ບັນທຶກຊີວິດ

July 23, 2008

ຈາກກັນໄປສຸດຂອບຟ້າ

Filed under: ຮັກສຸດຂອບຟ້າ — visnu @ 8:55 am

ສຽງເພງປະສານກັບຂອດກິຕ້າດັງກັງວານກ້ອງມາຕາມສາຍລົມ ເຮັດໃຫ້ຍິງສາວທີ່ຢືນຢູ່ລະບຽງຊັ້ນສອງຂອງຫໍພັກຍິງຫຼັງທີໜຶ່ງທີ່ໃກ້ຮົ້ວມະຫາວິທະຍາໄລເບື້ອງທິດເໜືອ ຕ້ອງຢືນຊຶງກຶ້ງຕາໄປສູ່ທີ່ມາຂອງສຽງດັ່ງກ່າວດ້ວຍຫົວໃຈລັນຈວນຊວນໃຫ້ເສົ້າ…

* ເຖິງຈາກກັນໄປ ຈົນສຸດຂອບຟ້າ
ແຕ່ອຸລາສອງເຮົາ ຍັງຢູ່ຄຽງກັນ
ຈາກໄປຄາວນີ້ ໄປຕາມໜ້າທີ່ວຽກງານ
ບໍ່ລືມຄຳໝັ້ນ ສັນຍາແຂ່ງຂັນກັນໄວ້

* ອາໄລອາວອນ ຫວນຄືນພາບແຫ່ງຄວາມຫຼັງ
ຄັ້ງເຮົາຍັງ ພ້ອມກັນຮໍ່າຮຽນສຶກສາ
ວຽກງານຫຍຸ້ງຍາກ ພວກເຮົາພ້ອມກັນຜ່ານຜ່າ
ຄ້ອຍໃຈໜັກໜ້າ ສັ່ງລານໍ້າຕາຫລັ່ງນອງ

* ບໍ່ຢາກຈາກໄກ ຈຳໃຈຕ້ອງຂໍລາຈາກ
ບໍ່ຢາກຈະພາກ ຈຳຈາກໄປກ່ອນຂວັນໃຈ
ຂໍຝາກສຽງເພງ ບັນເລງອອກຈາກດວງລືໄທ
ມອບແດ່ຊາມໄວ ຂວັນໃຈໃນວັນຈາກລາ…

ແມ່ນແລ້ວ ເຊົ້າມື້ອື່ນນີ້ ຊາຍໃນດວງໃຈຂອງນາງຈະໄດ້ອອກເດີນທາງໄປສຶກສາຕໍ່ຢູ່ຕ່າງປະເທດເປັນເວລາ 5 ປີ. ກ່ອນທີ່ຈະສັ່ງລາເປັນເທື່ອສຸດທ້າຍ ເຂົາໄດ້ໃຫ້ຄຳໝັ້ນສັນຍາກັບນາງວ່າ ຈະຍຶດໝັ້ນສາຍສຳພັນທີ່ມີມາກັບນາງຕະຫຼອດປີກວ່າໆມານີ້ ແລະຈະບໍ່ລືມສົ່ງຂ່າວຄາວຫານາງໃຫ້ໄດ້ອາທິດລະເທື່ອ. ກ່ອນຍ່າງລົງຈາກຫໍພັກຍິງໄປ ເຂົາໄດ້ຍື່ນຫໍ່ຂອງຂວັນໃຫ້ແກ່ນາງ ແລະໄດ້ສັ່ງຄວາມໃຫ້ນາງຮັກສາຂອງຂວັນນີ້ໄວ້ດີໆ ແລະນຳໃຊ້ໃຫ້ເປັນປະໂຫຍດ… ແຕ່ຍ້ອນຄວາມອາໄລຕໍ່ຊາຍໜຸ່ມທີ່ຮູ້ໃຈ ຈຶ່ງໃຫ້ນາງຮູ້ສຶກສະທ້ານໃຈ ໂດຍບໍ່ໄດ້ສົນໃຈນຳຫໍ່ຂອງຂວັນນັ້ນ ໄດ້ແຕ່ຕຄິດຄຳນຶງກັນຕົນເອງວ່າ ອີກດົນປານໃດນໍຈຶ່ງຈະໄດ້ພົບກັນອີກ…

ສອບເສັງເຂົ້າ ມຊ

Filed under: ຂໍ້ຄິດຂໍ້ຂຽນ — visnu @ 6:35 am

ອາທິດແລ້ວນີ້ ບັນດານັກຮຽນ ມ.6 ພາກັນເຂົ້າຮ່ວມສອບເສັງເຂົ້າ ມຊ ຢ່າງເປັນຂະບວນຟົດຟື້ນ. ຜູ້ທີ່ຮຽນເກັ່ງຮຽນດີ ກໍພາກັນຍິ້ມນ້ອຍຍິ້ມໃຫຍ່ ເພາະເຊື່ອໝັ້ນໃນຄວາມສາມາດຂອງຕົນເອງວ່າຕ້ອງເສັງຜ່ານແນ່ນອນ. ຜູ້ຮຽນພໍປານກາງກໍຖ້າລຸ້ນຢູ່ໃນໃຈວ່າຕົນຊິມີຊື່ຢູ່ໃນບັນຊີນັກຮຽນເສັງໄດ້ຫຼືບໍ? ສ່ວນພວກຮຽນອ່ອນກໍຄິດວ່າແລ້ວແຕ່ດວງ ຄັນເສັງໄດ້ກໍປານຂີ້ແມ່ນປ່ອງ ຄັນບໍ່ໄດ້ກໍແລ້ວໄປ. ແຕ່ມີນັກຮຽນບາງຄົນບໍ່ມີຄວາມເຊື່ອໝັ້ນຄວາມສາມາດຂອງຕົນເອງ ກໍພະຍາຍາມໃຊ້ກົນລະວິທີທຸກແບບຢ່າງ ບໍ່ວ່າຈະໃຊ້ດ້ວຍເລ່ ຫຼືດ້ວຍກົນ ເຮັດໝົດທຸກຢ່າງ ນັບຕັ້ງແຕ່ໄປບະເຈົ້າແມ່ສີເມືອງ ຫຼືເຈົ້າແມ່ເຈົ້າພໍ່ຕ່າງໆທີ່ມີຄວາມສັກສິດໃນທ້ອງຖິ່ນຂອງຕົນກ່ອນຈະເຂົ້າເສັງ. ບາງລາຍກໍໄປເລາະຊອກຊື້ຫົວບົດເສັງກັບບຸກຄົນທີ່ຕົນເຊື່ອວ່າມີສ່ວນກ່ຽວຂ້ອງກັບການອອກຫົວບົດ. ບາງຄົນກໍເຂົ້າຫາຄູອາຈານທີ່ເຮັດວຽກຢູ່ ມຊ ພ້ອມທັງບອກໃຫ້ຊ່ອຍເພື່ອເຮັດແນວໃດໃຫ້ໄດ້ເຂົ້າຮຽນ… ບາງລາຍຕົກຖືກເລ່ກົນພວກສິບແປດມຸງກຸດທີ່ອ້າງໂຕວ່າເປັນຜູ້ໃກ້ຊິດກັບຜູ້ສາມາດຊີ້ເປັນຊີ້ຕາຍຂອງ ມຊ ຫາກເອົາເງິນມາໃຫ້ສີ່ຫ້າໝື່ນບາດ ກໍຈະມີລາຍຊື່ຢູ່ບັນຊີຜູ້ເສັງໄດ້ຢ່າງແນ່ນອນ… ສຳມະປິທີ່ຈະຊອກຫາວິທີແບບບໍ່ສຸຈະລິດ ເພື່ອໃຫ້ຕົນມີສິດເຂົ້າຮຽນ ມຊ. ຈາກສະພາບຫຍໍ້ທໍ້ດັ່ງກ່າວ ໃນປີທີ່ຜ່ານມາ ຫາງສຽງຂອງມະຫາຊົນໄດ້ກ່າວໂຈມຕີຄວາມບໍ່ຍຸຕິທຳໃນການຄັດເລືອກນັກຮຽນເຂົ້າ ມຊ.

ມາເຖິງປີນີ້ ຄ້ອມພໍດີກັບກອງປະຊຸມຂອງສະພາແຫ່ງຊາດຄັ້ງທີ 5 ທາງກະຊວງສຶກສາກໍໄດ້ເປີດກອງປະຊຸມແຈ້ງຂ່າວຕ້ານປະກົດການຫຍໍ້ທໍ້ໃນວົງການສຶກສາໂດຍສະເພາະແມ່ນການເສັງເຂົ້າ ມຊ ຊຶ່ງທາງ ມຊ ກໍໄດ້ຊີ້ໃຫ້ເຫັນສາເຫດທີ່ພາໃຫ້ເກີດມີຫາງສຽງອັນບໍ່ດີຕໍ່ການຈັດຕັ້ງ ມຊ ດັ່ງນີ້:

1. ຜູ້ປົກຄອງໄດ້ເລີ່ມວິ້ງເຕັ້ນຫາຜູ້ທີ່ອ້າງຕົນວ່າ ສາມາດຊ່ວຍໄດ້ໃນເວລາຄະນະກຳມະການ
ກວດຂໍ້ສອບ ເພາະຄິດວ່າຄະນະກຳມະການສາມາດຕື່ມຄະແນນໃຫ້ໄດ້ ເຊິ່ງສ່ວນຫຼາຍມັກຄົ້ນຫາສາຍພີ່ສາຍນ້ອງທີ່ຢູ່ໃນ
ການຈັດຕັ້ງກ່ຽວຂ້ອງ.

2. ມີບຸກຄົນແອບອ້າງ ແລະ ຮຽກຄ່າຈ້າງ ເພື່ອຈະຊ່ວຍໃຫ້ຄະນະກຳມະການເພີ່ມຄະແນນໄດ້.

