September 28th, 2009ພາສີ ກັບ ແພດ

“ຈັ່ງແມ່ນເຈົ້າເຫງີກຫງາກເອົາແທ້ເອົາວ່າ, ເປັນຫົວໜ້າໝູ່ແທ້ໆ ຍັງເອົາລົດຄັນເກົ່າໆມາຂີ່!” ສຽງແຈດໆຂອງບົວສີສອດເຂົ້າຫູທ້າວຄຳຕາຜູ້ນັ່ງເຮັດແສງຕາຕົກຕໍ່າປາກເມັ້ມແໜ້ນຢູ່ທາງຂ້າງ.
“ທ້າວສີກາ ລູກຕາໝັ້ນຫັ້ນນ່າ ຫາກໍເຂົ້າເຮັດການຢູ່ດ່ານຊາຍແດນບໍ່ພໍປີ ມັນກໍຍັງມີລົດວີໂກ້ຂີ່ອວດໄທບ້ານໄທເມືອງ. ເຈົ້າເຮັດວຽກພາສີເປັນຕັ້ງຫຼາຍປີ ກໍຍັງເອົາລົດເກົ່າໆໂຊມໆຂອງຫ້ອງການມາຂີ່.”
ເທື່ອນີ້ກໍເປັນອີກເທື່ອໜຶ່ງທີ່ຄໍາຕາຖືກເມຍເວົ້າໃສ່ຈົນອອກຮ້ອນຫູ ພາຍຫຼັງທີ່ນໍາເອົາລົດກະບະລຸ້ນຊຸມປີ 90 ມາເຮືອນ. ເທື່ອກ່ອນນັ້ນແຮ່ງກະເຕັກກວ່ານີ້ ຍ້ອນຂີ່ແຕ່ລົດຈັກປະຈຳຕຳແໜ່ງຄັນເກົ່າໝາງມາເຮືອນ. ເຂົາໄດ້ແຕ່ອົດກັ້ນ ເພື່ອບໍ່ໃຫ້ອຸດົມການທີ່ເຂົາໄດ້ປະຕິຍານຕໍ່ໜ້າການຈັດຕັ້ງຕ້ອງມາພັງທະລາຍ ຍ້ອນຄວາມຂີ້ຕັກມັກໄດ້ຂອງຜູ້ເປັນເມຍ…
“ເຈົ້າກະຢ່າສູ່ໂພດຫຼາຍ! ເຮົາໄດ້ຂີ່ລົດຈັກທີ່ທາງການຈັດຕັ້ງມອບໝາຍໃຫ້ ພ້ອມດ້ວຍນໍ້າມັນແຕ່ລະເດືອນ ມັນກໍເຮັດໃຫ້ການໄປລ້າມາການຂອງຂ້ອຍສະດວກກວ່າຊິຂີ່ລົດຖີບອີ່ຮ້າງໄປການຕວ່າ.”
“ເຈົ້າບໍ່ອາຍໄທບ້ານໄທເມືອງເຂົາຫວາ! ເບິ່ງຜູ້ໃດກໍຂີ່ລົດໃຫຍ່ລົດເກັງ. ມີແຕ່ເຈົ້ານີ້ແຫຼ້ວ ພະນັກງານພາສີຂີ່ລົດຈັກອີ່ຮ້າງ ຈົນຂ້ອຍບໍ່ກ້າຊິຊ້ອນໄປນໍາ” ສຽງນາງເມຍດັງສອດເຂົ້າເຖິງຫົວໃຈ ຈົນເຂົາຮູ້ສຶກວ່າຕົນມີປົມດ້ອຍ ແຕ່ສຽງປະຕິຍານທີ່ເຂົາເຄີຍວ່າໄວ້ກໍດັງເຂົ້າມາແຊກ ກ່ອນທີ່ຈະເຂົ້າຮັບໜ້າທີ່ເປັນພະນັກງານພາສີ ກໍສາມາດເຮັດໃຫ້ເຂົາຍືດເອິກຂຶ້ນສູ້ໜ້າເມຍໄດ້…
“ຂ້ອຍບໍ່ເຄີຍຊິອາຍໃຜ, ຂ້ອຍເຮັດວຽກຕາມໜ້າທີ່ ແລະກໍປະຕິບັດຕາມລະບຽບການທຸກຢ່າງ. ຂ້ອຍຮູ້ສຶກພູມໃຈຊໍ້າທີ່ຂ້ອຍສາມາດຢືນຢູ່ໃນຈຸດນີ້ໄດ້.”
