ບັນທຶກຊີວິດ

June 28, 2008

ເຄັດລັບສູ່ຄວາມສຳເລັດ

Filed under: ຂໍ້ຄິດຂໍ້ຂຽນ — visnu @ 7:35 am

ບາງຄັ້ງຢາກຂຽນເລື່ອງໃດເລື່ອງໜຶ່ງລົງໃນບລັອກ ແຕ່ກໍໄດ້ແຕ່ນັ່ງຈຶ້ງເບິ່ງໜ້າຈໍຄອມເປັນຕັ້ງຫຼາຍສິບນາທີ ໂດຍທີ່ປາຍນິ້ວທັງສິບບໍ່ຍອມເຄື່ອນໄຫວຫຍັງເລີຍ… ຊຶ່ງກໍໄດ້ເຮັດໃຫ້ຈິດໃຈມີຄວາມຫົດຫູ່ ຄິດຄຽດໃຫ້ຕົນເອງທີ່ສະໝອງບໍ່ຍອມເຮັດວຽກ… ອາການແບບນີ້ຄົງເປັນຍ້ອນບໍ່ມີເລື່ອງໃດມາກະຕຸກຊຸກຍູ້ໃຫ້ຄວາມຢາກນັ້ນລະລາຍເປັນຕົວອັກສອນ…

ມື້ກ່ອນໄດ້ໄປຮ້ານຂາຍປຶ້ມແຫ່ງໜຶ່ງແຖວດົງໂດກ ໄດ້ຊື້ປຶ້ມ “ເຄັດລັບສູ່ຄວາມສຳເລັດ” ຊຶ່ງເປັນປຶ້ມຮິບໂຮມຄຳຄົມ ຄຳສຸພາສິດ ທີ່ສອນໃຫ້ຄົນມີແລວທາງກ້າວໄປສູ່ຜົນສຳເລັດໃນຊີວິດ… ເງິນຈຳນວນຊາວຫ້າພັນ ສາມາດຊື້ເຂົ້າປຽກກິນໄດ້ຕັ້ງສີ່ຖ້ວຍ, ແຕ່ກໍບໍ່ຮູ້ສຶກເສຍດາຍ ເພາະກຸ່ມຕົວອັກສອນທີ່ລຽງລາຍໃນແຕ່ລະໜ້າຂອງປຶ້ມນັ້ນ ມັນມີຄຸນຄ່າສູງກວ່າເງິນທີ່ຈ່າຍໄປຫຼາຍເທົ່າໂຕ. ນຳກັບມາຮອດເຮືອນແລ້ວ ສະມາຊິກພາຍໃນຄອບຄົວກໍຜັດປ່ຽນກັນອ່ານແລະກໍມີການວິຈານຖົກຖຽງແຕ່ລະຄຳຄົມ ແຕ່ລະຄຳສຸພາສິດ ເຮັດໃຫ້ບັນຍາກາດພາຍຫຼັງກິນເຂົ້າແລງຊ່າງຟົດຟຶ້ນນຳຄຳຄົມເຫຼົ່ານັ້ນ…

ມີບາງຄຳຄົມ ເມື່ອອ່ານແລ້ວເຮັດໃຫ້ຕ້ອງໄດ້ຄຶດຫງຳ ແລະນຳໄປປະຕິບັດ ເຊັ່ນ “ສຸດຍອດສິລະປະການປາກເວົ້າສົນທະນາກໍຄື ຢ່າເວົ້າສິ່ງທີ່ເຮົາຢາກເວົ້າ, ຈົ່ງເວົ້າສິ່ງທີ່ຄົນອື່ນຢາກຟັງ”, “ການແລ່ນຈະມີປະໂຫຍດອັນໃດ ຖ້າຫາກແລ່ນຜິດທາງ”, “ຄົນອ່ານໜັງສືໄດ້ ແຕ່ບໍ່ອ່ານ ກໍສໍ່າດຽວກັນກັບຄົນກືກໜັງສື ເພາະທັງສອງຄົນຈະບໍ່ໄດ້ປະໂຫຍດຫຍັງຈາກໜັງສື” ແລະຄຳຄົມອື່ນໆອີກຕັ້ງຫຼາຍພັນບົດ…

