September 27th, 2008ຂາດສະຕິ

ທ່ຽງມື້ນັ້ນ ຂ້ອຍໄດ້ຮັບໂທລະສັບຈາກແມ່ເຈົ້າເຮືອນໃຫ້ໄປຮັບເອົາຢູ່ຫ້ອງການ ຈຶ່ງຟ້າວຟັ່ງຂັບລົດອອກຈາກບ່ອນຈອດຂອງໂຮງຮຽນ… ພໍໄປຮອດໜ້າຫ້ອງການ ກໍເຫັນແມ່ເດັກນ້ອຍເຮັດໜ້າງໍມາໃສ່ ພ້ອມກັບເປີດປະຕູລົດເຂົ້າມານັ່ງຄຽງຂ້າງ…

“ຄັນບໍ່ໂທ ກໍຄືຊິບໍ່ມາຮັບນໍ!” ນາງຕໍ່ວ່າດ້ວຍສຽງອ່າວດັງ ເຮັດໃຫ້ຂ້ອຍຕ້ອງຟ້າວແກ້ໂຕ:

“ໂອຍ! ເຈົ້າກະດາຍ. ຂ້ອຍຍັງແກ້ວຽກບໍ່ແລ້ວຫັ້ນເດ!”

ເມື່ອສົ່ງເມຍມາຮອດເຮືອນແລ້ວ ກໍຟ້າວເລັ່ງລົດໄປຮັບລູກສາວຫຼ້າ ປານນີ້ຄົງຢືນຕາກແດດລໍຖ້າພໍ່ໄປຮັບແລ້ວລະນໍ!

“ພໍ່ຄືມາຮັບລູກຊ້າແທ້. ລູກຢືນຕາກແດດຈົນໜ້າແຫ້ມແກ້ມໄໝ້ໝົດແລ້ວ!” ລູກສາວຕໍ່ວ່າ.

“ໂອ້ຍ! ລູກກະດາຍ. ຊ້າດ້າມເທື່ອໜຶ່ງ. ກະດີແລ້ວເດ ໄດ້ວິຕາມິນດີມາເສີມສ້າງພະລັງໃຫ້ແກ່ຮ່າງກາຍ…”

“ມັນຫຼາຍເກີນໄປແລ້ວ ອາດຈະກາຍເປັນມະເຮັງຜິວໜັງໄດ໋, ພໍ່!” ລູກສາວຕ້ານຄືນ…

ເອົາລົດເຂົ້າຈອດຢູ່ໃນເຮືອນທີ່ຕັ້ງຢູ່ແຄມທາງ ປິດປະຕູລົດແລ້ວ ກໍຟ້າວເປີດປະຕູແກ້ວລິ່ວເຂົ້າເຮືອນ. ພໍດີກັບລູກຊາຍກົກຍ່າງອອກມາ ເຮັດໜ້າແບບຕົກໃຈ ພ້ອມທັງຮ້ອງສຽງເຫຼີ: “ລົດໄຫຼ!!! ລົດໄຫຼ!!!”

ຂ້ອຍຟ້າວງວາກໄປຍັງລົດ ເຫັນລົດໄຫຼລຶດໆອອກຈາກເຮືອນ, ຫົວໃຈຕົກວາບລົງສູ່ພື້ນຕີນແຕ່ຍາມໃດກໍພໍຮູ້… ຟ້າວແລ່ນນຳລົດ ແຕ່ບໍ່ທັນເສຍແລ້ວ ມັນໄຫຼອອກໄປຢູ່ກາງຖະໜົນ ແລະສະຫງົບນິ້ງຢູ່ຫັ້ນ. ຂ້ອຍມາໄຂປະຕູລົດແລະເອີ້ນໃສ່ລູກສາວຫ້ຼາໃຫ້ເອົາກະແຈລົດມາໃຫ້… ຂ້ອຍຮູ້ສຶກຊາໄປທົ່ວໃບໜ້າ ເມື່ອເຫັນສະພາບການຈາລະຈອນຕິດຂັດ ຍ້ອນລົດຂ້ອຍເປັນເຫດ… ເຫັນອາຈານເຄນຄົນຮູ້ຈັກກັນໂບກມືມາໃສ່ ແລະຂັບລົດກະບະກາຍໄປ… ທຸກຄົນທີ່ກາຍໄປກາຍມານັ້ນຫຼຽວເບິ່ງໜ້າຂ້ອຍແບບໂຕຕະຫຼົກ… ຂ້ອຍໄດ້ແຕ່ຍິ້ມແຫ້ງໆແບບຜູ້ຍອມຮັບຜິດທີ່ເຮັດໃຫ້ທຸກຄົນຕ້ອງເສຍເວລານຳຂ້ອຍ. ເມື່ອໄດ້ກະແຈແລ້ວ ຂ້ອຍກໍເຂົ້າໄປຕິດຈັກ, ໃສ່ຄາດ ແລະຢຽບຄັນເລັ່ງໃຫ້ລົດແລ່ນເຂົ້າໃນເຮືອນອີກເທື່ອໃໝ່… ເທື່ອນີ້ຂ້ອຍບໍ່ລືມທີ່ຈະດຶງເບກມືຂຶ້ນຈົນຈຳ!!!