“ເອີ! ກະລອງເບິ່ງ!” ຜູ້ເປັນເມຍທັງເວົ້າທັງເບະສົບໃສ່ ແລະຮື້ເສື້ອເອົານົມໃຫ້ລູກນ້ອຍກິນ…
ຄວາມຄິດທີ່ລ່ອງລອຍຖອຍຄືນສູ່ອະດີດສອງປີກ່ອນໄດ້ກັບຢ້ອນມາສູ່ປັດຈຸບັນ, ເຂົາບໍ່ຊາຄວາມເມຍ ນຳເອົາລົດກະບະຄັນເກົ່າທີ່ການຈັດຕັ້ງມອບໝາຍໃຫ້ໄປມ້ຽນໄວ້ຢູ່ກ້ອງຮົ່ມໝາກລຳໄຍຂ້າງເຮືອນ ພ້ອມກັບເອົາແພເກົ່າໆຈຸບນໍ້າມາເຊັດຂີ້ຝຸ່ນທີ່ຕິດຢູ່ຕາມຕົວລົດອອກ… ເຖິງຮ່າງນອກມັນຈະບໍ່ໃໝ່ຄືກັບລົດຂອງທ້າວສີກາ ແຕ່ຈັກຂອງມັນຍັງດີຢູ່ ຫາກຄ່ອຍຂັບຄ່ອຍພຽນເອົາມັນກໍດີກວ່າຂັບລົດຈັກຄັນເກົ່າທີ່ເຂົາສົ່ງຄືນໃຫ້ຫ້ອງການ. ໄດ້ຍິນວ່າເພິ່ນມອບໃຫ້ທ້າວຄຳພະນັກງານຜູ້ມາໃໝ່ໄປໃຊ້ວ່າຊັ້ນ…
ຄາບເຂົ້າແລງມື້ນີ້ ດໍາເນີນໄປດ້ວຍບັນຍາກາດບໍ່ເບີກບານປານໃດ, ບົວສີເຮັດໜ້າບູດຈູ່ລູ່ ປ້ອນເຂົ້າລູກດ້ວຍທ່າທີ່ກະຮຶດກະຮັດ… ແຕ່ເຂົາກໍພະຍາຍາມຊອກຫາແນວເຮັດໃຫ້ໃບໜ້າອັນເຄັ່ງຕຶງນັ້ນຜ່ອນຄາຍ ໂດຍຕັກແນວກິນໃສ່ຈານນ້ອຍຍື່ນໃຫ້ເມຍ, ບໍ່ໄດ້ຜົນຕາມທີ່ເຂົາຄິດ… ຈຶ່ງປ່ອຍໃຫ້ເວລາເປັນຜູ້ຕັດສິນ…
ອາບນໍ້າແລ້ວ ກໍເອົາເອກະສານທີ່ຍັງຄ້າງມາກວດ, ພາຍຫຼັງແກ້ເສັດແລ້ວ ກໍກຽມຕົວເຂົ້ານອນ. ໄຟໃນຫ້ອງຍັງແຈ້ງຢູ່, ບົວສີ ແລະລູກນ້ອຍນອນຫຼັບຢູ່ໃນມຸ້ງໄປດົນແລ້ວ… ກ່ອນຈະປິດສະວິກໄຟ ເຂົາແນມເບິ່ງເມຍດ້ວຍຄວາມສົງສານ…
“ຫາກເຮົາເຮັດຄືບັກສີກາປານນີ້…” ເຂົາຄິດພຽງແຕ່ເທົ່ານັ້ນ ບໍ່ຢາກຄິດຕື່ມອີກ ຢ້ານວ່າສິ່ງທີ່ຕົນເຄີຍລັ່ນວາຈາໄວ້ຈະເປັນພຽງລົມປາກຂອງນັກສວຍໂອກາດ…
ພໍແຕ່ຫົວແຕະໝອນ ສຽງກົນສອດໆກໍດັງປະສານກັບຄວາມງຽບ… ແຕ່ເຂົາກໍຕ້ອງຕື່ນສະເດີດໃນກາງເດິກ ເພາະສຽງບົວສີດັງກະທົບປະສາດຫູຢ່າງແຮງ ພ້ອມທັງແຮງສັ່ນແຂນຈາກມືຂອງນາງ…
