October 30th, 2008ຂຸ່ນໃຈ ແລະ ປະທັບໃຈ
ເປັນອີກມື້ໜຶ່ງ ທີ່ຕ້ອງໄດ້ຂັບລົດໄປສົ່ງຫົວໜ້າໄປປະຊຸມຢູ່ກະຊວງ ເພື່ອຂ້າເວລາໃນການລໍຖ້າເພິ່ນ ກໍເລີຍຖືໂອກາດເອົາໃບແຈ້ງການຂອງໂຮງການໄປສະນີກາງທີ່ໄດ້ຮັບມື້ເຊົ້ານີ້ ໄປຍື່ນຢູ່ປ່ອງທີ 19. ພໍແຕ່ໃບແຈ້ງການ ແລະບັດປະຈຳຕົວເຮັດໃນສະໄໝທີ່ກະຊວງປ້ອງກັນຄວາມສະຫງົບຍັງມີຊື່ວ່າ “ກະຊວງພາຍໃນ” ວາງໄວ້ເທິງໂຕະ ຫຼືບາງຄົນມັກເອີ້ນຕາມພາສາອັງກິດວ່າເຄົາເຕີ ໃບໜ້າເມ້ເຍ້ຂອງພະນັກງານສາວ(ອາດຈະລູກສອງແລ້ວ)ກໍສະແດງຄວາມບໍ່ຄ່ອຍສົບອາລົມໃສ່ລູກຄ້າ ພ້ອມທັງເວົ້າສຽງບໍ່ສູ້ເຂົ້າຫູປານໃດວ່າ:
“ຄືບໍ່ໄປປ່ຽນບັດປະຈຳຕົວແດ່!”
“ເພິ່ນຍັງໃຫ້ໃຊ້ຢູ່ເດ! ອີກຢ່າງໜຶ່ງໃນບັດນີ້ກໍບໍ່ໄດ້ບອກມື້ໝົດອາຍຸອີກດ້ວຍ ດັ່ງນັ້ນຈຶ່ງໃຊ້ໄດ້ຕະຫຼອດ.” ປະໂຫຍກຫຼັງເວົ້າໃຫ້ຕົນເອງໄດ້ຍິນຜູ້ດຽວ.
ແລ້ວພະນັກງານສາວຜູ້ນັ້ນກໍຍ່າງເຂົ້າໄປໃນຫ້ອງເກັບມ້ຽນຫໍ່ເຄື່ອງ, ບໍ່ພໍຄາວນາງກໍຍ່າງອອກມາພ້ອມດ້ວຍແກັດເຈ້ຍຂະໜາດນ້ອຍໃນມື.
“ຄືນານມາເອົາແທ້!” ນາງບອກດ້ວຍສຽງກະດ້າງ
“ຫາກໍໄດ້ແຈ້ງການມື້ເຊົ້ານີ້ນ່າ” ຮູ້ສຶກອາລົມທີ່ເຄີຍໃສເລີ່ມຂຸ່ນ.
“ຫໍ່ເຄື່ອງມາຮອດຕັ້ງແຕ່ວັນທີ 13 ພຸ້ນ! ດັ່ງນັ້ນ ຕ້ອງໄດ້ເສຍທຳນຽມຄ່າຄ້າງສາງ.”
“ຕ້ອງໄດ້ເສຍຄ່າຄ້າງສາງຫວາ?”
“ແມ່ນແລ້ວ” ທັງເວົ້າທັງຂຽນຕົວເລກເງິນໃສ່ໃນໃບເຈ້ຍ ແລ້ວຈີກເປັນແຜ່ນນ້ອຍໃຫ້.
“ຊາວເຈັດພັນ. ຄືມາແພງແທ້!”