6 Comments »

  1. ໜັງສືເປັນຕາອ່ານເນາະ ບໍ່ຮູ້ວ່າໃຜເປັນຄົນຮິບໂຮມ

    ເລື່ອງການຂຽນບລັອກ ສ່ວນຫລາຍຂ້າພະເຈົ້າຂຽນແບບສົດ ໆ ເລີຍ ຄືເມື່ອໄດ້ພົບເຫດການ ຫຼືໄດ້ຟັງຫຍັງມາ ກໍ່ມາລົງມືຂຽນຮອດເລື່ອງນັ້ນ ເພາະວ່າຖ້າປະດົນໄປແລ້ວມັນຊິລືມ (ຄົນລືມງ່າຍ)

    Comment by au8ust — June 28, 2008 @ 9:07 am

  2. ຜູ້ຮິບໂຮມໜັງສືເຫຼັ້ມນີ້ໄດ້ແກ່ ທ່ານສີສະເຫວີຍ ຈັນທະວີສັກ.

    ຂອບໃຈນຳບົດຮຽນການຂຽນບລັອກຂອງທ່ານ. ຂໍນຳເອົາບົດຮຽນນີ້ໄປນຳໃຊ້ ຄົງບໍ່ວ່າກັນນໍ!

    Comment by visnu — June 29, 2008 @ 1:00 am

  3. ມັກຄຳນີ້ຫຼາຍ “ຢ່າເວົ້າສິ່ງທີ່ເຮົາຢາກເວົ້າ, ຈົ່ງເວົ້າສິ່ງທີ່ຄົນອື່ນຢາກຟັງ”.
    ຂພຈ ກໍເປັນຄົນມັກສະສົມໜັງສືຄືກັນ ກາຍຮ້ານໜັງສືບໍ່ໄດ້ ກໍຕອ້ງຍ່າງໄປຈັບໄປບາຍ ໄປຮຸກໄປຖູ ປຶ້ມບາງຫົວຊຶ້ມາຍັງບໍ່ທັນໄດ້ອ່ານຊ້ຳ ເພາະບໍ່ມີເວລາ ຄວາມຮູ້ສືກທີ່ມີມັນ ເມື່ອເບິ່ງມັນລ້າໆກໍເຮັດໃຫ້ມີຄວາມສຸກແລ້ວ

    Comment by sen9y — June 29, 2008 @ 11:14 am

  4. ຈັ່ງແມ່ນຄືດຽວກັນນໍ! ກາຍຮ້ານຂາຍປຶ້ມເປັນບໍ່ໄດ້ ກະເປົາເງິນຢູ່ໃນຖົງໂສ້ງຕ້ອງແປແລບແຊບໂລດ… ແຕ່ກໍສຸກໃຈເມື່ອແນມເບິ່ງປຶ້ມທີ່ລຽນຊາບລາບຢູ່ໃນຕູ້ແກ້ວ ເຖິງແມ່ນບໍ່ທັນໄດ້ອ່ານເທື່ອກໍຕາມ!

    Comment by visnu — June 30, 2008 @ 5:17 am

  5. “ຢ່າເວົ້າສິ່ງທີ່ເຮົາຢາກເວົ້າ, ຈົ່ງເວົ້າສິ່ງທີ່ຄົນອື່ນຢາກຟັງ”.
    ຂ້າພະເຈົ້າເຮັດໃນທາງກົງກັນຂ້າມ ຕະຫລອດມາ

    Comment by pnomsin — July 4, 2008 @ 12:03 am

  6. ໃນບາງກໍລະນີ ກໍຈະເປັນຜົນດີແກ່ຜູ້ເວົ້າແລະຜູ້ຟັງເຊັ່ນກັນ.

    Comment by visnu — July 4, 2008 @ 8:04 pm

RSS feed for comments on this post. TrackBack URL

Leave a comment

Powered by WordPress