“ອ້າຍຕາ, ລຸກໆ ລູກເປັນຊັກ…” ສຽງຂອງນາງທັງສັ່ນທັງເຊັນ ເຮັດໃຫ້ຂ້ອຍລຸກພະວື້ພະວ້າຂຶ້ນ ມຸດອອກຈາກມຸ້ງໄປເປີດສະວິກໄຟ… ຟ້າວເອົານໍ້າຢູ່ກະຕຸກເຫຍັ້ນໃສ່ແພເຊັດໜ້າ ໄປໂປະໃສ່ຮ່າງຂອງລູກນ້ອຍ, ອາການຊັກຄ່ອຍທຸເລົາ…
“ບໍ່ໄດ້ດອກ, ຟ້າວເອົາລູກໄປໂຮງໝໍໄວໆ.” ບົວສີທັງເວົ້າທັງອຸ້ມເອົາລູກທີ່ຍັງກະຕຸກເປັນບາງຄັ້ງ…
ຄໍາຕາບໍ່ລໍຊ້າ ຕັດສິນໃຈຢ່າງໄວພະລັນ ຈັບເອົາກະແຈລົດ ແລ່ນໄປທີ່ກ້ອງກົກລໍາໄຍບ່ອນລົດຈອດຢູ່… ແລ້ວທັງສາມຊີວິດກໍມຸ່ງສູ່ໂຮງໝໍທີ່ໃກ້ທີ່ສຸດ…
ການຕ້ອນຮັບຄົນເຈັບຢູ່ຫ້ອງສຸກເສີນດໍາເນີນໄປຢ່າງສາລະວົນ ເຂົາຈົກເອົາບັດປະກັນສຸຂະພາບອອກໃຫ້ແພດເບິ່ງ… ເມື່ອເຫັນດັ່ງນັ້ນ ແພດສອງຄົນທີ່ປະຈຳຢູ່ຫ້ອງກໍແບ່ງປັນໜ້າທີ່ ຜູ້ໜຶ່ງທັງກວດທັງຖາມອາການຂອງຄົນເຈັບຈາກຜູ້ເປັນພໍ່ແມ່… ມີແຕ່ບົວສີເປັນຜູ້ເລົ່າອາການເຈັບຂອງລູກ ສ່ວນຄຳຕາໄດ້ແຕ່ແນມເບິ່ງລູກທີ່ນອນຫຼັບຕາດ້ວຍຄວາມເປັນຫ່ວງ…
ເມື່ອກວດອາການຮຽບຮ້ອຍແລ້ວ ຄົນເຈັບໄວເຍົາກໍຖືກນໍາເຂົ້າຫ້ອງໄອຊີຢູຢ່າງປັດຈຸບັນທັນດ່ວນ… ນໍ້າຕາຂອງຜູ້ເປັນແມ່ຈັກວ່າມາແຕ່ທາງໃດ ໄຫຼອອກພ້ອມກັບສຽງສະອື້ນ… ຄຳຕາກຸມມືຜູ້ເປັນເມຍ ພ້ອມທັງປອບປະໂລມດ້ວຍຄວາມທຸ່ນທ່ຽງ…
“ບໍ່ຕ້ອງຕົກໃຈດອກ, ບົວ! ຈັກໜ້ອຍລູກເຮົາຫາກຊິເຊົາ ເພາະມີທ່ານໝໍເກັ່ງໆຢູ່ນີ້ແລ້ວ!”
ບໍ່ພໍຄາວ, ທ່ານໝໍປົວເດັກປະຈຳໂຮງໝໍແຫ່ງນີ້ ກໍມາເຖິງ ແລະກໍເຂົ້າໄປໃນຫ້ອງໄອຊີຢູ… ຫ້ານາທີຕໍ່ມາ ທ່ານໝໍກໍຍ່າງອອກມາ ພ້ອມທັງເວົ້າກັບສອງຜົວເມຍທີ່ນັ່ງຄອງຖ້າຢູ່ນອກດ້ວຍສຽງທີ່ອົບອຸ່ນໃຈ:
“ເດັກປອດໄພແລ້ວ, ຄັນມາຊ້າພຽງຫ້ານາທີ ອາດຈະລຳບາກ…”
