ທ້ອງຟ້າຂອງຄືນນີ້ໃສກະຈ່າງ ດວງຈັນທໍແສງປະກາຍເຈີດຈ້າ ໂດຍມີດາວດວງນ້ອຍນັບລ້ານສົ່ງປະກາຍຍິບຍັບຢູ່ອ້ອມຂ້າງ… ສຸລິຍານັ່ງດີດກິຕ້າຢູ່ພື້ນຫຍ້າ ຂ້າງຫໍພັກດ້ວຍຫົວໃຈລັນຈວນ ຫວນຄະນຶງຫາຍອດດວງໃຈທີ່ບໍ່ໄດ້ພົບໜ້າກັນເປັນເວລາເກືອບສອງອາທິດເຕັມໆ… ດ້ວຍຄວາມຄິດຮອດເກືອບໃຈຈະຂາດ ສຽງສາຍກິຕ້າທັງຫົກທີ່ສັ່ນສະເນືອນເປັນຄື້ນສຽງທຳນອງໂສກ ຟັງແລ້ວເຮັດໃຫ້ຫວນຫາວັນເກົ່າໆທີ່ເຕັມໄປດ້ວຍຄວາມປວດລ້າວໃນຫົວໃຈ… ອົດກັ້ນຄວາມເຈັບຢູ່ໃນຊວງເອິກບໍ່ຢູ່ ສຽງໃສໆຈະຮູຄໍຂອງໜຸ່ມໄວຊາວຖ້ວນ ຖືກລະບາຍອອກມາເປັນບົດເພງປະສານສຽງກິຕ້າ…

+ ຄໍ່າຄືນນັ້ນ ອ້າຍສຸດແສນມົ່ນໝອງ
ບໍ່ມີນ້ອງ      ມາຢູ່ຄຽງຊິດໃກ້
ໄດ້ແຕ່ຄອຍ ການມາຂອງຍອດດວງໃຈ
ນ້ອງໄປໃສ ຈຶ່ງໄດ້ລືມຄຳສັນຍາ

+ ຄໍ່າຄືນນັ້ນ ດວງຈັນສິ້ນລັດສະໝີ
ນ້ອງຄົນດີ ເປັນຫຍັງຈຶ່ງບໍ່ມາ
ໄດ້ແຕ່ຄອຍ ໃຈລອຍດ້ວຍຄວາມໂສກາ
ປວດອຸລາ ແກ້ວຕາທຳໄດ້ລົງຄໍ

- ອ້າຍຄອງຖ້າ ດ້ວຍໃຈແສນທໍລະມານ
ຄິດສົງສານ ຕົວເອງທີ່ໄດ້ລົງລໍ
ເຝົ້າແຕ່ຝັນ ຝັນຫານ້ອງນວນລະອໍ
ລືມແລ້ວບໍ ຈໍມໍທີ່ຂຽນຝາກໃຫ້

+ ຄໍ່າຄືນນີ້ ອ້າຍຄົງມີຄວາມຫວັງ
ບົນເສັ້ນທາງ ທີ່ພົມດ້ວຍດວງດອກໄມ້
ອ້າຍຈະຄອຍ ການມາຂອງຍອດດວງໃຈ
ເຖິງຈະນານປານໃດ ອ້າຍນີ້ກໍຈະຄອຍ…

