ນາງດວງສະໝອນມີຊື່ຫິຼ້ນວ່າ “ນ້ອຍ”. ປີນີ້ນາງອາຍຸຫາກໍໄດ້ 18 ປີພໍດີ. ນັບແຕ່ໄດ້ເຂົ້າສູ່ຊີວິດໄວໜຸ່ມ ນາງກໍຮູ້ສຶກວ່າມີຫຼາຍສິ່ງຫຼາຍຢ່າງປ່ຽນແປງໃນຊີວິດຂອງນາງ. ຈາກການທີ່ເຄີຍເປັນນັກ ຮຽນມັດທະຍົມ ກໍກັບກາຍມາເປັນນັກສຶກສາຂັ້ນມະຫາວິທະຍາໄລ. ນາງພວມຮຽນຢູ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ປີທີ 2 ພາກວິຊາການແພດ.
ທຸກໆມື້ແຕ່ວັນຈັນຫາວັນສຸກ ນາງຕ້ອງຕື່ນແຕ່ເຊົ້າ ເພື່ອກະກຽມເຄື່ອງໄປໂຮງຮຽນໃຫ້ທັນເວລາ. ນອກຈາກອຸປະກອນການຮຽນແລະຫໍ່ເຂົ້າສຳລັບອາຫານທ່ຽງແລ້ວ ນາງຍັງບໍ່ລືມໂທລະສັບມືຖື ເຊິ່ງນາງໄດ້ຮັບເປັນຂອງຂວັນວັນເກີດຈາກພໍ່ແມ່. ອັນທີ່ສຳຄັນກໍແມ່ນການນຸ່ງຖື ເຊິ່ງຕ້ອງໃຫ້ຖືກກັບກົດລະບຽບທີ່ທາງມະຫາວິທະຍາໄລວາງໄວ້ຄື ນຸ່ງເສື້ອສີຂາວທີ່ມີກາໝາຍຂອງມະຫາວິທະຍາໄລ
ສິ້ນສີດຳມີຕີນລວດລາຍສົດໃສ ແລະເກີບຫຸ້ມສົ້ນສີດຳ. ກ່ອນຈະໄດ້ອອກເຮືອນແຕ່ລະເທື່ອ ນາງຕ້ອງໄດ້ເສຍເວລານຳການແຕ່ງໂຕຫຼາຍກວ່າສິບນາທີ ເພາະຕ້ອງໄດ້ແຍງຄີງຢູ່ໜ້າແວ່ນໄປຫຼາຍຮອບ ເພື່ອໃຫ້ເປັນທີ່ດຶງດູດແກ່ຜູ້ພົບເຫັນ. ພ້ອມກັນນັ້ນ ນາງກໍບໍ່ລືມຂໍເງິນແຮຖົງສຳລັບຄ່າລົດເມນຳແມ່ຜູ້ເຊິ່ງເປັນນາຍຄັງຂອງຄອບຄົວ. ນາງເຄີຍແອ່ວພໍ່ແມ່ໃຫ້ຊື້ລົດຈັກໃຫ້, ແຕ່ພວກເພິ່ນບໍ່ເຫັນດີ ຍ້ອນຢ້ານເກີດອຸບັດເຫດ ເພາະປັດຈຸບັນນີ້ລົດຢູ່ວຽງຈັນມີຫຼາຍໂພດ ແລະອີກຢ່າງໜຶ່ງລາຄານໍ້າມັນກໍນັບມື້ນັບແພງຂຶ້ນຊັກໄຊ້. ດັ່ງນັ້ນ ນາງຈຶ່ງຕ້ອງທຽວໂຮງຮຽນດ້ວຍລົດເມ ເຊິ່ງມີຄວາມປອດໄພ ແລະລາຄາ ກໍບໍ່ແພງປານໃດ. ຫັຼງຈາກເລີກຮຽນແລ້ວ ຫາກບໍ່ມີການເຄື່ອນໄຫວກິດຈະກຳຢ່າງອື່ນ ນາງກໍຈະຟ້າວກັບຄືນມາເຮືອນ ເພື່ອເຮັດວຽກເຮືອນຊ່ວຍແມ່. ກ່ອນເຂົ້ານອນ ນາງຈະແກ້ວຽກບ້ານ ແລະເຮັດບົດລາຍງານສົ່ງໃຫ້ອາຈານໃນແຕ່ລະວິຊາຢ່າງຄົບຖ້ວນ.