ຄໍາຕາຈົນນໍ້າຕາຊຶມ ເຂົາໂອບກອດເມຍດ້ວຍຄວາມດີໃຈ… ບົວສີຮູ້ສຶກຊື່ນໃຈຢ່າງບໍ່ເຄີຍເປັນມາກ່ອນ ຄວາມອົບອຸ່ນຈາກວົງແຂນຂອງຜົວ ເຮັດໃຫ້ນາງຮູ້ສຶກຄືມີຫຍັງມາຄ້າງຢູ່ຮູຄໍ…
“ຕ້ອງໄດ້ປິ່ນປົວຢູ່ໂຮງໝໍຕື່ມອີກຈັກສອງສາມມື້ຈຶ່ງກັບເມືອໄດ້.” ທ່ານໝໍບອກດ້ວຍອາລົມດີ.
“ຂອບໃຈທ່ານໝໍຫຼາຍໆ!” ທັງສອງຜົວເມຍ ຍໍມືພະນົມສະແດງຄວາມຮູ້ບຸນຄຸນ. ບົວສີກົ້ມຈົກເອົາຊອງຂາວໆອອກຈາກກະເປົາພາຍຍື່ນໃຫ້ທ່ານໝໍ.
“ໝໍຜູ້ມີຈັນຍາບັນຈະບໍ່ຮັບເອົາຊອງຂາວຈາກຄົນເຈັບ!” ທ່ານໝໍທັງເວົ້າທັງຊີ້ໃສ່ແຜ່ນເຈ້ຍທີ່ມີປະໂຫຍກດັ່ງກ່າວຕິດຢູ່ຂ້າງຝາ…
“ເປັນສິນນໍ້າໃຈຈາກຄອບຄົວນ້ອງ! ຂໍໃຫ້ທ່ານໝໍຮັບເອົາສາ!” ບົວສີທັງເວົ້າທັງຊູຊີຈະໃຫ້ທ່ານໝໍຮັບເອົາ. ສ່ວນຄຳຕາເຫຼືອດຕາລົງພື້ນ ອອກຮ້ອນໜ້າສຸດຈະພັນລະນາ…
“ຢ່າວ່າທ່ານໝໍຫຼິ້ນໂຕເດີ! ຂະໜາດເມຍຂອງໝໍເອງເອົາສິນນໍ້າໃຈໃຫ້ພະນັກງານພາສີຢູ່ດ່ານຫວ່າງປີກາຍຕັ້ງເປັນລ້ານ ເພື່ອຈະເອົາຢາທີ່ສັ່ງເຂົ້າມາຈາກຕ່າງປະເທດເຂົ້າຮ້ານ, ພະນັກງານຜູ້ນັ້ນຍັງບໍ່ເອົາ. ລາວເຮັດຕາມກົດລະບຽບທຸກຢ່າງ. ຫາກມີພະນັກງານພາສີແບບນັ້ນຫຼາຍໆຄົນ ບ້ານເມືອງເຮົາກໍຄົງຈະຫຼຸດພົ້ນຈາກປະເທດທີ່ທຸກຍາກໄດ້ໄວທີ່ສຸດ… ນັບແຕ່ເມຍຂອງໝໍມາເລົ່າເຫດການນັ້ນສູ່ຟັງ ໝໍກໍຮູ້ສຶກລະອາຍໃຈທີ່ຈະຮັບເອົາຊອງຂາວຈາກຄົນເຈັບ. ຈົ່ງເກັບໄວ້ຊື້ຢຸກຢາໃຫ້ລູກຂອງພວກເຈົ້າສາ!”
ບົວສີຮູ້ຕື້ນຕັນຈົນປາກບໍ່ອອກ ເກັບຊອງຂາວລົງໃສ່ກະເປົາພາຍດັ່ງເດີມ ພ້ອມທັງຍົກມືໄຫວ້ທ່ານໝໍຢ່າງຮູ້ບຸນຄຸນ ເຊັ່ນດຽວກັບຄໍາຕາທີ່ພະນົມໄຫວ້ຢ່າງນອບນ້ອມ ແຕ່ໃນຫົວຂອງເຂົາຍັງປາກົດເຫັນພາບຕອນທີ່ເຂົາປະຕິເສດການຮັບເອົາສິນບົນຈາກແມ່ຄ້າຂາຍຢາຜູ້ໜຶ່ງເມື່ອປີກາຍນີ້!!!

