December 9th, 2008ຫົວອົກຜູ້ເປັນຜົວ
ສາຍລົມຍາມເດືອນສິບສອງພັດຜ່ານປ່ອງຢ້ຽມວູບເຂົ້າມາໃສ່ສອງພໍ່ລູກທີ່ພວມນັ່ງກິນເຂົ້າແລງຢູ່ພາທີ່ມີອາຫານພຽງແຕ່ສອງເຍື່ອງ… ຄວາມໜາວເຢັນຂອງສາຍລົມ ເຮັດໃຫ້ຜູ້ເປັນພໍ່ຕ້ອງລຸກຈາກພາເຂົ້າໄປອັດປ່ອງຢ້ຽມໄວ້…
“ປານໃດແມ່ຊິມາ?” ສຽງຂອງລູກສາວໄວແປດປີດັງຂຶ້ນ ເຮັດໃຫ້ມືທີ່ດຶງຢ່ວງບານປ່ອງຢ້ຽມເຖິງກັບຢຸດຊະງັກ ຫົວໃຈໄຫວແບບຜິດປົກກະຕິ… ສາຍຕາເຫືຼອດເບິ່ງໂມງຢູ່ຄໍ່ແຂນ ໂອ້! ເກືອບແປດໂມງແລ້ວ ແຕ່ສຸດາຈັນຍັງບໍ່ກັບມາ…
“ແມ່ຄືຊິຄາວຽກຢູ່ຫ້ອງການ.” ເຂົາຕອບລູກສາວແບບຄາດເດົາໄປໃນແງ່ດີ.
“ແມ່ຄືບໍ່ໂທມາຄອບລະ?” ນາງນ້ອຍສວນຄຳ ໃນມືຍັງກຳປັ້ນເຂົ້າຄຳນ້ອຍໄວ້ຢ່າງໜຽວແໜ້ນໂດຍບໍ່ຍອມເອົາລົງຈໍ້າໃສ່ແຈ່ວທີ່ວາງຕໍ່ໜ້າ…
“ມືຖືແມ່ຄືຊິໝົດແບ້ດ! ພໍ່ໂທຫາກໍບໍ່ໄດ້.” ເຂົາທັງເວົ້າທັງຍ່າງມານັ່ງລົງຕໍ່ໜ້າພາເຂົ້າຄືເກົ່າ ແນມເບິ່ງລູກສາວດຽວດ້ວຍຄວາມຮັກ ພ້ອມທັງລະດົມລູກ: “ກິນເຂົ້າໃຫ້ອີ່ມສາ, ລູກ. ຈັກໜ້ອຍແມ່ກໍມາດອກ.”
ນາງນ້ອຍໄດ້ຍິນພໍ່ເວົ້າແນວນັ້ນກໍຫວາງໃຈ ຈຶ່ງສືບຕໍ່ເອົາປັ້ນເຂົ້າຈໍ້າແຈ່ວແລ້ວປ່ອນໃສ່ປາກຫຍໍ້າຢ່າງແຊບນົວ.
“ກິນຜັກກັບຊີ້ນໃສ່ຫຼາຍໆເດີລູກເດີ ຈຶ່ງຊິໃຫຍ່ຊິສູງໄວ!” ບໍ່ເວົ້າລ້າ ຍັງຕັກເອົາຜັກປົນຊີ້ນໝູຊຶ່ງຂົ້ວຈາກສີມືຂອງເຂົາເອງ ໄປໃສ່ໃນຈານຂອງລູກສາວ.
“ບອກແຕ່ໃຫ້ລູກກິນ. ບາດພໍ່ ຄືວ່ານັ່ງເສີຍຢູ່ ບໍ່ເຫັນກິນນຳລູກຈັກຄຳ.”
