“ວິຊຸນໆ ຜູ້ສາວເອົາຂອງຂວັນມາໃຫ້” ສຽງຂອງໃຜຜູ້ໜຶ່ງດັງຂຶ້ນຢູ່ຂ້າງໆ. ຂ້ອຍຟ້າວງວາກໜ້າອອກຈາກປຶ້ມທີ່ກຳລັງອ່ານ, ແນມເບິ່ງບ່ອນມາຂອງສຽງ ເຫັນສີຄູນພວມຍື່ນຫໍ່ສີບົວມາໃຫ້ ພ້ອມກັບຍິ້ມເປິຍິ້ມເປີ້ຍມາໃສ່.

“ຂອງຜູ້ໃດ?” ຂ້ອຍຖາມດ້ວຍຫົວໃຈສີສັ່ນໆ.

“ຂອງໂຕຫັ້ນລະ!”

“ບໍ່ນ່າ! ເຮົາຢາກຮູ້ວ່າແມ່ນຜູ້ໃດສົ່ງມາ?”

“ຢາກຮູ້ກະເປີດເບິ່ງເອງຊັ້ນລະບໍ!”

“ເອີ! ແມ່ນຄວາມໂຕໄດ໋. ຂອບໃຈຫຼາຍໆເດີ!” ຂ້ອຍກ່າວພ້ອມກັບຈັບຫໍ່ຂອງຂວັນຢັດໃສ່ຖົງພາຍຄ້າຍຄືກັບບໍ່ສົນໃຈມັນພໍປານໃດ. ແຕ່ໝາກຫົວໃຈຂອງຂ້ອຍຫັ້ນຕີ້ ມັນສົນເອົາແທ້ເອົາວ່າ ຈົນວ່າຢາກຈີກຫໍ່ຂອງຂວັນຂຶ້ນມາເບິ່ງພ້ອມບາດ ແຕ່ຈຳຕ້ອງອົດໃຈໄວ້ ເພາະຢ້ານໝູ່ຊິເຫັນນຳ.

ພໍມາຮອດຫໍພັກ, ຂ້ອຍຟ້າວກາງມຸ້ງ ຈົກເອົາຫໍ່ຂອງຂວັນອອກຈາກຖົງ ລູບໆຄຳໆເບິ່ງ ຮູ້ສຶກວ່າສີແຂງໆວາດໃດວາດໜຶ່ງ ຄືຊິແມ່ນປຶ້ມ… “ປຶ້ມຫຍັງນໍ?” ຂ້ອຍຖາມຕົນເອງແລ້ວຄ່ອຍໆຈີກຫໍ່ອອກ… ຫົວໃຈເຕັ້ນຕຶກໆຢ່າງບໍ່ເປັນຈັງຫວະ!

ຈາກແສງໄຟນິອອນອັນຂາວນອນເທິງຫົວນອນ, ມັນໄດ້ສ່ອງແສງໃຫ້ຂ້ອຍເຫັນປຶ້ມເລື່ອງເສັ້ນທາງແຫ່ງຊີວິດ ພ້ອມດ້ວຍຮູບພາບດອກຈຳປາທີ່ພວມແຍ້ມບານ. ຂ້ອຍຟ້າວປິ່ນຫຼັງພາບມາເບິ່ງ ເຫັນລາຍມືອັນວິຈິດບັນຈົງຂຽນສະຫຼັກໃສ່ວ່າ:

“ ມອບແດ່… ອ້າຍວິຊຸນ

ເນື່ອງໃນໂອກາດຄົບຮອບວັນເກີດຂອງອ້າຍປີນີ້ ນ້ອງບໍ່ມີຫຍັງ ນອກຈາກປຶ້ມແລະຮູບພາບມອບແດ່ອ້າຍ ພ້ອມທັງຂໍສົ່ງພອນໄຊອັນປະເສີດມາຍັງອ້າຍຈົ່ງມີສຸຂະພາບພະລານາໄມເຂັ້ມແຂງ ເພື່ອສ້າງຕົນເອງໃຫ້ກາຍເປັນຊາວໜຸ່ມຜູ້ກ້າວໜ້າ ແລະປະສົບຜົນສຳເລັດໃນການສຶກສາຮໍ່າຮຽນ.

ຄວາມສຸກຄວາມຈະເລີນຈົ່ງເກີດມີແກ່ອ້າຍ

ຈາກ: ມາລີ

ເມື່ອອ່ານສຸດ ຮູ້ສຶກເຢັນສັນຫຼັງວາບບາດໜຶ່ງ, ບໍ່ຄິດເລີຍວ່າຈະໄດ້ຮັບຂອງຂວັນຈາກມາລີ… ຂ້ອຍບໍ່ເຊື່ອສາຍຕາຂ້ອຍເລີຍ. ແຕ່ຂ້ອຍຈຳຕ້ອງເຊື່ອ ເພາະຂ້ອຍບໍ່ໄດ້ຝັນ ແລະລາຍມືແບບນີ້ ກໍຕັ້ງແມ່ນຂອງມາລີເອງ! ລາຍມືຂອງນາງຂ້ອຍຈື່ໄດ້ດີ.

ຫົວໃຈທີ່ເຕັ້ນແຮງຢູ່ແລ້ວ, ຍິ່ງເຕັ້ນແຮງຂຶ້ນຊັກໄຊ້ ເມື່ອດວງໜ້າອັນຫວານຊຶ້ງຂອງມາລີໄດ້ຜຸດພົ້ນໃນດວງຄວາມຄິດ. ຖ້ອຍວາຈາທີ່ເຕັມໄດ້ດ້ວຍຄວາມໝາຍອັນເລິກເຊິ່ງຂອງນາງຄັ້ງເມື່ອຂ້ອຍຖືກສຳຫຼວດກວດກາຍັງຝັງໃນມັນສະໝອງຂອງຂ້ອຍ:

“ຢາກເປັນຊາວໜຸ່ມທີ່ກ້າວໜ້າ, ເຮົາຕ້ອງລຶບລ້າງແນວຄິດອັນບໍ່ດີຖິ້ມນັບຕັ້ງແຕ່ດຽວນີ້ ຖ້າບໍ່ດັ່ງນັ້ນ ພວກເຮົາຈະເປັນຄູອາຈານສອນນ້ອງນັກຮຽນໄດ້ແນວໃດ???”

“ພວກເຮົາຊາວໜຸ່ມຕ້ອງມີຊີວິດຢູ່ດ້ວຍການຮໍ່າຮຽນສຶກສາ ບໍ່ຄວນປ່ອຍປະເວລາໃຫ້ເສຍໄປເປົ່າໆ.” ນາງເຄີຍເວົ້າຕໍ່ຂ້ອຍຄືແນວນັ້ນ.

ຂ້ອຍຈັບເອົາປຶ້ມພ້ອມດ້ວຍຮູບພາບແນບໄວ້ກາງເອິກ ສືບລົມຫາຍໃຈເຂົ້າປອດດ້ວຍຄວາມສົດຊື່ນ… ສາຍຕາແນມລອດປ່ອງຢ້ຽມໄປສູ່ຟາກຟ້າຊຶ່ງເຕັມໄປດ້ວຍດວງດາວທີ່ພວມປະກາຍແສງລະຍິບລະຍັບ… ກຳລັງໃຈແຫ່ງການຕໍ່ສູ້ຜ່ານຜ່າວຽກງານການຮໍ່າຮຽນຮູ້ສຶກວ່າເພີ່ມທະວີຂຶ້ນຢ່າງບໍ່ໜ້າເຊື່ອ!!!