ອາທິດແລ້ວນີ້ ບັນດານັກຮຽນ ມ.6 ພາກັນເຂົ້າຮ່ວມສອບເສັງເຂົ້າ ມຊ ຢ່າງເປັນຂະບວນຟົດຟື້ນ. ຜູ້ທີ່ຮຽນເກັ່ງຮຽນດີ ກໍພາກັນຍິ້ມນ້ອຍຍິ້ມໃຫຍ່ ເພາະເຊື່ອໝັ້ນໃນຄວາມສາມາດຂອງຕົນເອງວ່າຕ້ອງເສັງຜ່ານແນ່ນອນ. ຜູ້ຮຽນພໍປານກາງກໍຖ້າລຸ້ນຢູ່ໃນໃຈວ່າຕົນຊິມີຊື່ຢູ່ໃນບັນຊີນັກຮຽນເສັງໄດ້ຫຼືບໍ? ສ່ວນພວກຮຽນອ່ອນກໍຄິດວ່າແລ້ວແຕ່ດວງ ຄັນເສັງໄດ້ກໍປານຂີ້ແມ່ນປ່ອງ ຄັນບໍ່ໄດ້ກໍແລ້ວໄປ. ແຕ່ມີນັກຮຽນບາງຄົນບໍ່ມີຄວາມເຊື່ອໝັ້ນຄວາມສາມາດຂອງຕົນເອງ ກໍພະຍາຍາມໃຊ້ກົນລະວິທີທຸກແບບຢ່າງ ບໍ່ວ່າຈະໃຊ້ດ້ວຍເລ່ ຫຼືດ້ວຍກົນ ເຮັດໝົດທຸກຢ່າງ ນັບຕັ້ງແຕ່ໄປບະເຈົ້າແມ່ສີເມືອງ ຫຼືເຈົ້າແມ່ເຈົ້າພໍ່ຕ່າງໆທີ່ມີຄວາມສັກສິດໃນທ້ອງຖິ່ນຂອງຕົນກ່ອນຈະເຂົ້າເສັງ. ບາງລາຍກໍໄປເລາະຊອກຊື້ຫົວບົດເສັງກັບບຸກຄົນທີ່ຕົນເຊື່ອວ່າມີສ່ວນກ່ຽວຂ້ອງກັບການອອກຫົວບົດ. ບາງຄົນກໍເຂົ້າຫາຄູອາຈານທີ່ເຮັດວຽກຢູ່ ມຊ ພ້ອມທັງບອກໃຫ້ຊ່ອຍເພື່ອເຮັດແນວໃດໃຫ້ໄດ້ເຂົ້າຮຽນ… ບາງລາຍຕົກຖືກເລ່ກົນພວກສິບແປດມຸງກຸດທີ່ອ້າງໂຕວ່າເປັນຜູ້ໃກ້ຊິດກັບຜູ້ສາມາດຊີ້ເປັນຊີ້ຕາຍຂອງ ມຊ ຫາກເອົາເງິນມາໃຫ້ສີ່ຫ້າໝື່ນບາດ ກໍຈະມີລາຍຊື່ຢູ່ບັນຊີຜູ້ເສັງໄດ້ຢ່າງແນ່ນອນ… ສຳມະປິທີ່ຈະຊອກຫາວິທີແບບບໍ່ສຸຈະລິດ ເພື່ອໃຫ້ຕົນມີສິດເຂົ້າຮຽນ ມຊ. ຈາກສະພາບຫຍໍ້ທໍ້ດັ່ງກ່າວ ໃນປີທີ່ຜ່ານມາ ຫາງສຽງຂອງມະຫາຊົນໄດ້ກ່າວໂຈມຕີຄວາມບໍ່ຍຸຕິທຳໃນການຄັດເລືອກນັກຮຽນເຂົ້າ ມຊ.

