ຄວາມສຳຄັນຂອງການກະທຳໃນມື້ນີ້ ມີຄຸນຄ່າຫຼາຍກວ່າການຄອງຖ້າທີ່ຈະກະທຳໃນມື້ອື່ນ. ເບນຈາມິນ ແຟຣງຄລິນ ກ່າວໄວ້ວ່າ “ມື້ນີ້ມື້ດຽວ ມີຄ່າຫຼາຍກວ່າມື້ອື່ນສອງມື້” ຍ້ອນວ່າມື້ອື່ນບໍ່ມີຄວາມແນ່ນອນຄືກັບມື້ນີ້ແລະດຽວນີ້.
ຄັນຫາກຄິດຊິເຮັດສິ່ງໃດ ຕ້ອງຮີບລົງມືເຮັດທັນທີ ຢ່າຄອງຄອຍໃຫ້ທຸກຢ່າງພຽບພ້ອມ ຫລືຜັດວັນປະກັນມື້ ເພາະການຜັດວັນປະກັນມື້ອາດຈະເຮັດໃຫ້ຄວາມກະຕືລືລົ້ນໃນການເຮັດສິ່ງຕ່າງໆຫລຸດລົງ ຈົນບໍ່ສາມາດເຮັດອີ່ຫຍັງໃຫ້ເປັນຕ່ອນເປັນໂຕໄດ້ ດັ່ງສຸພາສິດອິນເດຍທີ່ວ່າ:
“ອັນໃດທີ່ທ່ານວາງແຜນໄວ້ວ່າຈະເຮັດມື້ອື່ນ ຈົ່ງເຮັດສາໃນມື້ນີ້. ອັນໃດທີ່ທ່ານຄິດວ່າຈະເຮັດໃນມື້ນີ້ ຈົ່ງເຮັດສາດຽວນີ້”
ສະນັ້ນຢ່າປ່ອຍປະໃຫ້ມື້ນີ້ສູນເສຍໄປໂດຍຫວັງໝາກຜົນໃນມື້ອື່ນ. ຈົ່ງລົງມືເຮັດສິ່ງນັ້ນທັນທີໂລດ ຈົ່ງເຮັດໃຫ້ດີທີ່ສຸດໃນມື້ນີ້ ແລະດຽວນີ້. ຄັນບໍ່ຊັ້ນ ທ່ານຈະເສຍໃຈ ເພາະມື້ອື່ນບາງທີທ່ານອາດຈະບໍ່ມີລົມຫາຍໃຈຢູ່ບົນໜ້າໂລກນີ້ກໍເປັນໄດ້!!!
(ຄັດແລະເສີມຈາກຄູ່ມືສູ້ຊີວິດດ້ວຍຕົນເອງ ຊຸດທີ 4)