* ວັນເວລາໄດ້ເລື່ອນຍ້າຍ ເຫີນຫ່າງລາໄກ
ຈາກວັນກາຍເປັນເດືອນ ຂວບປີບໍ່ມີຢັ້ງ
ອາຍຸນັບມື້ເຖົ້າ ກາຍານັບມື້ຫຼ່າ
ຈຸດທີ່ມໍລະມິ່ງມ້ຽນ ກໍມາໃກ້ຢູ່ຊູ່ຍາມ ແທ້ແລ້ວ!

* ຊີວິດມີຄ່າລົ້ນ ເໜືອສິ່ງທັງປວງແທ້ໄດ໋
ມັນມີລາຄາແພງ ກວ່າທຸກອັນໃນດ້າວ
ເກີດມາເປັນຄົນແລ້ວ ຄວນແພງຖະໜອມຍິ່ງ
ຢ່າໄດ້ປະປ່ອຍຖິ້ມ ເວລາລ້າຢູ່ດາຍ ເພື່ອນເອີຍ!

* ຢາກເປັນຄົນແນ່ແທ້ ຕ້ອງໝັ່ນພຽນສຶກສາຊັ້ນໄດ໋
ຄົ້ນຄວ້າທຸກວິຊາ ທີ່ຮຽນມານັ້ນ
ນອກຈາກຮຽນນຳປຶ້ມ ຕ້ອງທຽວຖາມນຳໝູ່
ຖາມຜູ້ທີ່ເພິ່ນ ຮູ້ເຫັນແຈ້ງກ່ອນເຮົາ ນັ້ນເນີ!

* ດຽວນີ້ ເຮົາຍັງນ້ອຍໜຸ່ມແໜ້ນ ແຂງແກ່ນມີກຳລັງ
ຍັງບໍ່ທັນໂຮຍແຮງ ຫຼ່າເຫຼືອງລົງເນື້ອ
ຕ້ອງອອກແຮງທົນສູ້ ສ້າງຕົນໃຫ້ກ້າວເດັ່ນ
ຝຶກຕົນໃຫ້ເກັ່ງກ້າ ແຂງເຂັ້ມດັ່ງສີລາ ພຸ້ນເດີ!

* ອີກອັນໜຶ່ງຢ່າໄດ້ເມົາມົວຫຼິ້ນ ທຽວທ່ອງທາງຜິດ
ຢ່າໄດ້ເມົາມົວຄິດ ໃສ່ໃຈແຕ່ນຳຊູ້
ຮັກກໍຮັກແນ່ແທ້ ຕາມທິດທາງແນວໃໝ່
ບໍ່ແມ່ນຮັກລອບລີ້ ດຶງທື້ນໜ່ວງກັນ ຢ່ານາ!

* ອັນວ່າ ຮັກໂລບລ້ຽວ ໃຫ້ເພື່ອນຫຼີກໜີໄກ
ຢ່າໃຫ້ມີມາປົນ ເຊື່ອງແຝງເຝືອຝັ້ນ
ກຳຈັດມັນສູນສິ້ນ ຈິດໃຈແນວເກົ່າ
ເອົາແນວຄິດໃໝ່ແຕ້ມ ແຊມເຂົ້າຫຼໍ່ຫຼອມ ເພື່ອນທ້ອນ!

* ຍາມນີ້ຊາດຮຽກຮ້ອງ ໃຫ້ຊາວໜຸ່ມຕະລຸມບອນ
ສ້າງກໍ່ແປງເມືອງລາວ ໃຫ້ຮຸ່ງເຮືອງຈະເລີນກ້າວ
ໃຫ້ລາວເຮົາສົດໃສເຫຼື້ອມ ເໝືອນຈັນເພັງສິບຫ້າຄໍ່າ
ຕັດສິນໃຈໜັກແໜ້ນ ພາຊາດລາວກ້າວຂຶ້ນສັງຄົມເບື້ອງບ່ອນໝາຍ ເພື່ອນເອີຍ!