August 19th, 2008ຄວາມຮັກ ແລະ ຄວັນຢາ
ພາຍຫຼັງນັ່ງຢູ່ໜ້າຄອມເປັນເວລາເກືອບຊົ່ວໂມງ, ຂ້ອຍກໍຢືດແຄ່ງຢຽດຂາລຸກຂຶ້ນ ບິດແອວໄປມາສອງສາມເທື່ອ ແລ້ວຍ່າງອອກໄປກິນລົມຢູ່ນອກຫ້ອງການ. ເຫັນໝູ່ຮ່ວມງານສາມຄົນນັ່ງເບີຍອາລົມຢູ່ນອກລະບຽງ, ໜຶ່ງໃນສາມພວມຮີດຢາຢ່າງສຸຂາລົມ ເຮັດໃຫ້ຂ້ອຍຜູ້ຍ່າງເຂົ້າໄປໃກ້ຕ້ອງໄດ້ປັດຄວັນຢາໃຫ້ຜີກອອກໄປໄກ ແຕ່ກິ່ນຂີວຂອງມັນຍັງໝົ້ນເຂົ້າດັງຂອງຂ້ອຍຈົນໄດ້.
“ຈັ່ງແມ່ນເຮັດຄືແທ້ເນາະ!” ເພື່ອນຜູ້ມີສາຍາວ່າສິງອົມຄວັນທັງເວົ້າທັງປ່ອຍຄວັນຢາປຸ້ມອອກມາ ພ້ອມທັງເຄາະຂີ້ກອກຢາໃສ່ກະປ໋ອງນ້ອຍຢູ່ເທິງໂຕະ.
“ຮູ້ວ່າຢູ່ບ່ອນນີ້ແມ່ນບ່ອນສຳລັບສູບຢາ ໂຕຜັດເສືອກມາຮ່ວມກຸ່ມ, ກໍຊ່ອຍບໍ່ໄດ້ດອກເວີຍ! ຫຼືວ່າຄິດຢາກຫວນກັບມາສູບຄືນອີກໃໝ່!” ໝູ່ທີ່ນັ່ງຢູ່ຂ້າງສິງອົມຄວັນກ່າວຂຶ້ນພ້ອມທັງດຶງເອົາກອກຢາຢູ່ຊອງເທິງໂຕະເດ່ໃຫ້ເພື່ອນຢູ່ຂ້າງ ແລະໃຫ້ຕົນເອງ ແລ້ວກໍຈົກເອົາໄຟແຊັກຢູ່ຖົງເສື້ອມາໄຕ້… ຄວັນຢາທີ່ປຸ້ມຢູ່ບ່ອນນັ້ນຫຼາຍຢູ່ແລ້ວ ແຮ່ງເພີ່ມປະລິມານຫຼາຍຂຶ້ນອີກ ຈົນເຮັດໃຫ້ຂ້ອຍຕ້ອງຟ້າວປົບອອກຈາກທີ່ນັ້ນຢ່າງໄວພະລັນ ກ່ອນທີ່ຄວັນຢາມະຫາໄພຈະເຂົ້າໄປທຳລາຍປອດທີ່ເຄີຍຖືກຄວັນຢາບຸກໂຈມຕີຈົນໄດ້ລົ້ມໝອນນອນເສື່ອມາແລ້ວເມື່ອສີ່ປີກ່ອນ…
