August 3rd, 2009ເກືອບເສຍເງິນ 3 ໝື່ນ
ຮອດຍາມນີ້ມາ ຂ້ອຍໂລດບໍ່ໄດ້ຢູ່ໄດ້ເຊົາ ຕ້ອງໄດ້ວິ່ງເຕັ້ນແລ່ນເຂົ້າໄປຫາຜູ້ນັ້ນຜູ້ນີ້ ເພື່ອຊອກຊ່ອງທາງໃຫ້ລູກຊາຍຂອງຕົນໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລ. ຫລາຍຄົນແນະນຳໃຫ້ຂ້ອຍໄປຫາອາຈານທີ່ເຮັດວຽກຢູ່ສະຖາບັນທີ່ມີຊື່ສຽງ, ແຕ່ຂ້ອຍກໍຕ້ອງໜ້າແຕກເມືອເຮືອນ ເພາະອາຈານຫລາຍຄົນທີ່ຂ້ອຍໄປຫານັ້ນ ບອກເປັນສຽງດຽວກັນວ່າ “ຄັນລູກຊາຍຂອງເອື້ອຍເປັນນັກຮຽນດີນັກຮຽນເກັ່ງແລ້ວ ບໍ່ຕ້ອງຊື້ຕ້ອງຈ້າງຫຍັງດອກ! ມັນຫາກຊິມີຊື່ຕິດຢູ່ເຈ້ຍຜົນເສັງນຳເຂົາຢ່າງແນ່ນອນ.” ປານນັ້ນຂ້ອຍຍັງບໍ່ຄັກໃຈ, ໂທລະສັບໄປຫາອີ່ແຫວນສ່ຽວຮັກ ເພາະລູກສາວຂອງມັນກໍເສັງເຂົ້າມະຫາວິທະຍາໄລຄືກັນ. ມັນບອກວ່າບໍ່ຕ້ອງຕື່ນຕົກໃຈດອກ ຫາກມີເງິນຈັກສາມໝື່ນ ຢາກຮຽນຄະນະວິຊາໃດກໍໄດ້ໂລດ. ໄດ້ຍິນແນວນັ້ນຫູຂ້ອຍຜຶ່ງຂຶ້ນທັນທີ.
“ແມ່ນແທ້ຫວະ, ອີ່ແຫວນ?”
“ກູຊິຕົວະມຶງເຮັດຫຍັງ? ລູກກູ ອີ່ສີ ກູຈ່າຍໃຫ້ເຂົາຮຽບຮ້ອຍແລ້ວ! ເຂົາບອກວ່າຮອດຍາມເພິ່ນປະກາດລາຍຊື່ຜູ້ເສັງໄດ້ ໃຫ້ໄປເບິ່ງໂລດ ມີຊື່ຢ່າງແນ່ນອນ!” ສຽງອີ່ແຫວນດັງແຈດໆເຂົ້າຫູຮູ ເຮັດໃຫ້ຂ້ອຍຕື່ນເຕັ້ນຈົນມືສັ່ນ…
“ຄັນຊັ້ນ ຕິດຕໍ່ໃຫ້ກູແດ່ເດີ!”
“ໂອເຄ! ແຕ່ຢ່າລືມລ້ຽງເຝີກູໄດ໋!”
“ເອີນ່າ! ທະແນມວ່າຕິດຕໍ່ໃຫ້ລູກກູໄດ້ເຂົ້າຮຽນມະຫາວິທະຍາໄລ!”
ບ່າຍມື້ນັ້ນ ຂ້ອຍເຂົ້າໄປທະນາຄານຖອນເອົາເງິນ 3 ໝື່ນ ຍັດໃສ່ຊອງຂາວຕິດຜະນຶກຢ່າງດີ ແລ້ວຟ້າວລິວໄປຫາອີ່ແຫວນຊຶ່ງນັ່ງຂາຍເຄື່ອງຢູ່ຕະຫລາດຂົວດິນ. ແຕ່ລະຫວ່າງທາງເຂົ້າໄປນັ້ນ ໄດ້ເຈິກັບທ້າວຄຳສີລູກຊາຍຫົວແກ້ວຫົວແຫວນໂດຍບັງເອີນ.
“ແມ່ຊິໄປໃສ?”
“ວ່າຊິໄປຫາແມ່ແຫວນ.”
“ໄປຫາລາວເຮັດຫຍັງ?”
“ວ່າຊິໄປລົມວຽກນໍາລາວຈັກໜ້ອຍ!”
“ລູກເຫັນຕຳຫລວດຢູ່ຮ້ານລາວເດຫັ້ນ!”
