ້າກ່າວສຸດ, ຕຳຫຼວດທັງສອງນາຍກໍເຂົ້າປະກົບໂຕໂຊເຟີ ແລະຂ້ອຍທັນທີ ພ້ອມດ້ວຍສວມປະຫຼັກແຂນໃຫ້ຄົນລະຄູ່.
“ຂ້ອຍບໍ່ໄດ້ລັກ ເປັນຫຍັງຈຶ່ງຈັບຂ້ອຍ!” ຂ້ອຍຮ້ອງອອກມາຢ່າງແຮງ ເພື່ອສະແດງຄວາມບໍລິສຸດຂອງຕົນ.
“ບໍ່ໄດ້ລັກ ແຕ່ເປັນຜູ້ຮ່ວມຫົວນໍາຄົນຂີ້ລັກ ກໍຕ້ອງຖືກລົງໂທດເຊັ່ນກັນ!” ປ້າຄົນນັ້ນກ່າວສຽງສຽບຂາດ ຈົນເຮັດໃຫ້ຂ້ອຍຊາໄປທົ່ວໃບໜ້າ… ຮູ້ນຳຫຼັງ ຕອນທີ່ໄປຂຶ້ນສານເມືອງວ່າ ປ້າຄົນນັັ້ນ ເປັນຕຳຫຼວດຍົດຊັ້ນພັນເອກ!!!