ຄາວນັ້ນຂ້ອຍກັບກອກຢາເປັນຂອງຄູ່ກັນ ມີກອກຢາຢູ່ໃສ ແມ່ນມີຂ້ອຍຢູ່ບ່ອນຫັ້ນ. ຂ້ອຍເຜົາຜານເງິນເດືອນຈຳນວນໜຶ່ງສ່ວນສີ່ດ້ວຍການຊື້ຢາມາສູບ. ເວລານັ້ນ ຂ້ອຍຄິດວ່າການສູບຢາເປັນສິ່ງທີ່ຂາດບໍ່ໄດ້ສຳລັບລູກຜູ້ຊາຍໂຕຈິງຢ່າງຂ້ອຍ. ທຳອິດກໍສູບພຽງສອງສາມກອກຕໍ່ມື້ ໂດຍແມ່ນໝູ່ຫຼາຍຄົນທີ່ຕິດຢາສູບ ຈະເປັນຜູ້ຢິບຍື່ນກອກຢາໃຫ້ເວລາທີ່ພົບໜ້າຄາຕາກັນ. ບາງເທື່ອຢາສູບຂອງໝູ່ໝົດຊອງແລ້ວ ຂ້ອຍກໍເຮັດໃຈໃຫຍ່ຊື້ມາສູບເອງ ແລະກໍຍື່ນໃຫ້ໝູ່ເປັນການຕອບແທນທີ່ໝູ່ເຄີຍໃຫ້ຕົນເອງ. ດົນຕາມດົນ ຈາກສູບພຽງສາມສີ່ກອກຕໍ່ມື້ ກໍເລີຍກາຍເປັນຊອງຕໍ່ມື້… ຈາກການໜັກໄປໜ້າຂອງການສູບຢາ ເຮັດໃຫ້ມາໄລຄົນຮັກຂອງຂ້ອຍຊຶ່ງເປັນແພດປະຈຳໂຮງໝໍເມືອງຕ້ອງໄດ້ອອກມາຕັກເຕືອນຢ່າງອອກໜ້າອອກຕາ ຫຼັງຈາກທີ່ໄດ້ກ່າວແບບອ້ອມຄ້ອມມາແລ້ວຫຼາຍກວ່າສອງປີ ໂດຍສະເພາະແມ່ນຕອນທີ່ຂ້ອຍຕ້ອງເຂົ້ານອນໂຮງໝໍຍ້ອນບັນຫາປອດອັກເສບ…
“ອ້າຍຄຳ, ຄັນອ້າຍຫວັງຈະຈົມຫົວລົ້ມທ້າຍກັບນ້ອງແລ້ວ. ຂໍໃຫ້ອ້າຍຫຼຸດຜ່ອນການສູບຢາລົງໄດ້ບໍ່?” ນາງທັງເວົ້າທັງແນມເບິ່ງໜ້າຂ້ອຍແບບບໍ່ພັບຕາ.
“ນ້ອງກະດາຍ, ຄັນໃຫ້ອ້າຍເຊົາສູບຢາ…ເອີ…ກໍປານກັບເອົາພ້າມາຟັນຄໍອ້າຍພຸ້ນລະ!” ທຳອິດວ່າຊິເວົ້າ “…ໃຫ້ອ້າຍປະນ້ອງດີກວ່າ” ແຕ່ຟະແລັ້ງປາກຍັງໃຊ້ການດີຢູ່ ຈຶ່ງປ່ຽນຄຳເວົ້າໄດ້ທັນ ຄັນບໍ່ຊັ້ນຄົງມີຫວັງເຫັນດຳເຫັນແດງກັນຄັກໆໂລດແຫຼວ!
“ອ້າຍກະຊ່າງວ່າ. ຄືຊິແມ່ນຮັກກອກຢາ ຫຼາຍກວ່ານ້ອງແລະສຸຂະພາບຂອງຕົນເອງຕິເບາະ, ຈຶ່ງວ່າຈັ່ງຊັ້ນ.” ນາງຕໍ່ວ່າພ້ອມກັບຫຼັບຕາຊັງ.
“ບໍ່ແມ່ນໄດ໋! ອ້າຍຂໍສາບານໄດ້!” ຂ້ອຍທັງເວົ້າທັງຍໍພະນົມຕໍ່ເທວະດາຟ້າແຖນ ທັງໆທີ່ຍັງນອນເຈັບຢູ່ເທິງຕຽງ.