“ນັ້ນແຫຼະ ບໍ່ມີສະຕິ. ໄຄແຕ່ເຈົ້າທີ່ເຈົ້າຖານຄຸ້ມຄອງ ຄັນບໍ່ຊັ້ນມີຫວັງເກີດເລື່ອງຄັກໆ!!!” ແມ່ເຈົ້າເຮືອນຈົ່ມທັງເຮັດສີໜ້າຮ້າຍໆມາໃສ່. ຂ້ອຍໄດ້ແຕ່ຫັນໃຈເຂົ້າຫັນໃຈອອກຊ້າໆຕາມທີ່ຄູບາຕຸ້ຍເພິ່ນສອນຕອນໄປສົນທະນາທຳນຳເພິ່ນ…

ຫຼັງ​ຈາກ​ເລີກການຕອນທ່ຽງ ກໍ​ຟ້າວ​ເລັ່ງລົດ​ໄປຮັບເມຍ​ຢູ່​ຫ້ອງການທີ່​​ໄກ​ຈາກ​ບ່ອນ​ທີ່ຕົນ​ເຮັດ​ວຽກ​ກວ່າ​ສອງ​ກິ​ໂລ​ແມັດ. ​ແຕ່​ເມື່ອ​ຮອດ​​ເຄິ່ງທາງ​ສຽງ​ກະ​ລັອງກະ​ແລັງ​ດັງ​ຂຶ້ນ​ຢູ່​ກ້ອງ​ພື້ນ​ລົດ ຈົນ​ຕ້ອງ​ໄດ້​ແວ່​ເຂົ້າ​ແຄມ​ທາງ​ຈອດ​ລົດ​ລົງ​ໄປ​ເບິ່ງ ​ເຫັນ​ທໍ່​ອາຍ​ເສຍ​ຂາດ​ກາງ​​ເຄິ່ງຕິດ​ຢູ່ກັບ​ພື້ນຖະໜົນ. ຄົງ​ແມ່ນ​ຍ້ອນ​ຂີ້ໝ້ຽງ​ກັດ​ກິນ​ທໍ່​ປະສົມ​ກັບ​ແຮງ​ຕຳ​ກັບ​ພື້ນ​ຖະໜົນ​ທີ່​ຫຼຸບໆ​ໂນນໆ​ຂອງ​ເສັ້ນທາງ​ໂພນ​ຕ້ອງ-ດົງ​ໂດກ​ເປັນ​ແນ່​ແທ້ ມັນ​ຈຶ່ງ​ເປັນ​ແນວ​ນີ້! ​ເຫື່ອ​ຈັກ​ໄຫຼອອກຈາກ​ໜ້າຜາກ​ແລະ​ຂະໝັບ​ແຕ່​ຍາມ​ໃດ​ກໍ​ບໍ່​ຮູ້, ຈົກ​ເອົາ​ແພມົນ​ໃນ​ຖົງ​ໂສ້ງ​ຂຶ້ນ​ມາ​ເຊັດດ້ວຍ​ຈິດ​ໃຈ​ກະວົນກະ​ວາຍ. ​ໃຈ​ໜຶ່ງ​ວ່າ​ຊິ​ຂັບ​ຕໍ່​ໄປ​ຮັບ​ເມຍ ​ໃຈ​ໜຶ່ງ​ຊ້ຳຜັດ​ອາຍ​ນຳ​ສຽງ​ທໍ່​ຂາດ​ລາກ​ໄປ​ນຳ​ຖະໜົນ ຈຶ່ງ​ຕັດສິນ​ໃຈ​ລ້ຽວລົດ​ກັບ​ຄືນ​ໄປ​ຍັງ​ເຮືອນ. ພໍ​ມາ​ຮອດ​ເຮືອນ​ກໍ​ຟ້າວ​ໂທ​ຫາ​ເມຍ​ບອກ​ວ່າ​ໄປ​ຮັບ​ບໍ່​ໄດ້​ ​ໃຫ້​ກັບ​ມາ​ເອງ​ເດີ! ພຽງ​ແຕ່​ໄດ້​ຍິນ​ເທົ່າ​ນັ້ນ ​​ແມ່​ເຈົ້າເຮືອນ​ກໍ​ໝົກ​ເຫັດ​ຢ່າງ​ໃຫຍ່ ວ່າ​ຊິ​ຢູ່​ຫ້ອງການ​ເລີຍວ່າ​ຊັ້ນ! ພ້ອມ​ດ້ວຍ​ຂອງ​ແຖມ​ສຽງ​ວາງ​ຫູ​​ໂທລະສັບດັງ​ສະໜັ່ນ​ຫວັ່ນ​ໄຫວ… ທັງ​ຫິວ​ເຂົ້າ ທັງ​ເປັນ​ຫ່ວງ​ນຳ​ລົດ ​ໄປ​ເຮືອນຄົວ​ຈັບ​ເອົາ​ພາ​ເຂົ້າ​ມາ​ຕັ້ງ​ໄວ້​ຫ້ອງ​ໂຖງ ພ້ອມ​ກັບ​ຈົກ​ເອົາ​ເງິນ​ສິບ​ພັນ​ຍື່ນ​ໃຫ້​ນ້າສາວ​ໄປ​ຊື້​ເສັ້ນ​ລວດ​ມາໃຫ້ ​ເພື່ອ​ຊິ​ມາ​ມັດ​ທໍ່​ເປັນ​ການ​ຊົ່ວຄາວ… ບໍ່ພໍ​ທໍ່​ໃດ​ນາທີ​ກໍ​ເຫັນ​ແມ່​ເຈົ້າ​ເຮືອນ​ປ່ອນ​ໜ້າ​ພໍ້​ວໍ້​​ເຂົ້າມາ​ດ້ວຍ​ອາລົມ​ບູດ ຈຶ່ງ​ຟ້າວ​ອະທິບາຍ​ເຫດຜົນ​ສູ່​​ຟັງ… ​ເງິນ​ຈຳນວນ​ສອງ​ແສນສຳລັບ​ໄປ​ຈອດ​ທໍ່​ໄດ້​ຖືກ​ຈົກ​ຈາກ​ກະ​ເປົາ​ເງິນ​ຂອງ​ຜູ້​ເປັນ​ເມຍ ພ້ອມ​ທັງ​ຍື່ນ​ໃຫ້​ດ້ວຍ​ຄວາມ​ຈຳ​ໃຈ ​ເຮັດ​ໃຫ້ຄວາມ​ກະວົນກະ​ວາຍ​ຫາຍ​ໄປ​ປານ​ປິດ​ຖິ້ມ.

            “​ເຫຼືອ​​ເທົ່າ​ໃດ​ແລ້ວ​ເອົາ​ມາ​ສົ່ງ​ຄືນ​ເດີ!” ທັງ​ເວົ້າ​ທັງ​ເຮັດ​ຕາ​ຂຽວ​ໃສ່​ຈົນ​ກິນ​ເຂົ້າທ່ຽງ​ກໍ​ບໍ່​ແຊບ. ​ແຕ່​ຢ່າງ​ໃດ​ກໍ​ຢ່າ​ລະ ​ແນວ​ໝາກກ້ວຍ​ຕົກ​ມື​ລີງ​​ແລ້ວ ຕ້ອງ​ໃຫ້​ເງິນ​ທີ່​ເຫຼືອນັ້ນ​ມີ​ປະ​ໂຫຍ​ດຢ່າງ​ສູງ​ສຸດ.

            ພວມ​ປ່ອນ​ປັ້ນ​ເຂົ້າ​ຄຳ​ທີ​ສອງ​ເຂົ້າ​ປາກ ສຽງ​ຂອງ​ລູກ​ສາວຫຼ້າກໍ​ດັງ​ຂຶ້ນ​ທີ່​ປະຕູ​ເຮືອນ… “​ເປັນ​ຫຍັງ​ພໍ່​ຈຶ່ງບໍ່​ໄປ​ຮັບ​ລູກ? ຢືນ​ຖ້າ​ຂາ​ແຂງຈົນ​ທົນ​ບໍ່​ໄດ້ ຈຶ່ງ​ໄດ້​ຍ່າງ​ຕາກ​ແດດ​ມາ ໜ້າ​​ຈົນ​ວ່າແຫ້ມ​ໝົດ.”

            ​ໄດ້​ຍິນ​ສຽງ​ຈົ່ມ​ເປັນຕາ​ອີ່​ຕົນ ຈຶ່ງກ່າວ​ບອກ​ເຫດຜົນ​ແກ່​ລູກ​ດ້ວຍສຽງ​ສີ​ອ່ອນໆ​​ແລະ​ປິດ​ທ້າຍ​ວ່າ:

            “ພໍ່​ຊິ​ມີ​ລາງວັນ​ໃຫ້​ດອກ​ສຳລັບ​ການ​ຍ່າງ​ຂອງ​ລູກ​ມື້​ນີ້!”

            “​ແທ້ໆ​ໄດ໋, ພໍ່!”

            “ແນ່ນອນຢູ່ແລ້ວ!” ສຽງເນັ້ນດັ່ງກ່າວ ເຮັດໃຫ້ລູກສາວຫຼ້າຍິ້ມຈົນເຫັນແຂ້ວຂາວ.

            ເຂົ້າການຕອນແລງເປັນອັນວ່າຕ້ອງໄດ້ໂຈະໂດຍຂໍຄຳອະນຸຍາດຈາກຫົວໜ້າ ​ເພື່ອເອົາລົດໄປຈອດທໍ່ອາຍເສຍ… ເລາະແຕ່ດົງໂດກລົງໄປຮອດໂພນສະອາດ ຢຸດຖາມຫຼາຍຮ້ານ ແຕ່ເຂົາບອກວ່າບໍ່ໄດ້ຈອດດົນແລ້ວ ຈຶ່ງເລາະໄປຮອດແຖວໜອງດ້ວງ ຈຶ່ງໄປພໍ້ຮ້ານຈອດທໍ່ອາຍເສຍ… ທຳອິດກໍຄິດວ່າຄືຊິໄດ້ຈ່າຍຫຼາຍ​ເຕີບ ບາດຊ່າງຈອດໃຫ້ແລ້ວ ຖາມລາຄາ ​ໄດ້​ຈ່າຍ​ຫ້າ​ສິບ​ພັນ​ກີບ​ເທົ່າ​ນັ້ນ… ດີ​ໃຈ​ທີ່​ຍັງ​ມີ​ເງິນ​ເຫຼືອຕິດ​ຖົງ ວ່າ​ຊິ​ໄປ​ແວ່​ຕະຫຼາດ​ເຊົ້າ ​ແຕ່​ຄິດ​ໄດ້​ວ່າ​ບ່ອນ​ທີ່​ຕົນ​ຂັບ​ລົດ​ຢູ່​ດຽວ​ນີ້​ໃກ້​ກັບ​ຮ້ານ​ຂາຍ​ປຶ້ມ​ດອກ​ເກດ ຈຶ່ງ​ຢຽບ​ຄັນເລັ່ງ​ມຸ່ງ​ໜ້າ​ໄປ​ຫາ​ຮ້ານ​ຂາຍ​ປຶ້ມດັ່ງກ່າວ ບາງທີ​ອາດ​ມີ​ອາຫານ​ສະໝອງ​ແຊບໆ​ຈັກ​ຫົວ​ໄປ​ຕ້ອນ​​ເມຍ​ແລະ​ລູກໆ… ຈັບ​ພວງ​ມະ​ໄລ​ເລັ່ງລົດ​ໄປ​ຕາມ​​ເສັ້ນທາງ​ຕັດ​ໃໝ່​ T2 ແລ້ວລ້ຽວ​ຂວາ​ໄປ​ຕາມ​ຖະໜົນທົ່ງ​ຂັນ​ຄຳ ມຸ່ງ​ສູ່​ສີ​ຫອມ ​ແລະ​ລ້ຽວ​ເລີຍ​ໄປ​ຕາມ​ຖະໜົນ​ສາມ​ແສນ​ໄທ ຈົນ​ຮອດ​ສາມຫຼ່ຽມອະນຸສາວະລີ​ເຈົ້າ​​ຟ້າ​ງຸ່ມ ຈຶ່ງ​ລ້ຽວຊ້າຍ ພາ​ລົດ​ໄປ​ຈອດ​ຢູ່​ເຊິ່ງໜ້າ​ຮ້ານ​ທີ່​ມີ​ປ້າຍ​ບັກ​ໃຫຍ່​ຕິດ​ໜ້າ​ຮ້ານ​ວ່າ “ຮ້ານ​ຂາຍ​ປຶ້ມ​ດອກ​ເກດ”.

            ຍູ້​ປະຕູ​ແກ້ວ​ເຂົ້າ​ໄປ ອາຍ​ເຢັນ​ຈາກ​ແອ​ພາຍ​ໃນ​ຮ້ານພຸ້ງ​ເຂົ້າ​ໜ້າ ​ເຮັດ​ໃຫ້​ຄວາມ​ຮ້ອນທີ່​ອຸ້ມ​ເຂົ້າ​ມາ​ນຳ​ຫຼຸດຜ່ອນ… ​ ​ພະນັກງານ​ຂາຍ​ທີ່​ຍັງ​ສາວ​ໜຶ່ງ​ໃນ​ສອງ​ຂອງ​ຮ້ານ​ນັ້ນ ສົ່ງ​ຮອຍ​ຍິ້ມ​ມາ​ໃຫ້ ​ແລະ​ກ່າວ​ຄຳ​ສະບາຍດີ…

            “ສະບາຍດີ, ມີ​ປຶ້ມ​ອອກ​ມ​າ​ໃໝ່ໆ​ແດ່​ບໍ?” ທັງ​ຖາມ​ທັງຫຼຽວ​ເບິ່ງ​ປຶ້ມທີ່​ລຽງ​ລາຍ​ຢູ່​ຖ້ານ​ໄມ້.

            “ບໍ່​ໄດ້​ມາ​ດົນປານ​ໃດ​ແລ້ວ?” ສາວ​ຕາ​ຄົມ​ຖາມ.

            “ບໍ່​ແມ່ນ​​ເກືອບ​ເຄິ່ງປີ​ແລ້ວ​ບໍ!”

            “ຄັນຊັ້ນ​ກໍ​ມີຫຼາຍຫົວ​ຢູ່​ໄດ໋! ​ເຊີນ​ເລືອກ​ເບິ່ງ​ຕາມ​ສະບາຍ​ໂລດ​ເດີ!”

            ບັນດາ​ປຶ້ມ​ທີ່​ລຽນ​ຊາບລາບ​ຢູ່​ໃນ​ຖ້ານ​ທີ່​ມີຫຼາຍຊັ້ນ​ນັ້ນ ​ຖືກ​ຈັບ​ຖືກ​ເປີດ​ຢູ່​ໄປມາ ​ແລະ​ໃນ​ທີ່​ສຸດ​ປຶ້ມ​ຫົວ​ໜຶ່ງ​ທີ່​ມີ​ຊື່ວ່າ “ບໍ່​ຄົບ​ຫ້າ ສະບັບ​ສົມບູນ” ຂຽນ​ໂດຍ ​ໂອ​ໂຕ​ຕະ​ເກະ ຮິ​ໂລ​ທາ​ດະ ​ແປ​ໂດຍ ຈັນທະ​ສອນ ອິນ​ທະ​ວົງ ກໍ​ຖືກຈັບ​ຂຶ້ນ​ມາພິນິດ ​ແລະ​ໃນ​ໜ້າ​ຄຳ​ນຳ​ຂອງ​ຜູ້​ຂຽນ ກໍ​ຖືກ​ສາຍຕາ​ທີ່​ກະຫາຍ​ທີ່​ຢາກ​ຮູ້​​ເນື້ອ​ໃນແລບ​ເລຍ​ໄປ​ຕາມ​ແຕ່ລະ​ຕົວ​ອັກສອນ…