ແມ່ນຄວາມຂອງລູກເວົ້າ ນັບແຕ່ເອົາພາເຂົ້າມາຕັ້ງໄວ້ຕໍ່ໜ້າ ເຂົາຍັງບໍ່ທັນໄດ້ເອົາເຂົ້າປ່ອນເຂົ້າປາກຈັກຄຳເລີຍ ອາດແມ່ນຍ້ອນຫຼົງແຕ່ເປັນຫ່ວງແມ່ຂອງລູກທີ່ບໍ່ທັນມາແຕ່ການ… ເທື່ອນີ້ເປັນເທື່ອທີສອງແລ້ວໃນຮອບແປດປີ ທີ່ນາງມາເຮືອນຊ້າຜິດປົກກະຕິ… ເທື່ອນັ້ນນາງມາເຮືອນຊ້າຍ້ອນໄປແວ່ເຮືອນແມ່ເຖົ້າພາຍຫຼັງທີ່ຮັບລູກຈາກໂຮງຮຽນອະນຸບານ… ແມ່ເຖົ້າໄດ້ດຶງເວລາສອງແມ່ລູກໄວ້ ຈົນກິນເຂົ້າແລງແລ້ວຈຶ່ງປ່ອຍໃຫ້ມາ… ແຕ່ເທື່ອນີ້ມີແຕ່ນາງຜູ້ດຽວ ສ່ວນລູກສາວແມ່ນເຂົາແວ່ໄປຮັບຢູ່ໂຮງຮຽນປະຖົມ ແລ້ວກັບມາເຮືອນ… ຫຼືວ່າຊິເປັນຄືແບບເມຍຂອງຫົວໜ້າ?!? ຂໍຢ່າເປັນແນວນັ້ນທ້ອນ ທັງຄິດທັງຮູ້ສຶກວູບວາບໄປທົ່ວສັນພາງກາຍ ໂດຍສະເພາະແມ່ນຢູ່ຫວ່າງໝາກຫົວໃຈ… ບໍ່ຢາກຄິດຫາ ແຕ່ສະພາບບີບບັງຄັບໃຫ້ສະໝອງຕ້ອງໄດ້ຄິດຫວນຄືນເມື່ອຕອນບ່າຍຂອງມື້ນີ້…
ຫຼັງຈາກເຂົ້າໄປນັ່ງເຮັດວຽກຢູ່ຫ້ອງການໄດ້ບໍ່ຮອດເຄິ່ງຊົ່ວໂມງ ສຽງລົມກັນຂອງນາງເລຂາປະຈຳຫ້ອງການກັບຜູ້ຊາຍຄົນໜຶ່ງດັງແວ່ວເຂົ້າຫູ ທຳອິດບໍ່ຄ່ອຍສົນໃຈ ເພາະກຳລັງແກ້ວຽກຢ່າງເຂົ້າດ້າຍເຂົ້າເຂັມຢູ່ ແຕ່ສະມາທິກັບຢ່ອນຍານລົງເມື່ອສຽງການລົມກັນນັ້ນດັງຄ່ອຍລົງກວ່າເກົ່າ ເຮັດໃຫ້ຄວາມຢາກຮູ້ຢາກຟັງມີອິດທິພົນເໜືອກວ່າຄວາມໃສ່ໃຈໃນການເຮັດວຽກ…
“ອ້າຍໂລດອີ່ຕົນຫົວໜ້າຂອງນ້ອງແທ້ໆ!”
“ອ້າວ! ມີເລື່ອງຫຍັງຈຶ່ງຕ້ອງໄປອີ່ຕົນເພິ່ນ?” ສຽງນາງເລຂາດັງຂຶ້ນກວ່າເກົ່າໜ້ອຍໜຶ່ງ.
“ນ້ອງບໍ່ຮູ້ຫວາ? ເມຍສາວຄົນງາມຂອງເພິ່ນຫຼິ້ນບ່າວ!”
ໄດ້ຍິນແນວນັ້ນ ຫົວໃຈຂອງເຂົາຕົກຫວາມບາດໜຶ່ງ ບໍ່ຄຶດບໍ່ຫງຳວ່າເມຍຂອງຫົວໜ້າຜູ້ມີມາລະຍາດອັນດີ ແລະເວົ້າຈາປາໄສເປັນຕາຟັງ ຈະມາຫັກຫານຫົວໃຈຂອງເພິ່ນໄດ້ເຖິງປານນັ້ນ! ຫາກເພິ່ນຮູ້ຈັກຄວາມຈິງ ບໍ່ຮູ້ວ່າເພິ່ນຊິເປັນແນວໃດ. ຂະໜາດວ່າເຂົາຜູ້ເປັນລູກນ້ອງຂອງຫົວໜ້າໄດ້ຍິນຍັງມີຄວາມຮູ້ສຶກເຈັບແທນເຖິງພຽງນີ້ ແລ້ວເພິ່ນເດ ຈະບໍ່ເຈັບໜັກກວ່ານີ້ບໍ?
ເຮັດບົດລາຍງານຕາມທີ່ຫົວໜ້າສັ່ງແລ້ວ ເຂົາກໍເອົາໄປຫ້ອງຫົວໜ້າໂດຍບໍ່ຜ່ານເລຂາ… ຕອນຍ່າງຜ່ານໂຕະຂອງນາງເລຂາ ເຂົາກໍບໍ່ລືມຖາມເຖິງຊາຍທີ່ມາລົມກັບນາງຫວ່າງກີ້ນັ້ນ. ນາງບອກວ່າແມ່ນເພື່ອນຊາຍຂອງນາງທີ່ເຮັດວຽກຢູ່ບ່ອນດຽວກັບເມຍຂອງຫົວໜ້າ!
ເຂົາເຄາະປະຕູຫ້ອງຫົວໜ້າສອງສາມບາດ ໄດ້ຍິນສຽງອະນຸຍາດ ເຂົາກໍກ້າວຂາເຂົ້າໄປ ພ້ອມທັງຍື່ນບົດລາຍງານນັ້ນໃຫ້… ເພິ່ນຈັບເອົາບົດລາຍງານຂຶ້ນມາເບິ່ງແບບຄົນໃຈລອຍ ດວງໜ້າເສົ້າໝອງ…
“ແລ້ວອ້າຍຊິກວດເບິ່ງ… ໃຫ້ນ້ອງອອກໄປໄດ້ແລ້ວ.”
