ພອນສະຫວັນ ແລະ ພອນສະແຫວງ
ຊີວິດທີ່ປະສົບຄວາມສຳເລັດເກີດຈາກການມີພອນສະຫວັນແລະມີພອນສະແຫວງປະກອບຄຽງຄູ່ກັນ ຈຶ່ງຈະເກີດເປັນພະລັງນຳພາຕົນເອງສູ່ຄວາມສຳເລັດແລະຄວາມກ້າວໜ້າ.
ພອນສະຫວັນຢູ່ບ່ອນນີ້ບໍ່ໄດ້ໝາຍເຖິງຄວາມສາມາດພິເສດທີ່ເກີດຂຶ້ນເອງ ແຕ່ໝາຍເຖິງສິ່ງທີ່ສະຫວັນໄດ້ປະທານ“ຄວາມສາມາດໃນການເຮັດສິ່ງໃດສິ່ງໜຶ່ງ” ທີ່ເກີດຈາກແຮງຊຸກດັນຈາກພາຍໃນ ເກີດຈາກຄວາມສະຫງວນມັກ ແລະເກີດຈາກຄວາມສຸກໃນສິ່ງທີ່ເຮັດໃຫ້ເປັນພອນສຳລັບໂຕເຮົາເອງຂຶ້ນມາ.
ສຳລັບພອນສະແຫວງໝາຍເຖິງການພັດທະນາຕົນເອງໃຫ້ເກີດຄວາມຊຳນິຊຳນານແລະຄວາມສາມາດໃຫ້ເພີ່ມຂຶ້ນ ດີຂຶ້ນກວ່າເກົ່າ ຊຶ່ງປະກອບດ້ວຍການພັດທະນາຄວາມຊຳນິຊຳນານທີ່ສຳຄັນ 3 ຢ່າງຄື
1 ການພັດທະນາຄວາມຊຳນິຊຳນານໃນການຄຶດດ້ານໃໝ່ໆ ທີ່ເປັນສິ່ງສ້າງສັນ ເປັນປະໂຫຍດຕໍ່ວຽກງານ ແລະຕໍ່ຕົນເອງ.
2 ການພັດທະນາຄວາມຊຳນິຊຳນານໃນການເຮັດວຽກໃຫ້ຄ່ອງແຄ້ວຫຼາຍຂຶ້ນ ໃຫ້ເກີດຄວາມວ່ອງໄວ ແລະມີປະສິດທິພາບຫຼາຍຂຶ້ນໂດຍໃຊ້ເວລາ ຫຼືຕົ້ນທຶນໜ້ອຍລົງ.
3 ການພັດທະນາຄວາມຊຳນິຊຳນານທາງດ້ານສັງຄົມ ແລະມະນຸດສຳພັນ ສ້າງຄວາມສຳພັນທີ່ດີກັບຄົນອ້ອມຂ້າງບໍ່ວ່າຈະເປັນຫົວໜ້າ ລູກນ້ອງ ຫຼືເພື່ອນຮ່ວມງານ.
ຊີວິດທີ່ຈະປະສົບຄວາມສຳເລັດແລະຄວາມກ້າວໜ້າໄດ້ນັ້ນ ຕ້ອງປະກອບດ້ວຍພອນສະຫວັນແລະພອນສະແຫວງ ດັ່ງນັ້ນຈົ່ງຢ່າລໍຖ້າສະຫວັນບັນດານຫຼືໃຫ້ຟ້າບັນດົນສິ່ງໃດໆໃຫ້ແກ່ຕົນອີກ ຫຼືຄອງຄອຍໃຫ້ພອນສະຫວັນທີ່ມີຢູ່ໃນໂຕເກີດຂຶ້ນເອງ ແຕ່ຈົ່ງສະແຫວງຫາຄວາມຮູ້ຄວາມຊຳນິຊຳນານພັດທະນາໃຫ້ດີຂຶ້ນກວ່າເກົ່າຕະຫຼອດເວລາ ເພື່ອເຮັດໃຫ້ຊີວິດມີແຕ່ຄວາມກ້າວໜ້າຍິ່ງໆຂຶ້ນໄປ.

ພອນສະຫວັນຝັງເລິກຢູ່ໃນສາຍເລືອດ ຈະໂຜ່ພົ້ນອອກມາສູ່ພາຍນອກໄດ້ ກໍຍ້ອນມີພອນສະແຫວງເປັນສິ່ງຊຸກຍູ້ ຄັນບໍ່ຊັ້ນ ພອນສະຫວັນກໍຈະຝັງໄວ້ໃນສາຍເລືອດຕະຫຼອດການ ໂດຍບໍ່ມີວັນຈະສະເໜີໜ້າສູ່ໂລກພາຍນອກໄດ້…
Comment by ວິສະນຸ — July 4, 2008 @ 9:46 pm