            “ວັນ​ທີ 6 ​ເດືອນ​ສີ່ ປີ 1976, ດອກ​ຊາ​ກະລະ ບານ​ເຮື່ອ​ເຕັມ​ຕົ້ນ ​ແສງ​ແດດ​ອົບ​ອຸ່ນ ​ເປັນ​ມື້​ອາກາດ​ແຈ່ມ​ໃສ​ດີ​ມື້ໜຶ່ງ. “ອັງ​ແງ້ ອັງ​ແງ້!” ພ້ອມໆ​ກັບ​ສຽງ​ຮ້ອງ​ຄື​ຖືກ​ໄຟ​ດາດ ກໍ​ມີ​ແອນ້ອຍ​ຄົນ​ໜຶ່ງ​ເກີດ​ອອກ​ມາ, ​ເປັນ​ແອນ້ອຍ​ເພດ​ຊາຍ ​ແຂງ​ແຮງ​ດີ, ​ເປັນ​ການ​ເກີດ​ລູກ​ຕາມ​ປົກກະຕິ​ຂອງ​ຜົວ​ເມຍ​ທຳ​ມະ​ດາໆ​ຄູ່​ໜຶ່ງກ ​ແຕ່​ສິ່ງ​ທີ່​ບໍ່​ປົກກະຕິ​ກໍ​ຄື ​ແອນ້ອຍ​ຊາຍ​ຜູ້​ນີ້ ​ແຂນ​ກຸດ​ຂາ​ກຸດ! ​ເປັນ​ອາການ​ເກີດ​ແບບ “​ແຂນກຸດ​ຂາ​ກຸດ​ມາ​ແຕ່​ໃນ​ທ້ອງ” (Congenital Tetra Amelia) ເວົ້າ​ອີກ​ແບບ​ໜຶ່ງ​ກໍ​ວ່າ “ພິການ​ມາ​ແຕ່​ເກີດ”, ບໍ່​ແມ່ນ​ຍ້ອນ​ອຸບັດ​ເຫດ​ໃນ​ເວລາ​ອອກ ​ແລະ​ກໍ​ບໍ່​ແມ່ນ​ຜົນ​ສະທ້ອນ​ຂອງ​ຢ່າ​ສາຣີ​ໂດ​ໄມ ທີ່​ຜູ້​ຄົນ​ກ່າວ​ຂານ​ຢ້ານ​ກົວ​ກັນຫຼາຍ​ໃນ​ເວລາ​ນັ້ນ. ຈົນ​ເທົ້າ​ທຸກ​ມື້​ນີ້ ສາ​ເຫດ​ອັນ​ແທ້​ຈິງ​ຂອງ​ອາການ​ດັ່ງກ່າວ​ນີ້ ກໍ​ຍັງ​ບໍ່​ມີ​ໃຜ​ຮູ້​ແຈ້ງ. ​ເປັນ​ອັນວ່າ​ຂ້ອຍ​ເກີດ​ມາ​ພ້ອມ​ກັບ​ລັກສະນະ​ເດັ່ນ​ພິ​ເສດ ທີ່​ເຮັດ​ໃຫ້​ທຸກ​ຜູ້​ທຸກ​ຄົນ​ອ້ອມ​ຮອບ​ຕົກ​ໃຈ​ນຳ. ພໍ​ແຕ່​ເກີດ​ມາ​ກໍ​ເຮັດ​ໃຫ້​ໝູ່​ຕົກ​ໃຈ​ນຳ​ໄດ້​ນັ້ນ ກໍ​ຄົງ​ຈະ​ມີ​ແຕ່​ທ້າວ​ໂມ​ໂມະ​ທາ​ໂລ ກັບ​ຂ້ອຍ​ນີ້​ລະ.

            ຕາມ​ທຳ​ມະ​ດາ ຫຼັງຈາກ​ອອກລູກ​ແລ້ວ ກໍ​ຈະ​ມີ​ເລື່ອງ​ສະ​ອື້​ນສະ​ອອກ​ເກີດ​ຂຶ້ນຄື​ຕອນ “​ແມ່​ແລະ​ລູກ​ໄດ້​ເຫັນ​ໜ້າ​ກັນ”, ​ແຕ່​ຍ້ອນ​ເພິ່ນ​ຢ້ານ​ວ່າ​ແມ່ລູກອ່ອນ​ໃໝ່ ຄື​ແມ່​ຂ້ອຍ​ຈະ​ຕົກ​ໃຈ​ແຮງ ​ເປັນ​ລົມ​ລົ້ມ​ທັງ​ຢືນ​ເມື່ອ​ເຫັນ​ໜ້າ​ຂ້ອຍ ພໍ່​ຈຶ່ງ​ບອກ​ແມ່​ວ່າ “ລູກ​ເປັນ​ຂີ້ໝາກ​ເຫຼືອງຢ່າງ​ແຮງ” ຈັ່ງ​ຊັ້ນ​ເພິ່ນ​ຈຶ່ງ​ບໍ່​ໃຫ້​ແມ່​ກັບ​ຂ້ອຍ​ເຫັນ​ໜ້າ​ກັນ ຈົນ​ກວ່າ​ຂ້ອຍ​ຈະ​ມີ​ອາຍຸ​ໄດ້​ເດືອນ​ໜຶ່ງ. ​ແມ່​ຂ້ອຍ​ກໍ​ຊ່າງ​ວ່າ​ໃຈ​ອົດ​ໃຈ​ທົນ​ເອົາ​ແທ້​ເອົາ​ວ່າ ພຽງ​ແຕ່​ເພິ່ນ​ບອກ​ວ່າ ລູກ​ເປັນ​ຂີ້ໝາກ​ເຫຼືອງຢ່າງ​ແຮງ ​ແລະ​ບໍ່​ໃຫ້​ເຫັນ​ໜ້າ​ເຫັນ​ຕາຕັ້ງ​ເດືອນ ກໍ​ຍັງ​ບໍ່​ສົງ​ໄສ​ຫຍັງ ພຽງ​ແຕ່​ອຸທານ​ວ່າ “ອ້າວ! ​ເປັນ​ຊັ້ນ​ດອກ​ຫວະ?” ​ເທົ່າ​ນີ້​ເອງ. ​ແບບ​ນີ້ ຖ້າ​ຈະ​ເວົ້າ​ວ່າ​ແມ່​ຂ້ອຍ “​ເປັນ​ຄົນ​ພິ​ເສດ” ອີກ​ຜູ້​ໜຶ່ງ​ກໍ​ບໍ່​ຜິດ.