3. ມີການປ່ອຍຂ່າວໃນໝູ່ນັກຮຽນວ່າ ຕ້ອງມີຄ່າຈ້າງ ຫລື ມີພີ່ນ້ອງເສັ້ນສາຍ ຈຶ່ງຈະສາມາດເສັງເຂົ້າ ມ.ຊ ໄດ້

4. ການສອບເສັງປີນີ້ ມີການອ້າງອີງວ່າຊ່ວຍໄດ້ ມີແຕ່ຢູ່ຂອດຕື່ມຄະແນນ ຈາກຄະນະກຳມະການກວດສອບທໍ່ນັ້ນ ແນວອື່ນຫຍຸ້ງຍາກ.

ຈາກຫາງສຽງ ຫຼືຄຳຊ່າລືດັ່ງກ່າວ ເຮັດໃຫ້ຜູ້ປົກຄອງ ແລະກຸ່ມນັກຮຽນທີ່ຢາກເຂົ້າ ມ.ຊ ໂດຍບໍ່ຕ້ອງເປືອງແຮງມັນສະໝອງຂອງຕົນ ຊອກຫາທຸກວິຖີທາງເພື່ອໃຫ້ໄດ້ສິດເຂົ້າໄປຮຽນຢູ່ ມ.ຊ. ແລະກຸ່ມຄົນທີ່ຫາເງິນແບບຜິດສິນທຳກັບພວກນັກຮຽນຫົວອ່ອນກໍກຳລັງອອກລາຍ ແຕ່ບໍ່ແຂງແຮງຄືດັ່ງແຕ່ກ່ອນ ເພາະປີນີ້ ທາງການຈັດຕັ້ງຂອງ ມຊ ແລະກະຊວງໄດ້ອອກແຮງສະກັດກັ້ນແລະຕີຕ້ານຢ່າງແຂງແຮງ.

ຫວັງວ່ານັກສຶກສາຜູ້ຮຽນດີຮຽນເກັ່ງໃນປີນີ້ຄົງໄດ້ມີສິດເຂົ້າຮຽນ ມຊ ຢ່າງທຸກທົ່ວໜ້າກັນ.

July 20, 2008

ບົດວັນນະຄະດີໃນໜັງສືພິມແລະວາລະສານລາວ

Filed under: ຂໍ້ຄິດຂໍ້ຂຽນ — visnu @ 6:28 am

ເມື່ອຕົ້ນອາທິດນີ້ ທາງສະພາແຫ່ງຊາດໄດ້ພິຈາລະນາກົດໝາຍວ່າດ້ວຍສື່ມວນຊົນ ທີ່ທາງຄະນະກຳມາທິການວັດທະນະທຳຂອງສະພາແຫ່ງຊາດເປັນຜູ້ຮ່າງຂຶ້ນ. ຕາມທີ່ຕິດຕາມກອງປະຊຸມເຫັນວ່າມີສະມາຊິກສະພາຫຼາຍຄົນໄດ້ປະກອບຄຳເຫັນໃສ່ຢ່າງຟົດຟື້ນພໍສົມຄວນ. ຫາກວ່າກົດໝາຍດັ່ງກ່າວຜ່ານແລ້ວ ແລະຖືກນຳໃຊ້ໃນສັງຄົມ ຄິດວ່າວົງການສື່ມວນຊົນລາວເຮົາຄົງກ້າວໜ້າໄປອີກກ້າວໜຶ່ງ ບັນດານັກຄິດນັກຂຽນກໍຄົງມີບ່ອນອີງ ແລະກໍຈະສາມາດສະເໜີຂໍ້ຄິດເຫັນແບບສ້າງສັນຂອງຕົນສູ່ສັງຄົມໄດ້ຢ່າງມີຊີ້ນມີໜັງກວ່າເກົ່າ. ຜູ້ມັກອ່ານມັກບໍລິໂພກໜັງສືພິມ-ວາລະສານ-ປຶ້ມເລື່ອງຕ່າງໆ ກໍຄົງຍຸທ່າງຊອກຮູ້ຊອກອ່ານຢ່າງສະບາຍອາລົມ… ແຕ່ບັນຫາມີຢູ່ວ່າ ເມື່ອມີຜູ້ຂຽນອອກ ແຕ່ຜູ້ອ່ານຜັດໜ້ອຍ ອັນນີ້ກໍຈະສົ່ງຜົນກະທົບໃຫ້ແກ່ຜູ້ຂຽນແລະບັນດາສຳນັກພິມຜູ້ອອກທຶນເຮັດເປັນເຫຼັ້ມເປັນຫົວໃຫ້ມະຫາຊົນອ່ານ… ຕາມທີ່ສັງເກດຜ່ານມາ ເຫັນວ່າໜັງສືພິມ-ວາລະສານຢູ່ບ້ານເຮົາຜຸດຂຶ້ນປານດອກເຫັດ ທີ່ເດັ່ນໆກໍໄດ້ແກ່ ໜັງສືພິມປະຊາຊົນ, ວຽງຈັນໃໝ່, ປະເທດລາວ, ລາວພັດທະນາ, ກອງທັບປະຊາຊົນ,ເສດຖະກິດສັງຄົມ, Vientiane Times… ສ່ວນວາລະສານກໍໄດ້ແກ່ ວັນນະສິນ, ລານຄຳ, ອັບເດດ, ໂຊກດີ, ໄຊໂຢ, ທາກເກັດ, ສາວລາວ, ຂວັນໃຈ, ມະຫາຊົນ, ໄວໜຸ່ມ, ປ້ອງກັນຄວາມສະຫງົບ, ເມືອງລາວ, ວັດທະນະທຳ, ຜູ້ແທນປະຊາຊົນ, ມະຫາວິທະຍາໄລແຫ່ງຊາດ, ຈຳປາ ແລະອື່ນໆ. ໜັງສືພິມແລະວາລະສານເຫຼົ່ານີ້ ກໍມີອັນດີອັນເດັ່ນແຕກຕ່າງກັນ. ສ່ວນຫຼາຍຈະສາມາດໃຫ້ຂໍ້ມູນທາງດ້ານການເມືອງ, ການເຄື່ອນໄຫວຂອງພັກ-ລັດຕະຫຼອດຮອດປະຊາຊົນໃນບ້ານຕ່າງໆໃນຂອບເຂດທົ່ວປະເທດໃນແຕ່ລະໄລຍະໄດ້ເປັນຢ່າງດີ ພ້ອມກັນນັ້ນກໍຍັງມີຂໍ້ມູນອື່ນໆທີ່ມີປະໂຫຍດແກ່ຜູ້ອ່ານທຸກລະດັບຊັ້ນ. ແຕ່ມາເບິ່ງດ້ານວັນນະຄະດີແລ້ວ ເຫັນວ່າຍັງມີໜ້ອຍ ແມ່ນແຕ່ວາລະສານວັນນະສິນ ທີ່ຖືກັນວ່າເປັນເວທີສົ່ງເສີມວັນນະຄະດີລາວມາເປັນເວລາເກືອບສາມສິບປີ ຕົກຮອດໄລຍະນີ້ ສັງເກດວ່າບົດເລື່ອງສັ້ນ-ບົດນະວະນິຍາຍໃນວາລະສານດັ່ງກ່າວຖືກຕີພິມໃສ່ພຽງສະບັບລະໜ້າ ຊຶ່ງເລື່ອງສັ້ນເລື່ອງໜຶ່ງຕ້ອງໃສ່ເວລາເຖິງ 4 ສະບັບຈຶ່ງຈົບເລື່ອງ ເຮັດໃຫ້ອາລົມຢາກອ່ານແລະຕິດຕາມຂອງຜູ້ອ່ານຄ້າງເຕີ່ງ, ກວ່າຈະໄດ້ອ່ານຕອນໃໝ່ກໍຕ້ອງລໍຄອຍເປັນເວລາໜຶ່ງເດືອນຫຼືຫຼາຍກວ່າຫັ້ນ. ຍິ່ງດຽວນີ້ວາລະສານດັ່ງກ່າວຊຶ່ງເຄີຍອອກເປັນລາຍເດືອນ ກໍກັບກາຍມາເປັນລາຍບໍ່ປົກກະຕິ ບາງເທື່ອຮອດສາມເດືອນຈຶ່ງອອກສະບັບໃໝ່. ບໍ່ເວົ້າເຖິງວາລະສານອື່ນໆ ບົດເລື່ອງສັ້ນແມ່ນບໍ່ຖືກເອີ່ຍເຖິງເລີຍ. ຍົກເວັ້ນແຕ່ວາລະສານ“ລານຄຳ”ຂອງບໍລິສັດດອກເກດ ທີ່ມີນະວະນິຍາຍແລະເລື່ອງສັ້ນໃຫ້ອ່ານ ແຕ່ກໍເປັນວາລະສານລາຍໄຕມາດ(ສາມເດືອນອອກເທື່ອໜຶ່ງ). ສ່ວນໜັງສືພິມທີ່ພໍຫາອ່ານເລື່ອງສັ້ນໄດ້ກໍມີເກືອບທຸກສະບັບ ຍົກເວັ້ນໜັງສືພິມ “ປະຊາຊົນ”. ແຕ່ເມື່ອທຽບໃສ່ຫຼາຍປີກ່ອນ ເຫັນວ່າບັນດານັກຂຽນຮຸ່ນລາຍຄາມ ແລະຮຸ່ນໃໝ່ບໍ່ຄ່ອຍໄດ້ສະແດງຝີມືຂອງຕົນຫຼາຍປານໃດ ຊຶ່ງສະແດງເຖິງຄວາມຊົບເຊົາຂອງວົງການນັກຂຽນ-ນັກປະພັນວັນນະຄະດີລາວ… ແຕ່ວົງການໂຄສະນາສິນຄ້າຊໍ້າຜັດຄຶກຄັກ ບໍ່ວ່າຈະເປັນໜັງສືພິມຫຼືວາລະສານ ໜ້າທີ່ໂຄສະນາຫຼາຍກວ່າເນື້ອໃນຂອງບົດຂ່າວ-ບົດຄວາມ. ຢ່າງໃດກໍຕາມ ເຊື່ອວ່າໃນຕໍ່ໜ້ານີ້ ການຂີດການຂຽນບົດຄວາມ-ບົດວັນນະຄະດີອອກໜ້າໜັງສືພິມແລະວາລະສານຄົງຟົດຟື້ນຢ່າງແນ່ນອນ ເພາະກົດໝາຍສື່ມວນຊົນຈະໄດ້ຖືກຮັບຮອງແລະປະກາດໃຊ້ທົ່ວສັງຄົມໃນບໍ່ຊ້ານີ້. ແລະກໍເຊື່ອວ່ານັກອ່ານຄົງຈະເພີ່ມຈຳນວນຂຶ້ນເປັນເງົາຕາມໂຕ.

