ບັນທຶກຊີວິດ

July 11, 2008

ຄຸນຄ່າຂອງເວລາ

Filed under: ຂໍ້ຄິດຂໍ້ຂຽນ — visnu @ 7:46 am

ດວງຕາເວັນສູງຂຶ້ນທຽມຍອດກົກຈຳປາແລ້ວ, ຄວາມຮ້ອນເອົ້າຂອງຍາມເດືອນຫ້າໄດ້ແຜ່ກະຈາຍໄປທົ່ວ. ຂ້ອຍຢືນເອົາມືກັ້ງໂກບແນມໄປທີ່ເດີ່ນຫຍ້າກ້ອງກົກບົກດ້ວຍຫົວໃຈອັນຮ້ອນຮົນ. ພາບທີ່ສະທ້ອນເຂົ້າສູ່ດວງຕາແມ່ນຮ່າງຂອງຍິງສາວນາງໜຶ່ງຊຶ່ງຢູ່ໃນຊຸດນັກສຶກສາ ພວມນັ່ງພັບແພບອ່ານປຶ້ມດ້ວຍຄວາມຕັ້ງໃຈ. ຂ້ອຍຕັດສິນໃຈຢ່ວງບາດຕີນໄປເບື້ອງໜ້າຢ່າງວ່ອງໄວຄ້າຍຄືວ່າມີແມ່ເຫຼັກດຶງດູດເອົາ.

“ຈັ່ງແມ່ນດຸໝັ່ນເອົາແທ້ເອົາວ່າແທ້ໆນໍ, ຫົວໜ້າ” ຂ້ອຍເອີ່ຍຂຶ້ນດ້ວຍສຽງເຍີ້ຍສຽດສີ.

ຜູ້ຖືກເຍີ້ຍຖອນສາຍຕາອອກຈາກປຶ້ມທີ່ແຜ່ແບຢູ່ພື້ນຫຍ້າ ແລ້ວອວ່າຍໜ້າມາຫາຂ້ອຍດ້ວຍສີໜ້າຢາກຮ້າຍ ແຕ່ຄວາມບູດທີ່ປາກົດເທິງໃບໜ້າບໍ່ພໍນາທີນັ້ນໄດ້ຖືກຮອຍຍິ້ມທີ່ມຸມສົບລຶບເລືອນອອກໄປ.

“ບໍ່ດຸບໍ່ໝັ່ນ ເຮັດໃດຊິເສັງໄດ້!” ນາງປ່ອຍປະໂຫຍກລູກສອນໄຟໃສ່ເກືອບຂ້ອຍຫງາຍເງີບ.

“ເປັນແນວໃດ ເສັງພາກຮຽນທີໜຶ່ງໄດ້ດີຢູ່ບໍ?” ນາງຖາມຂ້ອຍທັງໆທີ່ນາງຮູ້ຄະແນນຂອງຂ້ອຍສ່ວນໃດສ່ວນໜຶ່ງແລ້ວ.

“ຊິໄດ້ຫຍັງເດ… ຕົກຕັ້ງ 2-3 ວິຊາພຸ້ນນະ!” ຂ້ອຍຕອບດ້ວຍສຽງອັນໄຮ້ພະລັງ, ທອດສາຍຕາອອກໄປຍັງຫົນທາງເບື້ອງໃຕ້ຢ່າງໝົດອາໄລຕາຍຢາກ.

“ຊິບໍ່ໃຫ້ຕົກໄດ້ແນວໃດ!?! ແນວວ່າເຈົ້າບໍ່ເບິ່ງບົດຮຽນພໍໜ້ອຍ. ແຕ່ລະມື້ແຕ່ລະວັນເຫັນແຕ່ເຈົ້າປ່ອຍປະລະເລີຍເວລາໃຫ້ສູນເສຍໄປນຳການຫິ້ຼນການຫົວທີ່ໄຮ້ສາລະ.” ສຽງຂອງນາງໄດ້ກາຍເປັນມີດແຖອັນແຫຼມຄົມເສືອດເສືອນໝາກກະດອງໃຈຂອງຂ້ອຍຢ່າງຮຸນແຮງ ຈົນເຮັດໃຫ້ຂ້ອຍປາກບໍ່ອອກພໍຄວາມ ໄດ້ແຕ່ນັ່ງເຮັດໜ້າແຫ່ວຄືຜູ້ເຖົ້າເມົາຢານີ້ລະ!