​            ໃນ​ທີ່​ສຸດ ກໍ​ມາ​ຮອດ​ມື້​ທີ່​ແມ່​ລູກ​ຈະ​ໄດ້​ເຫັນ​ໜ້າ​ກັນ. ຂະນະ​ເດີນທາງ​ໄປ​ໂຮງໝໍ ​ແມ່​ກໍ​ໄດ້​ຮັບ​ຄຳ​ອະທິບາຍ​ວ່າ ການ​ທີ່​ບໍ່​ໃຫ້​ເຫັນ​ແອນ້ອຍ​ນັ້ນ​ບໍ່​ແມ່ນ​ຍ້ອນ​ວ່າ​ເປັນ​ຂີ້ໝາກ​ເຫຼືອງຢ່າງ​ແຮງ​ດອກ ກໍ​ເປັນ​ຄື​ຄາດ​ເດົາ​ໄວ້​ຢູ່ ​ແມ່​ສະ​ແດງ​ອາການ​ຢ້ານ​ກົວ​ໂຕ​ສັ່ນ​ຂຶ້ນ​ທັນທີ ພໍ່​ກໍ​ເລີຍ​ບໍ່​ກ້າບ​ອກຕໍ່​ວ່າ ຂ້ອຍ​ເປັນ​ທ້າວ​ອຸ້ມລຸ້ອມ ບໍ່​ມີ​ທັງ​ແຂນ​ທັງ​ຂາ ພໍ​ແຕ່​ບອກ​ເປັນ​ລາງໆ​ວ່າ ຮ່າງກາຍ​ພິການ​ໜ້ອຍ​ໜຶ່ງ ​ແລ້ວ​ກໍ​ປ່ອຍ​ໃຫ້​ແມ່​ໄປ​ຮູ້​ເຫັນ​ດ້ວຍ​ຕາ​ຕົນ​ເອງ.

            ສ່ວນ​ທາງ​ໂຮງໝໍ ກໍ​ກະກຽມ​ກັນ​ພໍ​ສົມຄວນ ​ໂດຍ​ແຕ່ງ​ຕຽງ​ເປົ່າ​ມາ​ໄວ້​ຂ້າງໆ ຍ້ອນ​ຢ້ານ​ວ່າ​ແມ່​ຊິ​ເຂົ່າ​ອ່ອນ​ລົ້ມ ​ເມື່ອ​ເຫັນ​ໜ້າ​ລູກ​ຊາຍ. ຈັ່ງ​ຊັ້ນ ຜູ້​ໃດ​ກໍ​ມີ​ອາລົມ​ເຄັ່ງ​ຂຶງ​ກຶງ​ໂຕ​ກັນ​ໄປ​ໝົດ ບໍ່​ວ່າ​ພວກ​ແພດ​ໝໍ ພໍ່​ຂ້ອຍ ​ແລະ​ຮວມທັງ​ແມ່​ນຳ​ ​ແລ້ວ​ເວລາ​ສຳຄັນ​ກໍ​ມາ​ເຖິງ ​ແລະ​ເປັນ​ໄປ​ຢ່າງ​ບໍ່​ມີ​ໃຜ​ຄາດ​ເດົາ​ຖືກ.

            “​ເປັນຕາ​ແພງ​ແທ້!” ຄຳ​ເວົ້າ​ທີ່​ລອດ​ອອກ​ຈາກ​ປາກ​ແມ່​ ​ເຮັດ​ໃຫ້​ຄວາມ​ຄາດ​ເດົາ​ຂອງ​ໝົດ​ທຸກ​ຄົນ​ທີ່ຢູ່​ອ້ອມ​ຂ້າງ​ຜິດພາດ​ໄປ, ທຸກ​ຄົນ​ຄຶດ​ວ່າ ​ແມ່​ຈະ​ຮ້ອງ​​ໄຫ້​ຮໍ່າ​ໄຮ ​ເປັນ​ລົມ​ຂາອ່ອນ​ລົ້ມ​ທ່າວ​ໄປ​ເລີຍ. ທີ່​ແທ້​ແລ້ວ ຄວາມ​ວິຕົກ​ຢ້ານ​ກົວ​ເຫຼົ່ານີ້​ໄຮ້​ເຫດ​ໄຮ້​ຜົນ​ແທ້ໆ​ກໍ​ຮ່າວ​ວ່າ​ຄາດ​ເດົາ​ກັນ​ໄປ​ຊື່ໆ. ​ແມ່​ຜູ້​ບໍ່​ໄດ້​ເຫັນ​ໜ້າ​ລູກນ້ອຍ​ທີ່​ຕົນ​ເຈັບທ້ອງ​ເບັ່ງ​ອອກ​ແລວ​ມາ​ຕັ້ງ​ເດືອນ ມີ​ຄວາມ​ດີ​ໃຈ​ແຮງ ​ເມື່ອ​ໄດ້​ເຫັນ​ໜ້າ​ລູກ ​ແລະ​ຄວາມ​ດີ​ໃຈ​ນັ້ນ ມັນ​ຍິ່ງ​ໃຫຍ່​ຫຼວງຫຼາຍ​ເໜືອ​ຄວາມ​ຕົກ​ໃຈ​ຫວາດ​ກົວ ຕໍ່​ຄວາມ​ພິກົນ​ພິການ ​ແຂນ​ກຸດ​ຂາ​ຂາດ​ຂອງ​ຜູ້​ເປັນ​ລູກ….”