“ແພງລະບໍ!” ນາງວ່າ
ແນມເບິ່ງຫໍ່ເຄື່ອງແລ້ວ ກໍໃຈຊື່ນຂຶ້ນ ເພາະໃນນັ້ນແມ່ນສິ່ງທີ່ໄດ້ລໍຄອຍມາຫຼາຍອາທິດແລ້ວ. ຈົກເງິນໃບລະສິບພັນສາມໃບຍື່ນໃຫ້ພະນັກງານສາວຜູ້ໄຮ້ຮອຍຍິ້ມ. ເມື່ອໄດ້ເງິນທອນແລ້ວ ກໍຟ້າວຈັບເອົາຫໍ່ເຄື່ອງນັ້ນກ້າວຂາຍ່າງອອກໄປ ແຕ່ກໍບໍ່ລືມກ່າວຄຳວ່າ “ຂອບໃຈ” ອອກໄປແບບບໍ່ຄ່ອຍເຕັມຄຳປານໃດ…
ກັບມາຮອດລົດ ກໍເປີດປະຕູເຂົ້າໄປນັ່ງລໍຖ້າຫົວໜ້າ… ເພື່ອຂ້າເວລາອີກຊົ່ວໂມງໜຶ່ງ ຈຶ່ງແກ້ເຊືອກເສັ້ນນ້ອຍຂອງຫໍ່ເຄື່ອງແລະເປີດເບິ່ງເຄື່ອງຢູ່ທາງໃນ… ຫົວໃຈເຕັ້ນດ້ວຍຄວາມດີໃຈ ເມື່ອສາຍຕາປະສົບກັບປຶ້ມອ່ານຫ້າຫົວ. ຟ້າວເປີດເບິ່ງແຕ່ລະຫົວ ຢູ່ຫົວທີ 3 ເຫັນໄປສະນີບັດໃບໜຶ່ງຕົກລົງຈາກໜ້າທຳອິດ… ຈຶ່ງຈັບຂຶ້ນມາເບິ່ງ ເຫັນສະຫຼັກຫຼັງວ່າ:
“ ຕຸລາ 2008
ຮຽນອ້າຍວິຊຸນທີ່ເຄົາລົບ
ນ້ອງສົ່ງປຶ້ມສ່ວນໜຶ່ງຂອງນ້ອງມາມອບໃຫ້ອ້າຍດ້ວຍຄວາມຂອບໃຈສຳລັບຄວາມຊ່ວຍເຫຼືອທັງໝົດ ແລະມິດຕະພາບທີ່ອ້າຍມອບໃຫ້ນ້ອງ ລະຫວ່າງທີ່ນ້ອງໄປເຮັດວຽກຢູ່ວຽງຈັນ. ຫາກບໍ່ໄດ້ຄວາມຊ່ວຍເຫຼືອຢ່າງເຕັມທີ່ ແລະການເສຍສະຫຼະເວລາມາເບິ່ງແຍງນ້ອງຂອງອ້າຍ, ວຽກຂອງນ້ອງກໍຄົງບໍ່ສາມາດລຸລ່ວງມາໄດ້ໂດຍດີ. ນ້ອງປະທັບໃຈກັບການໄດ້ພົບກັບອ້າຍເປັນຢ່າງຍິ່ງ ແລະຫວັງວ່າພວກເຮົາຈະໄດ້ພົບກັນອີກໃນໄວໆນີ້. ຫາກມີສິ່ງໃດທີ່ນ້ອງສາມາດຊ່ວຍເຫຼືອອ້າຍໄດ້ ຂໍໃຫ້ອ້າຍຢ່າໄດ້ເກງໃຈເດີ!
ດ້ວຍຄວາມເຄົາລົບແລະນັບຖືຢ່າງສູງ
ປຸ່ນ ພາບດາ
ເມື່ອອ່ານຈົບອາລົມຂຸ່ນມົວມາແຕ່ໂຮງການໄປສະນີກໍເພີກຫາຍໄປ ຍັງເຫຼືອແຕ່ພາບປະທັບໃຈຕອນທີ່ໄດ້ພານ້ອງປຸ່ນນັກຂຽນຊື່ດັງລະດັບພາກພື້ນໄປລົງເຮັດວຽກເພື່ອເກັບກຳຂໍ້ມູນທົ່ວນະຄອນຫຼວງວຽງຈັນ.
ຄືນມື້ນີ້ກໍເປັນອີກຄືນໜຶ່ງທີ່ເມົາມັນນຳປຶ້ມທີ່ໄດ້ຮັບຈາກນ້ອງປຸ່ນ ແລະຂຽນໂດຍນ້ອງປຸ່ນເອງ…





