ຂັບລົດອອກຈາກເຮືອນກໍພໍດີ 7 ໂມງ! ກອງປະຊຸມຢູ່ທ່າລາດຈະເປີດຕອນ 8 ໂມງເຄິ່ງ, ຂ້ອຍຕ້ອງຢຽບຄັນເລັ່ງມຸ່ງໜ້າໄປທາງໜອງບຶກດ້ວຍໃຈອັນຮ້ອນຮົນ. ຮູບໃບໜ້າອັນເຄັ່ງຂຶມຂອງຫົວໜ້າປາກົດຢູ່ໃນດວງຄວາມຄຶດ ຫາກຊັກຊ້າບໍ່ທັນເວລາ ມີຫວັງຖືກເພິ່ນຮ້າຍຢ່າງໃຫຍ່ຄືຕອນໄປປະຊຸມຢູ່ວັງວຽງຫວ່າງເດືອນແລ້ວນີ້ຄັກໆ!

“ຈັ່ງແມ່ນຊ້າຄືກັບເຕົ່າແທ້ນໍ! ຝຶກໃຫ້ເປັນຄົນວ່ອງຄົນໄວຄືກັບກະຕ່າຍບໍ່ໄດ້ຫວາ? ຫາກເທື່ອໜ້າຍັງມີປາກົດການແບບນີ້ ຂ້ອຍຄືຊິອົດບໍ່ໄດ້ດອກ…” ເພິ່ນທັງເວົ້າແບບກັດແຂ້ວທັງກຶ້ງຕາເບິ່ງໜ້າຂ້ອຍປານຊິກິນ… ຂ້ອຍກໍຈົນວ່າຕັບລີບໝົດ ຟ້າວກົ້ມໜ້າເອົາ USB ຍັດເຂົ້າໃສ່ຮູທາງຂ້າງຂອງແລັບທັອບທີ່ຕໍ່ໃສ່ LCD ທີ່ພວມສາຍແສງໄປໃສ່ຈໍຂາວໜ້າຝາຜະໜັງຫ້ອງປະຊຸມ. ໄຄແຕ່ຜູ້ເຂົ້າຮ່ວມປະຊຸມຫາກໍມີບໍ່ທໍ່ໃດຄົນ ຄັນບໍ່ຊັ້ນຂ້ອຍມີຫວັງມຸດເຂົ້າກ້ອງໂຕະເພື່ອດັບຄວາມອາຍ… ຄຶດມາຮອດນີ້ ຂ້ອຍຟ້າວຢຽບຄັນເລັ່ງເຂົ້າຈຳໆຕື່ມອີກ, ບໍ່ພໍເທົ່າໃດນາທີ ລົດກະບະໂຕໂຢຕາລຸ້ນປີ 1997 ກໍທະຍານໂດ່ງໄປຮອດເຂດອິໄລນາຂ່າ… ສຽງພາກຂ່າວຍາມເຊົ້າຈາກວິທະຍຸຄື້ນ FM ດັງເຂົ້າຫູໂດຍທີ່ຈັບໃຈຄວາມຫຍັງບໍ່ໄດ້ ຍ້ອນຈິດໃຈແມ່ນຢູ່ຫ້ອງປະຊຸມຫຼາຍກວ່າ…

ມາຮອດເຂດຕະຫຼາດຫຼັກ 52 ຂ້ອຍຕ້ອງປົດເກຍຜ່ອນຄວາມໄວ ເພາະລົດແຖວນັ້ນອັ່ງກັນອີ່ຫຼີ, ຫວິດຈາກຫັ້ນ ຂ້ອຍຟ້າວປ່ຽນເກຍ ແລະຢຽບຄັນເລັ່ງຕໍ່ຈົນປາຍເຂັມວັດຄວາມໄວໄປແຕະເລກ 100.

