ທ້ອງຟ້າຂອງຄືນນີ້ໃສກະຈ່າງ ດວງຈັນທໍແສງປະກາຍເຈີດຈ້າ ໂດຍມີດາວດວງນ້ອຍນັບລ້ານສົ່ງປະກາຍຍິບຍັບຢູ່ອ້ອມຂ້າງ… ສຸລິຍານັ່ງດີດກິຕ້າຢູ່ພື້ນຫຍ້າ ຂ້າງຫໍພັກດ້ວຍຫົວໃຈລັນຈວນ ຫວນຄະນຶງຫາຍອດດວງໃຈທີ່ບໍ່ໄດ້ພົບໜ້າກັນເປັນເວລາເກືອບສອງອາທິດເຕັມໆ… ດ້ວຍຄວາມຄິດຮອດເກືອບໃຈຈະຂາດ ສຽງສາຍກິຕ້າທັງຫົກທີ່ສັ່ນສະເນືອນເປັນຄື້ນສຽງທຳນອງໂສກ ຟັງແລ້ວເຮັດໃຫ້ຫວນຫາວັນເກົ່າໆທີ່ເຕັມໄປດ້ວຍຄວາມປວດລ້າວໃນຫົວໃຈ… ອົດກັ້ນຄວາມເຈັບຢູ່ໃນຊວງເອິກບໍ່ຢູ່ ສຽງໃສໆຈະຮູຄໍຂອງໜຸ່ມໄວຊາວຖ້ວນ ຖືກລະບາຍອອກມາເປັນບົດເພງປະສານສຽງກິຕ້າ…

+ ຄໍ່າຄືນນັ້ນ ອ້າຍສຸດແສນມົ່ນໝອງ
ບໍ່ມີນ້ອງ      ມາຢູ່ຄຽງຊິດໃກ້
ໄດ້ແຕ່ຄອຍ ການມາຂອງຍອດດວງໃຈ
ນ້ອງໄປໃສ ຈຶ່ງໄດ້ລືມຄຳສັນຍາ

+ ຄໍ່າຄືນນັ້ນ ດວງຈັນສິ້ນລັດສະໝີ
ນ້ອງຄົນດີ ເປັນຫຍັງຈຶ່ງບໍ່ມາ
ໄດ້ແຕ່ຄອຍ ໃຈລອຍດ້ວຍຄວາມໂສກາ
ປວດອຸລາ ແກ້ວຕາທຳໄດ້ລົງຄໍ

- ອ້າຍຄອງຖ້າ ດ້ວຍໃຈແສນທໍລະມານ
ຄິດສົງສານ ຕົວເອງທີ່ໄດ້ລົງລໍ
ເຝົ້າແຕ່ຝັນ ຝັນຫານ້ອງນວນລະອໍ
ລືມແລ້ວບໍ ຈໍມໍທີ່ຂຽນຝາກໃຫ້

+ ຄໍ່າຄືນນີ້ ອ້າຍຄົງມີຄວາມຫວັງ
ບົນເສັ້ນທາງ ທີ່ພົມດ້ວຍດວງດອກໄມ້
ອ້າຍຈະຄອຍ ການມາຂອງຍອດດວງໃຈ
ເຖິງຈະນານປານໃດ ອ້າຍນີ້ກໍຈະຄອຍ…

