June 13th, 2008ອາລົມເສຍແຕ່ເຊົ້າ
ມື້ນີ້ລຸກແຕ່ເຊົ້າ ຫວັງໃຈວ່າຈະພິມເລື່ອງສັ້ນໆມາລົງໃນບລັອກຕົນເອງໃຫ້ໄດ້ເລື່ອງໜຶ່ງ. ເປີດຄອມຂຶ້ນແລ້ວ ກໍຕໍ່ສາຍໂທລະສັບໃສ່ ຕໍ່ອິນເຕີເນັດ ເປີດໜ້າເວັບໄຊ laoblogger.com ໂລຈິນແລ້ວ ກໍເຂົ້າສູ່ post-new ແລະກໍເລີ່ມຕັ້ງໜ້າຕັ້ງຕາໃຊ້ນິ້ວມືທັງສິບກົດລົງແປ້ນຄີບອດ ຕາຈຶ້ງເບິ່ງໂຕອັກສອນທີ່ປາກົດເປັນສາຍໄປເທື່ອລະໂຕໃນໜ້າຈໍ… ຄຳເວົ້າຈາກສະໝອງຖືກສົ່ງລົງມາເຖິງປາຍນິ້ວ ແລະປາກົດໂຕເດັ່ນໃນໜ້າຈໍ ສອງຊົ່ວໂມງຜ່ານໄປ ບົດເລື່ອງ “ຈັນຍາບັນ” ກໍສິ້ນສຸດລົງທີ່ປະໂຫຍກຂອງຜູ້ເປັນເມຍຂອງອາຈານປະເສີດກ່າວຂຶ້ນວ່າ: “ເອົາຊອງຂາວສົ່ງນັກຮຽນຄືນສາ. ມື້ອື່ນທາງຫ້ອງການນ້ອງຈະເບີກເງິນລ່ວງໜ້າໃຫ້ສອງເດືອນ!”
ພໍພິມຈົບເລື່ອງກໍຟ້າວເລື່ອນລູກສອນໄປໃສ່ Save ເປັນຜົນໃຫ້ The page cannot be displayed ປາກົດຢູ່ໜ້າຈໍ ເຮັດໃຫ້ຫົວໃຈຕົກຫວາມບາດໜຶ່ງ ຍ້ອນໄດ້ປົດສາຍໂທລະສັບອອກ. ເມື່ອສຸບໃສ່ຄືນ ແລະກໍເລື່ອນລູກສອນຊີ້ໃສ່ Back, ຜົນປາກົດວ່າ ບົດເລື່ອງທີ່ກັ່ນອອກຈາກສະໝອງຫວ່າງບໍ່ທໍ່ໃດນາທີຕ້ອງມະຫັບມະຫາຍໄປຢ່າງໜ້າເສຍດາຍ… ຮູ້ສຶກເສຍອາລົມເປັນຢ່າງຍິ່ງ ໄດ້ແຕ່ຖອດຖອນໃຈ ລະບາຍຄວາມຄັດເຄືອງໃຈອອກມາເປັນບົດ “ອາລົມເສຍແຕ່ເຊົ້າ” ສ່ວນເລື່ອງ “ຈັນຍາບັນ” ຈະພິມນຳຫຼັງ ຫວັງວ່າທ່ານຜູ້ອ່ານຄົງຈະຕິດຕາມ…
ກ່ອນຈະ Save ແລະ Publish ຕ້ອງເບິ່ງສາຍໂທລະສັບກ່ອນວ່າສຽບເຂົ້າໃນຮູ Dial-up ຂອງຄອມແລ້ວບໍ!?!
