June 12th, 2008ນໍ້າມັນແພງ
ໄປທາງໃດໄດ້ຍິນແຕ່ຄົນຈົ່ມວ່ານໍ້າມັນແພງ, ເຄື່ອງຂອງໃນຕະຫລາດແພງ… ທອງດີເອົາມືຄຳເບິ່ງຖົງໂສ້ງໂຕເອງແລ້ວ ຮູ້ສຶກຄ້ອຍໃຈວາດໃດວາດໜຶ່ງ, ເງິນເດືອນທີ່ໄດ້ຮັບຫວ່າງອາທິດແລ້ວ ຍັງເຫລືອເປັນຂວັນຖົງພຽງບໍ່ເທົ່າໃດພັນ. ລົດຈັກຄູ່ຊີບທີ່ກິນນໍ້າມັນປານເງືອກຍັງງ່ຽງເຂົາຮຽກຮ້ອງໃຫ້ເຈົ້າຂອງມັນພາໄປໃສ່ນໍ້າມັນ ເພາະເຂັມບອກຈຳນວນນໍ້າມັນຢູ່ກາຍຂີດແດງແລ້ວ… ເບິ່ງຂ່າວຕ່າງປະເທດມື້ເຊົ້ານີ້ ລາຍງານວ່ານໍ້າມັນຈະຂຶ້ນໃນປີໜ້າຮອດບາແຣນໜຶ່ງ 260 ໂດລາສະຫະລັດ… ຟັງເບິ່ງແລ້ວ ຮູ້ສຶກຕົກໃຈ. ນໍ້າມັນຢູ່ປໍ້າແຕ່ລະບ່ອນ ກໍຂຶ້ນຮອດສິບເອັດພັນປາຍແລ້ວ. ໄດ້ຍິນບັກຄຳສ່ຽວຮັກທີ່ເຮັດວຽກທີ່ກ່ຽວຂ້ອງກັບນໍ້າມັນເວົ້າວ່າ ອາທິດໜ້າລາຄານໍ້າມັນຈະຖີບໂຕຂຶ້ນອີກ, ໃຫ້ຟ້າວໄປຊື້ມາແຮ່ໄວ້… ແຕ່ຊິເອົາເງິນມາແຕ່ໃສມາຊື້, ຂະໜາດເງິນຊິຊື້ເຂົ້າມາໝ່າກໍຍັງຂັດສົນແລ້ວ. ໄດ້ແຕ່ຖອນຫາຍໃຈຢ່າງເມື່ອຍມະໂນ ເຂົ້າໄປສ່ອງເບິ່ງແມ່ເຈົ້າເຮືອນທີ່ພວມຈືນຂະໜົມໄປຂາຍໃຫ້ເດັກນ້ອຍຢູ່ໂຮງຮຽນຢ່າງມີຄວາມຫວັງ.
“ສີ, ນ້ອງກໍພໍມີເງິນໃຫ້ອ້າຍຈັກຊາວພັນໄປຊື້ນໍ້າມັນໃສ່ລົດຢູ່ຫວາ?” ສຽງສີອ່ອຍໆກ່າວພໍມົ້ມຮິມສົບ ເຮັດໃຫ້ຜູ້ເປັນເມຍງວາກໜ້າມາຫາດ້ວຍສາຍຕາກັງວົນ.
“ມີຢູ່ ແຕ່ນ້ອງກໍຊິເອົາໄປຊື້ນໍ້າມັນຈືນຂະໜົມ. ຖ້າໃຫ້ນ້ອງຂາຍຂະໜົມໝົດກ່ອນ ແລ້ວນ້ອງຈຶ່ງຊິເອົາໃຫ້. ມື້ນີ້ໃຫ້ອ້າຍອົດສາຂີ່ລົດຖີບໄປການສາ!”
ເຂົາກືນນໍ້າລາຍລົງຄໍຢ່າງຍາກຊາ ພ້ອມກັບເອື້ອມມືໄປຈັບບ່າຂອງຜູ້ເປັນເມຍ ແລະກ່າວອອກມາດ້ວຍຄວາມຮັກຢ່າງຈິງໃຈວ່າ:
“ເອີ! ມື້ນີ້ອ້າຍຈະຂີ່ລົດຖີບໄປການ ຕາງເປັນການຫັດກາຍໄປໃນໂຕ”