ນາງເຫັນຂ້ອຍນັ່ງຊຶງລຶງຄືແນວນັ້ນ, ຈຶ່ງເທດສະໜາຕໍ່: “ເຈົ້າຄົງຮູ້ດີແລ້ວຕິວ່າ ເວລາເປັນສິ່ງທີ່ມີຄຸນຄ່າທີ່ສຸດ ຖ້າເຮົາຮູ້ຈັກໝູນໃຊ້ ມັນກໍກາຍເປັນກ້ອນຄຳຂະໜາດມະຫຶມາທີ່ມີຄຸນຄ່າແກ່ຊີວິດເຮົາ. ກົງກັນຂ້າມ, ຖ້າເຮົາປ່ອຍປະມັນຖິ້ມໄປລ້າໆ ມັນກໍປຽບເໝືອນເສດເຫຼັກຂີ້ໝ້ຽງທີ່ຖິ້ມຢູ່ກອງຂີ້ເຫຍື້ອເທົ່ານັ້ນ. ດັ່ງນັ້ນແຫຼະ ເວລາຈຶ່ງຖືວ່າມີຄວາມສຳຄັນທີ່ສຸດຕໍ່ຊີວິດໄວໜຸ່ມຄືພວກເຮົາ. ສຳລັບຂ້ອຍຜູ້ເວົ້ານີ້ ກໍບໍ່ໄດ້ໝາຍຄວາມວ່າຂ້ອຍໝູນໃຊ້ເວລາໃຫ້ເປັນປະໂຫຍດໄດ້ທຸກຊ່ວງວິນາທີ ແຕ່ຂ້ອຍກໍໄດ້ພະຍາຍາມຝຶກຝົນຕົນໃຫ້ຮູ້ຈັກໝູນໃຊ້ເວລາ. ສ່ວນເຈົ້າເດ ເຫັນເປັນແນວໃດ?”

ຂ້ອຍມືນຕາຫຼົກໂລ້ແນມເບິ່ງໜ້າອັນຜ່ອງໃສຂອງນາງດ້ວຍຫົວໃຈທີ່ຖືກກະຕຸກຈາກເຂັມຮ້ອຍໆດວງ… ຄວາມຢາກຮ້າຍພຸ່ງພົ້ນຂຶ້ນສູ່ແນວຄິດ, ເລືອດໃນກາຍພ້ອມພາກັນແລ່ນປຸ້ມຂຶ້ນສູ່ຫົວ, ຮູ້ສຶກອອກຮ້ອນຫູວາບໆ…

“ຂ້ອຍບໍ່ຈັກແນວຊິເວົ້າດອກ!” ຂ້ອຍປ່ອຍປະໂຫຍກນີ້ອອກມາຢ່າງຍາກເຂັນ.

“ຈັ່ງຊັ້ນ ຂ້ອຍຂໍຕຳໜິເປັນທາງສ່ວນຕົວຕໍ່ເຈົ້າເລີຍວ່າໃນໄລຍະຜ່ານມາ ເຈົ້າຍັງບໍ່ທັນຍົກສູງຄຸນຄ່າຂອງເວລາ, ຍັງປ່ອຍມັນຖິ້ມໄປແບບເປົ່າປະໂຫຍດ, ຍັງມີແນວຄິດທີ່ວ່າ ເວລາໃນການຝຶກຝົນຕົນຍັງມີຫຼາຍໃນອະນາຄົດ, ສຳລັບດຽວນີ້ ຫິ້ຼນໃຫ້ມັນສົມໃຈສາກ່ອນ. ຕໍ່ກັບບັນຫານີ້, ຂ້ອຍຖືວ່າຜິດພາດທີ່ສຸດ ເພາະໄລຍະນີ້ແມ່ນໄລຍະທີ່ສຳຄັນທີ່ສຸດໃນການກໍ່ສ້າງຕົນເອງໃຫ້ກາຍເປັນຊາວໜຸ່ມຜູ້ກ້າວໜ້າ. ຖ້າເຮົາບໍ່ເອົາເວລານີ້, ເຮົາຈະເອົາເວລາໃດລະ ກໍ່ສ້າງຕົນເອງ? ຈະຝຶກຝົນຕອນເວລາເຮົາເຖົ້າຊະແລແກ່ຊະລານັ້ນບໍ?”

ຂ້ອຍໄດ້ແຕ່ຕອດເງົາງັອກໆບໍ່ປາກບໍ່ວ່າຫຍັງ, ຄວາມວຸ້ນວາຍໄດ້ເກີດຂຶ້ນໃນຫົວຂອງຂ້ອຍ. ຄວາມວຸ້ນວາຍດັ່ງກ່າວມັນແມ່ນການຕໍ່ສູ້ແນວຄິດໃນໂຕຂອງຂ້ອຍເອງ.

