June 19th, 2008ຝັນແຕ່ເຊົ້າ
ຕື່ນແຕ່ເຊົ້າ ນຳເອົາລົດເກັງຄູ່ຊີບຄັນເກົ່າອອກລ້າງ ເພື່ອຊິໄດ້ໄປຮັບໃຊ້ຫົວໜ້າຕອນບ່າຍມື້ນີ້. ທັງລ້າງທັງຝັນຫວານຢາກໄດ້ລົດຄັນໃໝ່ມາປ່ຽນຄັນເກົ່າ… ໄດ້ແຕ່ຄິດ ເພາະບໍ່ຮູ້ຄືກັນວ່າຈະຫາເງິນດ້ວຍວິທີໃດມາຊື້ລົດອອກຈາກຫ້າງ ແຕ່ກໍຍັງມີຄວາມຫວັງຍ້ອນມີໃບຫວຍພັດທະນາຊຶ່ງລາງວັນທີ 1 ໄດ້ລົດແມັດເຊິເດັດຂອງເຢຍລະມັນ… ຫາກໂຊກຫຼົ່ນທັບກໍມີຫວັງໄດ້ຈັດງານລ້ຽງເຊີນໝູ່ຮັກເພື່ອນແພງທັງຫຼາຍມາຊຸມແຊວລ້າງລົດໃໝ່ໃຫ້ສົມໃຈໄປເລີຍ… ລົດເກົ່ານີ້ກໍຈະຂາຍອອກ ໄດ້ຈັກສີ່ຊ້າຫ້າພັນຫຼຽນມາໃຫ້ແມ່ອີ່ນ້ອຍອອກເງິນມື້ຢູ່ຕະຫຼາດນ້ອຍ ກໍຄົງເກີດດອກອອກຜົນບໍ່ແມ່ນໜ້ອຍ… ຮອດເວລານັ້ນມາ ພະນັກງານຂັບລົດເງິນເດືອນໜ້ອຍຢ່າງເຮົາກໍຄົງມີໜ້າມີຕາໃນສັງຄົມນຳເຂົາແດ່… ລູກສາວກັບລູກຊາຍ ກໍຈະສົ່ງໃຫ້ໄປຮຽນຢູ່ໂຮງຮຽນເອກະຊົນທີ່ມີສອນພາສາອັງກິດ-ຄອມພິວເຕີຕັ້ງແຕ່ຢູ່ປໍໜຶ່ງ… ບາດພວກເຂົາຮຽນຈົບມໍປາຍແລ້ວ ກໍຈະໃຫ້ເສັງເອົາທຶນໄປຮຽນຕໍ່ຢູ່ຕ່າງປະເທດ… ຕ້ອງໃຫ້ພວກເຂົາເລືອກຮຽນວິຊາທີ່ກ່ຽວຂ້ອງກັບເລື່ອງເງິນໆຄຳໆ ເປັນຕົ້ນ ການຄ້າຕ່າງປະເທດ ຫຼືບໍ່ກໍແມ່ນທາງດ້ານບໍລິຫານທຸລະກິດ… ຖ້າມີລູກເປັນນັກທຸລະກິດ ເວລາເຮົາກັບແມ່ອີ່ນ້ອຍອອກບຳນານແລ້ວ ກໍຄົງຍຸທ່າງນອນກິນນັ່ງກິນ ທັງລູກຊາຍແລະລູກສາວຄົງແບ່ງເງິນໃຫ້ມາໃຊ້… ຮອດຍາມນັ້ນມາ ແມ່ອີ່ນ້ອຍກໍຄົງແອ່ວໃຫ້ເຮົາພາໄປທ່ຽວຕ່າງປະເທດ ໄປຊອກກິນອາຫານແປກໆຕາມພັດຕາຄານຫຼູຫຼາລາຄາແພງໆ…
“ຂ້ຽວລ້າງໄວໆແດ່. ຊິຮອດເຈັດໂມງເຄິ່ງແລ້ວເດ! ຈັກໜ້ອຍໄປການບໍ່ທັນໄດ໋!” ສຽງແມ່ອີ່ນ້ອຍຮ້ອງໃສ່ມາແຕ່ເຮືອນຄົວທີ່ແອ້ມດ້ວຍສັງກະສີຂາດໆ…
“ເອີ! ໃກ້ຊິແລ້ວໆ. ເຈົ້າກຽມເຄື່ອງໃຫ້ລູກໄປໂຮງຮຽນແລ້ວລະຫວາ?”
“ບໍ່ມີບັນຫາດອກ! ບັກໃຫຍ່ຍ່າງໄປໂຮງຮຽນແລ້ວ. ສ່ວນອີ່ນ້ອຍ ບາດພວກເຮົາໄປການ ກໍແວ່ສົ່ງຢູ່ອະນຸບານເລີຍ!”
“ລູກປັ້ນເຂົ້າເຊົ້າລະຫວາ?”
“ປັ້ນແລ້ວ! ຍັງແຕ່ເຈົ້າຫັ້ນລະ! ໄວໆແດ່!”
ຝັນຫວານມະຫັບມະຫາຍໄປ ກາຍເປັນຄວາມຈິງທີ່ຕ້ອງຜະເຊີນໜ້າກັບມັນ… ຟ້າວລ້າງລົດໃຫ້ແລ້ວ ແຕ່ເຖິງຈະລ້າງແນວໃດກໍຕາມ ຄວາມເກົ່າໝາງຂອງມັນກໍຍັງສະແດງອອກແບບທີ່ເຮົາຕ້ອງຍອມຮັບ… ເອີ! ເຮົາຕ້ອງບໍ່ລືມວ່າ ຕອນບ່າຍຕ້ອງໄປສົ່ງຫົວໜ້າຢູ່ຄິວລົດເມສາຍເໜືອ … ເມື່ອໃສ່ເຄື່ອງນຸ່ງພະນັກງານເປັນທີ່ຮຽບຮ້ອຍ ບໍ່ລືມຈົກເອົາກະເປົາເງິນຂຶ້ນມາເພື່ອສຳຫຼວດໃຫ້ແນ່ໃຈວ່າ ໃບຫວຍພັດທະນາຍັງຢູ່ໃນຫັ້ນ. ຫວັງວ່າໂຊກຍັງຄົງລໍຖ້າເຮົາຢູ່…
July 4th, 2008 at 1:47 am
ຄົນຈົນຫລິ້ນຫວຍ ຄົນລວຍຫລິ້ນຫຸ້ນ
ຫົວຫນ້າ ເພິ່ນບໍ່ມີລົດບໍ ຈຶ່ງໃຫ້ເອົາລົດເກົ່າຂອງລູກນ້ອງໄປຮັບ
July 4th, 2008 at 8:08 pm
ຫົວໜ້າກໍມີລົດຄືກັນ ແຕ່ລົດເພິ່ນໄປນອນປິ່ນປົວອາການໄຂ້ຢູ່ກາລ້າ…
September 16th, 2008 at 3:58 am
lwD66g hmL40Mdg41UrgAs6a