June 10th, 2008ເຊົ້າວັນໜຶ່ງທີ່ຮ້ານຂາຍປຶ້ມ
ທຸກເທື່ອທີ່ເຂົ້າໄປໃນວຽງ ຂ້ອຍຕ້ອງແວ່ເຂົ້າຮ້ານຂາຍປຶ້ມບໍ່ວ່າຂອງລັດກໍຄືເອກະຊົນ. ວັນສຸກແລ້ວນີ້ ໄດ້ສົ່ງເມຍໄປກວດສຸຂະພາບຢູ່ໂຮງໝໍແມ່ແລະເດັກ ກໍເລີຍຍາດໂອກາດໄປເລາະເບິ່ງຮ້ານຂາຍປຶ້ມ. ວ່າຊິເອົາລົດໄປຈອດຢູ່ບ່ອນຈອດລົດແຄມຂອງ ແຕ່ລົດເຕັມຈົນຕ້ອງໄດ້ພາລົດເກັງເກົ່າໝາງຄານອອກມາ ແລ້ວລ້ຽວລົງຖະໜົນປາງຄຳ ໂຊກດີທີ່ມີບ່ອນວ່າງຢູ່ໃກ້ໆສາຍການບິນລາວ ກໍເລີຍຖືວິສາສະຈອດລົດໄວ້ຢູ່ຫັ້ນ ໂດຍມີສາຍຕາແບບບໍ່ພໍໃຈຂອງເຈົ້າຂອງຮ້ານຂາຍເຝີແນມຈ້ອງມາໃສ່ ເຮັດໃຫ້ຂ້ອຍຕັ້ງຕິບໍ່ເຫັນ. ລັອກກະແຈແລ້ວ ກໍຟ້າວເລັ່ງບາດຕີນຂ້າມທາງໄປສູ່ຮ້ານຂາຍປຶ້ມວຽງຈັນ… ຢູ່ຫັ້ນມີປຶ້ມຫຼາຍຫົວເລື່ອງເຕີບ ແຕ່ກໍບໍ່ສາມາດດຶງດູດເອົາເງິນໃນຖົງໂສ້ງຂ້ອຍໄດ້ ເພາະສ່ວນຫຼາຍແມ່ນປຶ້ມທີ່ຂ້ອຍໄດ້ຊື້ເກັບມ້ຽນໄວ້ຢູ່ຕູ້ປຶ້ມປະຈຳເຮືອນຂ້ອຍແລ້ວ. ຈຸດພິເສດຂອງຮ້ານຂາຍປຶ້ມແຫ່ງນີ້ແມ່ນເອົາປຶ້ມເກົ່າໆອາຍຸຫຼາຍກວ່າສາມສິບປີມາຂາຍໃນລາຄາທີ່ພະນັກງານສັງກັດລັດແບບຂ້ອຍຕ້ອງສະຫງົບຈິດສະຫງົບໃຈໄດ້ແຕ່ແນມເບິ່ງເທົ່ານັ້ນ ເພາະລາຄາຕິດເປັນໂດລາ ຊຶ່ງແຕ່ລະຫົວບໍ່ຕໍ່າກວ່າສິບໂດລາ… ພຽງແຕ່ຈັບບາຍລູບໄລ້ດ້ວຍຈິດໃຈອັນຫົດຫູ່ ທີ່ເຫັນມູນມໍລະດົກທາງປັນຍາຂອງຊາດ ຕ້ອງກາຍມາເປັນສິນຄ້າລາຄາແພງໃຫ້ແກ່ຊາວຕ່າງຊາດທີ່ມັກຊອກຫາຂໍ້ມູນເກົ່າໆເພື່ອເປັນເອກະສານອ້າງອີງໃນການຄວ້າເອົາປະລິນຍາບັດຂັ້ນດັ໊ອກເຕີ້ມາໃຫ້ແກ່ຕົນເອງ… ຫາກປຶ້ມເຫລົ່ານີ້ ຖືກເກັບຮັກສາໄວ້ຢູ່ຫໍສະໝຸດແຫ່ງຊາດ ຄົງຈະເປັນປະໂຫຍດໃຫ້ແກ່ນັກຮຽນຮູ້ບໍ່ຊາວລາວກໍຄືຊາວຕ່າງປະເທດ… ບໍ່ຮູ້ປຶ້ມຊຸມນີ້ເຂົ້າມານອນຫງາຍໃນຮ້ານນີ້ໄດ້ແນວໃດ? ຫໍສະໝຸດແຫ່ງຊາດກັບຮ້ານຂາຍປຶ້ມແຫ່ງນີ້ໄກກັນບໍ່ຮອດ 200 ແມັດຊໍ້າ! ເປັນຕາຄິດນໍ! ຕັດໃຈຍ່າງອອກຈາກຮ້ານໄປໂດຍບໍ່ມີຫຍັງຕິດໄມ້ຕິດມື ເຮັດໃຫ້ຜູ້ຂາຍແນມນຳຫຼັງດ້ວຍສາຍຕາທີ່ເຢັນຊາ… ຍ່າງລ້ຽວຢູ່ສຳນັກງານໜັງສືພິມວຽງຈັນທາມ ມຸ່ງສູ່ຮ້ານຂາຍປຶ້ມລັດ ມີລົດລາພາຫະນະນານາຊະນິດແລ່ນລົງໄປຕາມຖະໜົນເຊດຖາທິລາດຢ່າງບໍ່ຂາດສາຍ ເຮັດໃຫ້ຂ້ອຍຕ້ອງຢືນຖ້າຂ້າມທາງເປັນເວລາຫຼາຍນາທີເຕີບ… ເມື່ອມາຮອດຮ້ານຂາຍປຶ້ມແຫ່ງລັດ ກໍເປີດປະຕູແກ້ວຍ່າງເຂົ້າໄປ ອາຍເຢັນຈາກເຄື່ອງປັບອາກາດພຸ່ງໃສ່ຮ່າງຄີງ ເຮັດໃຫ້ຮູ້ສຶກມີແຮງຂຶ້ນ…
“ສະບາຍດີ…” ສຽງທັກທາຍຂອງພະນັກງານຂາຍທີ່ຄຸ້ນເຄີຍໜ້າຮ້ອງໂດ່ງມາໃສ່ ເຮັດໃຫ້ຂ້ອຍຕ້ອງໄຂຮອຍຍິ້ມກວ້າງ ແລະກ່າວຄຳວ່າສະບາຍດີຄືນ.