July 18, 2008

ເວົ້າຢອກຊື່ໆດອກເດີ!

Filed under: ຂໍ້ຄິດຂໍ້ຂຽນ — visnu @ 8:35 pm

ຕອນຄ້າຍແລງແສງແດດອ່ອນຂອງມື້ໜຶ່ງໃນຍາມກ່ຽວເຂົ້ານາປີ. ອາກາດຊ່າງເຢັນສົດຊື່ນ ເໝາະກັບການມາອອກກຳລັງກາຍຢູ່ເດີ່ນພະທາດຫຼວງ. ຂ້ອຍນຳເອົາລົດຖີບຄັນເກົ່າຄູ່ຊີບມາຂີ່ເລາະອ້ອມເດີ່ນເພື່ອເປັນການອອກກຳລັງກາຍ. ມື້ນີ້ຂ້ອຍບໍ່ໄດ້ມາຜູ້ດຽວ ຍັງມີສາວນ້ອຍວິລາເພື່ອນບ້ານໃກ້ຄຽງມາຮ່ວມອອກກຳລັງກາຍນຳ.
“ເຈົ້າແລ່ນດົນແລ້ວ ມາຂີ່ລົດຖີບແທນຂ້ອຍສາ!” ຂ້ອຍທັງເວົ້າທັງຈັບເຂົາລົດງ່ຽງໄປຫານາງ ຊຶ່ງພວມເອົາຫຼັງມືເຊັດເຫື່ອທີ່ໄຫຼອອກຈາກຂະໝັບຫຼັ່ງລົງສູ່ແກ້ມອັນເບັ່ງບານແລະແດງເຮື່ອ.
“ເຈົ້າກໍຮູ້ແລ້ວຕົ່ວວ່າຂ້ອຍຖີບລົດບໍ່ເປັນ. ສອນໃຫ້ຂ້ອຍແດ່ດຸ໊!” ນາງບໍ່ເວົ້າລ້າ ຈັບເອົາເຂົາລົດ ແລ້ວປ້າຍຂາທີ່ຫຸ້ມດ້ວຍໂສ້ງວອມສີຟ້າເຂັ້ມຂາຍາວຂຶ້ນຂີ່ອານລົດທີ່ອ່າວສູງຈົນນາງຕ້ອງໄດ້ຢຽດຂາຈົນສຸດເພື່ອໃຫ້ປາຍຕີນຕິດດິນ. ເຫັນລົດແລະຄົນເປັນສີງ່ຽງໆ ຂ້ອຍກໍເລີຍຮີບຟ້າວຈັບອານເຫຼັກຊ້ອນທ້າຍເພື່ອກັນບໍ່ໃຫ້ນາງລົ້ມ.
ເມື່ອຊົງໂຕໄດ້ແລ້ວ ນາງກໍເຮັດໜ້າສີຫຼ່າໆແບບບໍ່ເຊື່ອໝັ້ນຕົນເອງ ພ້ອມກັບງວາກໜ້າເຫຼືອດແສງຕາມາຫາຂ້ອຍເປັນເຊີງວິງວອນຂໍຮ້ອງໃຫ້ຊ່ວຍ. ຂ້ອຍເຂົ້າໃຈດີສຳລັບຄົນທີ່ຮຽນຂີ່ລົດຖີບໃໝ່ໆ ຕ້ອງການໃຫ້ມີຄົນຊ່ວຍ ຄັນບໍ່ຊັ້ນກໍເປັນໄດ້ຍາກ.
“ບໍ່ຕ້ອງຢ້ານເດີ! ຄ່ອຍໆຖີບໄປໂລດ. ຂ້ອຍຊິຈັບທ້າຍໃຫ້!” ຂ້ອຍບອກສຽງດັງໆ ນາງໄດ້ແຕ່ງຶກຫົວແລະກໍຈັບເຂົາລົດສັ່ນໄປສັ່ນມາ ທາງຕີນກໍຢັນຜາງຕີນລົດທັງສອງເບື້ອງແບບບໍ່ລຶ້ງເຄີຍ ເຮັດໃຫ້ລົດຖີບໄປທາງໜ້າປານງູລອຍນໍ້າເອົາໂລດ.
“ຫັກເຂົາໜ້ອຍໜຶ່ງໄວໆ!” ຂ້ອຍບອກນາງທັນທີທີ່ເຫັນລົດຖີບຈະໄປຕຳເອົາກຳແພງວັດ ແຕ່ບໍ່ທັນເສຍແລ້ວ. ຕີນລົດໜ້າໄປປະທະກັບຕີນກຳແພງ ໄຄແຕ່ຂ້ອຍດຶງທ້າຍລົດໄວ້ທັນ ຄັນບໍ່ຊັ້ນ ນາງຄົງລົ້ມເປັນແນ່ແທ້.
“ໂອ້ຍ! ເກືອບໄດ້ແທກດິນນໍ້!” ສຽງເວົ້າປົນຫົວແບບໜ້າຫຼ່າໆຂອງນາງດັງກັງວານເຂົ້າຫູ.
“ເອົ໊າ! ພະຍາຍາມໃໝ່.” ຂ້ອຍໃຫ້ກຳລັງໃຈນາງ ພ້ອມຍ່າງໄປຈັບເຂົາລົດອ້ຽວອອກຈາກກຳແພງ ແລ້ວໃຫ້ນາງເລີ່ມຖີບຕໍ່.
ບໍ່ພໍຊົ່ວໂມງ ນາງກໍສາມາດບັງຄັບເຂົາລົດພ້ອມທັງຖີບໄປທາງໜ້າໂດຍທີ່ຂ້ອຍບໍ່ຕ້ອງຈັບເຫຼັກຊ້ອນທ້າຍອີກ. ສຽງຫົວຮ່າໆແບບຄົນດີໃຈທີ່ປະສົບຜົນສຳເລັດໃນການເຮັດສິ່ງໃດສິ່ງໜຶ່ງດັງປະສານໄປກັບສາຍລົມຍາມແລງ ເຮັດໃຫ້ຂ້ອຍຕ້ອງຈີກປາກຍິ້ມແລະຫົວຮຶໆໄປນຳ.
“ເມືອກັນເທາະ ຫົກໂມງຍັງແລ້ວ!” ນາງທັງເວົ້າທັງຫຼຽວເບິ່ງໂມງຢູ່ຄໍ່ແຂນ.
ດວງຕາເວັນສີແດງໆອ່ອນແສງລົງແລະໃກ້ຈະລັບຫຼ່ຽມໂລກໄປແລ້ວ… ຂ້ອຍງຶກຫົວເຫັນດີນຳ ພ້ອມທັງສະເໜີໃຫ້ນາງເປັນຜູ້ຖີບ ແລະຂ້ອຍຈະເປັນຜູ້ຊ້ອນທ້າຍ. ນາງແກວ່ງຫົວດ້ວຍໃບໜ້າສີຢ້ານໆ ແຕ່ຂ້ອຍກໍຮັບຮອງກັບນາງວ່າຈະເປັນຜູ້ຄໍ້າທາງຫຼັງໃຫ້ ເຊື່ອວ່າຄົງບໍ່ເປັນຫຍັງຢ່າງແນ່ນອນ. ໃນທີ່ສຸດນາງກໍຕົກລົງຕາມຄຳສະເໜີຂອງຂ້ອຍ, ເຖິງນາງຈະຖີບບໍ່ທັນຊຳນານ ແຕ່ນາງກໍສາມາດຖີບພາຂ້ອຍໄປໄດ້ ໂດຍທີ່ຂ້ອຍຕ້ອງໄດ້ຊ່ອຍຈຶ້ງລົດບໍ່ໃຫ້ລົ້ມເປັນບາງຄັ້ງ. ແລະແລ້ວພວກເຮົາກໍມາຮອດຄ້ອຍທາດຫຼວງ ມາເຖິງຕອນນີ້ຍິ່ງເຮັດໃຫ້ໃບໜ້າທີ່ແດງເຮື່ອກັບກາຍເປັນຫຼ່າເຫຼືອງຍ້ອນຄວາມຢ້ານກົວ ແຕ່ຂ້ອຍກໍໃຫ້ກຳລັງໃຈແກ່ນາງໂດຍບອກວ່າ ເວລາລົງຄ້ອຍບໍ່ຕ້ອງອອກແຮງຖີບ ລົດຈະເລື່ອນໄຫຼໄປເອງ ພຽງແຕ່ເຮົາບັງຄັບເຂົາລົດໃຫ້ດີ ແລະຫາກນາງສາມາດພາຂ້ອຍລົງຄ້ອຍນີ້ໄດ້ ກໍສະແດງວ່ານາງຂີ່ລົດຖີບເປັນແລ້ວ!!! ເມື່ອໄດ້ຍິນຂ້ອຍວ່າແນວນັ້ນ ນາງກໍໜ້າຊື່ນຂຶ້ນ ກຽມພ້ອມຕັ້ງທ່າຖີບລົດລົງສູ່ຄ້ອຍທີ່ສູງທີ່ສຸດໃນວຽງຈັນຄາວນັ້ນ…