ຂັບລົດອອກຈາກເຮືອນກໍພໍດີ 7 ໂມງ! ກອງປະຊຸມຢູ່ທ່າລາດຈະເປີດຕອນ 8 ໂມງເຄິ່ງ, ຂ້ອຍຕ້ອງຢຽບຄັນເລັ່ງມຸ່ງໜ້າໄປທາງໜອງບຶກດ້ວຍໃຈອັນຮ້ອນຮົນ. ຮູບໃບໜ້າອັນເຄັ່ງຂຶມຂອງຫົວໜ້າປາກົດຢູ່ໃນດວງຄວາມຄຶດ ຫາກຊັກຊ້າບໍ່ທັນເວລາ ມີຫວັງຖືກເພິ່ນຮ້າຍຢ່າງໃຫຍ່ຄືຕອນໄປປະຊຸມຢູ່ວັງວຽງຫວ່າງເດືອນແລ້ວນີ້ຄັກໆ!

“ຈັ່ງແມ່ນຊ້າຄືກັບເຕົ່າແທ້ນໍ! ຝຶກໃຫ້ເປັນຄົນວ່ອງຄົນໄວຄືກັບກະຕ່າຍບໍ່ໄດ້ຫວາ? ຫາກເທື່ອໜ້າຍັງມີປາກົດການແບບນີ້ ຂ້ອຍຄືຊິອົດບໍ່ໄດ້ດອກ…” ເພິ່ນທັງເວົ້າແບບກັດແຂ້ວທັງກຶ້ງຕາເບິ່ງໜ້າຂ້ອຍປານຊິກິນ… ຂ້ອຍກໍຈົນວ່າຕັບລີບໝົດ ຟ້າວກົ້ມໜ້າເອົາ USB ຍັດເຂົ້າໃສ່ຮູທາງຂ້າງຂອງແລັບທັອບທີ່ຕໍ່ໃສ່ LCD ທີ່ພວມສາຍແສງໄປໃສ່ຈໍຂາວໜ້າຝາຜະໜັງຫ້ອງປະຊຸມ. ໄຄແຕ່ຜູ້ເຂົ້າຮ່ວມປະຊຸມຫາກໍມີບໍ່ທໍ່ໃດຄົນ ຄັນບໍ່ຊັ້ນຂ້ອຍມີຫວັງມຸດເຂົ້າກ້ອງໂຕະເພື່ອດັບຄວາມອາຍ… ຄຶດມາຮອດນີ້ ຂ້ອຍຟ້າວຢຽບຄັນເລັ່ງເຂົ້າຈຳໆຕື່ມອີກ, ບໍ່ພໍເທົ່າໃດນາທີ ລົດກະບະໂຕໂຢຕາລຸ້ນປີ 1997 ກໍທະຍານໂດ່ງໄປຮອດເຂດອິໄລນາຂ່າ… ສຽງພາກຂ່າວຍາມເຊົ້າຈາກວິທະຍຸຄື້ນ FM ດັງເຂົ້າຫູໂດຍທີ່ຈັບໃຈຄວາມຫຍັງບໍ່ໄດ້ ຍ້ອນຈິດໃຈແມ່ນຢູ່ຫ້ອງປະຊຸມຫຼາຍກວ່າ…

ມາຮອດເຂດຕະຫຼາດຫຼັກ 52 ຂ້ອຍຕ້ອງປົດເກຍຜ່ອນຄວາມໄວ ເພາະລົດແຖວນັ້ນອັ່ງກັນອີ່ຫຼີ, ຫວິດຈາກຫັ້ນ ຂ້ອຍຟ້າວປ່ຽນເກຍ ແລະຢຽບຄັນເລັ່ງຕໍ່ຈົນປາຍເຂັມວັດຄວາມໄວໄປແຕະເລກ 100.

