ເມື່ອຕົ້ນອາທິດນີ້ ທາງສະພາແຫ່ງຊາດໄດ້ພິຈາລະນາກົດໝາຍວ່າດ້ວຍສື່ມວນຊົນ ທີ່ທາງຄະນະກຳມາທິການວັດທະນະທຳຂອງສະພາແຫ່ງຊາດເປັນຜູ້ຮ່າງຂຶ້ນ. ຕາມທີ່ຕິດຕາມກອງປະຊຸມເຫັນວ່າມີສະມາຊິກສະພາຫຼາຍຄົນໄດ້ປະກອບຄຳເຫັນໃສ່ຢ່າງຟົດຟື້ນພໍສົມຄວນ. ຫາກວ່າກົດໝາຍດັ່ງກ່າວຜ່ານແລ້ວ ແລະຖືກນຳໃຊ້ໃນສັງຄົມ ຄິດວ່າວົງການສື່ມວນຊົນລາວເຮົາຄົງກ້າວໜ້າໄປອີກກ້າວໜຶ່ງ ບັນດານັກຄິດນັກຂຽນກໍຄົງມີບ່ອນອີງ ແລະກໍຈະສາມາດສະເໜີຂໍ້ຄິດເຫັນແບບສ້າງສັນຂອງຕົນສູ່ສັງຄົມໄດ້ຢ່າງມີຊີ້ນມີໜັງກວ່າເກົ່າ. ຜູ້ມັກອ່ານມັກບໍລິໂພກໜັງສືພິມ-ວາລະສານ-ປຶ້ມເລື່ອງຕ່າງໆ ກໍຄົງຍຸທ່າງຊອກຮູ້ຊອກອ່ານຢ່າງສະບາຍອາລົມ… ແຕ່ບັນຫາມີຢູ່ວ່າ ເມື່ອມີຜູ້ຂຽນອອກ ແຕ່ຜູ້ອ່ານຜັດໜ້ອຍ ອັນນີ້ກໍຈະສົ່ງຜົນກະທົບໃຫ້ແກ່ຜູ້ຂຽນແລະບັນດາສຳນັກພິມຜູ້ອອກທຶນເຮັດເປັນເຫຼັ້ມເປັນຫົວໃຫ້ມະຫາຊົນອ່ານ… ຕາມທີ່ສັງເກດຜ່ານມາ ເຫັນວ່າໜັງສືພິມ-ວາລະສານຢູ່ບ້ານເຮົາຜຸດຂຶ້ນປານດອກເຫັດ ທີ່ເດັ່ນໆກໍໄດ້ແກ່ ໜັງສືພິມປະຊາຊົນ, ວຽງຈັນໃໝ່, ປະເທດລາວ, ລາວພັດທະນາ, ກອງທັບປະຊາຊົນ,ເສດຖະກິດສັງຄົມ, Vientiane Times… ສ່ວນວາລະສານກໍໄດ້ແກ່ ວັນນະສິນ, ລານຄຳ, ອັບເດດ, ໂຊກດີ, ໄຊໂຢ, ທາກເກັດ, ສາວລາວ, ຂວັນໃຈ, ມະຫາຊົນ, ໄວໜຸ່ມ, ປ້ອງກັນຄວາມສະຫງົບ, ເມືອງລາວ, ວັດທະນະທຳ, ຜູ້ແທນປະຊາຊົນ, ມະຫາວິທະຍາໄລແຫ່ງຊາດ, ຈຳປາ ແລະອື່ນໆ. ໜັງສືພິມແລະວາລະສານເຫຼົ່ານີ້ ກໍມີອັນດີອັນເດັ່ນແຕກຕ່າງກັນ. ສ່ວນຫຼາຍຈະສາມາດໃຫ້ຂໍ້ມູນທາງດ້ານການເມືອງ, ການເຄື່ອນໄຫວຂອງພັກ-ລັດຕະຫຼອດຮອດປະຊາຊົນໃນບ້ານຕ່າງໆໃນຂອບເຂດທົ່ວປະເທດໃນແຕ່ລະໄລຍະໄດ້ເປັນຢ່າງດີ ພ້ອມກັນນັ້ນກໍຍັງມີຂໍ້ມູນອື່ນໆທີ່ມີປະໂຫຍດແກ່ຜູ້ອ່ານທຸກລະດັບຊັ້ນ. ແຕ່ມາເບິ່ງດ້ານວັນນະຄະດີແລ້ວ ເຫັນວ່າຍັງມີໜ້ອຍ ແມ່ນແຕ່ວາລະສານວັນນະສິນ ທີ່ຖືກັນວ່າເປັນເວທີສົ່ງເສີມວັນນະຄະດີລາວມາເປັນເວລາເກືອບສາມສິບປີ ຕົກຮອດໄລຍະນີ້ ສັງເກດວ່າບົດເລື່ອງສັ້ນ-ບົດນະວະນິຍາຍໃນວາລະສານດັ່ງກ່າວຖືກຕີພິມໃສ່ພຽງສະບັບລະໜ້າ ຊຶ່ງເລື່ອງສັ້ນເລື່ອງໜຶ່ງຕ້ອງໃສ່ເວລາເຖິງ 4 ສະບັບຈຶ່ງຈົບເລື່ອງ ເຮັດໃຫ້ອາລົມຢາກອ່ານແລະຕິດຕາມຂອງຜູ້ອ່ານຄ້າງເຕີ່ງ, ກວ່າຈະໄດ້ອ່ານຕອນໃໝ່ກໍຕ້ອງລໍຄອຍເປັນເວລາໜຶ່ງເດືອນຫຼືຫຼາຍກວ່າຫັ້ນ. ຍິ່ງດຽວນີ້ວາລະສານດັ່ງກ່າວຊຶ່ງເຄີຍອອກເປັນລາຍເດືອນ ກໍກັບກາຍມາເປັນລາຍບໍ່ປົກກະຕິ ບາງເທື່ອຮອດສາມເດືອນຈຶ່ງອອກສະບັບໃໝ່. ບໍ່ເວົ້າເຖິງວາລະສານອື່ນໆ ບົດເລື່ອງສັ້ນແມ່ນບໍ່ຖືກເອີ່ຍເຖິງເລີຍ. ຍົກເວັ້ນແຕ່ວາລະສານ“ລານຄຳ”ຂອງບໍລິສັດດອກເກດ ທີ່ມີນະວະນິຍາຍແລະເລື່ອງສັ້ນໃຫ້ອ່ານ ແຕ່ກໍເປັນວາລະສານລາຍໄຕມາດ(ສາມເດືອນອອກເທື່ອໜຶ່ງ). ສ່ວນໜັງສືພິມທີ່ພໍຫາອ່ານເລື່ອງສັ້ນໄດ້ກໍມີເກືອບທຸກສະບັບ ຍົກເວັ້ນໜັງສືພິມ “ປະຊາຊົນ”. ແຕ່ເມື່ອທຽບໃສ່ຫຼາຍປີກ່ອນ ເຫັນວ່າບັນດານັກຂຽນຮຸ່ນລາຍຄາມ ແລະຮຸ່ນໃໝ່ບໍ່ຄ່ອຍໄດ້ສະແດງຝີມືຂອງຕົນຫຼາຍປານໃດ ຊຶ່ງສະແດງເຖິງຄວາມຊົບເຊົາຂອງວົງການນັກຂຽນ-ນັກປະພັນວັນນະຄະດີລາວ… ແຕ່ວົງການໂຄສະນາສິນຄ້າຊໍ້າຜັດຄຶກຄັກ ບໍ່ວ່າຈະເປັນໜັງສືພິມຫຼືວາລະສານ ໜ້າທີ່ໂຄສະນາຫຼາຍກວ່າເນື້ອໃນຂອງບົດຂ່າວ-ບົດຄວາມ. ຢ່າງໃດກໍຕາມ ເຊື່ອວ່າໃນຕໍ່ໜ້ານີ້ ການຂີດການຂຽນບົດຄວາມ-ບົດວັນນະຄະດີອອກໜ້າໜັງສືພິມແລະວາລະສານຄົງຟົດຟື້ນຢ່າງແນ່ນອນ ເພາະກົດໝາຍສື່ມວນຊົນຈະໄດ້ຖືກຮັບຮອງແລະປະກາດໃຊ້ທົ່ວສັງຄົມໃນບໍ່ຊ້ານີ້. ແລະກໍເຊື່ອວ່ານັກອ່ານຄົງຈະເພີ່ມຈຳນວນຂຶ້ນເປັນເງົາຕາມໂຕ.