ລົດຖີບຄັນເກົ່າແຕ່ແຂງແກ່ນຈາກການຈັບເຂົາຂອງສາວນ້ອຍໜ້າໃສໄດ້ພາພວກເຮົາທັງສອງເລື່ອນໄຫຼລົງຄ້ອຍຢ່າງໄວວາ ສາຍລົມພັດວືດ ເຮັດໃຫ້ເສັ້ນຜົມດຳດົກໜາທີ່ຍາວລະບ່າຂອງນາງປິວສະບັດຖືກໜ້າຂອງຂ້ອຍ. ກິ່ນຫອມຈາກເສັ້ນຜົມຂອງນາງເຮັດໃຫ້ຂ້ອຍຫຼົງອອກປາກຄ່ອຍໆໄປວ່າ “ວາລີ! ຂ້ອຍຮັກເຈົ້າ.” ເມື່ອລົດແລ່ນໄປຮອດຕີນຄ້ອຍ ນາງບີບຟະແລັ້ງຈຶກບາດໜຶ່ງ ເຮັດໃຫ້ລົດເຈືອກ ໄຄແຕ່ຂ້ອຍເອົາຂາຄໍ້າໄວ້ທັນ ຄັນບໍ່ຊັ້ນກໍຄົງພາກັນກ້ອງເອາະເຍາະຢູ່ແຄມຖະໜົນເປັນແນ່. ເມື່ອຈັ້ງທ່າໄດ້ດີແລ້ວ ນາງໄດ້ຫຼຽວໜ້າມາຫາດ້ວຍໃບໜ້າສະແດງຄວາມສົງໄສຢ່າງໃດຢ່າງໜຶ່ງຕໍ່ຂ້ອຍ. ແຕ່ຂ້ອຍເຮັດຕັ້ງຕິຄືບໍ່ມີຫຍັງເກີດຂຶ້ນ ແຕ່ກໍຈຶ້ງສາຍຕາເບິ່ງດວງເນດອັນຄົມງາມທີ່ມີແວວຢາກຕັ້ງຄຳຖາມວ່າ: ນາງໄດ້ຍິນຄຳເວົ້າເຫຼົ່ານັ້ນມາຈາກໃສ? ຫຼືເປັນພຽງສຽງຂອງສາຍລົມພັດວືດຜ່ານຫູເທົ່ານັ້ນ?!?
“ວິລາ! ເຈົ້າຂີ່ລົດຖີບເປັນແລ້ວ!!!” ຂ້ອຍກ່າວສຽງດັງ ພ້ອມກັບຕົບມືສຽງດັງແປ໊ະໆເພື່ອເປັນການຊົມເຊີຍ.
“ຂອບໃຈຫຼາຍໆເດີ ທີ່ສອນໃຫ້ຂ້ອຍ.” ນາງທັງເວົ້າທັງຈູງລົດຖີບຂຶ້ນຄ້ອຍ ເຮັດໃຫ້ຂ້ອຍຮູ້ສຶກງົງນຳການກະທຳຂອງນາງ.
“ອ້າວ! ບໍ່ເມືອຫວະຊັ້ນ!?!”
“ຂ້ອຍຢາກຂີ່ລົດລົງຄ້ອຍອີກເທື່ອໜຶ່ງນະ, ຊ້ອນທ້າຍຂ້ອຍອີກເດີ!”
ບໍ່ພໍອຶດໃຈ ພວກເຮົາກໍມາກຽມທ່າຂີ່ລົດລົງຄ້ອຍເປັນເທື່ອທີສອງ ນາງຫຼຽວມາເບິ່ງຂ້ອຍທີ່ຊ້ອນຢູ່ທາງຫຼັງດ້ວຍໃບໜ້າສີຈືດໆວາດໃດວາດໜຶ່ງ ແຕ່ຂ້ອຍກໍງຶກຫົວໃຫ້ແບບເຊື່ອໝັ້ນໃນຄວາມສາມາດຂອງນາງ…
“ເຈົ້າຖີບລົດເປັນແລ້ວ! ບໍ່ຕ້ອງຢ້ານດອກ. ເອົ໊າ! ຂ້ອຍຊິນັບເດີ: ໜຶ່ງ, ສອງ, ສາມ…” ແລ້ວລົດຖີບທີ່ມີສາວນ້ອຍໜ້າໃສແລະອ້າຍບ່າວຂຶ້ນໃໝ່ໜ້າສິວກໍທະຍານລົງສູ່ຄ້ອຍທີ່ໃນຍາມນີ້ບໍ່ຄ່ອຍມີລົດແລ່ນໄປມາຫຼາຍປານໃດ… ສາຍລົມພັດວີ່ໆເຂົ້າຫູ ຍ້ອນຄວາມໄວຂອງລົດ ເຮັດໃຫ້ຫຼຽວເຫັນສິ່ງອ້ອມຂ້າງປ່ຽນສະພາບເປັນແຖບຜ້າຜືນດຽວທີ່ຍາວຢຽດ.
“ວິລາ, ຂ້ອຍຮັກເຈົ້າ.” ປາກຂ້ອຍລັກລັ່ນອອກມາແຕ່ຍາມໃດກໍບໍ່ຮູ້ ສຽງທີ່ດັງອອກຈາກປາກນັ້ນໄດ້ແຂ່ງກັນສຽງວີ່ໆຂອງສາຍລົມໂດຍມີເສັ້ນຜົມປິວສະປັດໃສ່ໃບໜ້າຂ້ອຍ.
ເມື່ອລົດຢຸດຢູ່ຕີນຄ້ອຍ, ວາລີໄດ້ວາດສາຍຕາໄປທີ່ໂນນຄ້ອຍ ບ່ອນທີ່ພວກເຮົາຂີ່ລົດລົງມາ ແລ້ວຫັນມາຈຶ້ງເບິ່ງໜ້າຂ້ອຍຢ່າງເຕັມຕາເປັນເວລາດົນເຕີບ.
“ມັນແມ່ນຫຍັງກັນ? ໃຜເປັນຜູ້ເວົ້າຄຳເຫຼົ່ານັ້ນໃສ່ຫູຂອງເຮົາ, ແມ່ນລາວນັ້ນບໍ? ຫຼືວ່າເຮົາຫູກາຍກັນແທ້?” ນາງຕັ້ງຄຳຖາມເຫຼົ່ານີ້ອອກຈາກສີໜ້າ.
ຄວາມສົງໄສດ່ັງກ່າວໄດ້ສ້າງຄວາມກະວົນກະວາຍໃຫ້ແກ່ນາງເປັນຢ່າງຍິ່ງ. ຄິ້ວທັງສອງເບື້ອງສົນເຂົ້າຫາກັນຄ້າຍກັບວ່ານາງມີບັນຫາອຸກໃຈທີ່ແກ້ໄຂບໍ່ໄດ້ຈັ່ງຊັ້ນລະ! ສາວນ້ອຍຜູ້ໜ້າສົງສານຍັງຄົງຊອກຫາຄຳຕອບບໍ່ທັນໄດ້!
“ບໍ່ເປັນຕາເມືອແລ້ວຫວະ?” ຂ້ອຍຖາມນາງ.
“ເອີ… ຂ້ອຍຍັງຢາກຂີ່ລົດລົງຄ້ອຍອີກນ່າ!” ນາງກ່າວດ້ວຍໃບໜ້າແດງເຮື່ອ. “ອີກເທື່ອໜຶ່ງສາ! ເທື່ອສຸດທ້າຍ.”
ພວກເຮົາຂີ່ລົດລົງຄ້ອຍເປັນເທື່ອທີສາມ ຂ້ອຍສັງເກດເຫັນວ່ານາງຈະນັ່ງເທິງອານລົດດ້ວຍການຕັ້ງໂຕຊື່ກວ່າເກົ່າ ແລະເງີຍໜ້າຂຶ້ນຫຼາຍກວ່າເກົ່າ. ເຫັນດັ່ງນັ້ນ ຂ້ອຍຟ້າວເງີກໜ້າໄປທາງຫຼັງໜ້ອຍໜຶ່ງເພື່ອໃຫ້ຫ່າງຈາກນາງ ພ້ອມກັບເຮັດຕິໄອແຄັກໆ. ລົດຖີບເລື່ອນລົງຄ້ອຍຢ່າງໄວວາ. ພໍໄປຮອດເຄິ່ງທາງຄ້ອຍ ຕອນທີ່ນາງໃສ່ໃຈກັບການເລື່ອນລົງຂອງລົດຖີບ, ຂ້ອຍຟ້າວສວຍໂອກາດສົ່ງສຳນຽງສຽງໃສແຂ່ງກັບສາຍລົມອອກໄປວ່າ:
“ວິລາ! ຂ້ອຍຮັກເຈົ້າ.”
ແລະແລ້ວ ບັນຫາເລິກລັບທີ່ນາງສົງໄສໄດ້ເລີ່ມໄຂສາກອອກ! ວິລາມິດບໍ່ປາກ ສົ່ງກະແສຈິດລ່ອງລອຍໄປນຳພະວັງແຫ່ງຄວາມຝັນ… ຂ້ອຍໄປສົ່ງນາງຈົນຮອດເຮືອນ ໂດຍທີ່ນາງບໍ່ຍອມຊ້ອນທ້າຍລົດຖີບຂ້ອຍ. ດັ່ງນັ້ນ ຂ້ອຍຈຶ່ງໄດ້ຈູງລົດຖີບຍ່າງຄຽງຂ້າງນາງໄປ. ນາງພະຍາຍາມຍ່າງຊ້າໆ ແລະຄົງຫວັງຈະໄດ້ຍິນຄຳເວົ້າເຫຼົ່ານັ້ນຈາກປາກຂອງຂ້ອຍຄັກໆຈັ່ງຊັ້ນລະ! ເບິ່ງແລ້ວຄືຈັ່ງວ່າຈິດໃຈຂອງນາງພວມປັ່ນປ່ວນແລະກຳລັງໃຊ້ຄວາມພະຍາຍາມຢ່າງໜັກທີ່ຈະຊອກຫາຄຳຕອບເພື່ອແກ້ໄຂບັນຫາຂ້ອງໃຈດັ່ງກ່າວ, ບາງທີ ນາງອາດຈະບອກກັບຕົນວ່າ: “ຄົງຈະບໍ່ແມ່ນສຽງລົມພັດດອກ! ແລະເຮົາກໍບໍ່ຢາກໃຫ້ສຽງເວົ້າຄຳເຫຼົ່ານັ້ນເປັນພຽງແຕ່ສຽງສາຍລົມວືດເທົ່ານັ້ນ!”