ໄດ້ຍິນແນວນັ້ນ ຂ້ອຍຈຶ່ງຊວນລູກຊາຍເຂົ້າໄປຫາອີ່ແຫວນນໍາ. ເມື່ອໄປຮອດຮ້ານ ຫົວໃຈຂ້ອຍຕົກວາບ ຍ້ອນເຫັນອີ່ແຫວນພວມຂຶ້ນລົດໄປນຳຕຳຫລວດ…
ພໍດີມັນງວາກໜ້າມາ ຂ້ອຍຈຶ່ງຮ້ອງຖາມໄປວ່າ “ເກີດເລື່ອງຫຍັງຂຶ້ນ?” ບໍ່ມີຄຳຕອບຈາກມັນ ນອກຈາກສີໜ້າຫຼ່າໆ ແສງຕາຕົກຕໍ່າ…
ຂ້ອຍຟ້າວຖາມຊາຍໄວກາງຄົນທີ່ຢືນເບິ່ງເຫດການຂ້າງໆຂ້ອຍ: ລາວບອກວ່າ ອີ່ແຫວນພົວພັນກັບແກ໋ງຕົວະຕົ້ມຄົນເຂົ້າຮຽນຢູ່ຕາມສະຖາບັນຕ່າງໆ.
ລູກຊາຍແນມເບິ່ງໜ້າຂ້ອຍ ພ້ອມທັງຖາມວ່າ:
“ອີ່ແມ່, ມາຫາແມ່ແຫວນເລື່ອງຂອງລູກແມ່ນບໍ່?”
ຂ້ອຍປາກບໍ່ອອກ ໄດ້ແຕ່ແນມເບິ່ງລູກດ້ວຍສາຍຕາຜິດຫວັງ. ແຕ່ລູກຊາຍຊໍ້າຜັດຍິ້ມຫົວດ້ວຍໃບໜ້າສົດຊື່ນ ແລະກ່າວວ່າ:
“ດີແລ້ວ! ທີ່ແມ່ບໍ່ໄດ້ຕົກເປັນເຫຍື່ອຂອງແມ່ແຫວນອີກຄົນ.”
“ແລ້ວລູກຊິບໍ່ຕິແມ່ບໍ່ ທີ່ບໍ່ໄດ້ຊ່ອຍລູກຈົນສຸດຂີດ!”
“ແມ່ຕ້ອງເຊື່ອໝັ້ນລູກຕີ້! ເຖິງຈະເສັງເຂົ້າມະຫາໄລບໍ່ໄດ້, ກໍຍັງມີໂຮງຮຽນວິຊາຊີບເດ! ສຳລັບລູກແລ້ວ ຮຽນອັນໃດກໍໄດ້ ແລ້ວແຕ່ຄວາມສາມາດ! ແຕ່ຄັນເຂົ້າຮຽນໂດຍການຊື້ຈ້າງແລ້ວ, ລູກຂໍເປັນກຳມະກອນກໍ່ສ້າງຈະດີກວ່າ!”
ໄດ້ຍິນລູກເວົ້າແນວນັ້ນ ຂ້ອຍຈົນນໍ້າຕາຍຶ່ງປໍ້!
August 4th, 2009 at 7:04 am
I read a few topics. I respect your work and added blog to favorites.
August 5th, 2009 at 2:37 am
ຊື້ງໂຕສຸດທ້າຍຍຍຍ
ຈັງໃດກະຂໍໃຫ້ເສັງເຂົ້າມຊໄດ້ເດີ,
ໂຊກດີທີ່ບໍ່ໄດ້ເສຍເງີນໄປກັບການຕົ້ມຕັວະ.
August 5th, 2009 at 4:05 am
ຈັ່ງແມ່ນເພິ່ນຊ່າງແຕ່ງ
ຊອກແຕ່ແນວເປັນຕາອ່ານ ມາໃຫ້ໄດ້ອ່ານເນາະ
August 5th, 2009 at 4:52 am
ຂອບໃຈທຸກທ່ານທີ່ມີຄຳເຫັນປະກອບ ຊຶ່ງເປັນແຮງບັນດານໃຈໃນການຈະຂຽນບົດເລື່ອງຕໍ່ໄປລົງໃນບລັອກນີ້ອີກ.
ຮັກແພງ
August 5th, 2009 at 6:44 am
ໂອ ເປັນເລື່ອງແຕ່ງບໍ?
ແຕ່ໃຫ້ຂໍ້ຄຶດດີນໍ້
August 5th, 2009 at 10:12 pm
ແມ່ນແລ້ວ, ເອົາເລື່ອງທີ່ມີຈິງໃນສັງຄົມມາແຕ່ງເປັນເລື່ອງສັ້ນໆ ໂດຍຕົວລະຄອນຖືກປັ້ນແຕ່ງຂຶ້ນຈາກຈິນຕະນາການ.
ຂອບໃຈນຳຄຳເຫັນຂອງທ່ານ.
September 15th, 2009 at 12:57 am
สนุกดีครับ อ่านได้บ้างไม่ได้บ้าง หัดอ่านอยู่ มาฝึกอ่านภาษาลาว จริงๆ แล้วหลงทางมา แล้วโผล่ที่บลอกนี้ แล้วจะกลับมาใหม่
September 21st, 2009 at 8:12 pm
ຂອບໃຈນຳທ່ານ tum ທີ່ໄດ້ຫລົງທາງເຂົ້າມາອ່ານ ຫວັງວ່າຈະເຂົ້າມາຢາມກັນອີກນໍ!
ຮັກແພງ