June 28th, 2008ເຄັດລັບສູ່ຄວາມສຳເລັດ
ບາງຄັ້ງຢາກຂຽນເລື່ອງໃດເລື່ອງໜຶ່ງລົງໃນບລັອກ ແຕ່ກໍໄດ້ແຕ່ນັ່ງຈຶ້ງເບິ່ງໜ້າຈໍຄອມເປັນຕັ້ງຫຼາຍສິບນາທີ ໂດຍທີ່ປາຍນິ້ວທັງສິບບໍ່ຍອມເຄື່ອນໄຫວຫຍັງເລີຍ… ຊຶ່ງກໍໄດ້ເຮັດໃຫ້ຈິດໃຈມີຄວາມຫົດຫູ່ ຄິດຄຽດໃຫ້ຕົນເອງທີ່ສະໝອງບໍ່ຍອມເຮັດວຽກ… ອາການແບບນີ້ຄົງເປັນຍ້ອນບໍ່ມີເລື່ອງໃດມາກະຕຸກຊຸກຍູ້ໃຫ້ຄວາມຢາກນັ້ນລະລາຍເປັນຕົວອັກສອນ…
ມື້ກ່ອນໄດ້ໄປຮ້ານຂາຍປຶ້ມແຫ່ງໜຶ່ງແຖວດົງໂດກ ໄດ້ຊື້ປຶ້ມ “ເຄັດລັບສູ່ຄວາມສຳເລັດ” ຊຶ່ງເປັນປຶ້ມຮິບໂຮມຄຳຄົມ ຄຳສຸພາສິດ ທີ່ສອນໃຫ້ຄົນມີແລວທາງກ້າວໄປສູ່ຜົນສຳເລັດໃນຊີວິດ… ເງິນຈຳນວນຊາວຫ້າພັນ ສາມາດຊື້ເຂົ້າປຽກກິນໄດ້ຕັ້ງສີ່ຖ້ວຍ, ແຕ່ກໍບໍ່ຮູ້ສຶກເສຍດາຍ ເພາະກຸ່ມຕົວອັກສອນທີ່ລຽງລາຍໃນແຕ່ລະໜ້າຂອງປຶ້ມນັ້ນ ມັນມີຄຸນຄ່າສູງກວ່າເງິນທີ່ຈ່າຍໄປຫຼາຍເທົ່າໂຕ. ນຳກັບມາຮອດເຮືອນແລ້ວ ສະມາຊິກພາຍໃນຄອບຄົວກໍຜັດປ່ຽນກັນອ່ານແລະກໍມີການວິຈານຖົກຖຽງແຕ່ລະຄຳຄົມ ແຕ່ລະຄຳສຸພາສິດ ເຮັດໃຫ້ບັນຍາກາດພາຍຫຼັງກິນເຂົ້າແລງຊ່າງຟົດຟຶ້ນນຳຄຳຄົມເຫຼົ່ານັ້ນ…
ມີບາງຄຳຄົມ ເມື່ອອ່ານແລ້ວເຮັດໃຫ້ຕ້ອງໄດ້ຄຶດຫງຳ ແລະນຳໄປປະຕິບັດ ເຊັ່ນ “ສຸດຍອດສິລະປະການປາກເວົ້າສົນທະນາກໍຄື ຢ່າເວົ້າສິ່ງທີ່ເຮົາຢາກເວົ້າ, ຈົ່ງເວົ້າສິ່ງທີ່ຄົນອື່ນຢາກຟັງ”, “ການແລ່ນຈະມີປະໂຫຍດອັນໃດ ຖ້າຫາກແລ່ນຜິດທາງ”, “ຄົນອ່ານໜັງສືໄດ້ ແຕ່ບໍ່ອ່ານ ກໍສໍ່າດຽວກັນກັບຄົນກືກໜັງສື ເພາະທັງສອງຄົນຈະບໍ່ໄດ້ປະໂຫຍດຫຍັງຈາກໜັງສື” ແລະຄຳຄົມອື່ນໆອີກຕັ້ງຫຼາຍພັນບົດ…

June 28th, 2008 at 9:07 am
ໜັງສືເປັນຕາອ່ານເນາະ ບໍ່ຮູ້ວ່າໃຜເປັນຄົນຮິບໂຮມ
ເລື່ອງການຂຽນບລັອກ ສ່ວນຫລາຍຂ້າພະເຈົ້າຂຽນແບບສົດ ໆ ເລີຍ ຄືເມື່ອໄດ້ພົບເຫດການ ຫຼືໄດ້ຟັງຫຍັງມາ ກໍ່ມາລົງມືຂຽນຮອດເລື່ອງນັ້ນ ເພາະວ່າຖ້າປະດົນໄປແລ້ວມັນຊິລືມ (ຄົນລືມງ່າຍ)
June 29th, 2008 at 1:00 am
ຜູ້ຮິບໂຮມໜັງສືເຫຼັ້ມນີ້ໄດ້ແກ່ ທ່ານສີສະເຫວີຍ ຈັນທະວີສັກ.
ຂອບໃຈນຳບົດຮຽນການຂຽນບລັອກຂອງທ່ານ. ຂໍນຳເອົາບົດຮຽນນີ້ໄປນຳໃຊ້ ຄົງບໍ່ວ່າກັນນໍ!
June 29th, 2008 at 11:14 am
ມັກຄຳນີ້ຫຼາຍ “ຢ່າເວົ້າສິ່ງທີ່ເຮົາຢາກເວົ້າ, ຈົ່ງເວົ້າສິ່ງທີ່ຄົນອື່ນຢາກຟັງ”.
ຂພຈ ກໍເປັນຄົນມັກສະສົມໜັງສືຄືກັນ ກາຍຮ້ານໜັງສືບໍ່ໄດ້ ກໍຕອ້ງຍ່າງໄປຈັບໄປບາຍ ໄປຮຸກໄປຖູ ປຶ້ມບາງຫົວຊຶ້ມາຍັງບໍ່ທັນໄດ້ອ່ານຊ້ຳ ເພາະບໍ່ມີເວລາ ຄວາມຮູ້ສືກທີ່ມີມັນ ເມື່ອເບິ່ງມັນລ້າໆກໍເຮັດໃຫ້ມີຄວາມສຸກແລ້ວ
June 30th, 2008 at 5:17 am
ຈັ່ງແມ່ນຄືດຽວກັນນໍ! ກາຍຮ້ານຂາຍປຶ້ມເປັນບໍ່ໄດ້ ກະເປົາເງິນຢູ່ໃນຖົງໂສ້ງຕ້ອງແປແລບແຊບໂລດ… ແຕ່ກໍສຸກໃຈເມື່ອແນມເບິ່ງປຶ້ມທີ່ລຽນຊາບລາບຢູ່ໃນຕູ້ແກ້ວ ເຖິງແມ່ນບໍ່ທັນໄດ້ອ່ານເທື່ອກໍຕາມ!
July 4th, 2008 at 12:03 am
“ຢ່າເວົ້າສິ່ງທີ່ເຮົາຢາກເວົ້າ, ຈົ່ງເວົ້າສິ່ງທີ່ຄົນອື່ນຢາກຟັງ”.
ຂ້າພະເຈົ້າເຮັດໃນທາງກົງກັນຂ້າມ ຕະຫລອດມາ
July 4th, 2008 at 8:04 pm
ໃນບາງກໍລະນີ ກໍຈະເປັນຜົນດີແກ່ຜູ້ເວົ້າແລະຜູ້ຟັງເຊັ່ນກັນ.