ຮຸ່ງເຊົ້າມື້ໃໝ່, ຂ້ອຍໄດ້ຮັບເຈ້ຍນ້ອຍຊຶ່ງຂຽນວ່າ:
“ມື້ນີ້ ຖ້າເຈົ້າຊິໄປຫັດກາຍຢູ່ເດີ່ນທາດຫຼວງ ຢ່າລືມໄປຮັບຂ້ອຍແດ່ເດີ! ຈາກ: ວິລາ.”
ແລະຈາກວັນນັ້ນເປັນຕົ້ນມາ, ຂ້ອຍແລະວິລາກໍໄດ້ພາກັນໄປຍັງເດີ່ນພະທາດຫຼວງເປັນປະຈຳ, ແຕ່ລະເທື່ອທີ່ພວກເຮົາຂີ່ລົດຖີບລົງຄ້ອຍ ຂ້ອຍກໍໄດ້ກະຈາຍສຳນຽງສຽງກະຊິບດ້ວຍຄວາມເວົ້າແນວເກົ່າຢູ່ສະເໝີ:
“ວິລາ, ຂ້ອຍຮັກເຈົ້າ.”
ໃນທີ່ສຸດ ວິລາກໍຊິນເຄີຍກັບຄຳເວົ້າປະໂຫຍກນີ້ຄືດຽວກັບຄົນທີ່ຕິດຝິ່ນກິນກັນຊາ. ນາງບໍ່ສາມາດປາສະຈາກມັນໄດ້ອີກແລ້ວ. ຄວາມຢ້ານກົວຕໍ່ການຂີ່ລົດລົງຄ້ອຍໄດ້ກາຍມາເປັນສະເໜ່ອັນວິເສດສຸດອັນໜຶ່ງຊຶ່ງໄດ້ມາຈາກຄຳຝາກຮັກ ແລະຄຳເວົ້າດັ່ງກ່າວກໍໄດ້ກາຍເປັນອຳນາດມະຫັດສະຈັນທີ່ເຮັດໃຫ້ຫົວໃຈຂອງສາວນ້ອຍຕ້ອງອ່ອນຍວບຍາບປານຂີ້ເຜິ້ງລົນໄຟ. ຂ້ອຍກັບສາຍລົມຍັງເປັນສິ່ງປິດສະໜາສຳລັບນາງ ແຕ່ຖ້ານາງຕັ້ງສະຕິໃຫ້ດີ ນາງກໍສາມາດຮູ້ຈັກໄດ້ຢ່າງບໍ່ຍາກຊາເລີຍ!
ວັນເວລາໄດ້ຜ່ານພົ້ນໄປ, ລະດູດຳນາປີໄດ້ວຽນມາເຖິງ. ທ້ອງຟ້າມືດມົນໄປດ້ວຍເມກຝົນ, ຂະບວນຫັດກາຍຢູ່ເດີ່ນພະທາດຫຼວງໃນຍາມແລງບໍ່ມີໃຫ້ເຫັນຄືເກົ່າ… ວິລາຜູ້ໜ້າສົງສານບໍ່ສາມາດຈະໄດ້ຍິນຄຳເວົ້າເຫຼົ່ານັ້ນອີກ, ເພາະບໍ່ມີໃຜຈະມາກະຊິບສຳນຽງດັ່ງກ່າວໃສ່ຫູຂອງນາງແມ່ນກະທັ້ງສຽງລົມພັດວີ່ໆນາງກໍຈະບໍ່ໄດ້ຍິນ! ຂ້ອຍຫ້າງເຄື່ອງເພື່ອອອກເດີນທາງໄປປາກເຊ, ໄປເທື່ອນີ້ອາດຈະດົນສົມຄວນ ຫຼືບາງທີອາດຈະໄປຢູ່ຫັ້ນຕະຫຼອດການກໍເປັນໄດ້.
ສອງສາມມື້ກ່ອນທີ່ຂ້ອຍຈະອອກເດີນທາງ, ມີຕອນໜຶ່ງ ຂ້ອຍມານັ່ງຫຼິ້ນຢູ່ສວນທີ່ມີຮົ້ວສູງຂັ້ນລະຫວ່າງເຮືອນຂ້ອຍແລະເຮືອນຂອງນາງ. ທ້ອງຟ້າບົດໄປດ້ວຍກ້ອນຂີ້ເຝື້ອ ອີກບໍ່ເທົ່າໃດນາທີຝົນກໍຄົງທັ່ງເທລົງມາ. ຂ້ອຍຍ່າງເຂົ້າໄປໃກ້ຮົ້ວ ແລະສອດສ່ອງສາຍຕາຫຼຽວຜ່ານຮອຍແຕກຂອງກຳແພງຮົ້ວດົນສົມຄວນ… ຂ້ອຍເຫັນສາວນ້ອຍວິລາກ້າວຂາລົງຈາກຄັນໄດເຮືອນ, ສາຍຕາແນມເບິ່ງທ້ອງຟ້າດ້ວຍອາລົມໂສກເສົ້າຢ່າງສຸດຊຶ້ງ… ສາຍລົມຕອນຝົນໃກ້ຈະຕົກພັດວູບໃສ່ໃບໜ້າອັນຫງ່ວມເຫງົາຂອງນາງ ເຕືອນບອກໃຫ້ນາງຫວນລະນຶກເຖິງສາຍລົມທີ່ພັດວີ່ໆເຂົ້າຫູພວກເຮົາໃນຄາວນັ້ນ ຄາວທີ່ພວກເຮົາມ່ວນຊື່ນຢູ່ຄ້ອຍທາດຫຼວງ ຄາວທີ່ນາງໄດ້ຍິນຄຳເວົ້າອັນຫວານຊຶ້ງທັງສີ່ຄຳນັ້ນ ແລະແລ້ວໃບໜ້າຂອງນາງກໍໝອງເສົ້າລົງ, ຢາດນ້ຳຕາໄຫຼຜ່ານແກ້ມ… ສາວນ້ອຍຜູ້ໜ້າສົງສານວາແຂນອອກເໝືອນດັ່ງຈະວິງວອນໃຫ້ສາຍລົມເອີ່ຍຄຳເວົ້າດັ່ງກ່າວອີກເທື່ອໜຶ່ງ, ເມື່ອສາຍລົມພັດຜ່ານ ຂ້ອຍເລີຍຖືໂອກາດກະຊິບສຽງແຜ່ວຜ່ານຮອຍແຕກຂອງກຳແພງໄປວ່າ:
“ວິລາ, ຂ້ອຍຮັກເຈົ້າ.”
ຟ້າເອີຍ! ແມ່ນຫຍັງເກີດຂຶ້ນກັບວິລາ! ນາງກັ້ນສຽງຮ້ອງພ້ອມກັບເຜີຍຮອຍຍິ້ມອອກຈົນເຫັນແຂ້ວຂາວເຕັມປາກ. ນາງ
ວາແຂນອອກ ພ້ອມທັງຍິ້ມຫົວຢ່າງເປັນສຸກ. ນາງຊ່າງງາມເຫຼືອເກີນ! ແລະໃນທີ່ສຸດຂ້ອຍກໍຍ່າງອອກຈາກທີ່ນັ້ນເຂົ້າສູ່ເຮືອນຂອງຕົນ ເພື່ອກະກຽມເຄື່ອງຊ່ອຍພໍ່ແມ່ໃນການຍົກຍ້າຍໄປດຳລົງຊີວິດຢູ່ພາກໃຕ້.
ເຫດການດັ່ງກ່າວຜ່ານພົ້ນໄປດົນນານແລ້ວ ນັບແຕ່ນັ້ນມາ ນາງກໍໄດ້ແຕ່ງດອງກັບຊາຍຄົນໜຶ່ງຈະດ້ວຍຄວາມເຕັມໃຈຫຼືບໍ່ນັ້ນ ຂ້ອຍເອງກໍບໍ່ຮູ້. ດຽວນີ້ ນາງມີລູກສາມຄົນແລ້ວ, ແຕ່ນາງຄົງຈະບໍ່ລືມການຫັດກາຍຢູ່ເດີ່ນພະທາດຫຼວງແລະການຂີ່ລົດຖີບລົງຄ້ອຍ ພ້ອມດ້ວຍສຽງລົມກະຊິບ “ວິລາ! ຂ້ອຍຮັກເຈົ້າ.” ນັ້ນດອກ… ບັດນີ້, ເຫດການດັ່ງກ່າວໄດ້ກາຍເປັນອະດີດທີ່ແສນສວຍງາມແລະໜ້າປະທັບໃຈໄປເສຍແລ້ວ.
ສ່ວນຂ້ອຍເອງກໍກາຍເປັນຜູ້ໃຫຍ່ທີ່ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ, ແຕ່ຂ້ອຍຍັງບໍ່ເຂົ້າໃຈຕົນເອງວ່າ ເປັນຫຍັງຈຶ່ງກ່າວຄຳເຫຼົ່ານັ້ນອອກໄປ ແລະມັນຈະມີປະໂຫຍດອັນໃດທີ່ຂ້ອຍເວົ້າຢອກໃຍນາງຄືແນວນັ້ນ!!!