ພໍແຕ່ສຽງເພງຈົບລົງ ສຽງຕົບມືກໍດັງຕິດຕາມມາ ເຮັດໃຫ້ຊາຍໜຸ່ມສະດຸ້ງເລັກນ້ອຍ ແລ້ວຫັນໜ້າໄປທີ່ເຈົ້າຂອງສຽງຕົບມື… ຫົວໃຈເຂົາເຕັ້ນຕຶກຕັກ ປານກັບເຄື່ອງຈັກທີ່ພວມສະຕາດໃໝ່ໆ…
“ດວງສະໝອນ!!!” ເຂົາອຸທານຊື່ຂອງເຈົ້າຂອງໃບໜ້າງາມໃສທີ່ພວມນັ່ງລົງເຊິ່ງໜ້າເຂົາ.
“ຈັ່ງແມ່ນຮ້ອງມ່ວນນໍ!” ສຽງໃສໆກ່າວຊົມເຊີຍ ເຮັດໃຫ້ຫົວໃຈຊາຍໜຸ່ມຍິ່ງເຕັ້ນແຮງ ກົ້ມໜ້າຫຼຽວເບິ່ງສາຍກິຕ້າແບບອາຍໆ…
“ເພງນີ້ຄືບໍ່ເຄີຍໄດ້ຍິນໃຜຮ້ອງມາກ່ອນ… ແຕ່ງເອງບໍ?”
“ແມ່ນແລ້ວ, ແຕ່ງເອງ. ແຕ່ງມອບແດ່ໃຜຜູ້ໜຶ່ງທີ່ລືມສັນຍາ…” ເຂົາກັ້ນໃຈເວົ້າອອກມາດ້ວຍໃບໜ້າຮ້ອນວູ່ໆ.
“ແມ່ນໃຜນໍ ທີ່ລືມສັນຍາຫັ້ນນ່າ? ບອກໃຫ້ຮູ້ແດ່ແມ້! ຊິເປັນກຳມະການກາງໃຫ້.” ຍິງສາວທັງເວົ້າທັງປ່ອຍສຽງຮິໆອອກມາຢ່າງຄົນອາລົມດີ.
“ກະຊິມີໃຜ. ກະຜູ້ທີ່ບໍ່ມາຕາມນັດເມື່ອສອງອາທິດກ່ອນຫັ້ນເດ!” ທັງເວົ້າທັງຈຶ້ງເບິ່ງໜ້າຂອງຍິງສາວທີ່ເຫັນພໍສະຫຼົວໃຕ້ເງົາຈັນ.
“ຈັ່ງແມ່ນໃຈນ້ອຍນໍ. ຜິດນັດດ້າມເທື່ອກໍຈົນໄດ້ເພງອອກມາເປັນບົດພຸ້ນນະ! ແບບນີ້ ຊິໄດ້ຜິດນັດເລື້ອຍໆ ເພື່ອເຈົ້າຊິໄດ້ບົດເພງເປັນອະລະບຳ…” ຍິງສາວເວົ້າປົນສຽງຫົວ ພ້ອມກັບແນມເບິ່ງໜ້າຊາຍໜຸ່ມດ້ວຍແສງຕາເປັນປະກາຍ.
“ຂະໜາດຜິດນັດຄັ້ງດຽວ ຍັງເຈັບຊໍ້ານີ້. ຄັນມີເທື່ອທີສອງ ຄົງໄດ້ນອນປົວຫົວໃຈໃສ່ນໍ້າເກືອເປັນແນ່ແທ້…” ຊາຍໜຸ່ມກ່າວສຽງເສົ້າໆ ສາຍຕາບໍ່ລະຈາກໃບໜ້າງາມ.
“ຊິໄດ້ລາລົມກ່ອນເດີ ເພາະຫົວໜ້າຫໍພັກມານຳແລ້ວ. ຄັນບໍ່ຊັ້ນ ເພິ່ນຊິຕັດຄະແນນຄຸນສົມບັດໄດ໋! ມື້ອື່ນຢ່າລືມໄປເຊຍບານສົ່ງຍິງຂອງຄະນະແດ່ເດີ!”
“ແນ່ນອນ. ແຕ່ມື້ອື່ນຂໍລົມນຳຕື່ມອີກຈັກສິບນາທີເດີ! ມື້ນີ້ ລົມກັນຊົ່ວງູແລບລີ້ນ ກໍໄປແລ້ວເດ! ຈັ່ງແມ່ນນໍ!”
“ຄືວ່າແຫຼະ ຂອງດີມີໜ້ອຍ!!!​ໄປກ່ອນເດີ! ນອນຫຼັບຝັນດີ!”
ຍິງສາວຈາກໄປແລ້ວ ຄົງຍັງເຫຼືອແຕ່ເຂົາກັບກິຕ້າຄູ່ຊີບກ່ອມກັນໃນລາຕີທີ່ແສນໂຣແມນຕິກນີ້…

ສາຍຝົນຂອງຍາມເດືອນຫົກທັ່ງເທລົງສູ່ພື້ນພະສຸທາປານວ່າທ້ອງຟ້າຮົ່ວເອົາໂລດ.