“ມີປຶ້ມໃໝ່ໆບໍ?” ຂ້ອຍຖາມພ້ອມກັບກວາດສາຍຕາເບິ່ງປຶ້ມທີ່ລຽງລາຍຢູ່ໃນຕູ້ທີ່ຈັດວາງຢ່າງເປັນລະບຽບ.
“ບໍ່ທັນມີເທື່ອ.” ພະນັກງານສາວຕອບ ເຮັດໃຫ້ຂ້ອຍຮູ້ສຶກຜິດຫວັງນ້ອຍໆ.
ເຖິງວ່າບໍ່ມີປຶ້ມມາໃໝ່ ຂ້ອຍກໍຍັງເລາະເບິ່ງປຶ້ມທີ່ມີໃນຮ້ານ ບາງເທື່ອບາງຫົວເລື່ອງຂ້ອຍຍັງບໍ່ທັນຊື້. ແມ່ນແທ້ໆ ປຶ້ມ “ຄືນຂ້ອນແຈ້ງ” ຂອງທ່ານຄຳເກີດ ຄຳພາພົງຜ່ານ ອະດີດຫົວໜ້າກົມໄຟຟ້າລາວ ແລະ “ໂຮມເລື່ອງສັ້ນ ຊີວິດກັບການປະຕິວັດ” ຂ້ອຍຍັງບໍ່ທັນມີໄວ້ປະດັບຕູ້ປຶ້ມ ຈຶ່ງຈົກເງິນທີ່ຫາກໍໄດ້ຈາກເມຍມື້ວານນີ້ຈ່າຍໃຫ້ພະນັກງານສາວດ້ວຍຄວາມມ່ວນຊື່ນໃນຈິດໃຈ…
“ແຕ່ຫົວຊື້ໄປກໍໄດ້ອ່ານຢູ່ຫວາ?” ຍິງສາວຖາມ ເຮັດໃຫ້ຂ້ອຍຕ້ອງຕອບຢ່າງທັນທີທັນໃດວ່າ:
“ອ່ານລະບໍ. ເຖິງບໍ່ອ່ານໝົດຫົວ ກໍໄດ້ອ່ານສາລະບານ ຄຳນຳ ແລະໜ້າປົກ…ຮາໆໆ”
“ວັນນະສິນອອກໃໝ່ບໍ່ເອົາຫວາ?”
“ເອົາລະບໍ!” ທັງຕອບທັງຈົກເງິນໃບສິບພັນໃຫ້ຕື່ມ.
ໄດ້ປຶ້ມແລ້ວ ກໍຟ້າວຍ່າງໄປຫາລົດ ຂັບໄປຮັບເມຍຢູ່ໂຮງໝໍ. ແຕ່ກວ່າເມຍຈະໄດ້ອອກຈາກຫ້ອງກວດ ກໍຈົນວ່າເກືອບໂຮງໝໍເລີກກິນເຂົ້າທ່ຽງ.
“ຊື້ປຶ້ມອີກແລ້ວນໍ!” ເມຍທັງເວົ້າທັງງວາກແນມເບິ່ງຖົງປຶ້ມທີ່ຂ້ອຍວາງໄວ້ຢູ່ເບາະຫຼັງ ພ້ອມກັບຈັບຂຶ້ນເຍີງເບິ່ງ.
“ກໍໄຄກວ່າຊື້ເຫຼົ້າຊື້ເບຍກິນຢູ່ຮ້ານນ້ອຍຕວ່າ!” ຂ້ອຍທັງເວົ້າທັງອອກລົດໄປຢ່າງຊ້າໆ.
ເມຍບໍ່ປາກ ແຕ່ຈົກເອົາປຶ້ມຢູ່ຖົງກັອບແກັບຂຶ້ນມາເບິ່ງ “ຂອບໃຈເດີ ທີ່ຊື້ວັນນະສິນໃຫ້ອ່ານ. ເລື່ອງສັ້ນ “ບົດຮຽນສ້າງຊີວິດ” ພວມມ່ວນ.”
June 11th, 2008 at 3:17 am
ເສຍດາຍຫລວງພະບາງບໍ່ມີຮ້ານຫນັງສືຄືຢູ່ວຽງຈັນ ເຄີຍໄດ້ຍິນເວົ້າກັນໃນເວັບ inlao.net ວ່າມີຮ້ານຫນັງສືແຫ່ງຫນຶ່ງໃກ້ກັບນ້ຳພຸ ມີຄຳພີພຣະໄຕຣປິດົກສະບັບເກົ່າມາວາງຂາຍ ລາຄາຫລາຍຮ້ອຍໂດລ່າ ຄິດແລ້ວກໍ່ເສົ້າໃຈນຳຄົນບາງກຸ່ມທີ່ບໍ່ເຫັນຄຸນຄ່າຂອງຫນັງສືເລົ່ານີ້
June 12th, 2008 at 5:33 am
ເງິນໄດ້ເຮັດໃຫ້ບາງບຸກຄົນບໍ່ເຫັນຄຸນຄ່າຂອງປຶ້ມດີໆ!