ຄຽງຄູ່ກັບການຮຽນ ນາງຍັງໄດ້ເຂົ້າຮ່ວມກິດຈະກຳຕ່າງໆ ເປັນຕົ້ນວ່າ ເຂົ້າຮ່ວມໃນໜ່ວຍສິລະປະ ແລະໜ່ວຍຂ່າວສານຂອງໂຮງຮຽນ. ດ້ວຍເຫດທີ່ນາງມີພອນສະຫວັນທາງດ້ານການຟ້ອນ ແລະການແຕ່ງເລື່ອງ. ທຸກຄັ້ງທີ່ນາງໄປເຄື່ອນໄຫວກິດຈະກຳໃນວັນເສົາວັນອາທິດ ຫຼືຕອນຄຳ່ ນາງຕ້ອງໄດ້ຄອບພໍ່ແມ່ຢ່າງຄັກແນ່ ເພື່ອພວກເພິ່ນຈະບໍ່ໄດ້ເປັນຫ່ວງ. ຍ້ອນຢາກໃຫ້ລູກຫ່າງໄກຈາກສິ່ງຫຍໍ້ທໍ້ ເຊັ່ນ ຢາເສບຕິດ ຫລືການຫຼິ້ນກິນແບບຟຸມເຟືອຍ ພໍ່ແມ່ຈຶ່ງໄດ້ສະໜັບສະໜູນໃຫ້ນາງທັງຮຽນແລະເຄື່ອນໄຫວກິດຈະກຳຕ່າງໆໄປພ້ອມໆກັນ. ເມື່ອວັນເສົາແລ້ວນີ້ ນາງກໍໄດ້ໄປສະແດງຟ້ອນຢູ່ຫ້ອງປະຊຸມໃຫຍ່ ເພື່ອສະແດງຕ້ອນຮັບແຂກຕ່າງປະເທດທີ່ມາຢ້ຽມຢາມມະຫາວິທະຍາໄລ. ພ້ອມກັນນັ້ນ ໃນໜັງສືພິມບາງສະບັບກໍຈະເຫັນບົດຂຽນຂອງນາງປາກົດຢູ່ໃນຄໍລຳເວທີນັກຂຽນ ເຊິ່ງໄດ້ເຮັດໃຫ້ພໍ່ແມ່ຂອງນາງມີຄວາມພູມໃຈຕໍ່ລູກສາວດຽວຂອງຕົນເປັນຢ່າງຍິ່ງ.
ບາງເທື່ອແມ່ເຫັນນາງເຮັດບົດລາຍງານຈົນເດິກຈົນດື່ນ ເພິ່ນກໍຕັກເຕືອນດ້ວຍຄວາມເປັນຫ່ວງ. ແຕ່ພໍ່ຊໍ້າພັດເວົ້າວ່າ “ອົດທຸກໃນມື້ນີ້ ຈຶ່ງຈະສະບາຍໃນມື້ໜ້າ”. ດ້ວຍຄຳເວົ້າຂອງພໍ່ ສາວນ້ອຍຈຶ່ງອົດທົນຜ່ານຜ່າຕໍ່ຄວາມຫຍຸ້ງຍາກ ພະຍາຍາມຮຽນເພື່ອຈະໄດ້ກາຍເປັນທ່ານໝໍທີ່ຊຳນານໃນການປິ່ນປົວຄົນເຈັບໃນອະນາຄົດ.