ສຽງຢາດນໍ້າກະທົບກັບຫລັງຄາກະເບື້ອງດັງຊ່າໆຈົນຟັງຫຍັງກໍບໍ່ໄດ້ຍິນ. ສຽງຟ້າຮ້ອງແຂ່ງກັບສຽງແມ່ເຈົ້າເຮືອນ

ຮ້ອງໃສ່ ຜູ້ເປັນຜົວສຽງດັງປານຄໍຊິແຕກ ແຕ່ເພິ່ນຜູ້ນີ້ກໍຍັງນັ່ງສະເມີ້ຍເກີ້ຍມືຄຳຄີບອດ ຕາຈ້ອງຢູ່ກັບໜ່ວຍຄອມຢ່າງເມົາມັນ.   

           “ຮີບປົດສາຍໂທລະສັບແມ້! ບໍ່ໄດ້ຍິນສຽງຟ້າຮ້ອງບໍ? ຈັກໜ້ອຍຊິໄດ້ຄອມຫລາຍໜ່ວຍ ເດຫັ້ນ!” ສຽງຮ້ອງຂອງແມ່ເຈົ້າເຮືອນດັງຂຶ້ນເປັນເທື່ອທີສອງ ສຽງດັງກວ່າເກົ່າ ເປັນຜົນໃຫ້ຜູ້ເປັນຜົວຟ້າວດຶງສາຍໂທລະສັບ ອອກຈາກຮູສຽບ

ຂອງໜ່ວຍຄອມ ແລ້ວອວ່າຍໜ້າໄປເວົ້າຕໍ່ເມຍດ້ວຍສຽງສີຢາກຮ້າຍວ່າ:

ເຈົ້າກໍຢ້ານແນວບໍ່ຢ້ານ. ມັນບໍ່ເປັນຫຍັງດອກນ່າ!” ພ້ອມກັບຈົ່ມຄ່ອຍໆບໍ່ໃຫ້ເມຍໄດ້ຍິນແບບເສຍດາຍອັນໃດອັນໜຶ່ງ ກຳລັງແຊັດກັບໝູ່ມ່ວນໆຢູ່ເວີຍ!

ຊິບໍ່ໃຫ້ຂ້ອຍຢ້ານໄດ້ແນວໃດ. ຫວ່າງອາທິດແລ້ວນີ້ໂທລະທັດຂອງເຮືອນລຸງຄຳບ້ານເໜືອຫັ້ນ ກໍຈົນວ່າຄວັນກຸ້ມໄປ ທົ່ວຫ້ອງຮັບແຂກ ຍ້ອນຍາມຟ້າລົມຝົນຕົກ ເພິ່ນບໍ່ໄດ້ຖອດສາຍເຄເບິ້ນອອກຈາກໜ່ວຍໂທລະທັດ. ໄຄແຕ່ວ່າແນວອື່ນ ບໍ່ເສຍບໍ່ເພນຳ. ຄັນບໍ່ຊັ້ນ ຫູຂອງລຸງຄຳກໍຄົງຍານເຕະເຊະ ຍ້ອນແຮງດຶງຂອງປ້າສີເປັນແນ່ແທ້!

ໄດ້ຍິນຄຳວ່າຫູຍານຈາກປາກເມຍ ກໍເຮັດໃຫ້ພໍ່ເຈົ້າເຮືອນກົກຫູຮ້ອນວູ່ໆປານມີໃຜເອົາໄຟມາຢອງໃສ່… ເຂົາຟ້າວລຸກຂຶ້ນຈາກຕັ່ງຢົ່ງໂຢະໄປຕູ້ໂຊບ່ອນໂທລະທັດຕັ້ງຢູ່, ຕັ້ງໃຈວ່າຊິໄປປົດສາຍເຄເບິ້ນ ແຕ່ຜູ້ເປັນເມຍກໍແຂກມາ ໃສ່ຈົນວ່າຕື່ນຍຸບບາດໜຶ່ງ…

ບໍ່ຖ້າໄປປົດດອກ, ຂ້ອຍປົດຕັ້ງແຕ່ຟ້າເຫລື້ອມຕອນທຳອິດພຸ່ນນ່າ!