ຂອງຂວັນວັນເກີດ

Filed under: ຂໍ້ຄິດຂໍ້ຂຽນ — visnu @ 12:49 am

“ວິຊຸນໆ ຜູ້ສາວເອົາຂອງຂວັນມາໃຫ້” ສຽງຂອງໃຜຜູ້ໜຶ່ງດັງຂຶ້ນຢູ່ຂ້າງໆ. ຂ້ອຍຟ້າວງວາກໜ້າອອກຈາກປຶ້ມທີ່ກຳລັງອ່ານ, ແນມເບິ່ງບ່ອນມາຂອງສຽງ ເຫັນສີຄູນພວມຍື່ນຫໍ່ສີບົວມາໃຫ້ ພ້ອມກັບຍິ້ມເປິຍິ້ມເປີ້ຍມາໃສ່.

“ຂອງຜູ້ໃດ?” ຂ້ອຍຖາມດ້ວຍຫົວໃຈສີສັ່ນໆ.

“ຂອງໂຕຫັ້ນລະ!”

“ບໍ່ນ່າ! ເຮົາຢາກຮູ້ວ່າແມ່ນຜູ້ໃດສົ່ງມາ?”

“ຢາກຮູ້ກະເປີດເບິ່ງເອງຊັ້ນລະບໍ!”

“ເອີ! ແມ່ນຄວາມໂຕໄດ໋. ຂອບໃຈຫຼາຍໆເດີ!” ຂ້ອຍກ່າວພ້ອມກັບຈັບຫໍ່ຂອງຂວັນຢັດໃສ່ຖົງພາຍຄ້າຍຄືກັບບໍ່ສົນໃຈມັນພໍປານໃດ. ແຕ່ໝາກຫົວໃຈຂອງຂ້ອຍຫັ້ນຕີ້ ມັນສົນເອົາແທ້ເອົາວ່າ ຈົນວ່າຢາກຈີກຫໍ່ຂອງຂວັນຂຶ້ນມາເບິ່ງພ້ອມບາດ ແຕ່ຈຳຕ້ອງອົດໃຈໄວ້ ເພາະຢ້ານໝູ່ຊິເຫັນນຳ.

ພໍມາຮອດຫໍພັກ, ຂ້ອຍຟ້າວກາງມຸ້ງ ຈົກເອົາຫໍ່ຂອງຂວັນອອກຈາກຖົງ ລູບໆຄຳໆເບິ່ງ ຮູ້ສຶກວ່າສີແຂງໆວາດໃດວາດໜຶ່ງ ຄືຊິແມ່ນປຶ້ມ… “ປຶ້ມຫຍັງນໍ?” ຂ້ອຍຖາມຕົນເອງແລ້ວຄ່ອຍໆຈີກຫໍ່ອອກ… ຫົວໃຈເຕັ້ນຕຶກໆຢ່າງບໍ່ເປັນຈັງຫວະ!

ຈາກແສງໄຟນິອອນອັນຂາວນອນເທິງຫົວນອນ, ມັນໄດ້ສ່ອງແສງໃຫ້ຂ້ອຍເຫັນປຶ້ມເລື່ອງເສັ້ນທາງແຫ່ງຊີວິດ ພ້ອມດ້ວຍຮູບພາບດອກຈຳປາທີ່ພວມແຍ້ມບານ. ຂ້ອຍຟ້າວປິ່ນຫຼັງພາບມາເບິ່ງ ເຫັນລາຍມືອັນວິຈິດບັນຈົງຂຽນສະຫຼັກໃສ່ວ່າ:

“ ມອບແດ່… ອ້າຍວິຊຸນ

ເນື່ອງໃນໂອກາດຄົບຮອບວັນເກີດຂອງອ້າຍປີນີ້ ນ້ອງບໍ່ມີຫຍັງ ນອກຈາກປຶ້ມແລະຮູບພາບມອບແດ່ອ້າຍ ພ້ອມທັງຂໍສົ່ງພອນໄຊອັນປະເສີດມາຍັງອ້າຍຈົ່ງມີສຸຂະພາບພະລານາໄມເຂັ້ມແຂງ ເພື່ອສ້າງຕົນເອງໃຫ້ກາຍເປັນຊາວໜຸ່ມຜູ້ກ້າວໜ້າ ແລະປະສົບຜົນສຳເລັດໃນການສຶກສາຮໍ່າຮຽນ.

ຄວາມສຸກຄວາມຈະເລີນຈົ່ງເກີດມີແກ່ອ້າຍ

ຈາກ: ມາລີ

ເມື່ອອ່ານສຸດ ຮູ້ສຶກເຢັນສັນຫຼັງວາບບາດໜຶ່ງ, ບໍ່ຄິດເລີຍວ່າຈະໄດ້ຮັບຂອງຂວັນຈາກມາລີ… ຂ້ອຍບໍ່ເຊື່ອສາຍຕາຂ້ອຍເລີຍ. ແຕ່ຂ້ອຍຈຳຕ້ອງເຊື່ອ ເພາະຂ້ອຍບໍ່ໄດ້ຝັນ ແລະລາຍມືແບບນີ້ ກໍຕັ້ງແມ່ນຂອງມາລີເອງ! ລາຍມືຂອງນາງຂ້ອຍຈື່ໄດ້ດີ.

ຫົວໃຈທີ່ເຕັ້ນແຮງຢູ່ແລ້ວ, ຍິ່ງເຕັ້ນແຮງຂຶ້ນຊັກໄຊ້ ເມື່ອດວງໜ້າອັນຫວານຊຶ້ງຂອງມາລີໄດ້ຜຸດພົ້ນໃນດວງຄວາມຄິດ. ຖ້ອຍວາຈາທີ່ເຕັມໄດ້ດ້ວຍຄວາມໝາຍອັນເລິກເຊິ່ງຂອງນາງຄັ້ງເມື່ອຂ້ອຍຖືກສຳຫຼວດກວດກາຍັງຝັງໃນມັນສະໝອງຂອງຂ້ອຍ:

“ຢາກເປັນຊາວໜຸ່ມທີ່ກ້າວໜ້າ, ເຮົາຕ້ອງລຶບລ້າງແນວຄິດອັນບໍ່ດີຖິ້ມນັບຕັ້ງແຕ່ດຽວນີ້ ຖ້າບໍ່ດັ່ງນັ້ນ ພວກເຮົາຈະເປັນຄູອາຈານສອນນ້ອງນັກຮຽນໄດ້ແນວໃດ???”

“ພວກເຮົາຊາວໜຸ່ມຕ້ອງມີຊີວິດຢູ່ດ້ວຍການຮໍ່າຮຽນສຶກສາ ບໍ່ຄວນປ່ອຍປະເວລາໃຫ້ເສຍໄປເປົ່າໆ.” ນາງເຄີຍເວົ້າຕໍ່ຂ້ອຍຄືແນວນັ້ນ.

ຂ້ອຍຈັບເອົາປຶ້ມພ້ອມດ້ວຍຮູບພາບແນບໄວ້ກາງເອິກ ສືບລົມຫາຍໃຈເຂົ້າປອດດ້ວຍຄວາມສົດຊື່ນ… ສາຍຕາແນມລອດປ່ອງຢ້ຽມໄປສູ່ຟາກຟ້າຊຶ່ງເຕັມໄປດ້ວຍດວງດາວທີ່ພວມປະກາຍແສງລະຍິບລະຍັບ… ກຳລັງໃຈແຫ່ງການຕໍ່ສູ້ຜ່ານຜ່າວຽກງານການຮໍ່າຮຽນຮູ້ສຶກວ່າເພີ່ມທະວີຂຶ້ນຢ່າງບໍ່ໜ້າເຊື່ອ!!!

 

July 11, 2008

ຄຸນຄ່າຂອງເວລາ

Filed under: ຂໍ້ຄິດຂໍ້ຂຽນ — visnu @ 7:46 am

ດວງຕາເວັນສູງຂຶ້ນທຽມຍອດກົກຈຳປາແລ້ວ, ຄວາມຮ້ອນເອົ້າຂອງຍາມເດືອນຫ້າໄດ້ແຜ່ກະຈາຍໄປທົ່ວ. ຂ້ອຍຢືນເອົາມືກັ້ງໂກບແນມໄປທີ່ເດີ່ນຫຍ້າກ້ອງກົກບົກດ້ວຍຫົວໃຈອັນຮ້ອນຮົນ. ພາບທີ່ສະທ້ອນເຂົ້າສູ່ດວງຕາແມ່ນຮ່າງຂອງຍິງສາວນາງໜຶ່ງຊຶ່ງຢູ່ໃນຊຸດນັກສຶກສາ ພວມນັ່ງພັບແພບອ່ານປຶ້ມດ້ວຍຄວາມຕັ້ງໃຈ. ຂ້ອຍຕັດສິນໃຈຢ່ວງບາດຕີນໄປເບື້ອງໜ້າຢ່າງວ່ອງໄວຄ້າຍຄືວ່າມີແມ່ເຫຼັກດຶງດູດເອົາ.

“ຈັ່ງແມ່ນດຸໝັ່ນເອົາແທ້ເອົາວ່າແທ້ໆນໍ, ຫົວໜ້າ” ຂ້ອຍເອີ່ຍຂຶ້ນດ້ວຍສຽງເຍີ້ຍສຽດສີ.

