June 6th, 2008ເຫດການນ້ອຍໆທ່າມກາງສາຍຝົນ
ສາຍຝົນຂອງຍາມເດືອນຫົກທັ່ງເທລົງສູ່ພື້ນພະສຸທາປານວ່າທ້ອງຟ້າຮົ່ວເອົາໂລດ.
ສຽງຢາດນໍ້າກະທົບກັບຫລັງຄາກະເບື້ອງດັງຊ່າໆຈົນຟັງຫຍັງກໍບໍ່ໄດ້ຍິນ. ສຽງຟ້າຮ້ອງແຂ່ງກັບສຽງແມ່ເຈົ້າເຮືອນ
ຮ້ອງໃສ່ ຜູ້ເປັນຜົວສຽງດັງປານຄໍຊິແຕກ ແຕ່ເພິ່ນຜູ້ນີ້ກໍຍັງນັ່ງສະເມີ້ຍເກີ້ຍມືຄຳຄີບອດ ຕາຈ້ອງຢູ່ກັບໜ່ວຍຄອມຢ່າງເມົາມັນ.
“ຮີບປົດສາຍໂທລະສັບແມ້! ບໍ່ໄດ້ຍິນສຽງຟ້າຮ້ອງບໍ? ຈັກໜ້ອຍຊິໄດ້ຄອມຫລາຍໜ່ວຍ ເດຫັ້ນ!” ສຽງຮ້ອງຂອງແມ່ເຈົ້າເຮືອນດັງຂຶ້ນເປັນເທື່ອທີສອງ ສຽງດັງກວ່າເກົ່າ ເປັນຜົນໃຫ້ຜູ້ເປັນຜົວຟ້າວດຶງສາຍໂທລະສັບ ອອກຈາກຮູສຽບ
ຂອງໜ່ວຍຄອມ ແລ້ວອວ່າຍໜ້າໄປເວົ້າຕໍ່ເມຍດ້ວຍສຽງສີຢາກຮ້າຍວ່າ:
“ເຈົ້າກໍຢ້ານແນວບໍ່ຢ້ານ. ມັນບໍ່ເປັນຫຍັງດອກນ່າ!” ພ້ອມກັບຈົ່ມຄ່ອຍໆບໍ່ໃຫ້ເມຍໄດ້ຍິນແບບເສຍດາຍອັນໃດອັນໜຶ່ງ “ກຳລັງແຊັດກັບໝູ່ມ່ວນໆຢູ່ເວີຍ!”
“ຊິບໍ່ໃຫ້ຂ້ອຍຢ້ານໄດ້ແນວໃດ. ຫວ່າງອາທິດແລ້ວນີ້ໂທລະທັດຂອງເຮືອນລຸງຄຳບ້ານເໜືອຫັ້ນ ກໍຈົນວ່າຄວັນກຸ້ມໄປ ທົ່ວຫ້ອງຮັບແຂກ ຍ້ອນຍາມຟ້າລົມຝົນຕົກ ເພິ່ນບໍ່ໄດ້ຖອດສາຍເຄເບິ້ນອອກຈາກໜ່ວຍໂທລະທັດ. ໄຄແຕ່ວ່າແນວອື່ນ ບໍ່ເສຍບໍ່ເພນຳ. ຄັນບໍ່ຊັ້ນ ຫູຂອງລຸງຄຳກໍຄົງຍານເຕະເຊະ ຍ້ອນແຮງດຶງຂອງປ້າສີເປັນແນ່ແທ້!”
ໄດ້ຍິນຄຳວ່າຫູຍານຈາກປາກເມຍ ກໍເຮັດໃຫ້ພໍ່ເຈົ້າເຮືອນກົກຫູຮ້ອນວູ່ໆປານມີໃຜເອົາໄຟມາຢອງໃສ່… ເຂົາຟ້າວລຸກຂຶ້ນຈາກຕັ່ງຢົ່ງໂຢະໄປຕູ້ໂຊບ່ອນໂທລະທັດຕັ້ງຢູ່, ຕັ້ງໃຈວ່າຊິໄປປົດສາຍເຄເບິ້ນ ແຕ່ຜູ້ເປັນເມຍກໍແຂກມາ ໃສ່ຈົນວ່າຕື່ນຍຸບບາດໜຶ່ງ…
“ບໍ່ຖ້າໄປປົດດອກ, ຂ້ອຍປົດຕັ້ງແຕ່ຟ້າເຫລື້ອມຕອນທຳອິດພຸ່ນນ່າ!”
