ບັນທຶກຊີວິດ

June 19, 2008

ເລື່ອງຈັ່ງຊີ້ກະມີ

Filed under: ຂໍ້ຄິດຂໍ້ຂຽນ — visnu @ 5:52 am

 

 

 

            ຄືນນັ້ນ ສາຍຝົນທັ່ງເທລົງປານຟ້າຮົ່ວ, ປ້າແພງສີບໍ່ລືມທີ່ຈະເອົາຜ້າຢາງໄປກັ້ງຄອກໝູແມ່ສາວ ເພາະຢ້ານນໍ້າຝົນຈະຟົ້ງໄປຖືກດອກໄຟທີ່ຫ້ອຍໂຕ້ນເຕ້ນຢູ່ເທິງຄອກຫັ້ນ. ປ້າຊື້ໝູແມ່ໂຕນີ້ມາໄດ້ສອງປີແລ້ວ ຫວັງຈະໃຫ້ມັນມາຜະລິດໝູນ້ອຍໃຫ້ ເຖິງຈະໃຫ້ທາງສັດຕະວະແພດມາປະສົມທຽມໃຫ້ ກໍບໍ່ເຫັນທີທ່າວ່າມັນຊິທ້ອງໃຫຍ່ຂຶ້ນແຕ່ປະການໃດ ມີແຕ່ຕຸ້ຍອອກແລະໃຫຍ່ຂຶ້ນເປັນລຳດັບ. ແຕ່ປ້າກໍຫວັງວ່າຖ້າປະສົມທຽມບໍ່ເປັນຜົນ ລາວກໍຈະຊອກຫາໝູທອກມາປະສົມພັນໃຫ້ໝູແມ່ສາວຂອງລາວເກີດໝູນ້ອຍໆໃຫ້ແກ່ລາວຈົນໄດ້…
ໝ່າເຂົ້າຢູ່ເຮືອນແລ້ວ ປ້າກໍຍ່າງເຂົ້າໄປສ່ອງເບິ່ງຫ້ອງລູກສາວ,ເຫັນລູກສາວສອງຄົນພວມພາກັນເບິ່ງບົດຮຽນກຽມເສັງ. ຫຼຽວໜ້າມາເບິ່ງໂມງຢູ່ຫ້ອງໂຖງ ແລ້ວຈຶ່ງຮ້ອງໃສ່ພວກລູກວ່າ:
“ຢ່າສູ່ຢູ່ເດິກຫຼາຍເດີ!”
“ໂດຍ!!!” ລູກທັງສອງຂານຮັບພ້ອມກັນ. 