ຜູ້ຖືກເຍີ້ຍຖອນສາຍຕາອອກຈາກປຶ້ມທີ່ແຜ່ແບຢູ່ພື້ນຫຍ້າ ແລ້ວອວ່າຍໜ້າມາຫາຂ້ອຍດ້ວຍສີໜ້າຢາກຮ້າຍ ແຕ່ຄວາມບູດທີ່ປາກົດເທິງໃບໜ້າບໍ່ພໍນາທີນັ້ນໄດ້ຖືກຮອຍຍິ້ມທີ່ມຸມສົບລຶບເລືອນອອກໄປ.

“ບໍ່ດຸບໍ່ໝັ່ນ ເຮັດໃດຊິເສັງໄດ້!” ນາງປ່ອຍປະໂຫຍກລູກສອນໄຟໃສ່ເກືອບຂ້ອຍຫງາຍເງີບ.

“ເປັນແນວໃດ ເສັງພາກຮຽນທີໜຶ່ງໄດ້ດີຢູ່ບໍ?” ນາງຖາມຂ້ອຍທັງໆທີ່ນາງຮູ້ຄະແນນຂອງຂ້ອຍສ່ວນໃດສ່ວນໜຶ່ງແລ້ວ.

“ຊິໄດ້ຫຍັງເດ… ຕົກຕັ້ງ 2-3 ວິຊາພຸ້ນນະ!” ຂ້ອຍຕອບດ້ວຍສຽງອັນໄຮ້ພະລັງ, ທອດສາຍຕາອອກໄປຍັງຫົນທາງເບື້ອງໃຕ້ຢ່າງໝົດອາໄລຕາຍຢາກ.

“ຊິບໍ່ໃຫ້ຕົກໄດ້ແນວໃດ!?! ແນວວ່າເຈົ້າບໍ່ເບິ່ງບົດຮຽນພໍໜ້ອຍ. ແຕ່ລະມື້ແຕ່ລະວັນເຫັນແຕ່ເຈົ້າປ່ອຍປະລະເລີຍເວລາໃຫ້ສູນເສຍໄປນຳການຫິ້ຼນການຫົວທີ່ໄຮ້ສາລະ.” ສຽງຂອງນາງໄດ້ກາຍເປັນມີດແຖອັນແຫຼມຄົມເສືອດເສືອນໝາກກະດອງໃຈຂອງຂ້ອຍຢ່າງຮຸນແຮງ ຈົນເຮັດໃຫ້ຂ້ອຍປາກບໍ່ອອກພໍຄວາມ ໄດ້ແຕ່ນັ່ງເຮັດໜ້າແຫ່ວຄືຜູ້ເຖົ້າເມົາຢານີ້ລະ!

ນາງເຫັນຂ້ອຍນັ່ງຊຶງລຶງຄືແນວນັ້ນ, ຈຶ່ງເທດສະໜາຕໍ່: “ເຈົ້າຄົງຮູ້ດີແລ້ວຕິວ່າ ເວລາເປັນສິ່ງທີ່ມີຄຸນຄ່າທີ່ສຸດ ຖ້າເຮົາຮູ້ຈັກໝູນໃຊ້ ມັນກໍກາຍເປັນກ້ອນຄຳຂະໜາດມະຫຶມາທີ່ມີຄຸນຄ່າແກ່ຊີວິດເຮົາ. ກົງກັນຂ້າມ, ຖ້າເຮົາປ່ອຍປະມັນຖິ້ມໄປລ້າໆ ມັນກໍປຽບເໝືອນເສດເຫຼັກຂີ້ໝ້ຽງທີ່ຖິ້ມຢູ່ກອງຂີ້ເຫຍື້ອເທົ່ານັ້ນ. ດັ່ງນັ້ນແຫຼະ ເວລາຈຶ່ງຖືວ່າມີຄວາມສຳຄັນທີ່ສຸດຕໍ່ຊີວິດໄວໜຸ່ມຄືພວກເຮົາ. ສຳລັບຂ້ອຍຜູ້ເວົ້ານີ້ ກໍບໍ່ໄດ້ໝາຍຄວາມວ່າຂ້ອຍໝູນໃຊ້ເວລາໃຫ້ເປັນປະໂຫຍດໄດ້ທຸກຊ່ວງວິນາທີ ແຕ່ຂ້ອຍກໍໄດ້ພະຍາຍາມຝຶກຝົນຕົນໃຫ້ຮູ້ຈັກໝູນໃຊ້ເວລາ. ສ່ວນເຈົ້າເດ ເຫັນເປັນແນວໃດ?”

ຂ້ອຍມືນຕາຫຼົກໂລ້ແນມເບິ່ງໜ້າອັນຜ່ອງໃສຂອງນາງດ້ວຍຫົວໃຈທີ່ຖືກກະຕຸກຈາກເຂັມຮ້ອຍໆດວງ… ຄວາມຢາກຮ້າຍພຸ່ງພົ້ນຂຶ້ນສູ່ແນວຄິດ, ເລືອດໃນກາຍພ້ອມພາກັນແລ່ນປຸ້ມຂຶ້ນສູ່ຫົວ, ຮູ້ສຶກອອກຮ້ອນຫູວາບໆ…

“ຂ້ອຍບໍ່ຈັກແນວຊິເວົ້າດອກ!” ຂ້ອຍປ່ອຍປະໂຫຍກນີ້ອອກມາຢ່າງຍາກເຂັນ.

“ຈັ່ງຊັ້ນ ຂ້ອຍຂໍຕຳໜິເປັນທາງສ່ວນຕົວຕໍ່ເຈົ້າເລີຍວ່າໃນໄລຍະຜ່ານມາ ເຈົ້າຍັງບໍ່ທັນຍົກສູງຄຸນຄ່າຂອງເວລາ, ຍັງປ່ອຍມັນຖິ້ມໄປແບບເປົ່າປະໂຫຍດ, ຍັງມີແນວຄິດທີ່ວ່າ ເວລາໃນການຝຶກຝົນຕົນຍັງມີຫຼາຍໃນອະນາຄົດ, ສຳລັບດຽວນີ້ ຫິ້ຼນໃຫ້ມັນສົມໃຈສາກ່ອນ. ຕໍ່ກັບບັນຫານີ້, ຂ້ອຍຖືວ່າຜິດພາດທີ່ສຸດ ເພາະໄລຍະນີ້ແມ່ນໄລຍະທີ່ສຳຄັນທີ່ສຸດໃນການກໍ່ສ້າງຕົນເອງໃຫ້ກາຍເປັນຊາວໜຸ່ມຜູ້ກ້າວໜ້າ. ຖ້າເຮົາບໍ່ເອົາເວລານີ້, ເຮົາຈະເອົາເວລາໃດລະ ກໍ່ສ້າງຕົນເອງ? ຈະຝຶກຝົນຕອນເວລາເຮົາເຖົ້າຊະແລແກ່ຊະລານັ້ນບໍ?”

ຂ້ອຍໄດ້ແຕ່ຕອດເງົາງັອກໆບໍ່ປາກບໍ່ວ່າຫຍັງ, ຄວາມວຸ້ນວາຍໄດ້ເກີດຂຶ້ນໃນຫົວຂອງຂ້ອຍ. ຄວາມວຸ້ນວາຍດັ່ງກ່າວມັນແມ່ນການຕໍ່ສູ້ແນວຄິດໃນໂຕຂອງຂ້ອຍເອງ.

“ມີທໍ່ນັ້ນແຫຼະ! ແລະກໍຢ່າຖືວ່າຂ້ອຍສັ່ງສອນ, ຂ້ອຍພຽງແຕ່ເວົ້າຖານເພື່ອນຮ່ວມຫ້ອງຮຽນ… ຖ້າມີອັນໃດແຕະຕ້ອງເຖິງຈິດໃຈຂອງເຈົ້າ ຂ້ອຍກໍຂໍອະໄພນຳຫຼາຍໆ!”

ຂ້ອຍບໍ່ປາກ… ຢືດຄີງລຸກຂຶ້ນກ້າວບາດຕີນກັບຄືນຫໍພັກຢ່າງເຊື່ອຍຊາ.

ນາງແນມນຳຫຼັງຂ້ອຍດ້ວຍສາຍຕາເປັນຫ່ວງ… ໃນທີ່ສຸດນາງຕັດສິນໃຈຈັບເອົາປຶ້ມແລ່ນນຳຫຼັງຂ້ອຍ… “ຖ້າກ່ອນ, ສຸລີ!”

ຂ້ອຍຢືນໂຕແຂງຢູ່ກັບທີ່ປານດຽວກັບຖືກມົນສະກົດ.

“ເຈົ້າຄຽດໃຫ້ຂ້ອຍຫວະ?” ນາງຖາມສຽງຫອບ.

“ບໍ່, ຂ້ອຍຄຽດໃຫ້ໂຕຂ້ອຍເອງຕ່າງຫາກ.” ຂ້ອຍເວົ້າສຽງສີແຄ້ນໆຄືມີໝາກຈອງມາຄ້າງຢູ່ຄໍ. “ຂ້ອຍຂໍຂອບໃຈເຈົ້າຫຼາຍໆທີ່ຕັກເຕືອນຂ້ອຍ, ເປັນຫ່ວງຂ້ອຍ… ຂ້ອຍຈະພະຍາຍາມປ່ຽນແປງ ແລະຈະຄ່ອບລຶບລ້າງຈຸດອ່ອນດັ່ງກ່າວໃຫ້ສູນສ້ຽງ. ມີອັນໃດບໍ່ຄັກບໍ່ແນ່ສະເໜີໃຫ້ຫົວໜ້າກໍ່ສ້າງຊ່ວຍເຫຼືອຂ້ອຍແດ່ຫັ້ນແຫຼະ!”