            ​ເມື່ອ​ສາຍຕາ​ແລບ​ເລຍ​ມາ​ຮອດ​ປະ​ໂຫຍ​ກນີ້, ຄຳ​ສັ່ງ​ຈາກ​ສະໝອງ​ກໍ​ບອກ​ໃຫ້​ມື​ເບື້ອງ​ຂວາ​ຈົກ​ເອົາ​ເງິນ​ໃນ​ຖົງຈຳນວນ​ 35.000 ກີບ ຍື່ນ​ໃຫ້​ພະນັກງານ​ຂາຍ​ຢ່າງ​ໄວ​ວາ ພ້ອມ​ທັງ​ເອົາ​ຈັບ​ເອົາ​ປຶ້ມ “ບໍ່​ຄົບ​ຫ້າ” ກັບ​ມາ​ຍັງ​ລົດ ຂັບ​ເລັ່ງ​ເມືອ​ເຮືອນ…

            ພໍ​ມາ​ຮອດ​ເຮືອນ “ບໍ່​ຄົບ​ຫ້າ” ກໍ​ກາຍ​ເປັນລາງວັນ​ຄ່າ​ຍ່າງ​ໃຫ້​ແກ່​ລູກ​ສາວຫຼ້າ…

            “ຂ້ຽວ​ມາ​ກິນ​ເຂົ້າ​ໄດ໋!” ສຽງ​ແມ່​ເຈົ້າ​ເຮືອນ​ດັງ​ຈາກ​ພາ​ເຂົ້າ​ແລງ ​ເມື່ອ​ເຫັນ​ລູກ​ສາວຫຼ້າຍັງ​ກົ້ມ​ໜ້າ​ກົ້ມ​ຕາ​ອ່ານ​ປຶ້ມດັ່ງກ່າວ​ແບບ​ບໍ່​ຮູ້​ຢາກ​ຮູ້​ຫິວ​ຫຍັງ!!!

Powerlifting

ພໍພຽງແຕ່ໄດ້ຍິນຂ່າວຈາກໂທລະພາບທີ່ລາຍງານຂ່າວກ່ຽວກັບກິລາພາຣາລິມປິກ ປີ 2008 ທີ່ປັກກິ່ງວ່າ ນັກກິລາລາວໄດ້ຮັບຫຼຽນທອງຈາກກິລາຍົກນໍ້າໜັກປະເພດ 48 ກິໂລ ຫົວໃຈຂອງຂ້ອຍກໍເຕັ້ນຕຶກໆຂຶ້ນດ້ວຍຄວາມພາກພູມທີ່ນັກກິລາພິການລາວສາມາດຍາດຫຼຽນທອງມາໃຫ້ແກ່ປະເທດຊາດ.

ຜູ້ທີ່ສ້າງຊື່ສຽງໃຫ້ແກ່ຊາດລາວເທື່ອນີ້ ແມ່ນ ທ. ເອືອຍ ສີໄມ  (EAY SIMAY ) ເກີດວັນທີ 5 ເດືອນ3 ປີ 1981 ສາມາດຍົກໄດ້ 157,5 kg. ສ່ວນຫຼຽນຄຳໄດ້ແກ່ Ruel Ishaku ຈາກປະເທດ Nigeria ຍົກໄດ້ 169kg ຊຶ່ງທຳລາຍສະຖິຕິໂລກ. ຫຼຽນເງິນເປັນຂອງ Omar Qarada ຈາກປະເທດຈໍແດນ ຍົກໄດ້162.5kg.

ຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງເອືອຍ ສີໄມ ແລະຫວັງວ່າຄົນລາວທັງປະເທດແລະທົ່ວໂລກຄົງໄດ້ສະແດງຄວາມຍິນດີສຳລັບຫຼຽນທອງຫຼຽນນີ້ທີ່ເອືອຍຍາດມາໄດ້!!!

 

ພໍແຕ່ກົ້ນຕິດຕັ່ງ ຫຼັງຈາກທີ່ໄປຫ້ອງນໍ້າມາ, ແສນສັກນັກທຸລະກິດໄວເດິກກໍຫັນໃຈໃຫຍ່ບາດໜຶ່ງ ສາຍຕາແນມຈຶ້ງທີ່ຈອກເບຍຊຶ່ງວາງຢູ່ຕໍ່ໜ້າຢ່າງກະຫາຍ… ບໍ່ລໍຊ້າ ໃຊ້ມືທີ່ຫຍາບດ້ານຈັບເອົາຈອກທີ່ມີຝອດຂາວລົ້ນອອກມາຈົນວ່າໂຕະປຽກເປື້ອນໄປໝົດ. ສຽງດັງເອືອກໆຕິດກັນສາມສີ່ບາດ ນໍ້າຄືກັບສີນໍ້າຊາກໍໝົດຈອກ ຍັງແຕ່ຝອດຕິດກົ້ນ. ເຂົາໃຊ້ລິ້ນເລຍຮິມສົບທີ່ມີຝອດເບຍຕິດຢູ່ ພ້ອມກັບວາງຈອກລົງໜ້າໂຕະທີ່ມີແກ້ວເບຍເປົ່າລຽງລາຍຫຼາຍກວ່າຫົກແກ້ວ. ເຮັດໃຫ້ຍິງສາວໄວຫາກໍບານແຍ້ມທີ່ນັ່ງຢູ່ກົງກັນຂ້າມສະແດງສີໜ້າແບບກືນນ້ຳລາຍສີຝຶດໆລົງຄໍ.

“ເຫຍັ້ນໃຫ້ອ້າຍຕື່ມອີກຈອກໜຶ່ງ!” ເຂົາສັ່ງຍິງສາວ ພ້ອມກັບຍື່ນຈອກເປົ່າໄປໃຫ້ນາງ.