“ຈັ່ງໃດມື້ນີ້ເຮົາຕ້ອງໄປຮອດຫ້ອງປະຊຸມກ່ອນເວລາເປີດ 15 ນາທີ!” ຂ້ອຍຄິດໄລ່ຄວາມໄວໃສ່ເວລາໃນສະໝອງດ້ວຍບັ້ງເລກສະໄໝທີ່ເຄີຍຮຽນຢູ່ໂຮງຮຽນປະຖົມ. ເທື່ອນີ້ເຮົາຕ້ອງເຮັດໃຫ້ຫົວໜ້າຍ້ອງເຮົາໃຫ້ໄດ້… ພວມຄຶດເພີນຢູ່ ຂ້ອຍຕ້ອງຟ້າວຜ່ອນຄວາມໄວລົງຢ່າງກະທັນຫັນ ເພາະຢູ່ເບື້ອງໜ້ານັ້ນມີລົດອັ່ງກັນເປັນແຖວຍາວສົມຄວນ. ຂ້ອຍຄ່ອຍໆເລື່ອນລົດໄປເບື້ອງໜ້າຕາມຂະບວນ… ຂ້ອຍຫັນກະຈົກປ່ອງຢ້ຽມລົດລົງ ຍື່ນປາກຖາມພໍ່ຕູ້ທີ່ຢືນຢູ່ແຄມທາງເບື້ອງນັ້ນ…ເພິ່ນຕອບຂ້ອຍວ່າ:

“ລົດຕຳກັນ!”

ຂ້ອຍຟ້າວຫັນກະຈົກຂຶ້ນຄືນ ເພາະຢ້ານຄວາມເຢັນໃນລົດຈະກະຈາຍອອກໄປຂ້າງນອກ ພ້ອມທັງແນມເບິ່ງຂ້າງໜ້າ ເຫຼືອພຽງລົດອີກ 2 ຄັນ ຂ້ອຍກໍຈະໄປເຖິງຈຸດເກີດອຸບັດເຫດ… ຮູ້ສຶກຢາກຮ້າຍຈົນສົບຂະເໝັ່ນຍຶກໆ… ບໍ່ພໍອຶດໃຈລົດຂ້ອຍກໍຮອດຈຸດເກີດເຫດ… ຄວາມຢາກຮ້າຍບໍ່ຮູ້ວ່າຫຼຸດລອຍອອກຈາກຈິດໃຈຍາມໃດກໍບໍ່ຮູ້… ພາບຂອງເດັກຍິງຊຸດນັກຮຽນມັດທະຍົມນອນຫງາຍຮາບຢູ່ຂ້າງທາງ ເຫັນວົງເລືອດກະຈາຍອ້ອມແຂ່ງກັບສີແດງຂອງແພມັດຄໍເຍົາວະຊົນ ໂດຍມີຊາຍໄວກາງຄົນຢືນສັ່ນເຊັນແບບບໍ່ຮູ້ຈັກແນວຊິເຮັດ ໄດ້ແຕ່ກວັກມືຂໍຄວາມຊ່ວຍເຫຼືອຈາກເຈົ້າຂອງລົດໃຫຍ່ທີ່ແລ່ນຜ່ານໄປມາ… ຫຼຽວເບິ່ງໂມງ ຍັງເຫຼືອພຽງຊາວນາທີກອງປະຊຸມກໍຈະເປີດແລ້ວ ປາຍຕີນວ່າຈະຢຽບຄັນເລັ່ງໃຫ້ລົດແລ່ນຕໍ່ໄປ… ແຕ່ສຽງເອີ້ນຂໍຄວາມຊ່ອຍເຫຼືອຈາກຊາຍຜູ້ນັ້ນຊຶ່ງດັງເລັດລອດເຂົ້າກະຈົກປ່ອງຢ້ຽມທີ່ອັດບໍ່ແຈບ ໄດ້ເຮັດໃຫ້ຕີນເບື້ອງຂວາຢຽບເບກຢ່າງອັດຕະໂນມັດ… ບໍ່ຮູ້ວ່າຕົນເອງອອກຈາກລົດຍາມໃດ… ຮ່າງຄີງທີ່ຈົ່ມກອງເລືອດ ເຮັດໃຫ້ຂ້ອຍຕ້ອງກັດແຂ້ວອົດກັ້ນຄວາມສະເທືອນໃຈ…

“ຊ່ອຍເອົາລູກອ້າຍໄປໂຮງໝໍໃຫ້ແດ່!” ສຽງຟ່າຟາວຂອງຊາຍຜູ້ໂຊກຮ້າຍກະທົບເຂົ້າໂສຕະປະສາດຂ້ອຍອີກເທື່ອໜຶ່ງ.