“ເຈົ້າກະດາຍ, ເວົ້າຄ່ອຍໆກໍບໍ່ໄດ້. ຂ້ອຍຈົນສະດຸ້ງໝົດໂຕ.” ທັງເວົ້າທັງຫລຽວເບິ່ງໜ້າເມຍແບບສີແຄ້ນໆ.
“ເວົ້າຄ່ອຍເຈົ້າກໍບໍ່ໄດ້ຍິນແລ້ວ ແນວເວົ້າແຂ່ງກັບສຽງຝົນຕົກເດ!” ເມຍເວົ້າປົນສຽງຫົວ ພ້ອມທັງຖະຫລາໂຕເຂົ້າໄປກອດ ແຂນຜູ້ເປັນຜົວແບບເອົາໃຈ. ຄວາມຢາກຮ້າຍຈັກວ່າຫາຍໄປທາງໃດ… ເຂົາຟ້າວຖືໂອກາດເອົາມືຂ້າງທີ່ເປັນອິດສະຫລະ ເຂົ້າໂອບກອດຜູ້ເປັນເມຍດ້ວຍຄວາມສະເໜ່ຫາ…
“ແຮ່ງເຖົ້າກະແຮ່ງງາມນໍ!” ບໍ່ເວົ້າລ້າ ໃຊ້ສົບສີໜາໆກໍ່າໆໄປດົມແກ້ມເມຍດ້ວຍຄວາມກະສັນ ເຮັດໃຫ້ຝ່າຍຖືກຈູ່ໂຈມໃຊ້ມືປົກປ້ອງ ພ້ອມທັງກ່າວອອກມາວ່າ:
“ເຈົ້າກໍໂພດກາຍ, ບໍ່ອາຍຟ້າອາຍແຖນ… ຫັ້ນ! ຊຸມເດັກນ້ອຍເຂົາມາແຕ່ໂຮງຮຽນແລ້ວ!”
ຜູ້ເປັນຜົວຟ້າວຄາຍອ້ອມແຂນອອກຈາກເມຍຢ່າງໄວພະລັນພ້ອມທັງເຄື່ອນໂຕໄປຍັງໂຕະທີ່ມີໜ່ວຍຄອມຕັ້ງຢູ່ ເຮັດຕິເອົາຜ້າອະໄມນາຄອມ…
“ຫວ່າງກີ້ອີ່ພໍ່ເຮັດຫຍັງຫັ້ນ!” ສຽງແຫລມໆຂອງນາງນ້ອຍໄວເກົ້າຂວບຢືນຄຽງຂ້າງກັບຜູ້ເປັນອ້າຍໄວສິບສອງໃນຊຸດເສື້ອກັນຝົນ
ທີ່ຍັງມີເມັດນໍ້າເກາະຢູ່ເຕັມ ເຮັດໃຫ້ຜູ້ເປັນພໍ່ຟ້າວແກ້ໂຕແບບຂ້າງໆຄູໆວ່າ:
“ອີ່ພໍ່ຫລົກຜົມຫງອກໃຫ້ອີແມ່ນ່າ. ບໍ່ມີຫຍັງດອກ!” ທັງເວົ້າທັງແນມເບິ່ງໜ້າສີແດງເຮື່ອຂອງຜູ້ເປັນເມຍທີ່ກຳລັງເອົາ ຝອຍປັດພື້ນເຮືອນດ້ວຍທ່າທາງເກິໆເຂີນໆວາດໃດວາດໜຶ່ງ.
“ຂ້ຽວໄປຖ່າຍເຄື່ອງໄປ ຈັກໜ້ອຍຊິເປັນຫວັດໄດ໋ຫັ້ນ! ກິນເຂົ້າແລງແລ້ວ ຟ້າວໄປອາບນໍ້າແລະເຂົ້ານອນແຕ່ເວັນເດີ!
ມື້ອື່ນພໍ່ກັບແມ່ຊິພາໄປເບິ່ງໜັງເລື່ອງ ‘ສະບາຍດີຫລວງພະບາງ’ ຢູ່ໄອເຕັກ.”
June 8th, 2008 at 11:28 pm
ແລ້ວມັນກໍ່ຈົບແບບ happy ending
June 13th, 2008 at 8:59 pm
ຂອບໃຈທີ່ເຂົ້າອ່ານແລະໃຫ້ຄຳເຫັນຂອງທ່ານພະນົມສິນຫລາຍໆ!