“ຈັ່ງໃດມື້ນີ້ເຮົາຕ້ອງໄປຮອດຫ້ອງປະຊຸມກ່ອນເວລາເປີດ 15 ນາທີ!” ຂ້ອຍຄິດໄລ່ຄວາມໄວໃສ່ເວລາໃນສະໝອງດ້ວຍບັ້ງເລກສະໄໝທີ່ເຄີຍຮຽນຢູ່ໂຮງຮຽນປະຖົມ. ເທື່ອນີ້ເຮົາຕ້ອງເຮັດໃຫ້ຫົວໜ້າຍ້ອງເຮົາໃຫ້ໄດ້… ພວມຄຶດເພີນຢູ່ ຂ້ອຍຕ້ອງຟ້າວຜ່ອນຄວາມໄວລົງຢ່າງກະທັນຫັນ ເພາະຢູ່ເບື້ອງໜ້ານັ້ນມີລົດອັ່ງກັນເປັນແຖວຍາວສົມຄວນ. ຂ້ອຍຄ່ອຍໆເລື່ອນລົດໄປເບື້ອງໜ້າຕາມຂະບວນ… ຂ້ອຍຫັນກະຈົກປ່ອງຢ້ຽມລົດລົງ ຍື່ນປາກຖາມພໍ່ຕູ້ທີ່ຢືນຢູ່ແຄມທາງເບື້ອງນັ້ນ…ເພິ່ນຕອບຂ້ອຍວ່າ:

“ລົດຕຳກັນ!”

ຂ້ອຍຟ້າວຫັນກະຈົກຂຶ້ນຄືນ ເພາະຢ້ານຄວາມເຢັນໃນລົດຈະກະຈາຍອອກໄປຂ້າງນອກ ພ້ອມທັງແນມເບິ່ງຂ້າງໜ້າ ເຫຼືອພຽງລົດອີກ 2 ຄັນ ຂ້ອຍກໍຈະໄປເຖິງຈຸດເກີດອຸບັດເຫດ… ຮູ້ສຶກຢາກຮ້າຍຈົນສົບຂະເໝັ່ນຍຶກໆ… ບໍ່ພໍອຶດໃຈລົດຂ້ອຍກໍຮອດຈຸດເກີດເຫດ… ຄວາມຢາກຮ້າຍບໍ່ຮູ້ວ່າຫຼຸດລອຍອອກຈາກຈິດໃຈຍາມໃດກໍບໍ່ຮູ້… ພາບຂອງເດັກຍິງຊຸດນັກຮຽນມັດທະຍົມນອນຫງາຍຮາບຢູ່ຂ້າງທາງ ເຫັນວົງເລືອດກະຈາຍອ້ອມແຂ່ງກັບສີແດງຂອງແພມັດຄໍເຍົາວະຊົນ ໂດຍມີຊາຍໄວກາງຄົນຢືນສັ່ນເຊັນແບບບໍ່ຮູ້ຈັກແນວຊິເຮັດ ໄດ້ແຕ່ກວັກມືຂໍຄວາມຊ່ວຍເຫຼືອຈາກເຈົ້າຂອງລົດໃຫຍ່ທີ່ແລ່ນຜ່ານໄປມາ… ຫຼຽວເບິ່ງໂມງ ຍັງເຫຼືອພຽງຊາວນາທີກອງປະຊຸມກໍຈະເປີດແລ້ວ ປາຍຕີນວ່າຈະຢຽບຄັນເລັ່ງໃຫ້ລົດແລ່ນຕໍ່ໄປ… ແຕ່ສຽງເອີ້ນຂໍຄວາມຊ່ອຍເຫຼືອຈາກຊາຍຜູ້ນັ້ນຊຶ່ງດັງເລັດລອດເຂົ້າກະຈົກປ່ອງຢ້ຽມທີ່ອັດບໍ່ແຈບ ໄດ້ເຮັດໃຫ້ຕີນເບື້ອງຂວາຢຽບເບກຢ່າງອັດຕະໂນມັດ… ບໍ່ຮູ້ວ່າຕົນເອງອອກຈາກລົດຍາມໃດ… ຮ່າງຄີງທີ່ຈົ່ມກອງເລືອດ ເຮັດໃຫ້ຂ້ອຍຕ້ອງກັດແຂ້ວອົດກັ້ນຄວາມສະເທືອນໃຈ…

“ຊ່ອຍເອົາລູກອ້າຍໄປໂຮງໝໍໃຫ້ແດ່!” ສຽງຟ່າຟາວຂອງຊາຍຜູ້ໂຊກຮ້າຍກະທົບເຂົ້າໂສຕະປະສາດຂ້ອຍອີກເທື່ອໜຶ່ງ.