ວິຊາປະຖົມພະຍາບານທີ່ຂ້ອຍເຄີຍຮຽນຕອນໄປຝຶກອົບຮົມກັບສະພາກາແດງລາວຫວ່າງສອງປີກ່ອນຖືກຂ້ອຍນໍາໃຊ້ເປັນເທື່ອທຳອິດ… ຮ່າງອັນອ່ອນປວກປຽກຖືກນຳເຂົ້າສູ່ໂຮງໝໍເມືອງແບບໄວພະລັນ ຈົນຜູ້ເປັນພໍ່ຂອງນາງນ້ອຍຜູ້ໜ້າສົງສານບໍ່ທັນຈະກ່າວຫຍັງກັບຂ້ອຍເລີຍ. ຫຼຽວເບິ່ງໂມງ ຍັງແຕ່ 5 ນາທີ… ຂ້ອຍຟ້າວຂຶ້ນລົດ ຢຽບຄັນເລັ່ງຈົນຈຳ ເພື່ອໃຫ້ທັນກັບກອງປະຊຸມ… ສົງໄສຂ້ອຍຄົງຈະຖືກຫົວໜ້າຮ້າຍອີກແລ້ວ!

ແມ່ນແທ້ໆ ຊ້າເກືອບສິບຫ້ານາທີ ຂະໜາດວ່າບໍ່ທັນໄດ້ເຂົ້າຫ້ອງພັກໄປຖ່າຍເຄື່ອງ ມີແຕ່ແກ້ເສື້ອກັນລົມທີ່ເປື້ອນເລືອດອອກ… ຂ້ອຍຍ່າງເຂົ້າໄປໃນຫ້ອງປະຊຸມດ້ວຍຫົວໃຈນ້ອຍລີບ ພະຍາຍາມຫົດໂຕໃຫ້ນ້ອຍເທົ່າທີ່ຈະນ້ອຍໄດ້ ພໍແຕ່ນັ່ງລົງຂ້າງຫົວໜ້າ ຂ້ອຍກໍກັ້ນໃຈເພື່ອກຽມເອົາຫູໂຕ່ງຄຳຮ້າຍຈາກເພິ່ນ… ແຕ່ຂ້ອຍຕ້ອງແປກໃຈ ເມື່ອສຽງທີ່ດັງອອກຈາກປາກເພິ່ນເຂົ້າສູ່ຮູຫູເປັນສຳນວນອ່ອນໂຍນແບບທີ່ຂ້ອຍບໍ່ເຄີຍໄດ້ຍິນມາກ່ອນຈັກເທື່ອ:

“ຊ້າແບບນີ້ ພວກເຮົາທຸກຄົນໃນທີ່ກອງປະຊຸມຄວນເອົາເປັນແບບຢ່າງ ແລະກໍຂໍສະແດງຄວາມຊົມເຊີຍຕໍ່ນໍ້າໃຈທີ່ເສຍສະລະຊ່ອຍເຫຼືອຜູ້ອື່ນໃນຍາມປະສົບໄພ. ຂໍຊົມເຊີຍສະຫາຍຄຳດີດ້ວຍຄວາມຈິງໃຈ.” ຕິດຕາມດ້ວຍສຽງຕົບມືຂອງຜູ້ທີ່ເຂົ້າຮ່ວມກອງປະຊຸມ… ຂ້ອຍງຶດງໍ້ອັດສະຈັນນຳຄຳຊົມເຊີຍຂອງຫົວໜ້າ ເຮັດແນວໃດເພິ່ນຈຶ່ງຮູ້ວ່າຂ້ອຍຊ້າຍ້ອນຄາຊ່ອຍຜູ້ປະສົບໄພ… ແຕ່ຄວາມງຶດງໍ້ຂອງຂ້ອຍຕ້ອງມະລາຍຫາຍໄປ ເມື່ອນາງແສງຈັນ ເພື່ອນຮ່ວມງານຂອງຂ້ອຍຍິກຄິ້ວລິວຕາໃສ່ຂ້ອຍພ້ອມທັງເອົານິ້ວຊີ້ໃສ່ຕົນເອງ…