“ຄັນຊັ້ນ, ກໍໃຫ້ອ້າຍພະຍາຍາມເຊົາສູບຢາ. ຫາກນ້ອງເຫັນມື້ໃດ ສາຍສຳພັນລະຫວ່າງເຮົາທັງສອງ ເປັນອັນວ່າຂາດສະບັ້ນໃນມື້ນັ້ນເລີຍ! ສາບານວ່າຈະເຮັດຕາມຄຳຂອງນ້ອງສະເໜີໄດ້ບໍ່?”
ນາງເວົ້າມາໃນຫຼ່ຽມນີ້ ຂ້ອຍກໍເລີຍມິດອິ້ມຊິ້ມປານຖືກແປ້ນອັດປາກ ໄດ້ແຕ່ງຶກຫົວຍອມຮັບຄຳສະເໜີຂອງນາງ ເພາະຢ້ານຊອກເມຍງາມໆບໍ່ໄດ້ຄືຈັ່ງຊີ້.
ຫຼັງຈາກອອກຈາກໂຮງໝໍ ທຸກຄັ້ງທີ່ໄປພົບນາງ ຂ້ອຍຕ້ອງທໍລະມານນຳການອົດສູບຢາ… ນາງຄົງເຫັນອາການແງ້ນຢາຂອງຂ້ອຍ ນາງມັກຈະຍື່ນຊິງໂງ້ມມາໃຫ້ຫຍໍ້າແທນ ຊຶ່ງກໍເຮັດໃຫ້ຂ້ອຍຫຼຸດຜ່ອນຄວາມຢາກສູບລົງໄປໄດ້ໃນລະດັບໃດໜຶ່ງ. ດົນຕາມດົນ ການຫຍໍ້າໝາກຊິງໂງ້ມກໍເລີຍກາຍເປັນນິໄສ ຈາກການສູບຢາເປັນຊອງກໍຄ່ອຍຫຼຸດຜ່ອນ ຈົນຮອດມື້ທີ່ຂ້ອຍໄດ້ຮ່ວມຫໍວິວາກັບນາງ ຂ້ອຍຈຶ່ງຮູ້ສຶກໂຕວ່າໄດ້ຫຼຸດພົ້ນຈາກອຳນາດຂອງຄວັນຢາສູບໄດ້ຢ່າງສິ້ນເຊີງ.
“ມື້ນີ້ ອ້າຍມີຄວາມສຸກທີ່ສຸດໃນໂລກ ທີ່ສາມາດຄອບຄອງສີ່ຫ້ອງຫົວໃຈຂອງນ້ອງໄດ້.” ຂ້ອຍກ່າວຄຳທຳອິດຕໍ່ນາງຫຼັງຈາກທີ່ຖືກສົ່ງໂຕເຂົ້າຫ້ອງຫໍວິວາຢ່າງເປັນທາງການ.
“ນ້ອງກໍມີຄວາມສຸກທີ່ສຸດໃນໂລກ ທີ່ບໍ່ໄດ້ກິ່ນຄວັນຢາສູບຈາກປາກຂອງອ້າຍ.” ພໍແຕ່ນາງກ່າວສຸດ ຂ້ອຍກໍປະທັບຮອຍຈູບລົງຮິມພິສົບອັນບາງງາມໄດ້ສ່ວນ…
ຫາກຂ້ອຍບໍ່ເຊົາສູບຢາຄືນາງສະເໜີ ປານນີ້ຂ້ອຍຄົງບໍ່ມີໂອກາດໄປສົ່ງລູກຊາຍໄປໂຮງຮຽນອະນຸບານຄືດັ່ງຊູ່ມື້ນີ້ແລ້ວແຫຼະ… ຄິດມາຮອດນີ້ຂ້ອຍເຜີຍຍິ້ມໃຫ້ກັບຕົນເອງ ແລ້ວໂຍບໂຕລົງນັ່ງເທິງຕັ່ງ ສືບຕໍ່ເຮັດວຽກຕາມໜ້າທີ່ຂອງຕົນ.