ວິຊາປະຖົມພະຍາບານທີ່ຂ້ອຍເຄີຍຮຽນຕອນໄປຝຶກອົບຮົມກັບສະພາກາແດງລາວຫວ່າງສອງປີກ່ອນຖືກຂ້ອຍນໍາໃຊ້ເປັນເທື່ອທຳອິດ… ຮ່າງອັນອ່ອນປວກປຽກຖືກນຳເຂົ້າສູ່ໂຮງໝໍເມືອງແບບໄວພະລັນ ຈົນຜູ້ເປັນພໍ່ຂອງນາງນ້ອຍຜູ້ໜ້າສົງສານບໍ່ທັນຈະກ່າວຫຍັງກັບຂ້ອຍເລີຍ. ຫຼຽວເບິ່ງໂມງ ຍັງແຕ່ 5 ນາທີ… ຂ້ອຍຟ້າວຂຶ້ນລົດ ຢຽບຄັນເລັ່ງຈົນຈຳ ເພື່ອໃຫ້ທັນກັບກອງປະຊຸມ… ສົງໄສຂ້ອຍຄົງຈະຖືກຫົວໜ້າຮ້າຍອີກແລ້ວ!

ແມ່ນແທ້ໆ ຊ້າເກືອບສິບຫ້ານາທີ ຂະໜາດວ່າບໍ່ທັນໄດ້ເຂົ້າຫ້ອງພັກໄປຖ່າຍເຄື່ອງ ມີແຕ່ແກ້ເສື້ອກັນລົມທີ່ເປື້ອນເລືອດອອກ… ຂ້ອຍຍ່າງເຂົ້າໄປໃນຫ້ອງປະຊຸມດ້ວຍຫົວໃຈນ້ອຍລີບ ພະຍາຍາມຫົດໂຕໃຫ້ນ້ອຍເທົ່າທີ່ຈະນ້ອຍໄດ້ ພໍແຕ່ນັ່ງລົງຂ້າງຫົວໜ້າ ຂ້ອຍກໍກັ້ນໃຈເພື່ອກຽມເອົາຫູໂຕ່ງຄຳຮ້າຍຈາກເພິ່ນ… ແຕ່ຂ້ອຍຕ້ອງແປກໃຈ ເມື່ອສຽງທີ່ດັງອອກຈາກປາກເພິ່ນເຂົ້າສູ່ຮູຫູເປັນສຳນວນອ່ອນໂຍນແບບທີ່ຂ້ອຍບໍ່ເຄີຍໄດ້ຍິນມາກ່ອນຈັກເທື່ອ:

“ຊ້າແບບນີ້ ພວກເຮົາທຸກຄົນໃນທີ່ກອງປະຊຸມຄວນເອົາເປັນແບບຢ່າງ ແລະກໍຂໍສະແດງຄວາມຊົມເຊີຍຕໍ່ນໍ້າໃຈທີ່ເສຍສະລະຊ່ອຍເຫຼືອຜູ້ອື່ນໃນຍາມປະສົບໄພ. ຂໍຊົມເຊີຍສະຫາຍຄຳດີດ້ວຍຄວາມຈິງໃຈ.” ຕິດຕາມດ້ວຍສຽງຕົບມືຂອງຜູ້ທີ່ເຂົ້າຮ່ວມກອງປະຊຸມ… ຂ້ອຍງຶດງໍ້ອັດສະຈັນນຳຄຳຊົມເຊີຍຂອງຫົວໜ້າ ເຮັດແນວໃດເພິ່ນຈຶ່ງຮູ້ວ່າຂ້ອຍຊ້າຍ້ອນຄາຊ່ອຍຜູ້ປະສົບໄພ… ແຕ່ຄວາມງຶດງໍ້ຂອງຂ້ອຍຕ້ອງມະລາຍຫາຍໄປ ເມື່ອນາງແສງຈັນ ເພື່ອນຮ່ວມງານຂອງຂ້ອຍຍິກຄິ້ວລິວຕາໃສ່ຂ້ອຍພ້ອມທັງເອົານິ້ວຊີ້ໃສ່ຕົນເອງ…