ພໍແຕ່ສຽງເພງຈົບລົງ ສຽງຕົບມືກໍດັງຕິດຕາມມາ ເຮັດໃຫ້ຊາຍໜຸ່ມສະດຸ້ງເລັກນ້ອຍ ແລ້ວຫັນໜ້າໄປທີ່ເຈົ້າຂອງສຽງຕົບມື… ຫົວໃຈເຂົາເຕັ້ນຕຶກຕັກ ປານກັບເຄື່ອງຈັກທີ່ພວມສະຕາດໃໝ່ໆ…
“ດວງສະໝອນ!!!” ເຂົາອຸທານຊື່ຂອງເຈົ້າຂອງໃບໜ້າງາມໃສທີ່ພວມນັ່ງລົງເຊິ່ງໜ້າເຂົາ.
“ຈັ່ງແມ່ນຮ້ອງມ່ວນນໍ!” ສຽງໃສໆກ່າວຊົມເຊີຍ ເຮັດໃຫ້ຫົວໃຈຊາຍໜຸ່ມຍິ່ງເຕັ້ນແຮງ ກົ້ມໜ້າຫຼຽວເບິ່ງສາຍກິຕ້າແບບອາຍໆ…
“ເພງນີ້ຄືບໍ່ເຄີຍໄດ້ຍິນໃຜຮ້ອງມາກ່ອນ… ແຕ່ງເອງບໍ?”
“ແມ່ນແລ້ວ, ແຕ່ງເອງ. ແຕ່ງມອບແດ່ໃຜຜູ້ໜຶ່ງທີ່ລືມສັນຍາ…” ເຂົາກັ້ນໃຈເວົ້າອອກມາດ້ວຍໃບໜ້າຮ້ອນວູ່ໆ.
“ແມ່ນໃຜນໍ ທີ່ລືມສັນຍາຫັ້ນນ່າ? ບອກໃຫ້ຮູ້ແດ່ແມ້! ຊິເປັນກຳມະການກາງໃຫ້.” ຍິງສາວທັງເວົ້າທັງປ່ອຍສຽງຮິໆອອກມາຢ່າງຄົນອາລົມດີ.
“ກະຊິມີໃຜ. ກະຜູ້ທີ່ບໍ່ມາຕາມນັດເມື່ອສອງອາທິດກ່ອນຫັ້ນເດ!” ທັງເວົ້າທັງຈຶ້ງເບິ່ງໜ້າຂອງຍິງສາວທີ່ເຫັນພໍສະຫຼົວໃຕ້ເງົາຈັນ.
“ຈັ່ງແມ່ນໃຈນ້ອຍນໍ. ຜິດນັດດ້າມເທື່ອກໍຈົນໄດ້ເພງອອກມາເປັນບົດພຸ້ນນະ! ແບບນີ້ ຊິໄດ້ຜິດນັດເລື້ອຍໆ ເພື່ອເຈົ້າຊິໄດ້ບົດເພງເປັນອະລະບຳ…” ຍິງສາວເວົ້າປົນສຽງຫົວ ພ້ອມກັບແນມເບິ່ງໜ້າຊາຍໜຸ່ມດ້ວຍແສງຕາເປັນປະກາຍ.
“ຂະໜາດຜິດນັດຄັ້ງດຽວ ຍັງເຈັບຊໍ້ານີ້. ຄັນມີເທື່ອທີສອງ ຄົງໄດ້ນອນປົວຫົວໃຈໃສ່ນໍ້າເກືອເປັນແນ່ແທ້…” ຊາຍໜຸ່ມກ່າວສຽງເສົ້າໆ ສາຍຕາບໍ່ລະຈາກໃບໜ້າງາມ.
“ຊິໄດ້ລາລົມກ່ອນເດີ ເພາະຫົວໜ້າຫໍພັກມານຳແລ້ວ. ຄັນບໍ່ຊັ້ນ ເພິ່ນຊິຕັດຄະແນນຄຸນສົມບັດໄດ໋! ມື້ອື່ນຢ່າລືມໄປເຊຍບານສົ່ງຍິງຂອງຄະນະແດ່ເດີ!”
“ແນ່ນອນ. ແຕ່ມື້ອື່ນຂໍລົມນຳຕື່ມອີກຈັກສິບນາທີເດີ! ມື້ນີ້ ລົມກັນຊົ່ວງູແລບລີ້ນ ກໍໄປແລ້ວເດ! ຈັ່ງແມ່ນນໍ!”
“ຄືວ່າແຫຼະ ຂອງດີມີໜ້ອຍ!!!​ໄປກ່ອນເດີ! ນອນຫຼັບຝັນດີ!”
ຍິງສາວຈາກໄປແລ້ວ ຄົງຍັງເຫຼືອແຕ່ເຂົາກັບກິຕ້າຄູ່ຊີບກ່ອມກັນໃນລາຕີທີ່ແສນໂຣແມນຕິກນີ້…