ມາເຖິງປີນີ້ ຄ້ອມພໍດີກັບກອງປະຊຸມຂອງສະພາແຫ່ງຊາດຄັ້ງທີ 5 ທາງກະຊວງສຶກສາກໍໄດ້ເປີດກອງປະຊຸມແຈ້ງຂ່າວຕ້ານປະກົດການຫຍໍ້ທໍ້ໃນວົງການສຶກສາໂດຍສະເພາະແມ່ນການເສັງເຂົ້າ ມຊ ຊຶ່ງທາງ ມຊ ກໍໄດ້ຊີ້ໃຫ້ເຫັນສາເຫດທີ່ພາໃຫ້ເກີດມີຫາງສຽງອັນບໍ່ດີຕໍ່ການຈັດຕັ້ງ ມຊ ດັ່ງນີ້:

1. ຜູ້ປົກຄອງໄດ້ເລີ່ມວິ້ງເຕັ້ນຫາຜູ້ທີ່ອ້າງຕົນວ່າ ສາມາດຊ່ວຍໄດ້ໃນເວລາຄະນະກຳມະການ
ກວດຂໍ້ສອບ ເພາະຄິດວ່າຄະນະກຳມະການສາມາດຕື່ມຄະແນນໃຫ້ໄດ້ ເຊິ່ງສ່ວນຫຼາຍມັກຄົ້ນຫາສາຍພີ່ສາຍນ້ອງທີ່ຢູ່ໃນ
ການຈັດຕັ້ງກ່ຽວຂ້ອງ.

2. ມີບຸກຄົນແອບອ້າງ ແລະ ຮຽກຄ່າຈ້າງ ເພື່ອຈະຊ່ວຍໃຫ້ຄະນະກຳມະການເພີ່ມຄະແນນໄດ້.

3. ມີການປ່ອຍຂ່າວໃນໝູ່ນັກຮຽນວ່າ ຕ້ອງມີຄ່າຈ້າງ ຫລື ມີພີ່ນ້ອງເສັ້ນສາຍ ຈຶ່ງຈະສາມາດເສັງເຂົ້າ ມ.ຊ ໄດ້

4. ການສອບເສັງປີນີ້ ມີການອ້າງອີງວ່າຊ່ວຍໄດ້ ມີແຕ່ຢູ່ຂອດຕື່ມຄະແນນ ຈາກຄະນະກຳມະການກວດສອບທໍ່ນັ້ນ ແນວອື່ນຫຍຸ້ງຍາກ.

ຈາກຫາງສຽງ ຫຼືຄຳຊ່າລືດັ່ງກ່າວ ເຮັດໃຫ້ຜູ້ປົກຄອງ ແລະກຸ່ມນັກຮຽນທີ່ຢາກເຂົ້າ ມ.ຊ ໂດຍບໍ່ຕ້ອງເປືອງແຮງມັນສະໝອງຂອງຕົນ ຊອກຫາທຸກວິຖີທາງເພື່ອໃຫ້ໄດ້ສິດເຂົ້າໄປຮຽນຢູ່ ມ.ຊ. ແລະກຸ່ມຄົນທີ່ຫາເງິນແບບຜິດສິນທຳກັບພວກນັກຮຽນຫົວອ່ອນກໍກຳລັງອອກລາຍ ແຕ່ບໍ່ແຂງແຮງຄືດັ່ງແຕ່ກ່ອນ ເພາະປີນີ້ ທາງການຈັດຕັ້ງຂອງ ມຊ ແລະກະຊວງໄດ້ອອກແຮງສະກັດກັ້ນແລະຕີຕ້ານຢ່າງແຂງແຮງ.

ຫວັງວ່ານັກສຶກສາຜູ້ຮຽນດີຮຽນເກັ່ງໃນປີນີ້ຄົງໄດ້ມີສິດເຂົ້າຮຽນ ມຊ ຢ່າງທຸກທົ່ວໜ້າກັນ.