ອັດປະຕູຫ້ອງລູກສາວແລ້ວ ກໍຍ່າງກ່ອມກ້ອຍເຂົ້າບ່ອນນອນຂອງຕົນເອງ ເຫັນຜູ້ເປັນຜົວນອນໂກນສອດໆຖ້າຢູ່ກ່ອນແລ້ວ…
 “ຈັ່ງແມ່ນໂກນສຽງດັງນໍ! ໜວກຫູຊິຕາຍ!” ທັງເວົ້າທັງຍູ້ຂ້າງໃຫ້ຜົວນອນຕະແຄງ ເພື່ອຫຼຸດຜ່ອນສຽງໂກນນັ້ນ. ໄດ້ຜົນ ພຽງແຕ່ຜົວພິກຄີງ ສຽງໂກນກໍມະຫັບມະຫາຍໄປ ຍັງແຕ່ສຽງດັງຊ່າໆຂອງສາຍຝົນ. ປ້າບໍ່ລືມສ່ອງເບິ່ງຄອກໝູຜ່ານປ່ອງຢ້ຽມແກ້ວເທິງຫົວບ່ອນນອນ.
 “ອ້າວ! ແມ່ນໃຜໄປມອດໄຟຄອກໝູ?” ປ້າທັງຈົ່ມທັງລຸກຈາກບ່ອນ ບໍ່ລືມຈັບເອົາໄຟສາຍໄປນຳ ແລ້ວຄ່ອຍໆຍ່ອງບາດຕີນໄປຍັງເຮືອນຄົວບ່ອນປັກສຽບສາຍໄຟຄອກໝູ. ເຍືອງໄຟສາຍໃສ່ ເຮັດໃຫ້ປ້າຮູ້ວ່າບໍ່ໄດ້ມີໃຜໄປຖອດສາຍປັກສຽບເທື່ອ… ຫູປ້າໄດ້ຍິນສຽງຜິດປົກກະຕິຢູ່ຄອກໝູ ຄົງມີອັນໃດອັນໜຶ່ງເກີດຂຶ້ນຢູ່ຫັ້ນເປັນແນ່ແທ້… ປ້າປົງໄຟສາຍໄວ້ເທິງໂຕະກິນເຂົ້າ  ມືໜຶ່ງຄວາເອົາພ້າອີ່ໂຕ້ ອີກມືໜຶ່ງຄ່ອຍໆໄຂໄລປະຕູ, ປ່ອນໜ້າອອກໄປສ່ອງເບິ່ງຄອກໝູ ຊຶ່ງຢູ່ໄກຈາກເຮືອນບໍ່ເຖິງສິບແມັດ ເມັດຝົນຟົ້ງໃສ່ໜ້າຈົນໄດ້ເອົາມືລູບ… ເຫັນເງົາຂະມຸຂະມົວຢູ່ໃນຄອກ… ຈຶ່ງຕັດສິນໃຈງັບປະຕູເຂົ້າຄ່ອຍໆ ແລ້ວຍ່າງໄປທີ່ໂຕະໂທລະສັບ ໝູນເລກແຈ້ງເຂົ້າຫ້ອງການບ້ານ ບອກໃຫ້ກອງຫຼອນມາເຮືອນຂອງປ້າໂດຍດ່ວນ ເພາະມີຄົນຂີ້ລັກເຂົ້າໄປໃນຄອກໝູ!!!
 ບໍ່ຮອດຫ້ານາທີ ສຽງລົດຈັກກໍດັງຢູ່ໜ້າເຮືອນຂອງປ້າ, ກອງຫຼອນສອງຄົນຍ່າງເຂົ້າມາພ້ອມອາວຸດຄົບມື.
 “ດຽວນີ້ ມັນຢູ່ໃສ?” ກອງຫຼອນທັງສອງຖາມເກືອບພ້ອມກັນ.
 “ຍັງຢູ່ໃນຄອກໝູຫັ້ນລະ!” ປ້າທັງເວົ້າທັງຈັບພ້າອີ່ໂຕ້ຊີ້ໃສ່ໄປທາງຫຼັງເຮືອນ.
 ເມື່ອມາຮອດຄອກໝູ ທັງສາມຕ້ອງຕົກສະເງີ້ ເພາະເຫັນຜູ້ຊາຍໃສ່ແຕ່ສະຫຼິບຢືນສັ່ນດ້ວຍຄວາມໜາວຫຼືຄວາມຢ້ານກໍບໍ່ຮູ້ ຕົນໂຕເຕັມແຕ່ຂີ້ໝູ.
 ເມື່ອປ້າແພງສີໄດ້ສະຕິ ກໍຫລູບໃສ່ຜູ້ບຸກລຸກພ້ອມກັບເງື້ອພ້າອີ່ໂຕ້ໃສ່:
 “ມຶງຊິມາລັກໝູກູຫວາ?”
 ຊາຍຜູ້ນັ້ນຕອບດ້ວຍສຽງກະຕຸກກະຕັກແບບເວົ້າລາວບໍ່ຂອດ:
 “ຂະໜ້ອຍບໍ່ໄດ້..ມາ..ລັກ..ໝູຂອງແມ່ບ້າ! ຂະໜ້ອຍ…ຂະໜ້ອຍ ມາເບິ່ງໝູແມ່ບ້າຊື່ໆ!”
 “ເບິ່ງຊື່ໆ ຄືມາແກ້ໂສ້ງແກ້ເສື້ອອອກໝົດ?” ປ້າທັງເວົ້າທັງເງື້ອພ້າອີ່ໂຕ້ ຫວັງຈະບັກໃສ່ກ້ານຄໍ ແຕ່ກໍຖືກກອງຫຼອນຜູ້ຢືນຢູ່ໃກ້ຈັບມືເອົາໄວ້ ຢ້ານປ້າຟັນຄໍໝໍນັ້ນແທ້ໆ.
 “ໝູແມ່ບ້າງາມຫຼາຍ… ເມຍຂະໜ້ອຍກໍເມືອບ້ານ ແລະຂະໜ້ອຍກໍເມົາຢາແດ່ ຈຶ່ງອົດບໍ່ໄດ້!”
 “ຈັ່ງແມ່ນມຶງຂວາງບ້ານຂວາງເມືອງແທ້ນໍ!” ປ້າທັງຈົ່ມທັງດ່າດ້ວຍຄວາມໝຶນ.
 ຫຼັງຈາກນັ້ນ ຊາຍຄົນດັ່ງກ່າວກໍຖືກນຳໄປຫ້ອງການບ້ານ ແລ້ວຖືກຈັບສົ່ງໃຫ້ ປກສ ເມືອງ… ຈາກການສອບສວນຂອງ ປກສ ຈຶ່ງຮູ້ວ່າ ໝໍນີ້ເຄີຍມາທຳອະນາຈານຢູ່ຄອກໝູປ້າຫຼາຍເທື່ອແລ້ວ ແຕ່ປ້າບໍ່ຮູ້. ສຸດທ້າຍປ້າໄດ້ຮັບຄ່າທຳຂວັນແກ່ໝູຂອງປ້າ 5 ລ້ານກີບ ແຕ່ປ້າຍັງຈົ່ມບູດຈົ່ມເນົ່ານຳໄທບ້ານວ່າ:
  “ສົມພໍດອກ, ເຫັນອັນນັ້ນຂອງໝູຂ້ອຍມັນຕື່ງຫຼາຍເທື່ອຢູ່ໄດ໋ ທຳອິດກໍຄິດວ່າມັນຊິໄດ້ລູກຊັ້ນດອກ… ບາດແລ້ວ ກໍຈ້ອຍວັບ!!! ທີ່ແທ້ລະແມ່ນຍ້ອນບັກຂວາງນີ້ມາຂົ່ມຂືນມັນ!!!”

           

(ຂຽນຈາກເລື່ອງຈິງທີ່ບໍ່ໜ້າເຊື່ອ ຊຶ່ງເກີດຂຶ້ນເມື່ອບໍ່ເທົ່າໃດມື້ຜ່ານມານີ້!)           

2 Comments »

  1. ດີຫຼາຍເດີ

    Comment by ລູກຊາວດອນ — August 14, 2008 @ 11:49 am

  2. ຂອບໃຈນຳທ່ານລູກຊາວດອນທີ່ເຂົ້າມາອ່ານ ແລະໃຫ້ການຍ້ອງຍໍອີກນໍາ.

    Comment by visnu — August 17, 2008 @ 6:38 am

RSS feed for comments on this post. TrackBack URL

Leave a comment

Powered by WordPress