ໄດ້ຍິນຄຳເວົ້າຈາກຫົວໜ້າແນວນັ້ນ ເຂົາກໍຟ້າວກ້າວຂາອອກຈາກຫ້ອງທັນທີ… ຫຼືວ່າຄຳເວົ້າຂອງຊາຍຜູ້ນັ້ນ ຫົວໜ້າເພິ່ນໄດ້ຍິນໝົດແລ້ວ?!?
ສາວເລຂາງ່ຽງຄໍມາໃສ່ ຕອນທີ່ເຂົາຍ່າງຜ່ານໂຕະຂອງນາງ ພ້ອມທັງປ່ອຍສຽງຊືມມາໃສ່ວ່າ “ເພິ່ນເມົາແຕ່ວຽກ ຈົນວ່າລືມເມຍຜູ້ຢູ່ທາງບ້ານ!”
ເຂົາກຶ້ງຕາໃສ່ນາງແບບຢາກຮ້າຍ ພ້ອມທັງຍ່າງໄປທີ່ໂຕະຊຶ່ງຢູ່ທາງຫຼັງຂອງຕູ້ໂຊຂະໜາດໃຫຍ່ກັ້ນກາງລະຫວ່າງໂຕະເຮັດວຽກຂອງເຂົາກັບຂອງນາງເລຂາ…
ສະພາວະແຫ່ງການລ່ອງລອຍຂອງແນວຄິດໄດ້ຫວນກັບຄືນມາສູ່ປັດຈຸບັນ ເຂົາຫັນໃຈໃຫຍ່ບາດໜຶ່ງ ແນມເບິ່ງລູກສາວທີ່ພວມເດ່ມືເອົາໝາກກ້ວຍນໍ້າຂຶ້ນມາປອກກິນ…
“ລູກອີ່ມເຂົ້າແລ້ວຫວາ?”
“ອີ່ມແລ້ວ. ພໍ່ເດລະ?”
“ພໍ່ຊິຖ້າກິນນຳແມ່ຂອງລູກ.” ເຂົາເວົ້າຢ່າງມີຄວາມຫວັງ…
“ຄັນຊັ້ນ ລູກຊິມ້ຽນພາເຂົ້າກ່ອນເດີ!” ເວົ້າສຸດ ນາງນ້ອຍກໍຍໍພາເຂົ້າໄປໃນເຮືອນຄົວ…
ເວລາຜ່ານໄປດັ່ງເຕົ່າຄານ, ເຂົາແນມເບິ່ງໂມງຢູ່ເລື້ອຍໆ… ຈົນລູກສາວອາບນໍ້າແລ້ວ ແມ່ເຈົ້າເຮືອນກໍຍັງບໍ່ທັນມາ… ຫົວໃຈເຂົາຮູ້ສຶກຮ້ອນຮົນ ພະຍາຍາມຄິດແຕ່ໄປໃນທາງທີ່ດີ… ແນະນຳລູກແກ້ວຽກບ້ານຈົນວ່າແລ້ວ ກໍຍັງບໍ່ເຫັນວີ່ແວວຂອງຜູ້ເປັນເມຍ… ເຫັນລູກຫາວນອນວາບໆ ຈຶ່ງບອກໃຫ້ລູກເຂົ້າໄປນອນກ່ອນ… ຍັງແຕ່ເຂົາຜູ້ດຽວທີ່ນັ່ງລໍຄອຍການມາຂອງແມ່ເດັກນ້ອຍຢູ່ຕັ່ງໂຊຟາ… ຍິ່ງເດິກ ຍິ່ງໜາວເຂົ້າຊັກໄຊ້… ແລະແລ້ວ ສຽງລົດເກັງກໍດັງຂຶ້ນຕໍ່ໜ້າເຮືອນ. ເຂົາຟ້າວເປີດປະຕູອອກໄປເບິ່ງ ແສງໄຟຈາກຕາລົດທັ່ງໃສ່ຕາຂອງເຂົາ ເຮັດໃຫ້ຕ້ອງໄດ້ຫຼີ່ຕາລົງເບິ່ງ… ເຫັນເງົາຂອງສຸດາຈັນກ້າວຂາລົງຈາກລົດດ້ວຍອາການອ່ອນເພຍວາດໃດວາດໜຶ່ງ ແລ້ວລົດຄັນນັ້ນກໍລ້ຽວກັບຢ່າງໄວ ແຕ່ໝາຍເລກຢູ່ປ້າຍທ້າຍລົດບໍ່ສາມາດຫຼຸດລອດຈາກສາຍຕາເຂົາໄປໄດ້… ເກືອບລົ້ມທາງຢືນ ເພາະຕົວເລກທີ່ເຂົາເຫັນນັ້ນ ແມ່ນເລກດຽວກັນກັບລົດຫົວໜ້າຂອງເຂົາເອງ!!!