ທ້ອງຟ້າຄືນນີ້ຊ່າງມືດມົນ ແນມໄປທາງໃດກໍເຫັນແຕ່ຄວາມມືດດຳ ດົນໆຈຶ່ງຈະເຫັນແສງແມງຫິ້ງຫ້ອຍທີ່ບິນວົນຢູ່ແນວໄມ້ໄກໆ… ຫົວໃຈຂອງເຂົາຍາມນີ້ຊ່າງເຕັມໄປດ້ວຍຄວາມອາໄລທີ່ເພື່ອນຍິງທີ່ແສນດີຈະໄດ້ເດີນທາງໄປຍັງດິນແດນທີ່ໄກແສນໄກ… ເຂົາຈັບກິຕ້າຄູ່ຊີບຂຶ້ນມາບັນເລງເປັນສຽງເພງທີ່ແສນເສົ້າ ແນມຈຶ້ງເບິ່ງດວງໜ້າທີ່ກ້ຽງງາມແຕ່ປ່ຽມໄປດ້ວຍຮອຍໂສກ…
 
 * ອີກບໍ່ດົນ  ພວກເຮົາຕ້ອງຈາກກັນໄປ
 ແສນຄ້ອຍໃຈ  ອາໄລເພື່ອນຮັກຂອງເຮົາ
 ຄວາມຮັກແພງ  ສົດໃສເໝືອນດັ່ງດວງດາວ
 ແຕ່ຕ້ອງເສົ້າ  ເມື່ອເຮົາຕ້ອງຈາກກັນ

 * ເພື່ອນທີ່ຮັກ    ຄວາມຫຼັງຍັງຝັງໃນຈິດ
 ຢູ່ໃນແນວຄິດ    ຂອງເຮົາຈົນຊົ່ວນິລັນ
 ເຖິງຢູ່ໄກ         ພຽງໃດຍັງຄິດເຖິງກັນ
 ສາຍສຳພັນ      ຍັງໝັ້ນຊົ່ວກາລະນານ

 * ຫາກຄິດເຖິງ  ໃຫ້ເພື່ອນແນມເບິ່ງຟ້າ
 ແລ້ວແສງຕາ    ສອງເຮົາຈະພົບກັນ
 ຈະສົດຊື່ນ       ລື້ນເລີງບົນດວງຈັນ
 ຄວາມໂສກສັນ  ພະລັນຈາງຫາຍໄປ
 
 * ກ່ອນເພື່ອນຈາກ ຂໍຝາກສຳນຽງສຽງເພງ
 ທີ່ບັນເລງ          ເປັ່ງສຽງອອກຈາກດວງໃຈ
 ມອບແດ່ເພື່ອນ    ທີ່ຮັກຈະຈາກໄກ
 ອວຍພອນໃຫ້     ສຸກສົມຫວັງແລະໂຊກດີ…

“ຂອບໃຈນຳສຽງເພງທີ່ເຮັດໃຫ້ຂ້ອຍບໍ່ສາມາດລືມເລືອນຄວາມຫຼັງຄັ້ງທີ່ເພື່ອນທີ່ແສນດີຄົນນີ້ໄດ້ເຮັດໃຫ້ການສຶກສາຂອງຂ້ອຍ
ໄດ້ສຳເລັດຜົນລົງຢ່າງສະຫງ່າງາມ… ຄິດວ່າຄົງມີວັນໜຶ່ງ ຂ້ອຍຈະຕ້ອງຊອກຫາສິ່ງຕອບແທນໃຫ້ແກ່ເຈົ້າ…” ສຽງນວນໆໃສໆຂອງນາງດັງກ້ອງເຂົ້າໃນໂສດປະສາດ ເຮັດໃຫ້ຊາຍໜຸ່ມເຈົ້າຂອງສຽງເພງ ໄດ້ແຕ່ປ່ອຍຮອຍຍິ້ມ ພ້ອມກັບກ່າວສຽງສັ່ນເຄືອອອກມາວ່າ:
“ບໍ່ຕ້ອງຊອກຫາສິ່ງໃດມາຕອບແທນກໍໄດ້ ພຽງແຕ່ໃຫ້ເຈົ້າຄິດເຖິງຂ້ອຍພຽງມື້ລະໜ້ອຍກໍພໍແລ້ວ!”