“ມີທໍ່ນັ້ນແຫຼະ! ແລະກໍຢ່າຖືວ່າຂ້ອຍສັ່ງສອນ, ຂ້ອຍພຽງແຕ່ເວົ້າຖານເພື່ອນຮ່ວມຫ້ອງຮຽນ… ຖ້າມີອັນໃດແຕະຕ້ອງເຖິງຈິດໃຈຂອງເຈົ້າ ຂ້ອຍກໍຂໍອະໄພນຳຫຼາຍໆ!”

ຂ້ອຍບໍ່ປາກ… ຢືດຄີງລຸກຂຶ້ນກ້າວບາດຕີນກັບຄືນຫໍພັກຢ່າງເຊື່ອຍຊາ.

ນາງແນມນຳຫຼັງຂ້ອຍດ້ວຍສາຍຕາເປັນຫ່ວງ… ໃນທີ່ສຸດນາງຕັດສິນໃຈຈັບເອົາປຶ້ມແລ່ນນຳຫຼັງຂ້ອຍ… “ຖ້າກ່ອນ, ສຸລີ!”

ຂ້ອຍຢືນໂຕແຂງຢູ່ກັບທີ່ປານດຽວກັບຖືກມົນສະກົດ.

“ເຈົ້າຄຽດໃຫ້ຂ້ອຍຫວະ?” ນາງຖາມສຽງຫອບ.

“ບໍ່, ຂ້ອຍຄຽດໃຫ້ໂຕຂ້ອຍເອງຕ່າງຫາກ.” ຂ້ອຍເວົ້າສຽງສີແຄ້ນໆຄືມີໝາກຈອງມາຄ້າງຢູ່ຄໍ. “ຂ້ອຍຂໍຂອບໃຈເຈົ້າຫຼາຍໆທີ່ຕັກເຕືອນຂ້ອຍ, ເປັນຫ່ວງຂ້ອຍ… ຂ້ອຍຈະພະຍາຍາມປ່ຽນແປງ ແລະຈະຄ່ອບລຶບລ້າງຈຸດອ່ອນດັ່ງກ່າວໃຫ້ສູນສ້ຽງ. ມີອັນໃດບໍ່ຄັກບໍ່ແນ່ສະເໜີໃຫ້ຫົວໜ້າກໍ່ສ້າງຊ່ວຍເຫຼືອຂ້ອຍແດ່ຫັ້ນແຫຼະ!”

ຮອຍຍິ້ມງາມສະດຸດຕາຂອງນາງໄດ້ເຜີຍອອກຢູ່ມຸມພິສົບ ພ້ອມດ້ວຍສຳນຽງສຽງເວົ້າອັນມ່ວນຫູ: “ຂ້ອຍດີໃຈຫຼາຍທີ່ໄດ້ຍິນເຈົ້າເວົ້າຄືແນວນີ້, ຂ້ອຍເຊື່ອໝັ້ນວ່າໃນພາກຮຽນທີສອງ ເຈົ້າຄົງມີທ່າກ້າວໃໝ່. ສຳລັບຂ້ອຍເອງກໍຈະພະຍາຍາມບຸກໜ້າບືນໂຕສຸດຂີດ ແລະຈະຊ່ວຍເຫຼືອເຈົ້າທຸກຢ່າງຕາມຄວາມສາມາດ.”

ຈາກຄຳເວົ້າອັນຈົບງາມຄືດັ່ງກ່າວ, ມັນໄດ້ລະດົມຈິດໃຈຂອງຂ້ອຍໃຫ້ປອດໃສໜັກແໜ້ນຂຶ້ນຕື່ມ. ຂ້ອຍຫຼົງຍິ້ມອອກມາຢ່າງບໍ່ຮູ້ສຶກໂຕ.

“ຫົວໜ້າເອີຍ! ຂ້ອຍຂໍປະຕິຍານຕໍ່ຫົວໜ້າວ່າ ໃນພາກຮຽນທີສອງນີ້ ຂ້ອຍຈະຂໍດັດແປງຕົນເອງໃຫ້ກາຍເປັນຄົນໃໝ່ ແລະຈະຂໍເປັນຄູ່ແຂ່ງຂັນທີ່ໜ້າຮັກຂອງຫົວໜ້າ!!!”

ອາກາດທີ່ຮ້ອນເອົ້າໄດ້ເພີກຫາຍໄປ ເຫຼືອໄວ້ແຕ່ຄວາມເຢັນສົດຊື່ນຂອງສາຍລົມທີ່ພັດໂຊຍມາແຕ່ເບື້ອງທິດບົວລະພາ…

Powered by WordPress