“ອ້າຍດື່ມຫຼາຍເກີນໄປແລ້ວເດຫັ້ນ!” ນາງກ່າວພ້ອມທັງຈັບແກ້ວທີ່ມີເບຍເກືອບຂ້ອນກົ້ນມາເຫຍັ້ນໃສ່ຈອກ. “ຍັງເຫຼືອສໍ່ານີ້ ນ້ອງຂໍດື່ມຊ່ວຍສາ!”

“ບໍ່ໄດ້ໄດ໋, ອ້າຍຕ້ອງດື່ມໃຫ້ໝົດ ເພາະອ້າຍເປັນຄົນຈ່າຍ. ນ້ອງເປັນພຽງຜູ້ບໍລິການ, ບໍ່ມີສິດທີ່ຈະມາຍາດເບຍຂອງລູກຄ້າດື່ມ!” ທັງເວົ້າທັງພະຍາຍາມຍາດເອົາຈອກເບຍຈາກຍິງສາວ.

“ອ້າຍເມົາແລ້ວ, ຖ້າຍັງຂືນດື່ມອີກ ຄືຊິເມືອເຮືອນບໍ່ໄດ້ເດຫັ້ນ!” ນາງໃຫ້ສະຕິແກ່ບ່າວໄວເດິກ.

“ດື່ມໃຫ້ເມົາ ເພື່ອຊິໄດ້ເຜົາຄວາມທຸກໂສກທີ່ຈ້ຳແຕ່ປາແດກຖ້ວຍເກົ່າ. ຄັນເມົາຈົນເມືອບໍ່ໄດ້ ອ້າຍຂໍນອນຢູ່ນີ້ເລີຍ, ໄດ້ບໍ່ລະ?”

“ຄືຊິບໍ່ໄດ້ດອກ, ອ້າຍ!” ສຽງສີຄຸ້ນໆດັງຈາກທາງຫັຼງ ເຮັດໃຫ້ເຂົາຮູ້ສຶກຢາກຮ້າຍຈົນກັ້ນໄວ້ບໍ່ຢູ່…

“ເປັນຫຍັງຊິບໍ່ໄດ້? ຖ້າບັກສັກຄົນນີ້ຕ້ອງການ.” ທັງເວົ້າທັງເອົາມືທຸບໂຕະສຽງດັງ ຈົນນັກທ່ຽວລາຕີຫຼາຍລາຍທີ່ນັ່ງຢູ່ໂຕະທາງຂ້າງຕ້ອງຫັນມາເບິ່ງເຂົາເປັນຈຸດດຽວ. ມືອ່ອນທີ່ນັ່ງເປັນຄູ່ເຂົາກໍຈົນວ່າເອົາມືກຸມເອິກ…  ສຽງດົນຕີອອນຊອນຈາກລຳໂພງເທິງຝາຫ້ອງທີ່ຂັບກ້ອມອາລົມຕ້ອງມາສູນເສຍສຸນທະລີຍະພາບໄປໃນໂຕ.

“ຈັ່ງແມ່ນເກັ່ງແທ້ນໍ!” ສຽງຄຸ້ນໆນັ້ນດັງແຈດເຂົ້າແກ້ວຫູຂຶ້ນອີກ ພ້ອມກັບມືແຂງໆປານຄີມຕັດລວດມາແຕະທີ່ຫູເບື້ອງຂວາຂອງເຂົາ ແລະໝູນກຽວຈົນເຂົາຕ້ອງຮ້ອງໂອ້ກແລະແຫງນຄໍຂຶ້ນຕາມແຮງບິດ…

“ເອິ…ໆ…ໆ… ເຈັບ… ເຈັບ… ຫວ່າງກີ້ນີ້ ຂ້ອຍເວົ້າຫຼິ້ນຊື່ໆດອກ!” ສຽງເວົ້າເປັນປົກກະຕິຢ່າງກະທັນຫັນ ຈົນສາວບໍລິການທີ່ນັ່ງນຳປະຫຼາດໃຈ…

“ໄປ! ໄປນອນຢູ່ເຮືອນພຸ້ນ! ກະແຈລົດເດລະ! ເອົາມາພີ້, ຊິຂັບໃຫ້!”

“ແລ້ວລົດເຈົ້າເດ, ໃຜຊິຂັບ?”

“ບໍ່ຕ້ອງເປັນຫ່ວງເລື່ອງນັ້ນ!” ທາງປາກເວົ້າ ທາງມືກໍຍັງບໍ່ຍອມປ່ອຍຈາກຫູສີເຕີ່ງໆນັ້ນ ພ້ອມທັງເຄື່ອນໂຕໄປທາງປະຕູອອກ ເຮັດໃຫ້ຍິງສາວທີ່ເຊົາຈາກອາການຕົກໃຈຕ້ອງຟ້າວລຸກຈາກບ່ອນແລ່ນໄປຫາທັງຄູ່ ພ້ອມທັງບອກເຕືອນໃຫ້ລູກຄ້າໄວເດິກຈ່າຍຄ່າເບຍທັງຫົກແກ້ວນັ້ນ.

“ຈ່າຍໃຫ້ເຂົາກ່ອນເດີ, ແມ່ແອ. ບາດຮອດເຮືອນຈຶ່ງເອົາໄຊ້ໃຫ້ຕາມຫຼັງ!”

“ຈັ່ງແມ່ນນໍ! ເຖົ້າຫົວງູ! ຈັບໄດ້ໄລ່ທັນຍາມໃດ ເປັນຕ້ອງໄດ້ເສຍເງິນໃຫ້ໂລດ!”


© 2007 ບັນທຶກຊີວິດ | iKon Wordpress Theme by TextNData | Powered by Wordpress | ບໍລິການຟຣີບລັອກຈາກ LaoBlogger.com