November 16th, 2008ໄປໄຫວ້ພະທາດຫຼວງ
ຫຼາຍປີແລ້ວທີ່ບໍ່ໄດ້ໄປບຸນທາດຫຼວງ ແຕ່ປີນີ້ຍ້ອນຂັດໃຈແມ່ເຈົ້າເຮືອນບໍ່ໄດ້ ຈຶ່ງຕ້ອງໄປເປັນໂຊເຟີໃຫ້ເພິ່ນແລະລູກໆອີກນຳ… ຍ້ອນໄປແຕ່ຫົວແລງ ລົດຈຶ່ງບໍ່ຕິດ ແລະຫາບ່ອນຈອດລົດກໍສະບາຍ ແຕ່ຄ່າຝາກຫັ້ນຕີ້ ຂຶ້ນທົບເທົ່າ ຕາມທີ່ທາງກຳມະການບຸນປະກາດໃຫ້ເກັບ ມີແຕ່ 15.000 ກີບ ແຕ່ເພິ່ນຜູ້ມາເກັບເງິນຄ່າຝາກຜັດເວົ້າວ່າ 30.000 ກີບ ເຮົາກໍຖຽງຈົນເອັນຄໍຜຶ່ງ ແຕ່ຜູ້ກ່ຽວກໍວ່າຄ່າສຳປະທານບ່ອນຈອດລົດແມ່ນສູງຮອດ 50 ລ້ານພຸ້ນ! ວ່າຊິຖຽງໃຫ້ມັນສຸດ ແຕ່ກໍຖືກແມ່ເຈົ້າເຮືອນຢິກແອວ ພ້ອມທັງຈັບເອົາເງິນໃບຊາວພັນແລະສິບພັນຍື່ນໃຫ້ ເພື່ອເປັນການລະງັບອາລົມຂຸ່ນມົວຂອງຜູ້ເປັນຜົວ.
ຂະໜາດວ່າໄປຕອນຫົວຄໍ່າ ຄົນມາບຸນຈາກທົ່ວທຸກສາລະທິດຕ່າງທະຍອຍແຫຍ້ກັນຈົນຕ້ອງໄດ້ຄ່ອຍກ້າວຂາຍ່າງໄປເບື້ອງໜ້າຊ້າໆ… ຫຼາຍເທື່ອທີ່ຕ້ອງໄດ້ຢືດຄໍຫຼຽວຫາແມ່ເຈົ້າເຮືອນ ແລະລູກໆ ເພາະຢ້ານພັດຫຼົງກັນ. ເດ່ມືຂວາໄປໂອບບ່າຂອງແມ່ເຈົ້າເຮືອນ ມືຊ້າຍຄວ້າເອົາມືຂອງລູກສາວຫຼ້າ ສ່ວນລູກອີກສອງຄົນນັ້ນໃຫ້ຍ່າງນໍາໜ້າ… ຊວ່າວ່າຈະໄປຮອດອະນຸສາວະລີພະເຈົ້າໄຊຍະເຊດຖາທິລາດ ກໍພາກັນຫັນໃຈຫອບໄປຫຼາຍເຕີບ. ກ່ອນຈະເຂົ້າໄປໃນກົມມະລຽນພະທາດຫຼວງ ແມ່ເຈົ້າເຮືອນກໍຈົກເງິນໃນກະເປົາພາຍອອກມາບູຊາເອົາທູບທຽນດອກໄມ້ ເພື່ອເຂົ້າໄຫວ້ພະທາດຫຼວງ. ຢູ່ປາກປະຕູເຂົ້າໄປໃນກົມມະລຽນເຕັມໄປດ້ວຍພຸດທະສາກະນິກະຊົນທັງລາວແລະຕ່າງປະເທດທີ່ຄ່ອຍຕູດໄປຕາມແຮງແຫຍ້ຂອງຝູງຊົນ ລູກສາວຫຼ້າແຫງນໜ້າຫຼຽວເບິ່ງພໍ່ພ້ອມທັງເວົ້າແກມຫົວວ່າ “ເຮົາບໍ່ໄດ້ຍ່າງ ແຕ່ກໍສາມາດພາໂຕເອງເລື່ອນໄປທາງໜ້າໄດ້ນໍ!” ແມ່ນແລ້ວ! ບໍ່ຖ້າຍ່າງ ເພາະແຮງແຫຍ້ຂອງຝູງຊົນພາເອົາຮ່າງຄີງຂອງແຕ່ລະຄົນຜ່ານພົ້ນປະຕູກົມມະລຽນເຂົ້າໄປເບື້ອງໃນຢ່າງອັດຕະໂນມັດ… ກຳມະການບຸນທ່ານໜຶ່ງຢືນເທິງຕັ່ງຈັບໂທລະໂຄ່ງມືຖືປະກາດໃຫ້ຝູງຊົນເຄື່ອນໂຕໄປຊ້າໆ ເພາະຢ້ານຈະເກີດອຸບັດເຫດຢຽບແຄ່ງຢຽບຂາກັນ… ເມື່ອເຂົ້າໄປໃນແລ້ວ ສະພາບການແຫຍ້ກໍປ່ຽນມາເປັນການຍ່າງໄປແບບສະບາຍ… 5 ພໍ່ແມ່ລູກພາກັນໄຕ້ທຽນແລະທູບ ຍ່າງອ້ອມອົງພະທາດຫຼວງຕາມຫຼັງຄົນອື່ນໆທີ່ຍ່າງອອກໄປໜ້າກ່ອນແລ້ວ… ສຽງຄູບາໃຫ້ພອນແກ່ຜູ້ທີ່ບໍລິຈາກເງິນໃຫ້ວັດດັງກ້ອງໄປທົ່ວ. ແສງທຽນມັບມຽງ ຄຽງຄູ່ກັບຄວັນທູບຈາກມືຂອງແຕ່ລະຄົນ ເບິ່ງແລ້ວເຮັດໃຫ້ຈິດໃຈສົດຊື່ນແບບໃດກໍບໍ່ຮູ້. ເຫັນຊາວຕ່າງປະເທດຈຳນວນໜຶ່ງພາກັນຢືນເກັບພາບການເຄື່ອນໄຫວໃນການວຽນທຽນດ້ວຍຄວາມຈົດຈໍ່… ເມື່ອຍ່າງອ້ອມຄົບ 3 ຮອບແລ້ວ ກໍພາກັນໄປຄູ້ເຂົ່າລົງໄຫວ້ອົງພະທາດ. ແຕ່ລະຄົນເອົາກົ້ນທຽນລົ່ນໄຟແລ້ວລົງຕັ້ງຢູ່ຖານທາດ ດອກບົວຈູມວາງລົງຂ້າງທຽນ ຕິດຕາມດ້ວຍທູບລົງປັກໃສ່ດິນ ແລ້ວພະນົມມື ເຮັດປາກມຸບມິບອະທິຖານຕາມຄວາມມຸ່ງຫວັງ… ແຕ່ສຽງອະທິຖານຂອງລູກສາວຫຼ້າ ດັງລອດເຂົ້າຫູວ່າ:
“ສາທຸ! ສາທຸ! ຂໍໃຫ້ຂະນ້ອຍຈົ່ງມີສຸຂະພາບແຂງແຮງ, ຮຽນໜັງສືໃຫ້ເກັ່ງ, ເສັງໃຫ້ໄດ້ທີໜຶ່ງທຸກໆປີດ້ວຍເຖີດ!”
ເມື່ອທຸກຄົນລຸກຂຶ້ນຢືນແລ້ວ ລູກສາວຫຼ້າກໍຍ່າງມາກອດແອວ ກໍເລີຍຖືໂອກາດບອກລູກວ່າ: “ຄັນຢາກໄດ້ທີໜຶ່ງທຸກໆປີ ລູກຕ້ອງຕັ້ງໃຈໃຫ້ເດີ!”
ໄຫວ້ພະທາດແລ້ວ ກໍພາກັນກັບເມືອດ້ວຍຄວາມສຸກໃຈ. ຊວ່າຈະອອກຈາກງານບຸນໄປຫາບ່ອນຈອດລົດໄດ້ ກໍຈົນຮູ້ສຶກປວດຂາໄປຫຼາຍເຕີບ ຍ້ອນຄົນຫຼາຍເອົາແທ້ເອົາວ່າ. ບ່ອນໃດເຫັນຄູບາຍ່າງມາ ກໍພະຍາຍາມເອົາມືປ້ອງບໍ່ໃຫ້ແມ່ເຈົ້າເຮືອນ ແລະລູກໆໄປຊູນເອົາເພິ່ນ ເພາະຢ້ານຊິພາກັນບາບ… ຈະບອກໃຫ້ພາກັນນັ່ງລົງກໍບໍ່ເປັນ ຍ້ອນຄົນແຫຍ້ມາບໍ່ຈັກທາງໜ້າທາງຫຼັງແລະກໍທາງຂ້າງນຳອີກ… ກ່ອນຂຶ້ນລົດ ບໍ່ລືມທີ່ຈະຊື້ເຂົ້າຫຼາມປິ້ງໄກ່ເພື່ອເປັນອາຫານຄາບແລງ…