ກອງປະຊຸມ 5 ວັນ ຕັ້ງແຕ່ວັນຈັນເຖິງວັນສຸກດຳເນີນໄປຢ່າງປະສົບຜົນສຳເລັດ ຂ້ອຍກໍປະຕິບັດໜ້າທີ່ທີ່ທາງຂັ້ນເທິງມອບໝາຍໃຫ້ດ້ວຍຄວາມເບີກບານໃຈ ແລະເປັນທີ່ຖືກໃຈຫົວໜ້າເປັນຢ່າງດີ.

ຂາກັບຂ້ອຍບໍ່ລືມຂັບລົດໄປແວ່ໂຮງໝໍເມືອງໂພນໂຮງ… ຕະຫຼອດຫ້າມື້ທີ່ຜ່ານມາ ຂ້ອຍພາວະນາໃຫ້ນາງນ້ອຍຜູ້ໂຊກຮ້າຍຈົ່ງປອດໄພ ຢ່າໄດ້ມີອັນເປັນໄປໃນທາງບໍ່ດີເລີຍ. ພໍແຕ່ກ້າວຂາມາເຖິງໜ້າໂຮງໝໍ ຂ້ອຍກໍໄດ້ຍິນສຽງລົມກັນຂອງນາງພະຍາບານສອງຄົນຢູ່ໜ້າບ່ອນຮັບຄົນເຈັບ.

“ຖ້ານາງນ້ອຍຜູ້ນັ້ນມາຊ້າອີກ 5 ນາທີ ລາວຄືຊິບໍ່ໄດ້ກັບເມືອເຮືອນຄືສະພາບແບບນີ້ດອກ! ຫຼາຍຄົນເວົ້າວ່າຄົນລາວສະໄໝນີ້ແລ້ງນໍ້າໃຈ ແຕ່ໃນຕົວຈິງຄົນທີ່ມີນໍ້າໃຈຍັງມີຢູ່… ຖ້າຂ້ອຍໄດ້ເຫັນອ້າຍທີ່ຊ່ອຍເອົານາງນ້ອຍມາມື້ນັ້ນອີກ ຂ້ອຍຈະກ່າວຄຳຂອບໃຈແທນພໍ່ແມ່ແລະນາງນ້ອຍນັ້ນໃຫ້ໄດ້…” ນາງພະຍາບານໜ້າໃສເວົ້າດ້ວຍສຽງດັງພໍປະມານ ເຮັດໃຫ້ຂ້ອຍຈົນຢາກສະເໜີໜ້າເຂົ້າໄປຫານາງ ແຕ່ດ້ວຍຫຍັງກໍບໍ່ຮູ້ ເຮັດໃຫ້ຂ້ອຍຕ້ອງຊະງັກຂາ ປິ່ນໂຕອອກຈາກໂຮງໝໍກັບມາຍັງລົດ… ແຕ່ສຽງຂອງນາງພະຍາບານອີກນາງໜຶ່ງກໍຍັງນໍາຕິດຕາມ…

“ຖ້າໄດ້ຊາຍແບບນີ້ເປັນແຟນ ກໍຄົງເປັນບຸນແທ້ໆນໍ!”

ສຽງເວົ້າດັ່ງກ່າວກ້ອງໄປທົ່ວໂກນຫູ ເຮັດໃຫ້ຫົວໃຈໜຸ່ມໂສດຕ້ອງສັ່ນສະເທືອນແບບບໍ່ເຄີຍເປັນມາກ່ອນ…