sunset.jpg

ກ່ອນອື່ນຂໍກ່າວຄຳວ່າສະບາຍດີຕໍ່ບັນດາທ່ານຜູ້ອ່ານ ແລະຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານເວັບມາສະເຕີ au8ust ທີ່ໄດ້ສ້າງໂອກາດໃຫ້ຂ້າພະເຈົ້າໄດ້ເຂົ້າມາມີສ່ວນຮ່ວມໃນການເປີດບັນທຶກຊີວິດຢູ່ໃນ “ລາວບລັອກເກີດັອດຄອມ” ນີ້.

ເລື່ອງລາວແລະບົດຄວາມຕ່າງໆທີ່ຂ້າພະເຈົ້າຈະນຳລົງມາບັນຈຸເຂົ້າໃນບລັອກ ‘ບັນທຶກຊີວິດ’ ນີ້ ຈະປະກອບດ້ວຍເລື່ອງລາວທີ່ກ່ຽວກັບຊີວິດຂອງຜູ້ຄົນທີ່ກຳລັງເສາະສະແຫວງຫາຄວາມສຸກ ດິ້ນລົນໃຫ້ຫລຸດພົ້ນຈາກຄວາມທຸກ. ໃນນັ້ນ ອາດຈະມີເລື່ອງຈິງທີ່ເກີດກັບຕົວຂອງຜູ້ຂຽນເອງ ຫລືບໍ່ກໍອາດເປັນເລື່ອງທີ່ເກັບຕົກຈາກຊີວິດຂອງຄົນໃກ້ຄຽງ ຫລືບໍ່ກໍແມ່ນເລື່ອງຂອງບາງຄົນທີ່ຫລົງເຂົ້າມາອ່ານກໍເປັນໄດ້. ຖ້າເລື່ອງໃດບົດໃດຫາກໄປຄ້າຍຄືກັບຊີວິດຂອງທ່ານ ກໍໃຫ້ຖືວ່າມັນເປັນຄວາມບັງເອີນ ຢ່າໄດ້ໃສ່ໃຈວ່າຜູ້ຂຽນສະຫລອກກອກໄປຊອກຮູ້ເລື່ອງຂອງຜູ້ອື່ນ ແລ້ວນຳມາຕີແຜ່ຕໍ່ສາຍຕາມະຫາຊົນ. ທຸກເລື່ອງທຸກບົດທີ່ຈະນຳມາລົງ ຜູ້ຂຽນຂໍຢັ້ງຢືນວ່າ ຈະເປັນເລື່ອງທີ່ມີປະໂຫຍດ, ປ່ຽມລົ້ນດ້ວຍຄຸນນະທຳ ແລະເປັນອຸທາຫອນສອນໃຈ…

ບັນທຶກໜ້າທຳອິດຂໍກ່າວສັ້ນໆພຽງເທົ່ານັ້ນ ພົບກັນໃໝ່ ໃນບັນທຶກໜ້າສອງໃນໄວໆນີ້.

ດ້ວຍຄວາມນັບຖືແລະຮັກແພງ.

ວິສະນຸ