ວັນເກີດຂອງຫວານໃຈ
ເວລາຜ່ານໄປໄວປານມີປີກບິນ ບໍ່ພໍຄາວອາຍຸຂອງຫວານໃຈກໍກ້າວເຂົ້າສູ່ເລກທີ 14 ແລ້ວ. ມື້ນີ້ແມ່ນມື້ຄົບຮອບວັນເກີດຂອງນາງພໍດີ. ພໍ່ກັບແມ່ໄດ້ຈັດງານວັນເກີດໃຫ້ແກ່ນາງໂດຍເຊື້ອເຊີນຍາດພີ່ນ້ອງແລະໝູ່ຄູ່ໃກ້ຄຽງເຂົ້າຮ່ວມ. ການກະກຽມງານສະຫຼອງວັນເກີດ ແມ່ນເລີ່ມມາຕັ້ງແຕ່ເຊົ້າ ໂດຍເອື້ອຍສອງຄົນອອກຕະຫຼາດ ຊອກຊື້ຜັກນາງອາງຫຍ້າແລະຊີ້ນໜັງມັງສາມາປຸງເຮັດເປັນອາຫານສຳລັບແຂກຄົນໃນຄໍ່າມື້ນີ້. ສ່ວນນາງກັບພໍ່ແມ່ກໍພາກັນອະນາໄມເຮືອນ ຈັດສະຖານທີ່ໃຫ້ເປັນສະອາດງາມຕາ. ເມື່ອຕາເວັນລັບຂອບຟ້າໄປແລ້ວ ການກະກຽມງານກໍສຳເລັດເສັດສິ້ນ.
ຫຼັງຈາກຊຳລະຮ່າງກາຍແລ້ວ ຫວານໃຈກໍແຕ່ງໂຕໂດຍນຸ່ງຊຸດໃໝ່ທີ່ແມ່ຊື້ໃຫ້ເປັນຂອງຂວັນ. ນາງຢືນແຍງຄີງໂຕເອງດ້ວຍດວງໜ້າທີ່ປ່ຽມລົ້ນດ້ວຍຮອຍຍິ້ມແຫ່ງຄວາມພູມໃຈຕໍ່ລັດສະໝີຄວາມງາມທີ່ເປັ່ງປະກາຍອອກຈາກເງົາໃນແວ່ນແຜ່ນໃຫຍ່. ອີກບໍ່ທໍ່ໃດນາທີ່ໝູ່ຄູ່ຂອງນາງກໍຈະເດີນທາງເຂົ້າຮ່ວມສະຫຼອງວັນເກີດຂອງນາງແລ້ວ, ນາງຮູ້ສຶກຕື່ນເຕັ້ນຈົນໄດ້ຍິນສຽງສະທ້ອນຂອງຫົວໃຈ…
ແສງໄຟນິອອນສີຂາວນວນສາດສ່ອງໃສ່ດວງໜ້າໃສທີ່ມຸມພິສົບລົ້ນອັ່ງໄປດ້ວຍຮອຍຍິ້ມອັນຫວານສົມຊື່ຂອງເຈົ້າຂອງ…
“ສຸກສັນວັນເກີດເດີ, ຫວານ!” ສຽງໃສໆຈາກໝູ່ສະໜິດຜູ້ຊື່ “ດາ” ດັງກ້ອງເຂົ້າຫູ ພ້ອມດ້ວຍຂອງຂວັນຫໍ່ງາມໆຍື່ນໃຫ້ຈາກມືຂອງໝູ່ຮັກຜູ້ຊື່ “ຕ້າ”. ນອກຈາກນັ້ນກໍມີຜູ້ຢິບຜູ້ຍື່ນບໍ່ຈັກວ່າຊອງຂາວ, ຫໍ່ຂອງຂວັນ, ເງິນສົດ ຈາກຍາດພີ່ນ້ອງແລະໝູ່ອີກຈຳນວນໜຶ່ງ ຈົນນາງຮັບເອົາຄຳອວຍພອນ ແລະຂອງຂວັນນຳເກືອບບໍ່ທັນ.