ກອງປະຊຸມ 5 ວັນ ຕັ້ງແຕ່ວັນຈັນເຖິງວັນສຸກດຳເນີນໄປຢ່າງປະສົບຜົນສຳເລັດ ຂ້ອຍກໍປະຕິບັດໜ້າທີ່ທີ່ທາງຂັ້ນເທິງມອບໝາຍໃຫ້ດ້ວຍຄວາມເບີກບານໃຈ ແລະເປັນທີ່ຖືກໃຈຫົວໜ້າເປັນຢ່າງດີ.

ຂາກັບຂ້ອຍບໍ່ລືມຂັບລົດໄປແວ່ໂຮງໝໍເມືອງໂພນໂຮງ… ຕະຫຼອດຫ້າມື້ທີ່ຜ່ານມາ ຂ້ອຍພາວະນາໃຫ້ນາງນ້ອຍຜູ້ໂຊກຮ້າຍຈົ່ງປອດໄພ ຢ່າໄດ້ມີອັນເປັນໄປໃນທາງບໍ່ດີເລີຍ. ພໍແຕ່ກ້າວຂາມາເຖິງໜ້າໂຮງໝໍ ຂ້ອຍກໍໄດ້ຍິນສຽງລົມກັນຂອງນາງພະຍາບານສອງຄົນຢູ່ໜ້າບ່ອນຮັບຄົນເຈັບ.

“ຖ້ານາງນ້ອຍຜູ້ນັ້ນມາຊ້າອີກ 5 ນາທີ ລາວຄືຊິບໍ່ໄດ້ກັບເມືອເຮືອນຄືສະພາບແບບນີ້ດອກ! ຫຼາຍຄົນເວົ້າວ່າຄົນລາວສະໄໝນີ້ແລ້ງນໍ້າໃຈ ແຕ່ໃນຕົວຈິງຄົນທີ່ມີນໍ້າໃຈຍັງມີຢູ່… ຖ້າຂ້ອຍໄດ້ເຫັນອ້າຍທີ່ຊ່ອຍເອົານາງນ້ອຍມາມື້ນັ້ນອີກ ຂ້ອຍຈະກ່າວຄຳຂອບໃຈແທນພໍ່ແມ່ແລະນາງນ້ອຍນັ້ນໃຫ້ໄດ້…” ນາງພະຍາບານໜ້າໃສເວົ້າດ້ວຍສຽງດັງພໍປະມານ ເຮັດໃຫ້ຂ້ອຍຈົນຢາກສະເໜີໜ້າເຂົ້າໄປຫານາງ ແຕ່ດ້ວຍຫຍັງກໍບໍ່ຮູ້ ເຮັດໃຫ້ຂ້ອຍຕ້ອງຊະງັກຂາ ປິ່ນໂຕອອກຈາກໂຮງໝໍກັບມາຍັງລົດ… ແຕ່ສຽງຂອງນາງພະຍາບານອີກນາງໜຶ່ງກໍຍັງນໍາຕິດຕາມ…

“ຖ້າໄດ້ຊາຍແບບນີ້ເປັນແຟນ ກໍຄົງເປັນບຸນແທ້ໆນໍ!”

ສຽງເວົ້າດັ່ງກ່າວກ້ອງໄປທົ່ວໂກນຫູ ເຮັດໃຫ້ຫົວໃຈໜຸ່ມໂສດຕ້ອງສັ່ນສະເທືອນແບບບໍ່ເຄີຍເປັນມາກ່ອນ…


© 2007 ບັນທຶກຊີວິດ | iKon Wordpress Theme by TextNData | Powered by Wordpress | ບໍລິການຟຣີບລັອກຈາກ LaoBlogger.com