ເຈົ້າກະດາຍ, ເວົ້າຄ່ອຍໆກໍບໍ່ໄດ້. ຂ້ອຍຈົນສະດຸ້ງໝົດໂຕ.ທັງເວົ້າທັງຫລຽວເບິ່ງໜ້າເມຍແບບສີແຄ້ນໆ.

ເວົ້າຄ່ອຍເຈົ້າກໍບໍ່ໄດ້ຍິນແລ້ວ ແນວເວົ້າແຂ່ງກັບສຽງຝົນຕົກເດ!ເມຍເວົ້າປົນສຽງຫົວ ພ້ອມທັງຖະຫລາໂຕເຂົ້າໄປກອດ ແຂນຜູ້ເປັນຜົວແບບເອົາໃຈ. ຄວາມຢາກຮ້າຍຈັກວ່າຫາຍໄປທາງໃດ… ເຂົາຟ້າວຖືໂອກາດເອົາມືຂ້າງທີ່ເປັນອິດສະຫລະ ເຂົ້າໂອບກອດຜູ້ເປັນເມຍດ້ວຍຄວາມສະເໜ່ຫາ…

ແຮ່ງເຖົ້າກະແຮ່ງງາມນໍ!ບໍ່ເວົ້າລ້າ ໃຊ້ສົບສີໜາໆກໍ່າໆໄປດົມແກ້ມເມຍດ້ວຍຄວາມກະສັນ ເຮັດໃຫ້ຝ່າຍຖືກຈູ່ໂຈມໃຊ້ມືປົກປ້ອງ ພ້ອມທັງກ່າວອອກມາວ່າ:

ເຈົ້າກໍໂພດກາຍ, ບໍ່ອາຍຟ້າອາຍແຖນ… ຫັ້ນ! ຊຸມເດັກນ້ອຍເຂົາມາແຕ່ໂຮງຮຽນແລ້ວ!

ຜູ້ເປັນຜົວຟ້າວຄາຍອ້ອມແຂນອອກຈາກເມຍຢ່າງໄວພະລັນພ້ອມທັງເຄື່ອນໂຕໄປຍັງໂຕະທີ່ມີໜ່ວຍຄອມຕັ້ງຢູ່ ເຮັດຕິເອົາຜ້າອະໄມນາຄອມ…

ຫວ່າງກີ້ອີ່ພໍ່ເຮັດຫຍັງຫັ້ນ!ສຽງແຫລມໆຂອງນາງນ້ອຍໄວເກົ້າຂວບຢືນຄຽງຂ້າງກັບຜູ້ເປັນອ້າຍໄວສິບສອງໃນຊຸດເສື້ອກັນຝົນ

ທີ່ຍັງມີເມັດນໍ້າເກາະຢູ່ເຕັມ ເຮັດໃຫ້ຜູ້ເປັນພໍ່ຟ້າວແກ້ໂຕແບບຂ້າງໆຄູໆວ່າ:

ອີ່ພໍ່ຫລົກຜົມຫງອກໃຫ້ອີແມ່ນ່າ. ບໍ່ມີຫຍັງດອກ!ທັງເວົ້າທັງແນມເບິ່ງໜ້າສີແດງເຮື່ອຂອງຜູ້ເປັນເມຍທີ່ກຳລັງເອົາ ຝອຍປັດພື້ນເຮືອນດ້ວຍທ່າທາງເກິໆເຂີນໆວາດໃດວາດໜຶ່ງ.

ຂ້ຽວໄປຖ່າຍເຄື່ອງໄປ ຈັກໜ້ອຍຊິເປັນຫວັດໄດ໋ຫັ້ນ! ກິນເຂົ້າແລງແລ້ວ ຟ້າວໄປອາບນໍ້າແລະເຂົ້ານອນແຕ່ເວັນເດີ!

ມື້ອື່ນພໍ່ກັບແມ່ຊິພາໄປເບິ່ງໜັງເລື່ອງ ສະບາຍດີຫລວງພະບາງ ຢູ່ໄອເຕັກ.

 

 


© 2007 ບັນທຶກຊີວິດ | iKon Wordpress Theme by TextNData | Powered by Wordpress | ບໍລິການຟຣີບລັອກຈາກ LaoBlogger.com