ຮອຍຍິ້ມງາມສະດຸດຕາຂອງນາງໄດ້ເຜີຍອອກຢູ່ມຸມພິສົບ ພ້ອມດ້ວຍສຳນຽງສຽງເວົ້າອັນມ່ວນຫູ: “ຂ້ອຍດີໃຈຫຼາຍທີ່ໄດ້ຍິນເຈົ້າເວົ້າຄືແນວນີ້, ຂ້ອຍເຊື່ອໝັ້ນວ່າໃນພາກຮຽນທີສອງ ເຈົ້າຄົງມີທ່າກ້າວໃໝ່. ສຳລັບຂ້ອຍເອງກໍຈະພະຍາຍາມບຸກໜ້າບືນໂຕສຸດຂີດ ແລະຈະຊ່ວຍເຫຼືອເຈົ້າທຸກຢ່າງຕາມຄວາມສາມາດ.”

ຈາກຄຳເວົ້າອັນຈົບງາມຄືດັ່ງກ່າວ, ມັນໄດ້ລະດົມຈິດໃຈຂອງຂ້ອຍໃຫ້ປອດໃສໜັກແໜ້ນຂຶ້ນຕື່ມ. ຂ້ອຍຫຼົງຍິ້ມອອກມາຢ່າງບໍ່ຮູ້ສຶກໂຕ.

“ຫົວໜ້າເອີຍ! ຂ້ອຍຂໍປະຕິຍານຕໍ່ຫົວໜ້າວ່າ ໃນພາກຮຽນທີສອງນີ້ ຂ້ອຍຈະຂໍດັດແປງຕົນເອງໃຫ້ກາຍເປັນຄົນໃໝ່ ແລະຈະຂໍເປັນຄູ່ແຂ່ງຂັນທີ່ໜ້າຮັກຂອງຫົວໜ້າ!!!”

ອາກາດທີ່ຮ້ອນເອົ້າໄດ້ເພີກຫາຍໄປ ເຫຼືອໄວ້ແຕ່ຄວາມເຢັນສົດຊື່ນຂອງສາຍລົມທີ່ພັດໂຊຍມາແຕ່ເບື້ອງທິດບົວລະພາ…

July 9, 2008

ຫົວໃຈສີເຫືຼອງ

Filed under: ຂໍ້ຄິດຂໍ້ຂຽນ — visnu @ 6:47 am

 ຄໍ່າຄືນນີ້ ຈິດໃຈຂອງຂ້ອຍສຸດທີ່ວ້າເຫວ່ ກະສັບກະສ່າຍ ບໍ່ເປັນປົກກະຕິ. ຄວາມຕ້ອງການຢາກພົບກ້າວຂຶ້ນສູ່ລະດັບສູງຈົນອົດກັ້ນໄວ້ບໍ່ຢູ່!!! ປຶ້ມວິຊາເສດຖະສາດທີ່ແຜ່ແບໄວ້ຕໍ່ໜ້າບໍ່ອາດສາມາດຢັບຢັ້ງໃຈໄວ້ໄດ້ອີກແລ້ວ… ຂ້ອຍລຸກອອກຈາກຕັ່ງດ້ວຍຫົວໃຈເລືອນລອຍ… ດວງໜ້າຫວານທີ່ຢາກພົບລອຍເດັ່ນຢູ່ໃນລະບົບແນວຄິດ.

ເຖິງດວງຕາຈະຝ່າມົວ ມັນກໍບໍ່ສາມາດຖ່ວງດຶງຂ້ອຍໄວ້ໄດ້. ຂ້ອຍກ້າວຂາຍ່າງລົງຄັນໄດຫ້ອງດ້ວຍຈິດໃຈອັນຮ້ອນຮົນດຸດດັ່ງໄຟສຸມຂອນ. ແສງຕາທີ່ຂ້ອນຂ້າງແຈ່ມໃສສາດໄປເບື້ອງໜ້າຢ່າງມີຄວາມຫວັງ… ຄວາມຫວັງທີ່ເລື່ອນລາງຢູ່ໃນເງົາມືດ ຊຶ່ງປາກົດຕົວຢູ່ຕໍ່ໜ້າ… ສຽງພື້ນເກີບປາອີ່ຮືກາກະປອມຄາບໜ່ວຍໂລກດີດຂີ້ຕົມທີ່ເກີດມາຈາກການຕັກນໍ້າຫົດຜັກຂອງເຫຼົ່ານັກສຶກສາດັງຕັອບແຕັບໆ. ທັນໃດ, ຂ້ອຍຕົກໃຈວາບບາດໜຶ່ງ, ເມື່ອເກີບມືນເອົາຂີ້ຕົມທີ່ລວດລາດຢູ່ຕາມທາງຍ່າງ… ຮອຍຍິ້ມທີ່ຝັງເລິກຢູ່ມຸມສົບ ຈັກວ່າມະຫັບມະຫາຍໄປທາງໃດກໍບໍ່ຮູ້? ມັນເປັນເໝືອນລາງບອກໃຫ້ຮູ້ວ່າ ຄວາມຕ້ອງການຢາກພົບດວງໜ້າຫວານຕ້ອງປະສົບກັບຄວາມຜິດຫວັງ!!ແຕ່ຂ້ອຍກໍພະຍາຍາມຄວບຄຸມຈິດໃຈບໍ່ໃຫ້ສັ່ນເຊັນ. ເມື່ອຈັ້ງທ່າໄດ້, ຂ້ອຍກໍສືບຕໍ່ຍ່າງໂດຍບໍ່ຍອມຫຼຽວຫຼັງ…

ດອກໄຟສີເຫຼືອງແກ່ສາດແສງໃສ່ໜ້າ ເຮັດໃຫ້ຂ້ອຍຈຳຕ້ອງຂະຫຍິບຕາລົງເພື່ອປ້ອງກັນຄວາມເຈັບແສບຂອງດວງຕາທີ່ອັກເສບ. ດວງໜ້າຫວານທີ່ຂ້ອຍຕ້ອງການພານພົບກຳລັງຫຍັບໃກ້ເຂົ້າມາທຸກຂະນະຈິດ, ຂ້ອຍພະຍາຍາມລະງັບຄວາມຕື່ນເຕັ້ນໄວ້…

ເປັນເວລາດົນສົມຄວນທີ່ຂ້ອຍບໍ່ໄດ້ພົບນາງ… ຄືນນີ້ແນວໃດຂ້ອຍກໍຕ້ອງໄດ້ພົບນາງແນ່ນອນ. ກ່ອນອື່ນໝົດ, ຂ້ອຍຈະສະແດງຄວາມຂອບໃຈຕໍ່ນາງທີ່ໄດ້ຊ່ວຍເຫຼືອແລະເປັນຫ່ວງຂ້ອຍ. ຈາກນັ້ນ ຂ້ອຍຈະລະບາຍຄຳເວົ້າທີ່ສຳຄັນສູ່ນາງຟັງ… ແຕ່ເມື່ອມາຮອດໜ້າປະຕູຫໍພັກຍິງ, ຫົວໃຈຂອງຂ້ອຍເກືອບຢຸດເຕັ້ນ… ແສງຕາທີ່ຟ່າຟາວຢູ່ແລ້ວ ຍິ່ງມືດມົວລົງຕື່ມອີກ! ແນມເຫັນສີແດງກາຍເປັນສີເຫຼືອງ… ຮອຍຍິ້ມທີ່ກຽມມາແຕ່ຫໍພັກຖືກມັດມ້ຽນແຈບຈົມຢູ່ໃນຫຼືບຫົວໃຈ… ດວງໜ້າທີ່ແດງເຮື່ອໄປດ້ວຍເລືອດຝາດກັບເຫຼືອງຫຼ່າລົງຢ່າງໜ້າສົມເພດ… ເຫື່ອແຮງຈັກວ່າໜີໄປທາງໃດໝົດບຸ໊! ຂ້ອຍໄດ້ແຕ່ຍ່າງກົ້ມໜ້າຫຼຽວເບິ່ງພື້ນລະບຽງຫໍພັກຍິງດ້ວຍຈິດໃຈອັນຫົດຫູ່ເປົ່າປ່ຽວອ້າງວ້າງ…

“ນາງຍັງບໍ່ທັນມາແຕ່ລວມ!” ຂ້ອຍລຶ້ມຄຳເວົ້າຂອງເພື່ອນຮ່ວມຫ້ອງນອນຂອງນາງດ້ວຍສຽງແຜ່ວເບົາ ແລ້ວພາຮ່າງອັນເບົາຫວິວກັບຄືນສູ່ຫ້ອງຮຽນ. ຍ່າງຄາວດຽວ, ກໍມາຮອດໜ້າຫ້ອງ, ຈັກວ່າມາຮອດຍາມໃດກໍບໍ່ຮູ້! ສຽງໂອ້ລົມສົນທະນາວິຊາເສດຖະສາດຂອງບັນດາໝູ່ຮ່ວມຫ້ອງດັງແວ້ວເຂົ້າຫູ.

“ອາທິດໜ້າກໍຈະເສັງຈົບວິຊານີ້ແລ້ວ!” ຂ້ອຍຕັດສິນໃຈຢ່າງແຂງຂັນ ຍ່າງເຂົ້າມານັ່ງຄົ້ນຄວ້າບົດຮຽນຕໍ່… ສະມາທິທີ່ແຕກຊ່ານ, ຄວາມຄິດທີ່ກະຈາຍໄປທົ່ວທີບຖືກຂ້ອຍຕ້ອມເຂົ້າມາໃນຫົວ… ຂ້ອຍຮວບຮວມສະມາທິເຂົ້າສູ່ດວງຈິດ, ແລ້ວຈຶ້ງເບິ່ງບົດຮຽນຢ່າງຕັ້ງໜ້າດຸດດັ່ງກະຕ່າຍນ້ອຍຄອຍເບິ່ງດວງຈັນ!!!

Powered by WordPress