June 13th, 2008ອາລົມເສຍແຕ່ເຊົ້າ
ມື້ນີ້ລຸກແຕ່ເຊົ້າ ຫວັງໃຈວ່າຈະພິມເລື່ອງສັ້ນໆມາລົງໃນບລັອກຕົນເອງໃຫ້ໄດ້ເລື່ອງໜຶ່ງ. ເປີດຄອມຂຶ້ນແລ້ວ ກໍຕໍ່ສາຍໂທລະສັບໃສ່ ຕໍ່ອິນເຕີເນັດ ເປີດໜ້າເວັບໄຊ laoblogger.com ໂລຈິນແລ້ວ ກໍເຂົ້າສູ່ post-new ແລະກໍເລີ່ມຕັ້ງໜ້າຕັ້ງຕາໃຊ້ນິ້ວມືທັງສິບກົດລົງແປ້ນຄີບອດ ຕາຈຶ້ງເບິ່ງໂຕອັກສອນທີ່ປາກົດເປັນສາຍໄປເທື່ອລະໂຕໃນໜ້າຈໍ… ຄຳເວົ້າຈາກສະໝອງຖືກສົ່ງລົງມາເຖິງປາຍນິ້ວ ແລະປາກົດໂຕເດັ່ນໃນໜ້າຈໍ ສອງຊົ່ວໂມງຜ່ານໄປ ບົດເລື່ອງ “ຈັນຍາບັນ” ກໍສິ້ນສຸດລົງທີ່ປະໂຫຍກຂອງຜູ້ເປັນເມຍຂອງອາຈານປະເສີດກ່າວຂຶ້ນວ່າ: “ເອົາຊອງຂາວສົ່ງນັກຮຽນຄືນສາ. ມື້ອື່ນທາງຫ້ອງການນ້ອງຈະເບີກເງິນລ່ວງໜ້າໃຫ້ສອງເດືອນ!”
ພໍພິມຈົບເລື່ອງກໍຟ້າວເລື່ອນລູກສອນໄປໃສ່ Save ເປັນຜົນໃຫ້ The page cannot be displayed ປາກົດຢູ່ໜ້າຈໍ ເຮັດໃຫ້ຫົວໃຈຕົກຫວາມບາດໜຶ່ງ ຍ້ອນໄດ້ປົດສາຍໂທລະສັບອອກ. ເມື່ອສຸບໃສ່ຄືນ ແລະກໍເລື່ອນລູກສອນຊີ້ໃສ່ Back, ຜົນປາກົດວ່າ ບົດເລື່ອງທີ່ກັ່ນອອກຈາກສະໝອງຫວ່າງບໍ່ທໍ່ໃດນາທີຕ້ອງມະຫັບມະຫາຍໄປຢ່າງໜ້າເສຍດາຍ… ຮູ້ສຶກເສຍອາລົມເປັນຢ່າງຍິ່ງ ໄດ້ແຕ່ຖອດຖອນໃຈ ລະບາຍຄວາມຄັດເຄືອງໃຈອອກມາເປັນບົດ “ອາລົມເສຍແຕ່ເຊົ້າ” ສ່ວນເລື່ອງ “ຈັນຍາບັນ” ຈະພິມນຳຫຼັງ ຫວັງວ່າທ່ານຜູ້ອ່ານຄົງຈະຕິດຕາມ…
ກ່ອນຈະ Save ແລະ Publish ຕ້ອງເບິ່ງສາຍໂທລະສັບກ່ອນວ່າສຽບເຂົ້າໃນຮູ Dial-up ຂອງຄອມແລ້ວບໍ!?!

June 14th, 2008 at 4:07 am
ໂອ້ ທ່ານວິສະນຸ ເສຍໃຈນຳຫລາຍ ໆ ທີ່ເຫດການນີ້ເກີດຂຶ້ນ
ຕາມທຳມະດາແລ້ວ ຫາກວ່າການເຊື່ອມຕໍ່ກັບອິນເຕີເນັດຍັງຄົງມີຢູ່ ລະບົບບລັອກຈະບັນທຶກຂໍ້ຄວາມທີ່ເຮົາຂຽນເອງໂດຍອັດຕະໂນມັດເປັນໄລຍະ (ເວັ້ນເສຍແຕ່ອິນເຕີເນັດຈະຖືກຕັດໄປ ຈຶ່ງຈະເຮັດໃຫ້ການບັນທຶກນີ້ເປັນໄປບໍ່ໄດ້) ລອງເຂົ້າໄປກວດເບິ່ງໃນ ເມນູ Manage > Drafts ທ່ານອາດຈະພົບວ່າມີບົດຄວາມທີ່ພິມຄ້າງໄວ້ຢູ່
ແນວໃດກໍ່ຢ່າຟ້າວຖອດໃຈເດີ້ ຂ້າພະເຈົ້າກໍ່ປະສົບບັນຫານີ້ຢູ່ເນືອງ ໆ ເຊັ່ນກັນ
June 14th, 2008 at 4:36 am
ຂອບໃຈນຳທ່ານ au8ust ທີ່ໃຫ້ກຳລັງໃຈ. ສິ່ງທີ່ທ່ານແນະນຳນັ້ນ ຂ້າພະເຈົ້າໄດ້ກວດເບິ່ງແລ້ວ ເຫັນແຕ່ປະໂຫຍກທຳອິດເທົ່ານັ້ນ… ແຕ່ຢ່າງໃດກໍຕາມຈະພະຍາຍາມບີບສະໝອງກັ່ນຕອງຄຳເວົ້າອອກມາຄືນໃໝ່ໃນຕອນເຊົ້າມື້ອື່ນ.