“ກຽມເປົ່າເຄັກເດີ!” ນ້າສາວໃບຜູ້ກະກຽມເຄັກວັນເກີດມາແຕ່ໃນເມືອງບອກຜູ້ຫຼານ ພ້ອມທັງເອົາໄຟແຊັກໄຕທຽນໄຂສີຈຳນວນ 14 ເຫັ້ຼມ. ບັນດາໝູ່ຄູ່ຮຸ່ນດຽວກັນ ແລະເດັກນ້ອຍທີ່ເປັນລູກຂອງນ້າສາວ ພ້ອມດ້ວຍບັນດາແຂກຜູ້ໃຫຍ່ພາກັນຢືນອ້ອມໂຕະເຄັກ ສົ່ງສຽງອວຍພອນເປັນເພງສຸກສັນວັນເກີດໃນເວີເຊິນພາສາອັງກິດ: “Happy birthday to you… Happy birthday to ຫວານໃຈ”
ເມື່ອສຽງເພງສິ້ນສຸດ ສາວນ້ອຍຫວານໃຈກໍເປົ່າໄຟເທິງທຽນທັງສິບສີ່ເຫຼັ້ມດັບມອດລົງ. ແສງໄຟເຫຼື້ອມມາບໆຈາກກ້ອງຖ່າຍບໍ່ຈັກຈາກແຈໃດຕໍ່ແຈໃດ…
“ຍິ້ມຫວານໆແດ່!” ສຽງນ້າເຂີຍຮ້ອງໃສ່ພ້ອມທັງກົດກ້ອງດັງແກຼ້ກ.
“ຖ່າຍເຮົາກັບແມ່ແດ່!” ຫວານໃຈບອກນ້າເຂີຍ ພ້ອມທັງນຳເອົາຂອງຂວັນທີ່ໄດ້ໂດຍສະເພາະແມ່ນເງິນແລະຊອງຂາວມອບໃຫ້ຜູ້ແມ່. “ນີ້ແມ່ນຂອງຂວັນສຳລັບແມ່ ເພາະແມ່ເປັນຜູ້ໃຫ້ກຳເນີດແກ່ຊີວິດຂອງລູກ. ລູກຂໍສະແດງຄວາມຮູ້ບຸນຄຸນຕໍ່ແມ່ ແລະຈະເປັນລູກທີ່ດີຂອງແມ່ຕະຫຼອດໄປ.” ເວົ້າສຸດນາງກໍເຂົ້າໄປໂອບກອດແມ່ດ້ວຍຄວາມຮັກແລະບູຊາ. ແມ່ຮູ້ສຶກເໝືອນມີຫຍັງມາຕັນຢູ່ຮູຄໍ ດວງຕາຮ້ອນວູ່ໆຄືກັບວ່າເຂື່ອນນໍ້າຕາຊິພັງອອກມາ.
ພໍ່ທີ່ຢືນຄຽງຂ້າງນັ້ນ ກໍຮູ້ສຶກເຊັ່ນດຽວກັບຜູ້ເປັນແມ່ ແນມເບິ່ງສອງແມ່ລູກໂອບກອດກັນຢ່າງປຶ້ມໃຈ. ໝູ່ຄູ່ແລະແຂກຄົນທີ່ມາໃນງານຕ່າງກໍຮູ້ສຶກເປັນສີຄ້ອຍໆໃຈກັບພາບດັ່ງກ່າວ…
“ແລະນີ້ແມ່ນຂອງຂວັນສຳລັບພໍ່.” ນາງເອົາພາບແຕ້ມຈາກສີມືຂອງນາງມອບໃຫ້ ແລະເຂົ້າສວມກອດພໍ່ດ້ວຍຄວາມເຄົາລົບຮັກ…
ສຸກສັນວັນເກີດຍ້ອນຫລັງນຳລູກສາວເດີ້ທ່ານວິສະນຸ
Comment by au8ust — June 18, 2008 @ 9:41 am
ຂອບໃຈທ່ານເວັບມາສະເຕີ au8ust ຫຼາຍໆ! ຫວານໃຈເປັນເພື່ອນຂອງລູກສາວຂອງຂ້າພະເຈົ້າ.
Comment by visnu — June 19, 2008 @ 11:06 pm
ໂອ້ ແມ່ນແນວນັ້ນດອກບໍ ຂໍອະໄພນຳຫລາຍ ໆ ເຂົ້າໃຈຜິດ
Comment by au8ust — June 20, 2008 @ 8:52 am